ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າ ຕິຕຽນ ການບໍລິຫານງານ ຂອງ BBG ທີ່ກໍາກັບນໍາ ການກະຈາຍສຽງ ສຫລ (ວີດິໂອ)


Congressional Panel Criticizes Management of US International Broadcasting
please wait

No media source currently available

0:00 0:02:49 0:00
ລິງໂດຍກົງ

ເບິ່ງວີດິໂອ ລາຍງານນີ້ ເປັນພາສາອັງກິດ.

​ເມື່ອ​ວັນ​ພຸ​ດອາທິດ​ຜ່ານ​ມາ​ນີ້ ອະດີດ​ຜູ້​ນໍາ​ຄົນ​ນຶ່ງ​ຂອງ​ອົງການ​
ກະຈາຍສຽງ​ ລະຫວ່າງ​ຊາດ​ສະຫະລັດ ​ໄດ້​ຮຽກຮ້ອງ​ລັດຖະສະ
ພາ​ສະ​ຫະລັດ ໃຫ້​ຈັດແຈງອົງການ​ການ​ຂ່າວ​ດັ່ງກ່າວ​ຄືນ​ໃໝ່
​ເພື່ອ​ໃຫ້​ໜ່ວຍ​ຂ່າວ​ຕ່າງ​ໆ​ທີ່ຢູ່​ພາຍ​ໃຕ້ອົງການ​ນີ້ ປະຕິບັດ​ງານ
ຕາມ​ຫລັກ​ຊີ້​ນໍາ​ຂອງ​ນະ​ໂຍບາຍ​ຕ່າງປະ​ເທດຂອງສະຫະລັດ.
ຂໍ້​ສະ​ເໜີ​ດັ່ງກ່າວ​ນີ້​ມີຂຶ້ນ ​ໃນ​ລະຫວ່າງ​ການ​ຮັບ​ຟັງ​ຄໍາ​ໃຫ້​ຂອງ​
ຄະນະ​ກໍາມະການ​ກິດຈະການ​ຕ່າງປະ​ເທດ​ ຂອງ​ສະພາ​ຕໍ່າ​
ສະຫະລັດ ທີ່​ຕ້ອງ​ຕິ​ ການບໍລິຫານຂອງຄະນະ​ກໍາມະການ​ຄຸ້ມ
​ຄອງການກະຈາຍສຽງ ຂອງ​ສະຫະລັດ ຫລື Broadcasting
Board ofGovernors ​ເອີ້ນ​ຫຍໍ້​ວ່າ BBG ຊຶ່ງເປັນ​ອົງການ​ທີ່
​ກໍາ​ກັບ​ດູ​ແລວິທະຍຸ​ສຽງ​ອາ​ເມ​ຣິກາ ຫຼື ວີ​ໂອ​ເອ ​ແລະ​ສື່ອື່ນ​ໆ​ອີກ.
Cindy Saine ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ຈາກລັດຖະ​ສະພາ
ສະຫະລັດຊຶ່ງ​ທອງ​ປານ ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນ​
ດັບ​ຕໍ່​ໄປ.

ລິງໂດຍກົງ

ວິທະຍຸ​ສຽງ​ອາ​ເມ​ຣິກາ ຫຼື ວີ​ໂອ​ເອ ກໍ​ເປັນນຶ່ງ​ໃນ​ໜ່ວຍ​ກະຈາຍສຽງ​ລະຫວ່າງ​ຊາດ​ສະຫະ
ລັດ ທີ່​ຢູ່​ໃຕ້​ການ​ກໍາກັບ​ດູ​ແລຂອງຄະນະ​ກໍາມະການ​ຄຸ້ມ​ຄອງການກະຈາຍສຽງຂອງ​ສະ
ຫະລັດ ຫຼື BBG ຊຶ່ງ​ໄດ້​ຕົກ​ຢູ່ພາຍ​ໃຕ້​ການເພ່ງ​ເລັງ​ແລະ​ຖືກ​ຕໍາໜິຕິຕຽນຢ່າງໃຫຍ່ ຈາກ​
ລັດຖະສະພາ.

​ໃນ​ເດືອນມັງກອນ​ປີ​ນີ້ ທ່ານ​ນາງ Hillary Clinton ຊຶ່ງ​ເປັນ​ລັດຖະມົນຕີ​ຕ່າງປະ​ເທດ​ໃນ​ເວລາ​ນັ້ນ ​ໄດ້​ບອກ​ຄະນະ​ກໍາມະການລັດຖະສະພາ​ ທີ່​ຮັບ​ຟັງ​ຄໍາ​ໃຫ້ການ ກ່ຽວ​ກັບ​ເຫດ ການໂຈມ​ຕີ​ສະຖານກົງສູນ​ຂອງ​ສະຫະລັດໃນ​ເມືອງ Benghazi ປະເທດລີເບຍ ວ່າ ຄະ ນະ​ກໍາມະການ​ຄຸ້ມ​ຄອງການ ກະຈາຍສຽງຂອງ​ສະຫະລັດ ຫຼື BBG ນັ້ນ ​ເປັນ​ອົງການ​ທີ່​ເຮັດ​ວຽກ​ບໍ່​ໄດ້ ໝົດປະສິດ​ທິພາບ​ແລ້ວ ​ແລະກໍເທົ່າ​ກັບ​ວ່າ​ ​ໝົດ​ອາຍຸ​ໃຊ້​ການ​ບໍ່​ໄດ້ແລ້ວ ນັ້ນ​ເອງ.

​ເມື່ອ​ວັນ​ພຸດ​ອາທິດ​ຜ່ານ​ມາ ທ່ານ Ed Royce ປະທານຄະນະ​ກໍາມະການ​ກິດ​ຈະ​ການ​
ຕ່າງປະ​ເທດ​ຂອງສະພາ​ຕໍ່າ ສັງກັດ​ພັກຣີພັບ​ບລິ​ກັນ ​ເວົ້າ​ວ່າ ບັນຫາ​ບໍ່​ແມ່ນ​ເປັນນໍາ
ພວກ​ນັກ​ຂ່າວ​ທີ່​ເຮັດວຽກ​ໃຫ້​ວີ​ໂອ​ເອ ແລະ​ໜ່ວຍ​ກະຈາຍສຽງ​ອື່ນໆ.

ທ່ານ Edward ​ເ​ວົ້າວ່າ: ​ແຕ່ລະ​ໜ່ວຍ​ກະຈາຍສຽງ​ເຫຼົ່ານັ້ນ ​ແມ່ນ​ເຕັມໄປ​ດ້ວຍ
ພວກນັກ​ຂ່າວທີ່
ມີ​ຄວາມ​ສາມາດໃນ​ການ​ນໍາ​ສະ​ເໜີ​ຂ່າວ ຜູ້​ທີ່ຍອມ​ສ່ຽງ​ຊີວິດ​ເພື່ອວຽກ​ງານ​ທີ່​ພວກ​ເຂົາ​ເຈົ້າ​ເຮັດ.

​ແຕ່ໜ້າ​ທີ່​ວຽກ​ງານຂອງ​ພວກ​ນັກ​ຂ່າວເຫຼົ່ານັ້ນ ​ແມ່ນ​ໄດ້​ຖືກເຮັດ​ໃຫ້​ຍາກ ລໍາບາກຫຼາຍ ຂຶ້ນ ອິງຕາມ​ທ່ານ Royce ​ແລະເຈົ້າໜ້າ​ທີ່​ອື່ນ​ໆ​ຢູ່​ໃນ​ກອງ​ປະຊຸມຮັບ​ຟັງ​ຄໍາ​ໃຫ້ການດັ່ງ ກ່າວ​ ຍ້ອນ​ວ່າພາລະກິດ​ໂດ​ຍລວມຂອງ​ຄະນະ BBG ​ນັ້ນ ​ແມ່ນ​ບໍ່​ແຈ້ງ​ຂາວ​ ໃນ​ສະໄໝ ຫລັງ​ສົງຄາມ​ເຢັນນີ້.

ທ່ານ James Glassman ອະດີດ​ປະທານ BBG ​ເວົ້າ​ວ່າ ການ​ແກ້​ໄຂ​ບັນຫາ ກໍ​ແມ່ນ
ໃຫ້ຍຸບ​ສະ​ຖານະພາບທີ່​ເປັນ​ເອກະລາດຂອງ BBG ນັ້ນ ເສຍ ​ແລະ​ຍ້າຍໃຫ້​ມາ​ຂຶ້ນກັບ​ກະຊວງ​ການຕ່າງປະ​ເທດ​ສະຫະລັດ.

ທ່ານ Glassman ​ເ​ວົ້າວ່າ: “ມັນ​ຄວນ​ຈະເຮັດ​ໃຫ້​ເປັນ​ທີ່​ແຈ້ງ​ຂາວ​ແກ່ ໜ່ວຍ​ກະ ຈາຍສຽງ​ທັງຫຼາຍ ວ່າ​ເຂົາ​ເຈົ້າ​ເປັນ​ພາກສ່ວນ​ນຶ່ງ​ຂອງລັດຖະບານ ​ແລະ​ເປັນ
ສ່ວນ​ນຶ່ງ​ຂອງທີ​ມງານ​ນະ​ໂຍບາຍຕ່າງປະ​ເທດ​ຂອງສະຫະລັດ ຊຶ່ງນີ້​ບໍ່​ໄດ້​ໝາຍ​
ຄວາມເຖິງ​
ແຕ່​ພຽງໃຫ້ປະຕິບັດ​ງານ​ໃນ​ລັກສະນະ​ທີ່​ສອດຄ່ອງ​ກັບ​ວັດຖຸ​ປະສົງ​
ຂອງ​ນະ​ໂຍບານ​ຕ່າງປະ​ເທດຂອງ​ສະຫະລັດ​
ຕາມ​ທີ່ລະ​ບຸໄວ້​ຢູ່​ໃນກົດໝາຍ
ເທົ່ານັ້ນ ​ແຕ່​ກົງກັນຂ້າມ ຕ້ອງປະຕິບັດ​ຕາມ​ຫຼັກຊີ້​ນໍາ​ດ້ານຍຸ​ທະ​ສາດ​ໂຕ​ຈິງ

ກົດໝາຍ​ລະບຸ​ວ່າ ບັນດາ​ນັກ​ຂ່າວ​ຂອງວີໂອ​ເອ ​ຕ້ອງ​ສະໜອງ​ຂ່າວ​ທີ່​ຖືກຕ້ອງ ກົງ​ໄປ​ກົງ​ມາ ​ແລະ​ຄົບ​ຖ້ວນ​ສົມບູນ ​ແລະ​ນໍາ​ສະ​ເໜີ​ນະ​ໂຍບາຍ​ຕ່າງໆຂອງສະຫະລັດ​ຢ່າງ​ຊັດເຈນ ​
ແລະຢ່າງ​ໄດ້​ຜົນ.

ແຕ່ ທ່ານ Jeff Hirschberg ອະດີດສະມາຊິກຄົນ​ນຶ່ງຂອງ​ຄະນະກໍາມະການ​ BBG
ບອກຄະນະກໍາມະການລັດຖະສະພາວ່າ ການທີ່ຈະເອົາ ວີໂອເອ ແລະໜ່ວຍກະຈາຍ
ສຽງອື່ນໆໄປຢູ່ພາຍໃຕ້ກະຊວງຕ່າງປະເທດ ນັ້ນ ແມ່ນຈະທໍາລາຍຄວາມເຊື່ອຖືທີ່ໄດ້
ສ້າງຕັ້ງກັນຂຶ້ນມາ ຕະຫຼອດໄລຍະ ຫຼາຍສິບປີຜ່ານມາ.

ທ່ານ Hirschberg ເວົ້າວ່າ: “ສິ່ງສໍາຄັນທີ່ສຸດ ທີ່ພາ​ໃຫ້ອົງການກະຈາຍສຽງລະ ຫວ່າງຊາດສະຫະລັດ ໄດ້ຮັບຄວາມນິຍົມໃນທົ່ວໂລກ ກໍ​ຄື ຄວາມເຊື່ອຖື​ໄດ້.”

BBG ​ໄດ້​ອອກຖະແຫຼງການສະບັບນຶ່ງ ເວົ້າວ່າ ຄະນະກໍາມະການ BBG ຊຸດປັດຈຸບັນ
ກໍາລັງປະຕິບັດງານເພື່ອຊອກຫາຊ່ອງທາງແກ້ໄຂບັນຫາໂຄງສ້າງຂອງອົງການຢູ່ ​ໂດ​ຍ
ມີວັດຖຸປະສົງເພື່ອສະໜອງການສະໜັບສະໜຸນທີ່ດີທີ່ສຸດ ​ໃຫ້​ແກ່ພວກນັກຂ່າວຂອງ ຕົນຢູ່ໃນທົ່ວໂລກ.

ສະມາຊິກລັດຖ​ະສະພາບາງຄົນເວົ້າວ່າ ອົງການກະຈາຍສຽງສາກົນອື່ນໆ ເຊັ່ນ al-
Jazeera ຂອງ​ອາຣັບ ​ແລະ CCTV ຂອງ​ຈີນນັ້ນ ແມ່ນດໍາເນີນງານພາຍ​ໃຕ້ງົບປະມານ ​
ທີ່​ມີ​ຈໍ​ານວນ​ຫຼວງຫຼາຍກວ່າຂອງ​ສະຫະລັດ ຕັ້ງຫຼາຍເທົ່າ ແລະຮຽກຮ້ອງໃຫ້ເພີ່ມງົບ
ປະມານຂຶ້ນອີກ ສໍາລັບວີ​ໂອ​ເອ ຫຼືວິທະຍຸສຽງອາເມຣິກາ ແລະອົງການກະຈາຍສຽງ
ອື່ນໆ ເພື່ອຊ່ວຍໃຫ້ພວກເຂົາເຈົ້າສາມາດແຂ່ງຂັນໄດ້ດີຂຶ້ນ ໃນເວທີສາກົນ.
XS
SM
MD
LG