ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະເປີດ ການ​ເຈລະຈາ ເລື້ອງນິວເຄລຍ ໂດຍກົງ ກັບອີ​ຣ່ານ (ວີດີໂອ)


IRAN NUCLEAR VO
please wait
Embed

No media source currently available

0:00 0:00:30 0:00
ສະຫະລັດ ​ກຳ​ລັງ​ສົ່ງ ນັກການທູດ​ອະວຸ​ໂສ 2 ທ່ານ ​ໄປ​ຍັງ
ນະຄອນ Geneva ​ເພື່ອ​ເປີດການ​ເຈລະຈາໂດຍກົງແບບທີ່
ບໍ່ຄ່ອຍເຫັນກັນ​ ກັບປະ​ເທ​ດອີ​ຣ່ານ ກ່ຽວ​ກັບ​ເລື່ອງໂຄງການ​
Nuclear ທີ່ເປັນບັນຫາໂຕ້ ແຍ້ງຂອງເຕຫະຣ່ານນັ້ນ.

ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ທ່ານ William
Burns ​ແລະຜູ້ນຳພາໃນການເຈລະຈາກັບອີຣ່ານ ລັດຖະ
ມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຮັບຜິດຊອບ​
ດ້ານການ​ເມືອງ ທ່ານ​ນາງ Wendy Sherman ຈະ​ພົບ​ປະ​ກັບ​ບັນດາ​ເຈົ້າໜ້າ​ທີ່​ຂອງ​ອີຣ່ານ​ ໃນວັນ​ຈັນ ​ແລະ ວັນ​ອັງຄານ ທີ່​ຈະ​ມາ​ເຖິງ​ນີ້.

ທ່ານ Abbas Araqchi ຊຶ່ງ​ຫົວໜ້າຄະນະ​ເຈລະຈາ​ຂອງ​ອີຣ່ານ ກ່າວ​ໃນການໃຫ້ສຳພາດ
ທາງ​ໂທລະສັບ ຕໍ່ໂທລະພາບຂອງ​ອີຣ່ານ​ ໃນວັນ​ອາທິດ​ມື້​ນີ້​ວ່າ ກອງ​ປະຊຸມກັບ​ບັນດາ​
ເຈົ້າໜ້າ​ທີ່​ສະຫະລັດໃນ​ວັນ​ຈັນນີ້ ຈະ​ມີ​ຜູ້​ແທນຂັ້ນສູງ​ຂອງ​ສະຫະພາບ​ຢູ​ໂຣບ ຮັບຜິດຊອບ​
ດ້ານ​ນະ​ໂຍບາຍ​ຕ່າງປະ​ເທດ ທ່ານນາງ Helga Schmidt ​ເຂົ້າຮ່ວມ​ດ້ວຍ. ທ່ານ​ກ່າວ​
ຕື່ມ​ວ່າ ການ​ເຈ​ລະ​ຈາ​ຈະ​ລວມ​ເຖິງ​ ການ​ລົງ​ໂທດ​ຕ່າງໆ ​ຕໍ່ໂຄງການນິວ​ເຄລຍຂອງອີຣ່ານ
ໂດຍປະເທດຕາເວັນຕົກນັ້ນ.

ການ​ເຈ​ລະ​ຈານາໆ​ຊາດກ່ຽວ​ກັບ​ນິວ​ເຄລຍ​ ລະຫວ່າງອີຣ່ານ ​ແລະກຸ່ມ 6 ປະ​ເທດ​ມະຫາ​ອຳນາດ​ຂອງ​ໂລກ ທີ່​ຮູ້​ກັນ​ຄື P5+1 ນັ້ນ ມີກຳນົດ ຈະເລີ້ມຄືນອີກ ໃນວັນ​ທີ 16 ມິ​ຖຸນານີ້.
ກຸ່ມ P5+1 ​ແມ່ນປະກອບດ້ວຍ ສະມາ​ຊິກ​ຖາວອນ​ 5 ປະເທດຂອງສະພາ​ຄວາມ​ໝັ້ນຄົງ​
ສະຫະ​ປະຊາ​ຊາດ ຊຶ່ງ​ປະກອບດ້ວຍ ສະຫະ​ລັດ​ ຣັດ​ເຊຍ ຈີນ ອັງກິດ ​ແລະ ຝຣັ່ງ ບວກ​ກັບ ​ເຢຍຣະ​ມັນ.

ການ​ເຈລະຈາຮອບຫຼ້າສຸດ​ ໃນ​ເດືອນ​ແລ້ວ​ນີ້ ​ໄດ້​ປະສົບກັບ​ບັນຫາຫຼາຍຢ່າງ ຊຶ່ງ​ເຮັດໃຫ້
ການເຈ​ລາ​ຈາ​ຄັ້ງຈະມານີ້ ເປັນການດຳເນີນຄວາມພະຍາຍາມເພີ້ມຕື່ມ ເພື່ອຊອກຫາ
ຄຳຕອບ ແລະ ແກ້ໄຂຄວາມເຫັນທີ່ຍັງມີ ການຂັດແຍ້ງກັນຢູ່ນັ້ນ.

ກຸ່ມ​ນາໆ​ຊາດ​ດັ່ງກ່າວ ​ໄດ້ບັນລຸຂໍ້​ຕົກລົງ​ເບື້ອງ​ຕົ້ນກັບ​ອີຣ່ານ ​ໃນ​ເດືອນ​ພະຈິກ ປີ​ກາຍ​ນີ້ ທີ່ຈຳກັດໂຄງການກັ່ນທາດ uranium ຂອງອີຣ່ານ ​ເພື່ອ​ແລກປ່ຽນ​ກັບ​ການ​ຜ່ອນຜັນ​ໃນການລົງ​ໂທດ​ຕ່າ​ງໆ.

ເຈົ້າໜ້າທີ່ຫວັງວ່າ ຈະບັນລຸການຕົກລົງກັນຂັ້ນສຸດທ້າຍ ໃນວັນທີ 20 ກໍລະກົດ ຈະມາເຖິງນີ້.

ສະຫະລັດ ແລະບັນດາປະເທດມະຫາອຳນາດຕາເວັນຕົກອື່ນໆ ໄດ້ກ່າວຫາອີຣ່ານມາເປັນ
ເວລາດົນນານແລ້ວວ່າ ພະຍາຍາມສ້າງອາວຸດນິວເຄລຍ ແຕ່ອີຣ່ານຢືນຢັດວ່າ ໂຄງການ
ນິວເຄລຍຂອງຕົນມີຈຸດປະສົງ ໃນທາງສັນຕິ.
XS
SM
MD
LG