ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ສືບລັບກ່າວວ່າ ໂຄງການສອດແນມ ໄດ້ຊ່ວຍປ້ອງກັນ ການກໍ່ການຮ້າຍ (ວີດິໂອ)


ບັນດາ​ເຈົ້າໜ້າ​ທີ່​ສືບ​ລັບ​ສະຫະ​ລັດ​ເວົ້າ​ວ່າ ​ໂຄງການ​ສອດ​ແນມ​ຕ່າງໆ​ຂອງ ລັດຖະບານ​ທີ່​ກາຍ​ເປັນ​ຂໍ້​ໂຕ້​ແຍ້​ງກັນ​ນັ້ນ ​ແມ່ນ​ໄດ້​ຂັດຂວາງ​ຕໍ່​ແຜນການ​ກໍ່ ການຮ້າຍຫຼາຍສິບ​ແຜນ ການ​ໃນ​ສະຫະລັດ ​ແລະ​ໃນຫຼາຍກວ່າ 20 ປະ​ເທດ​ໃນ​ທົ່ວ​ໂລກ.

ອົງການ​ສືບ​ລັບ​ຕ່າງໆ​ຂອງ​ສະຫະລັດ ​ໄດ້​ນໍາ​ອອກ​ເຜີຍ​ແຜ່​ເອກ​ກະສາ​ນທີ່ ຖືກ​ຈັດ​ບໍ່​ໃຫ້ ເປັນຄວາມ​ລັບຕໍ່​ໄປ​ອີກ ​ເມື່ອ​ວັນ​ເສົາ​ວານ​ນີ້ ເພື່ອ​ສະແດງ​ໃຫ້​ເຫັນ​ປະສິດທິພາບ​ຂອງໂຄງການ​ສອດ​ແນມ​ຕ່າງໆ ຫຼັງຈາກ​ສະມາຊິກ​ສະພາຮ້ອງ​ຂໍ​ເອົາ​ຂໍ້​ມູນ​ເພີ່ມ​ຕື່ມ ​ກ່ຽວກັບ ໂຄງການ​ເຫຼົ່ານັ້ນ​.

ລາຍ​ງານ​ເວົ້າ​ວ່າ ໃນ​ຈໍານວນ​ບັນທຶກສຽງ​ໂທລະສັບ​ຢູ່​ໃນສະຫະລັດ​ ຫຼາຍຮ້ອຍ​ລ້ານບັນ​ທຶກ​ທີ່​ທາງ​ການ​ໄດ້​ເກັບ​ກໍາ​ເອົາ​ນັ້ນ ມີ​ພຽງ 300 ບັນທຶກ​ເທົ່າ​ນັ້ນ ທີ່​ຖືກ​ຄົ້ນ​ຫາ​ຂໍ້​ມູນ​ເພີ່ມ ຕື່ມ​ກ່ຽວ​ກັບ​ຜູ້​ເວົ້າ​ທາງ​ໂທລະສັບ​ ໃນ​ປີ 2012.

ອົງການ​ສືບ​ລັບ​ບໍ່​ໄດ້​ໃຫ້​ລາຍ​ລະອຽດໃດໆ​ອີກ ​ກ່ຽວ​ກັບ​ແຜນການຕ່າງໆ​ທີ່ໄດ້​ຖືກ​ຂັດ ຂວາງ​ໄວ້ ຫຼືປະ​ເທດ​ຕ່າງໆ​ທີ່​ພົວພັນ​ນໍາ​ນັ້ນ.

ບັນດາ​ເຈົ້າໜ້າ​ທີ່​ສືບ​ລັບ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າກໍາລັງ​ທໍາ​ງານ​ເພື່ອ​ເປີດ​ເຜີຍ ຂໍ້​ມູນ​ກ່ຽວ​ກັບ
ຫຼາຍສິບ​ແຜນ ທີ່​ນາຍ​ພົນ Keith Alexander ຫົວໜ້າ​ອົງ ການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ NSA ເວົ້າ​ວ່າ​ ​ໄດ້​ຖືກ​ທັບ​ມ້າງ​ນັ້ນ ​ເພື່ອ​ສະ​ແດງ​ໃຫ້​ຊາວ​ອາ​ເມ​ຣິກັນຮູ້​ເຖິງຄຸນຄ່າ​ຂອງ​ໂຄງການ​. ແຕ່​ພວກ​ເຂົາ​ເຈົ້າຢາກ​ໃຫ້​ໝັ້ນ​ໃຈກ່ອນວ່າ​ ​ເຂົາ​ເຈົ້າຈະ​ບໍ່​ເປີດ​ເຜີຍ ບາງສ່ວນ​ຂອງ​ແຜນການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍຂອງ​ສະຫລະ ທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ​ໂຄງການ​ທັງ​ສອງ​ຢ່າງ​ຂອງ​ອົງການ​ NSA ນັ້ນ ​ແມ່ນ​ຈະ​ຖືກ​ກວດ​ສອບ​ທຸກໆ 90 ມື້ ​ໂດຍສານ​ລັບ ທີ່​ອະນຸມັດ​ໂດຍ​ກົດໝາຍ​ວ່າ​ດ້ວຍ​ການ​ສອດ​ແນມ​ຕ່າ​ງປະ​ເທດ. ພາຍ​ໃຕ້ໂຄງການ​ທີ່​ວ່າ​ນີ້ ຂໍ້​ມູນທີ່​ສະ​ແດງໃຫ້ ​ເຊັ່ນ ເວລາ ​ແລະ​ຄວາ​ມຍາວ​ຂອງ
ການ​ເວົ້າ​ໂທລະສັບ ​ແມ່ນສາມາດ​ຖືກ​ກວດ​ສອບໄດ້ ​ສະ​ເພາະ​ທີ່ສົງ​ໄສ​ວ່າເຊື່ອມໂຍງ​ກັບ​ການ​ກໍ່​ການ​ຮ້າຍ​ເທົ່າ​ນັ້ນ.

ນອກ​ນີ້​ແລ້ວ ພວກ​ເຈົ້າໜ້າ​ທີ່​ສືບ​ລັບ​ເວົ້າ​ວ່າ ຂໍ້​ມູນ​ທີ່​ເກັບ​ກໍາມາ​ນັ້ນ ຈະ​ຖືກທໍາລາຍ​ໄປ​ທຸກໆ​ຫ້າ​ປີ.

ວີດິໂອ: ມີການຮຽກຮ້ອງໃຫ້ອະພິປາຍກັນ ກ່ຽວກັບໂຄງການສອດແນມລັບຂອງ ລັດຖະບານ:

US Experts Call for Debate on National Security, Civil Liberties
please wait

No media source currently available

0:00 0:02:39 0:00
ລິງໂດຍກົງ
XS
SM
MD
LG