ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການສືບລັບ ສະຫະລັດ ເຕືອນວ່າ ຈີນ ແລະ ຣັດເຊຍ ມຸ້ງໝັ້ນທີ່ຈະ ບັນທອນອິດທິພົນຂອງ ວໍຊິງຕັນ


ເຈົ້າໜ້າທີ່ຕຳຫຼວດໃນຊຸດທະຫານ ຢືນຍາມຢູ່ໃກ້ໆຫໍປະຊາຊົນທີ່ຍິ່ງໃຫຍ່ ຫຼື Great Hall of the People ຂອງຈີນ ກ່ອນໜ້າການເປີດກອງປະຊຸມ ສະພາແຫ່ງຂອງປະຊາຊົນ (NPC) ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 5 ມີນາ 2021.
ເຈົ້າໜ້າທີ່ຕຳຫຼວດໃນຊຸດທະຫານ ຢືນຍາມຢູ່ໃກ້ໆຫໍປະຊາຊົນທີ່ຍິ່ງໃຫຍ່ ຫຼື Great Hall of the People ຂອງຈີນ ກ່ອນໜ້າການເປີດກອງປະຊຸມ ສະພາແຫ່ງຂອງປະຊາຊົນ (NPC) ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 5 ມີນາ 2021.

ການລະບາດຂອງໄວຣັສໂຄໂຣນາໃນທົ່ວໂລກ ກໍໄດ້ຢຸດຢັ້ງພວກທີ່ເປັນຄູ່ປໍລະປັກກັນໄດ້ແຕ່ພຽງເລັກນ້ອຍ ໂດຍສະເພາະແມ່ນຈີນ ຈາກການແນເປົ້າໝາຍໃສ່ສະຫະລັດ ແລະກໍໄດ້ຮັບປະໂຫຍດຍ້ອນຜົນເສຍຫາຍຂອງປະເທດດັ່ງກ່າວ ອີງຕາມການປະເມີນຜົນຂອງໜ່ວຍງານສືບລັບສະຫະລັດ ທີ່ຫາກໍໄດ້ຖືກເປີດເຜີຍ ອອກໃໝ່ໆມານີ້.

ສຳນັກງານຜູ້ອຳນວຍການຂອງກົມສືບລັບແຫ່ງຊາດ ຫຼື ODNI ໄດ້ອອກບົດລາຍງານທີ່ມີ 27 ໜ້າ ທີ່ໄດ້ຖືກປ່ຽນຈາກທີ່ເປັນເອກະສານລັບໃຫ້ເປັນເອກະສານທີ່ເປີດເຜີຍໄດ້ ໃນວັນອັງຄານວານນີ້ ນຶ່ງວັນກ່ອນໜ້າ ບັນດາເຈົ້າໜ້າທີ່ສືບລັບຂັ້ນສູງຂອງສະຫະລັດຮອດກຳນົດທີ່ຈະໄປໃຫ້ການຕໍ່ໜ້າບັນດາສະມາຊິກສະພາ ກ່ຽວກັບເລື້ອງໄພຂົ່ມຂູ່ທີ່ຮີບດ່ວນທີ່ສຸດໃນໄລຍະປີຂ້າງໜ້ານີ້.

ບົດລາຍງານນີ້ ໄດ້ກ່າວວ່າ ປັກກິ່ງ “ຈະສືບຕໍ່ການດໍາເນີນຄວາມພະຍາຍາມຂອງທຸກພາກສ່ວນຂອງລັດຖະບານຕົນ ເພື່ອຂະຫຍາຍອິດທິພົນຂອງຈີນ, ຫລຸດຄວາມສຳຄັນຂອງສະຫະລັດລົງ, ສ້າງຄວາມແຕກແຍກລະຫວ່າງວໍຊິງຕັນກັບບັນດາພັນທະມິດ ແລະຄູ່ພາຄີຂອງປະເທດນັ້ນ, ແລະເສີມສ້າງບັນທັດຖານໃໝ່ສາກົນໃໝ່ທີ່ສະໜັບສະໜຸນລະບົບຜະເດັດການຂອງຈີນ.”

ການວິເຄາະ ຊຶ່ງເປັນບົດສະຫລຸບຂອງອົງການສືບລັບສະຫະລັດທັງໝົດ 18 ອົງການ ໄດ້ເຕື່ອນຕື່ມອີກວ່າ ຜູ້ນຳຂອງຈີນມີທັດສະນະວ່າ ການແຂ່ງຂັນກັບວໍຊິງຕັນກຳລັງຈະທະວີຂຶ້ນ ໂດຍເປັນສ່ວນນຶ່ງຂອງ “ການຫັນປ່ຽນທາງດ້ານພູມສາດການເມືອງ” ແລະຍິນດີທີ່ຈະຮັບເອົາຍຸດທະສາດທີ່ໜັກແໜ້ນຫຼາຍຂຶ້ນກວ່າເກົ່າເພື່ອໃຫ້ໄດ້ມາຖານະທີ່ເຂັ້ມແຂງກວ່າ.

ຄວາມແຂງກ້າດັ່ງກ່າວນັ້ນ ອີງຕາມບັນດາເຈົ້າໜ້າທີ່ແລ້ວ ແມ່ນລວມເຖິງການສະແຫວງຫາຖານທີ່ໝັ້ນດ້ານທະຫານຕື່ມອີກຢູ່ໃນທົ່ວໂລກ ແລະການເຂົ້າເຖິງຂໍ້ຕົກລົງຕ່າງໆ “ເພື່ອເພີ້ມຄວາມສາມາດທີ່ຈະຂະຫຍາຍອຳນາດຂອງຕົນອອກໄປ.”

ມັນຍັງກ່ຽວຂ້ອງກັບການສະສົມອາວຸດທີ່ມີຫຼາຍຂຶ້ນນັບມື້.

“ຈີນກໍາລັງກໍ່ສ້າງກອງກໍາລັງລູກສອນໄຟນິວເຄລຍທີ່ໃຫຍ່ກວ່າເກົ່າແລະມີສັກກະຍະພາບຫຼາຍຂຶ້ນເລື້ອຍໆ ທີ່ວ່າຈະສາມາດເລັດລອດໄປໄດ້ຫຼາຍຂຶ້ນ, ມີຫຼາກຫຼາຍປະເພດ ແລະຈະຢູ່ໃນທ່າທີກຽມພ້ອມສູງສຸດ” ດັ່ງທີ່ລາຍງານໄດ້ກ່າວໄປນັ້ນ ຊຶ່ງເປັນການເຕືອນວ່າ ປັກກິ່ງພະຍາຍາມຮັບປະກັນວ່າ ຕົນສາມາດຕອບໂຕ້ຄືນໄດ້ຕໍ່ການໂຈມຕີຂອງນິວເຄລຍ ດ້ວຍລູກສອນໄຟນິວເຄລຍຂອງຕົນເອງນັ້ນ.

ບັນດານັກວິເຄາະດ້ານສືບລັບຂອງສະຫະລັດ ຄາດໝາຍຕື່ມອີກວ່າ ຈີນຈະໄປມີໜ້າຢູ່ໃນອະວະກາດ ດ້ວຍສະຖານີອະວະກາດທີ່ປະຕິບັດງານຢູ່ໃນຊັ້ນບັນຍາ ກາດຕ່ຳຂອງໂລກ ພາຍໃນໄລຍະສາມປີຂ້າງໜ້ານີ້ ແລະຍັງຈະເປັນໄພຂົ່ມຂູ່ໃນທາງອິນເຕີແນັດ ຫລື ໄຊເບີນຳອີກດ້ວຍ ບ່ອນທີ່ມັນໄດ້ສະແດງໃຫ້ເຫັນແລ້ວເຖິງຄວາມສາມາດທີ່ຈະກໍ່ໃຫ້ເກີດ “ການລົບກວນຊົ່ວຄາວພາຍໃນທ້ອງຖິ່ນຕໍ່ພື້ນຖານໂຄງລ່າງທີ່ສຳຄັນໆ ຢູ່ໃນສະຫະລັດ.”

ເຖິງຢ່າງນັ້ນກໍຕາມ ບັນດານັກວິເຄາະດ້ານສືບລັບຂອງສະຫະລັດ ເຊື່ອວ່າ ຈະມີໂອກາດສຳລັບວໍຊິງຕັນແລະປັກກິ່ງທີ່ຈະເຮັດວຽກຮ່ວມກັນໄດ້ຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG