ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະອີຣ່ານ ເຫັນວ່າ ການເຈລະຈາທາງອ້ອມ ເປັນການພົບປະທີ່ມີລັກສະນະສ້າງສັນ


ຮອງເລຂາທິການນໃຫຍ່ຂອງ EEAS, ທ່ານ Enrique Mora ແລະຮອງລັດຖະມົນຕີກະຊວງການຕ່າງປະເທດອີຣ່ານ, ທ່ານ Abbas Araghchi ລໍຖ້າໃຫ້ກອງປະຊຸມຂອງຄະນະກໍາມະການຮ່ວມ JCPOA ຢູ່ນະຄອນ Vienna ໄຂຂຶ້ນໃນວັນທີ 6 ເມສາ 2021 (ພາບໂດຍ EU Delegation in Vienna/via Reuters)
ຮອງເລຂາທິການນໃຫຍ່ຂອງ EEAS, ທ່ານ Enrique Mora ແລະຮອງລັດຖະມົນຕີກະຊວງການຕ່າງປະເທດອີຣ່ານ, ທ່ານ Abbas Araghchi ລໍຖ້າໃຫ້ກອງປະຊຸມຂອງຄະນະກໍາມະການຮ່ວມ JCPOA ຢູ່ນະຄອນ Vienna ໄຂຂຶ້ນໃນວັນທີ 6 ເມສາ 2021 (ພາບໂດຍ EU Delegation in Vienna/via Reuters)

ເຈົ້າໜ້າທີ່ສະຫະລັດແລະອີຣ່ານກຳລັງເອີ້ນການເຈລະຈາກັນ ໃນນະຄອນວຽນນານັ້ນວ່າ ມີປະສິດທິຜົນຂະນະທີ່ທັງສອງຝ່າຍ ແລະຜູ້ລົງນາມອື່ນໆຢູ່ໃນຂໍ້ຕົກ ລົງປີ 2015 ກ່ຽວກັບໂຄງການນິວເຄຼຍຂອງອີຣ່ານ ກໍາລັງເຮັດວຽກເພື່ອຟື້ນຟູຂໍ້ຕົກລົງດັ່ງກ່າວ.

ໂຄສົກກະຊວງການຕ່າງປະເທດສະຫະລັດ, ທ່ານ ເນດ ໄພຣສ໌ (Ned Price) ກ່າວວ່າ ບໍ່ຄາດວ່າຈະມີການເຈລະຈາໂດຍກົງ ໃນເວລານີ້, ແຕ່ສະຫະລັດແມ່ນ “ເປີດໂອກາດໄວ້ໃຫ້ ການເຮັດແນວນັ້ນ ເພາະວ່າພວກເຮົາເປີດປະຕູໃຫ້ໃຊ້ວິທີການທາງການທູດ.”

ທ່ານກ່າວວ່າ ກອງປະຊຸມຕ່າງໆ ທີ່ນະຄອນວຽນນາ “ແມ່ນບາດກ້າວທີ່ມີປະໂຫຍດຫລາຍເທົ່າທີ່ພວກເຮົາຊອກຫາທາງເພື່ອກຳນົດວ່າ ແມ່ນຫຍັງທີ່ຊາວອີຣ່ານໄດ້ກຽມພ້ອມຈະເຮັດ ເພື່ອຈະກັບຄືນໄປສູ່ການປະຕິບັດຕາມ” ຂໍ້ຕົກລົງທີ່ຈຳກັດໂຄງການນິວເຄຼຍຂອງອີຣ່ານ ເພື່ອເປັນການແລກປ່ຽນການຜ່ອນຜັນການຖືກລົງໂທດນັ້ນໄດ້.

ສະຫະລັດໄດ້ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວໃນປີ 2018 ພາຍໃຕ້ປະທາ ນາທິບໍດີ ດໍໂນລ ທຣຳ ໃນສະໄໝນັ້ນ ຊຶ່ງເປັນການກະທຳທີ່ລວມທັງການລົງ ໂທດດ້ານເສດຖະກິດຕໍ່ອີຣານ.

ເພື່ອເປັນການຕອບກັບ, ອີຣ່ານໄດ້ເລີ່ມບໍ່ປະຕິບັດຕາມຄຳໝັ້ນໝາຍຂອງຕົນໃນຂະນະທີ່ປະເທດດັ່ງກ່າວ ສະແຫວງຫາທາງຖືກປົດເປື້ອງອອກຈາກການລົງໂທດ, ລວມທັງການເກັບສະສົມທາດຢູເຣນຽມ ທີ່ໄດ້ຮັບການກັ່ນແລ້ວ ໄວ້ຫຼາຍກວ່າເກົ່າແລະກໍກັ່ນວັດຖຸດິບດັ່ງກ່າວໃຫ້ມີລະດັບສູງກວ່າເກົ່າ. ທັງສອງຝ່າຍໄດ້ສະແດງອອກເຖິງຄວາມຍິນດີທີ່ຈະກັບຄືນໄປສູ່ການປະຕິບັດຕາມຂໍ້ຕົກລົງຢ່າງເຕັມທີ່, ແຕ່ບໍ່ມີຄວາມປາຖະໜາທີ່ຈະເປັນຜູ້ເອົາບາດກ້າວທຳອິດ.

ຮອງລັດຖະມົນຕີຕ່າງປະເທດອີຣ່ານ, ທ່ານ ແອບບາສ ອາແຣກຄີ (Abbas Araghchi) ກ່າວວ່າ ການເປີດການເຈລະຈາໃນວັນອັງຄານຜ່ານມາ ແມ່ນ "ການພົບປະທີ່ມີລັກສະນະສ້າງສັນ."

ປະທານາທິບໍດີອີຣ່ານ, ທ່ານຮາຊຊານ ຣູຮານີ (Hassan Rouhani) ກ່າວຕື່ມ ຢູ່ໃນກອງປະຊຸມຄະນະລັດຖະມົນຕີ ໃນວັນພຸດວານນີ້ວ່າ ການເຈລະຈາດັ່ງກ່າວແມ່ນເປັນ “ພາກໃໝ່” ແລະເວົ້າວ່າທຸກຝ່າຍທີ່ກ່ຽວຂ້ອງລ້ວນແຕ່ຮັບຮູ້ວ່າ ຂໍ້ຕົກ ລົງດັ່ງກ່າວ ເຊິ່ງເອີ້ນວ່າແຜນການປະຕິບັດງານຮ່ວມກັນຢ່າງຮອບດ້ານ ແມ່ນວິທີທາງດຽວເທົ່ານັ້ນ ທີ່ຈະກ້າວໄປຂ້າງໜ້າໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG