ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກໍາມາທິການຮ່ວມ ສະຫະລັດ-ອິນໂດເນເຊຍ


ລັດຖະມົນຕີວ່າການຕ່າງປະເທດສະຫະລັດ ທ່ານນາງ ຮິລເລີຣີ ຄລິນຕັນ ແລະຄູ່ຕໍາແໜ່ງ ຈາກອິນໂດເນເຊຍ ຄືລັດຖະມົນຕີການຕ່າງປະເທດ ມາກຕີ ນາຕາລີກາວາ ໄດ້ພົບປະກັນ ໃນອາທິດແລ້ວນີ້ ຢູ່ກະຊວງການຕ່າງປະເທດສະຫະລັດທີ່ນະຄອນຫລວງວໍຊິງຕັນ ເພື່ອເປີດ ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະກຳມາທິການຮ່ວມ ສະຫະລັດ-ອິນໂດເນເຊຍ.

ຄະນະ​ຜູ້​ແທນ​ຂອງ​ສະຫະລັດ ແລະອິນ​ໂດ​ເນ​ເຊຍ ທີ່​ເຂົ້າ ​ຮ່ວມ​ກອງ​ປະຊຸມ ພາກັນນັ່ງ​ຢູ່​ອ້ອມໂຕະ​ທີ່ເປັນຮູບ​ໄຂ່​ເຄິ່ງ ໜ່ວຍ ຫລືຮູບອັກສອນພາສາ​ອັງກິດ​ໂຕ U ຢູ່ທີ່​ກະຊວງ​ ການ​ຕ່າງປະ​ເທດ​ສະຫະລັດ ໃນ​ວັນ​ສຸກ​ຜ່ານ​ມານີ້ ​ໂດຍ​ມີ ທ່ານນາງຄລິນ​ຕັ​ນ ​ແລະທ່ານມາກ​ຕີ ນາ​ຕາ​ລີ​ກາ​ວາ ນັ່ງ​ຢູ່ ທາງກາງ​ໂຕະ ເຊິ່ງພວກ​ເພິ່ນ​ໄດ້​ເປັນ​ປະທານກອງ​ປະຊຸມ ​ຄັ້ງທຳ​ອິດ​ນີ້.

ທ່ານນາງຄລິນ​ຕັນ ໄດ້​ເອີ້ນອິນ​ໂດ​ເນ​ເຊຍວ່າ​ ເປັນ​ຄູ່​ພາຄີ​ສອງ​ຝ່າ​ຍ​ທີ່​ດີ​ເລີດ ທັງ​ເປັນ​ຜູ້ນຳ​ພາ​ກ່ຽວ​ກັບ​ຫລາຍໆບັນ ຫາອີກ​ດ້ວຍ. ທ່ານນາງກ່າວອີກວ່າ ສະຫະລັດ​ແລະອິນ​ໂດ​ເນ​ເຊຍ ​ໄດ້​ທໍາຄວາມ​ກ້າວໜ້າຫລາຍ​ໃນ​ໄລຍະ 18 ​ເດືອນ​ ທີ່​ຜ່ານ​ມາ ນັບ​ຕັ້ງ​ແຕ່ປະທານາທິບໍດີ​ຂອງ​ທັງ​ສອງ​ປະ​ເທດ ​ໄດ້​ຕົກລົງ​ເຫັນ​ດີນໍາ​ກັນວ່າ ​ຈະເສີມ​ຂະຫຍາຍ​ຄວາມ​ສຳພັນ​ແບບ​ເປັນ​ຄູ່ພາຄີຮ່ວມງານ​ກັນຢ່າງຮອບດ້ານ ​ບົນ​ພື້ນຖານ ຄ່ານິຍົມ ​ແລະຜົນ​ປະ​ໂຫຍ​ດ​ທີ່​ມີ​ຮ່ວມກັນ. ທ່ານນາງ​ອະທິບາຍ​ວ່າ:

“ທັງ​ສອງ​ປະ​ເທດເຮົາ​ແມ່ນ​ເປັນ​ສັງຄົມທີ່ຫລາກຫລາຍ​ ປະກອບ​ດ້ວຍຫລາຍເຊື້ອ​ຊາດ ຫລາຍຮີດຄອງ​ປະ​ເພນີ ວັດ​ທະນະ​ທຳ ຄວາມ​ເຊື່ອ​ຖື ມີ​ທັງຄວາມ​ອະນຸ​ໂລມ​ຜ່ອນຜັນ​ໃຫ້​ກັນ​ແລະ​ກັນ ​ເຄົາລົບ​ນັບຖືໃນສິດທິ​ຂອງ​ພວກ​ແມ່ຍິງ​ແລ​ະຊົນ​ກຸ່ມນ້ອຍ. ພວກ​ເຮົາ​ມີຄວາມສົນ​ໃຈ​ທີ່​ຜູກ​ມັດ​ຮ່ວມ​ກັນ ໃນ​ການຢາກເຫັນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ຈະ​ເຣີນຮຸ່ງ​ເຮືອງ ​ແລະ​ໂລກທີ່​ມີສັນຕິ​ສຸກ​ຫລາຍ​ຂຶ້ນ. ​ແລະ ພວກ​ເຮົາຂໍ​ຊົມ​ເຊີຍບົດບາດ​ ທີ່ອິນ​ໂດ​ເນ​ເຊຍ​ກໍາລັງ​ດໍາ​ເນີນ​ຢູ່​ດຽວ​ນີ້, ບໍ່​ພຽງແຕ່ໃນ​ຖານະ​ເປັນຜູ້​ສະ​ໜັບ​ສະໜູນ​ສົ່ງ​ເສີມປະຊາທິປະໄຕ​ໃນ​ທົ່ວ​ໂລກ​ເທົ່າ​ນັ້ນ ແຕ່​ກ່ຽວ​ກັບ​ບັນຫາສະພາບ​ແວດລ້ອມ ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ ແລະ​ບັນຫາສໍາຄັນໆ​ ອື່ນໆນຳ​ອີກ.”

ທີ່​ຈິງ​ແລ້ວ, ຄະນະກຳມາທິການຮ່ວມທີ່​ວ່າ​ນີ້ ​ໄດ້​ສ້າງຕັ້ງກຸ່ມ​ປະຕິ​ບັດ​ງານ​ຫລາຍໆ ກຸ່ມຂຶ້ນ ມາ ​ເພື່ອເພັ່ງ​ເລັງ​ໃສ່ 6 ບັນຫາໃຫຍ່ໆ​ດ້ວຍ​ກັນ ນັ້ນກໍຄື: ປະຊາທິປະ​ໄຕ, ສິ່ງ​ແວດ​ລ້ອມ, ຄວາມໝັ້ນຄົງ, ພະລັງງານ, ການ​ສຶກສາ, ​ແລະ ການ​ຄ້າແລະ​ການ​ລົງທຶນ.

ລັດ​ຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ຕໍ່​ໄປວ່າ ທ່ານນາງມີ​ຄວາມ​ຕື່ນ​ເຕັ້ນ ​ເປັນ​ພິ​ເສດ ​ນໍາ​ການ​ລິ​ເລີ້ມຕ່າງ​ໆທາງດ້ານ​ການ​ສຶກສາ ຊຶ່ງທ່ານ​ນາງ​ກ່າວ​ດັ່ງນີ້:

“ພວກ​ເຮົາຈະ​ທໍາງານຮ່ວມ​ກັນ​ ເພື່ອ​ເພີ່ມ​ຈຳ​ນວນນັກ​ສຶກສາ​ອິນ​ໂດ​ເນ​ເຊຍ​ ທີ່​ກໍາ ລັງ​ຮຽນຢູ່ໃນ​ສະຫະລັດ ​ແລະ​ເພິ່ມຈຳນວນນັກ​ສຶກສາອະ​ເມຣິກັນ​ໃນ​ອິນ​ໂດ​ເນ​ເຊຍ​ ໃຫ້​ຫຼາຍ​ຂຶ້ນ. ພວກ​ເຮົາ​ກຳລັງ​ເອົາ​ບາດກ້າວ​ຫລາຍໆ​ຢ່າງ ທີ່​ຈະເພິ່ມທະວີການ​ ຄ້າສອງ​ຝ່າຍ​ລະຫວ່າງ​ປະ​ເທດຂອງ​ພວກ​ເຮົາ ຂຶ້ນເປັນ​ສອງ​ເທົ່າ​ຈາກ​ເດີມ​ໃນ​ທີ່​ສຸດ ຊຶ່ງ​ລວມ​ເຖິງ​ສິນ​ເຊື່ອ ຈຳນວນ 1 ລ້ານ​ໂດ​ລາທີ່​ທາງທະນາຄານ​ຂາ​ເຂົ້າ​-ຂາອອກ ຂອງ​ສະຫະລັດ​ໄດ້​ໃຫ້​ຄຳໝັ້ນ​ສັນ​ຍາ​ໄວ້ ຮ່ວມກັບທະນາຄານຂອງ​ອິນ​ໂດ​ເນ​ເຊຍ 11 ​ທະນາຄານ ນັ້ນ.”

ສ່ວນລັດ​ຖະມົນຕີ​ການ​ຕ່າງປະ​ເທດອິນ​ໂດ​ເນ​ເຊຍ ທ່ານມາກ​ຕີ ນາ​ຕາ​ລີ​ກາ​ວາ ​ໃຫ້​ຄຳ​ເຫັນ​ວ່າ ຂໍ້​ຄວາມ​ທີ່​ວ່າ “ຄູ່ພາຄີ​ຮ່ວມ​ງານ​ກັນຮອບດ້ານ” ນັ້ນ ​ແມ່ນ​ສະຫລູ​ບ​ໄດ້​ດີ​ທີ່​ສຸດກ່ຽວ​ກັບ ສາຍສຳພັນໃນ​ປັດຈຸບັນ​ນີ້ ລະຫວ່າງສະຫະລັດ​ແລະອິນ​ໂດ​ເນ​ເຊຍ ສອງ​ປະ​ເທດ​ທີ່​ຮວມຢູ່ ​ໃນ​ພວກ​ປະ​ເທດ​ປະຊາທິປະ​ໄຕ ທີ່​ໃຫຍ່​ທີ່​ສຸດ0v'​ໂລກ. ທ່ານ​ກ່າວ​ດັ່ງນີ້:

“ຂ້າພະເຈົ້າມີຄວາມກະຕືລືລົ້ນຫລາຍ​ແລະ​ຕັ້ງ​ໃຈ​ແທ້ໆ ທີ່ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ ​ໃນ​ດ້ານການສຶກສາແລະພາກສ່ວນອື່ນໆກໍດີ ບໍ່​ວ່າ​ຈະ​ເປັນດ້ານ ການຄ້າແລະ ການ ລົງທຶນ, ດ້ານພະລັງງານ, ບັນຫາດິນຟ້າອາກາດປ່ຽນແປງ ແລະ ສະພາບແວດ ລ້ອມກໍ​ດີ ພວກເຮົາຈະສ້າງຄວາມກ້າວໜ້າ ຢ່າງສະໝໍ່າສະ​ເໝີ ແລະ ຮອດສ້າງ ຄວາມກ້າວໜ້າຢ່າງຮີບດ່ວນ ເພື່ອຮັບປະກັນວ່າ ພວກເຮົາຈະ​ປະສົບ​ຄວາມ​ສໍາ​ເລັດ ​ໃນ​ການ​ສ້າງເນື້ອ​ຫາ​ສາລະ​ແລະ​ຄວາມແໜ້ນໜາໝັ້ນຄົງ​ ໃຫ້​ແກ່ການເປັນ ພາຄີຮອບດ້ານຂອງພວກເຮົານັ້ນ.”

ໃນ​ຄວາມ​ເຫັນມ້ວນທ້າຍກອງ​ປະຊຸມ​ຄັ້ງປະຖົມມະ​ເລີກ​ນີ້, ທ່ານນາງຄລິນ​ຕັນ ​ແລະທ່ານນາ​ຕາ​ລີ​ກາ​ວາ ຕ່າງ​ກໍໄດ້​ເນັ້ນຢໍ້າ​ເຖິງ​ຄວາມສຳຄັນ​ຂອງ​ການພັດທະນາ​ທີ່​ເປັນ​ຮູບ​ປະ​ທໍາ. ລັດຖະ ມົນຕີ​ວ່າການ​ຕ່າງປະເທດສະຫະລັດກ່າວ​ວ່າ ທ່ານ​ນາງມັກ​ເປັນ​ພິ​ເສດ​ຄຳ​ສະ​ເໜີຂອງທ່ານ ນາ​ຕາ​ລີ​ກາ​ວາ ທີ່ເວົ້າວ່າ ທັງ​ສອງ​ຝ່າຍ​ຄວນເລີ້ມເຮັດບັດ​ໃຫ້​ຄະ​ແນນ ​ເພື່ອ​ວ່າປະ​ເທດ​ທັງ​ສອງ​ຈະສາມາດຕິດຕາມ​ເບິ່ງ ​ຄວາມ​ກ້າວໜ້າ​ໃນການ​ທຳ​ງານຂອງ​ຄະນະ​ຜູ້​ແທນ​ໃນ​ຄະນະ​ກໍາມາ​ທິການ​ຮ່ວມ​ນີ້​ໄດ້ ຢ່າງ​ໃກ້ຊິດ.

ນັກ​ການ​ທູດ​ທັງ​ສອງທ່ານ ຍັງ​ໄດ້​ເວົ້າເຖິງຄວາມມຸ້ງໝັ້ນຂອງ​ປະ​ເທດ ​ເຂົາ​ເຈົ້າ​ຕໍ່​ການ​ອະນຸ​ໂລມ ຜ່ອນຜັນທາງ​ດ້ານ​ສາສະໜາ. ອິນ​ໂດ​ເນເຊຍ​ເປັນ​ປະ​ເທດທີ່​ມີ​ປະຊາກອນ​ເປັນ​ຊາວ ​ມຸສລິ​ມ ຫລືນັບຖື​ສາສະໜາ​ອິສລາມ ຫລາຍ​ທີ່​ສຸດໃນໂລກ.

ຄະນະ​ກຳມາ​ທິການຮ່ວມສະຫະລັດ-ອິນ​ໂດ​ເນ​ເຊຍ ມີ​ກຳນົດ​ທີ່​ຈະ​ພົບປະປະຊຸມ​ກັນອີກ ຢູ່ອິນ​ໂດ​ເນ​ເຊຍ​ໃນປີ 2001.

XS
SM
MD
LG