ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະເທດໃນເຂດແມ່ນໍ້າຂອງ ກ່າວຮັບຮູ້ ວ່າ ສຫລ ໄດ້ເປັນຄູ່ຮ່ວມພັດທະນາ ທີ່ສໍາຄັນຫຼາຍຂຶ້ນ ສໍາລັບອະນຸພາກພື້ນນັ້ນ


ທ່ານ John Kerry (ຊ້າຍ), ອະດີດລັດຖະມົນຕີການຕ່າງປະເທດ ສະຫະລັດ ກັບອາຈານສອນປະຫວັດສາດຄົນນຶ່ງ ໃນມະຫາວິທະຍາໄລ Dartmouth ໃຊ້ແຜນທີ່ໃນຂະນະທີ່ພວກເພິ່ນຂີ່ເຮືອເລາະລຽບແມ່ນໍ້າຂອງໃນເຂດທົ່ງພຽງນໍ້າຂອງທາງພາກໃຕ້ຂອງຫວຽດນາມ, (ວັນທີ 14 ມັງກອນ 2017
ທ່ານ John Kerry (ຊ້າຍ), ອະດີດລັດຖະມົນຕີການຕ່າງປະເທດ ສະຫະລັດ ກັບອາຈານສອນປະຫວັດສາດຄົນນຶ່ງ ໃນມະຫາວິທະຍາໄລ Dartmouth ໃຊ້ແຜນທີ່ໃນຂະນະທີ່ພວກເພິ່ນຂີ່ເຮືອເລາະລຽບແມ່ນໍ້າຂອງໃນເຂດທົ່ງພຽງນໍ້າຂອງທາງພາກໃຕ້ຂອງຫວຽດນາມ, (ວັນທີ 14 ມັງກອນ 2017

ໂດຍຜ່ານໂຄງການຄູ່ຮ່ວມມືລະຫວ່າງເຂດແມ່ນໍ້າຂອງ ແລະສະຫະລັດ ຫລື Mekong-U.S. Partnership (MUSP) ສະຫະລັດໄດ້ພິສູດໃຫ້ເຫັນເຖິງ ຄວາມຜູກພັນຂອງຕົນກັບຂົງເຂດລຸ່ມແມ່ນໍ້າຂອງນັບມືເພີ້ມຂຶ້ນ. ທ່ານຫ້າ ກິ່ມ ງັອກ, ເອກອັກຄະລັດຖະທູດຫວຽດນາມປະຈໍາສະຫະລັດຜູ້ທີ່ເຫັນພ້ອມກັບທ່ານຈູມ ຊຸນຣີ, ເອກອັກຄະລັດຖະທູດກໍາປູເຈຍປະຈໍາສະຫະລັດເຊັ່ນກັນ, ໄດ້ກ່າວຮັບຮູ້ ການພົວພັນ ແລະຊົມເຊີຍການນໍາພາຂອງສະຫະລັດໂດຍຜ່ານກອງປະຊຸມທາງອອນລາຍກ່ຽວກັບການສະຫລຸບລາຍງານການເປີດ ເວທີສົນທະນາດ້ານນະໂຍບາຍເສັ້ນທາງ 1.5 ຂອງ MUSP ຫລື Launch of the Mekong–U.S. Partnership Track 1.5 Policy Dialogue Summary Report ທີ່ຈັດຂຶ້ນໃນ ວັນພຸດວານນີ້ວ່າ:

“ການປະກາດໂຄງການຄູ່ຮ່ວມມືລະຫວ່າງເຂດແມ່ນໍ້າຂອງແລະສະຫະລັດໃນປີກາຍນີ້ ເປັນຂີດໝາຍສໍາຄັນທີ່ສະແດງໃຫ້ເຫັນເຖິງການມີສ່ວນຮ່ວມ ແລະຄວາມເປັນຜູ້ນໍາທີ່ເຂັ້ມແຂງຂອງສະຫະລັດ. ນັບແຕ່ໂຄງການລິເລີ້ມລຸ່ມແມ່ນໍ້າຂອງໄປຫາໂຄງການຄູ່ຮ່ວມມືເຂດແມ່ນໍ້າຂອງ ແລະສະຫະລັດ, ສະຫະລັດແມ່ນໄດ້ກາຍເປັນຄູ່ຮ່ວມພັດທະນາທີ່ສໍາຄັນຫຼາຍຂຶ້ນ ສໍາລັບອະນຸພາກພື້ນແມ່ນໍ້າຂອງ, ພວກເຮົາຮູ້ສຶກເຖິງບຸນຄຸນຂອງສະຫະລັດສໍາລັບການປະກອບສ່ວນ ແລະການຊ່ວຍເຫຼືອທີ່ມອບໃຫແກ່ບັນດາປະເທດໃນເຂດແມ່ນໍ້າຂອງ ທີ່ເຫັນໄດ້ ນັບຕັ້ງແຕ່ປີ 2009, ເຊິ່ງມີຈຳນວນຫລາຍເຖິງ 4 ຕື້ 300 ລ້ານໂດລາມາຮອດປີ 2021 ນີ້ ແລະໄດ້ກວມເອົາຫຼາຍຂົງເຂດ, ລວມທັງການເຊື່ອມຕໍ່ເສດຖະກິດ, ພະລັງງານ, ຄວາມປອດໄພຂອງດິນຟ້າອາກາດ, ການພັດທະນາຊັບພະະຍາກອນມະນຸດໃຫ້ ເປັນທຶນ, ການຄຸ້ມຄອງແຫຼ່ງນໍ້າແລະຊັບພະຍາກອນທໍາມະຊາດຂ້າມຊາຍແດນ ແລະຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ໂດຍສະເພາະຢູ່ໃນຊ່ວງເວລາການຮ່ວມມືທີ່ມີຄວາມທ້າທາຍຈາກການລະບາດຂອງພະຍາດໂຄວິດ -19 ນີ້ໄດ້ຖືກຂະຫຍາຍໄປສູ່ຄວາມປອດໄພດ້ານສຸຂະພາບ. ພວກເຮົາຂອບໃຈສະຫະລັດທີ່ໄດ້ບໍລິຈາກຢາວັກຊີນ ຫຼາຍລ້ານໂດສທີ່ມີຄຸນຄ່າສູງໃຫ້ແກ່ທຸກປະເທດໃນເຂດແມ່ນໍ້າຂອງ.”

ສປປ ລາວ ກໍໄດ້ຫລິງເຫັນບົດບາດຂອງສະຫະລັດໃນການເປັນຄູ່ຮ່ວມມື ແລະປະກອບສ່ວນຊ່ວຍເຫລືອບັນດາປະເທດໃນຂົງເຂດນີ້ເຊັ່ນກັນ ດັ່ງທີ່ທ່ານບຸນທະນົງສັກ ຈັນທະລາດ, ຮອງເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະລັດ ກ່າວຢູ່ໃນກອງປະຊຸມອັນດຽວກັນນີ້ວ່າ:

“ໂດຍຕາງໜ້າແກ່ປະຊາຊົນ ແລະລັດຖະບານລາວ, ຂ້າພະເຈົ້າຂໍຖືໂອກາດນີ້ຂອບໃຈອາເມຣິກາ ສຳລັບການສະໜັບສະໜູນທາງດ້ານການເງິນ ແລະວິຊາ ການທີ່ໄດ້ສົ່ງຍື່ນໃຫ້ແກ່ບັນດາປະເທດໃນເຂດແມ່ນໍ້າຂອງລວມທັງ ສປປ ລາວ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໂຄງການຕ່າງໆ ພາຍໃຕ້ໂຄງການຄູ່ ຮ່ວມມືລະຫວ່າງແມ່ນໍ້າຂອງແລະສະຫະລັດ ເຊິ່ງຈະປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງບັນດາປະເທດແມ່ນໍ້າຂອງຕະຫລອດທັງ ສປປ ລາວ.”

ໂຄງການຄູ່ຮ່ວມມືລະຫວ່າງເຂດແມ່ນໍ້າຂອງ ແລະສະຫະລັດໄດ້ເລີ້ມສ້າງຕັ້ງຂຶ້ນ ໃນປີ 2020 ຊຶ່ງພາກສ່ວນທີ່ຂະຫຍາຍອອກມາຈາກໂຄງການລິເລີ້ມເຂດລຸ່ມແມ່ ນໍ້າຂອງ ຫລື Lower Mekong Initiative ແລະກ້າວໄປບັນລຸເປົ້າໝາຍຂອງ ໂຄງການລິເລີ້ມດັ່ງກ່າວ ໃນການສ້າງການຮ່ວມມືອະນຸພາກພື້ນທີ່ເຊື່ອມໂຍງເຂົ້າ ກັນລະຫວ່າງກໍາປູເຈຍ, ສປປ ລາວ, ມຽນມາ, ໄທ, ແລະຫວຽດນາມ, ໂດຍໄດ້ຮັບການສະໜັບສະໜູນຈາກສະຫະລັດ.

XS
SM
MD
LG