ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ອິສຣາແອລ ໃຫ້ຄໍາໝັ້ນວ່າ ຈະປ້ອງກັນບໍ່ໃຫ້ອີຣ່ານ ​ມີ​ອາວຸດນິວເຄລຍຢູ່​ໃນ​ຄວາມ​ຄອບ​ຄອງ


ຮູບ​ຈາກວີດີໂອ ທີ່ໄດ້ຖືກເຜີຍແຜ່ໂດຍ ອົງ​ການ​ອອກ​ອາ​ກາດຂອງ ສາທາລະນະລັດອິສລາມອີຣ່ານ, ສະ​ແດງ​ໃຫ້​ເຫັນເຄື່ອງກັ່ນຫຼາກຫຼາຍ ​ລຽງ​ກັນເປັນແຖວ ຢູ່​ທີ່ໂຮງ​ກັ່ນ​ທາດ​ຢູ​ເຣ​ນຽມ ນາທານຊ໌, ວັນທີ 11 ເມສາ 2021.
ຮູບ​ຈາກວີດີໂອ ທີ່ໄດ້ຖືກເຜີຍແຜ່ໂດຍ ອົງ​ການ​ອອກ​ອາ​ກາດຂອງ ສາທາລະນະລັດອິສລາມອີຣ່ານ, ສະ​ແດງ​ໃຫ້​ເຫັນເຄື່ອງກັ່ນຫຼາກຫຼາຍ ​ລຽງ​ກັນເປັນແຖວ ຢູ່​ທີ່ໂຮງ​ກັ່ນ​ທາດ​ຢູ​ເຣ​ນຽມ ນາທານຊ໌, ວັນທີ 11 ເມສາ 2021.

ສະຫະລັດ ແລະ ອິສຣາແອລ ກ່າວວ່າ ໂຄງການນິວເຄລຍຂອງ ອີຣ່ານ “ເປັນໄພຄຸກຄາມຮ້າຍແຮງຕໍ່ຂົງ​ເຂດ” ແລະໃຫ້ຄໍາໝັ້ນວ່າ ຈະປ້ອງກັນບໍ່ໃຫ້ອີຣ່ານ​ມີ​ອາວຸດນິວເຄລຍຢູ່​ໃນ​ຄວາມ​ຄອບ​ຄອງ ຫຼັງຈາກການປະຊຸມຢູ່ໃນ ອິສຣາແອລ ລະຫວ່າງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ທ່ານເຈັກ ຊູລລິວານ (Jake Sullivan) ແລະຄູ່ຕຳ​ແໜ່ງ​ຝ່າຍອິສຣາແອລຂອງທ່ານ ທ່ານອີຢາລ ຮູລາຕາ (Eyal Hulata).

ອີງຕາມຖະແຫຼງການ ທີ່ໄດ້ອອກເຜີຍແຜ່ໂດຍທໍານຽບຂາວໃນວັນພຸດວານນີ້ວ່າ ກ່າວ​ວ່າ “ຄະນະຜູ້ແທນໄດ້ປຶກສາຫາລືກັນເຖິງຄວາມຈໍາເປັນທີ່ຈະຕ້ອງປະເຊີນໜ້າກັບໄພຄຸກຄາມໃນຫຼາຍດ້ານຈາກອີຣ່ານ ເຊິ່ງລວມເຖິງໂຄງການນິວເຄລຍຂອງພວກເຂົາ, ການເຄື່ອນໄຫວເພື່ອ​ທຳ​ລາຍສະຖຽນລະພາບຢູ່ໃນຂົງເຂດ ແລະການສະໜັບສະໜຸນກຸ່ມກໍ່ການຮ້າຍທີ່​ເປັນໂຕແທນ.”

ຖະແຫຼງການຍັງໄດ້ເປີດເຜີຍຕື່ມອີກວ່າ “ທາງເຈົ້າໜ້າທີ່ຢືນຢັນວ່າ ສະຫະລັດ ແລະ ອິສຣາແອລ ແມ່ນມີຄວາມຕັ້ງໃຈທີ່ສອດຂ້ອງກັນ ໂດຍຈະເຮັດໃຫ້ໝັ້ນໃຈວ່າ ອີຣ່ານຈະບໍ່ມີອາວຸດນິວເຄລຍ​ໃນ​ຄວາມ​ຄອບ​ຄອງຢ່າງແນ່ນອນ.”

ທ່ານ ຊູລ​ລີວານ ຍັງໄດ້ບັນຍາຍສະຫຼຸບກັບທ່ານ ຮູລາຕາ ກ່ຽວກັບການເຈລະ ຈານິວເຄລຍ ທີ່ກໍາລັງດໍາເນີນການຢູ່ໃນນະຄອນຫຼວງວຽນນາ, ປະເທດອອສເຕຣຍ. ໂດຍມີເປົ້າໝາຍທີ່ຈະຟຶ້ນຟູຂໍ້ຕົກລົງນິວເຄລຍກັບອີຣ່ານປີ 2015 ຄືນ, ເຊິ່ງອະດີດປະທານາທິບໍດີ ​ດໍໂນລ ທຣໍາ ໄດ້ຖອນສະຫະລັດອອກຈາກຂໍ້ຕົກລົງດັ່ງກ່າວໃນປີ 2018.

ຂໍ້ຕົກລົງນີ້ ມີຈຸດມຸ້ງໝາຍເພື່ອລະງັບຄວາມທະເຍີທະຍານດ້ານນິວເຄລຍຂອງ ອີຣ່ານ ໂດຍ​ຫຼຸດ​ຜ່ອນການຂວໍ້າບາດທາງດ້ານເສດຖະກິດ ​ຕໍ່ປະເທດດັ່ງກ່າວ. ເຊິ່ງ ອີຣ່ານຢືນຢັນວ່າ ໂຄງການນິວເຄລຍຂອງຕົນນັ້ນ ມີຈຸດປະສົງໃນ​ທາງສັນຕິ.

ອິສຣາແອລ ໄດ້ຄັດຄ້ານຕໍ່​ການ​ຟື້ນ​ຟູ ຂໍ້ຕົກລົງດັ່ງກ່າວນີ້.

ຫຼັງຈາກການປະຊຸມ ເຈົ້າໜ້າທີ່ຂອງອິສຣາແອລໄດ້ເຕືອນວ່າ ຫາກການເຈລະ ຈາບໍ່ປະສົບຜົນສໍາເລັດ, ເຈຣູຊາແລັມສາມາດບຸກໂຈມຕີອີຣ່ານ ເພື່ອປ້ອງກັນປະເທດດັ່ງກ່າວນີ້ ຈາກການມີອາວຸດນິວເຄລຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG