ລິ້ງ ສຳຫລັບເຂົ້າຫາ

site logo
ວັນພຸດ, 18 ພຶດສະພາ 2022

ສະຫະປະຊາຊາດ ຂະຫຍາຍການຊ່ວຍເຫຼືອໃນ ມຽນມາ ໃນຂະນະທີ່ປະຊາຊົນ ບໍ່ມີທີ່ຢູ່ອາໄສຫຼາຍຂຶ້ນ ຍ້ອນການກໍ່ລັດຖະປະຫານ


ເດັກຊາຍ ໂຣຮິງຢາ ກັບສາດຂອງລາວ ໃນຂະນະທີ່ເດັກນ້ອຍຫຼິ້ນຢູ່ທາງຫຼັງ ຢູ່ສູນ ດາ ແປງ (Dar Paing) ສຳລັບອົບພະຍົບມຸສລິມ ໃນພາກເໜືອຂອງເມືອງ ຊິດເວ, ພາກຕາເວັນຕົກຂອງລັດ ຣາໄຄນ໌,​ ມຽນມາ.

ອົງການສະຫະປະຊາຊາດ ແລະ ອົງການຊ່ວຍເຫຼືອອື່ນໆໄດ້ຂະຫຍາຍການປະຕິບັດງານດ້ານມະນຸດສະທຳ ໃນປະເທດ ມຽນມາ ເພື່ອຮັບ​ມືກັບວິກິດການທີ່ເຮັດໃຫ້ມີການພັດພາກທີ່ຢູ່ອາໄສຍິ່ງຂຶ້ນຢູ່ທີ່ນັ້ນ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະ ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ຕົວເລກຂອງປະຊາຊົນທີ່ບໍ່ມີບ່ອນຢູ່ອາໄສໃນ ມຽນມາ ແມ່ນໄດ້ເພີ່ມຂຶ້ນສອງເທົ່າເປັນຫຼາຍກວ່າ 800,000 ຄົນນັບຕັ້ງລັດຖະບານທະຫານໄດ້ຍຶດອຳນາດຈາກລັດຖະບານ ທີ່ຖືກເລືອກຢ່າງປະຊາທິປະໄຕນຶ່ງປີທີ່ຜ່ານມາ.

ອົງການອົບພະຍົບ ສະຫະປະຊາຊາດ ກ່າວວ່າ ຕົວເລກແມ່ນມີຄວາມເປັນໄປໄດ້ວ່າຈະເພີ່ມຂຶ້ນໃນບໍ່ເທົ່າໃດອາທິດ ແລະ ເດືອນຂ້າງໜ້ານີ້, ໃນຂະນະທີ່ການຕໍ່ສູ້ ແລະ ຄວາມຂັດແຍ້ງດ້ານອາວຸດ ໄດ້ຮຸນແຮງຂຶ້ນທົ່ວປະເທດ.

ໂຄສົກອົງການ UNHCR ທ່ານ ແມັດທິວ ຊອລທ໌ມາຣຊ໌ (Matthem Saltmarsh) ກ່າວວ່າ ອົງ ການຂອງທ່ານ ແລະ ອື່ນໆແມ່ນກຳລັງຂະຫຍາຍການຊ່ວຍເຫຼືອສຸກເສີນເພື່ອສະໜັບສະໜູນຜູ້ທີ່ບໍ່ມີບ່ອນຢູ່ອາໄສໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ທ່ານເວົ້າວ່າເຂົາເຈົ້າໄດ້ອາໄສຢູ່ພາຍໃຕ້ສະພາບບໍ່ແນ່ນອນ ແລະ ມີຄວາມຕ້ອງການດ້ານມະນຸດສະທຳຢ່າງຮີບດ່ວນ.

ທ່ານ ຊອລທ໌ມາຣຊ໌ ກ່າວວ່າ “ການເຂົ້າຫາດ້ານມະນຸດສະທຳ ໃນຫຼາຍພາກ ສ່ວນຂອງ ມຽນມາ ຍັງຄົນຖືກຫ້າມຍ້ອນຄວາມບໍ່ປອດໄພ, ການປິດຖະໜົນ ແລະ ສິ່ງທ້າທາຍຕ່າງໆໃນການໄດ້ຮັບການອະນຸຍາດໃຫ້ເຂົ້າໄປ. ດັ່ງຜົນທີ່ອອກມາ, ຜູ້ຕອບສະໜອງໃນຊຸມຊົນ ແລະ ທ້ອງຖິ່ນຈຳນວນ ຫຼາຍຈຶ່ງສືບຕໍ່ມີບົດບາດນຳໜ້າໃນການຊ່ວຍເຫຼືອປະຊາຊົນທີ່ບໍ່ມີບ່ອນຢູ່ອາໄສ, ສະແດງຄວາມສາມັກຄີນຳກັນແລະກັນ ດ້ວຍການບໍລິຈາກສິ່ງທີ່ເຂົາເຈົ້າເຮັດໄດ້.“

ອົງການ UNHCR ເວົ້າວ່າ ຄວາມເປັນ​ປໍ​ລະ​ປັກຕໍ່ກອງທັບແມ່ນໄດ້ເພີ່ມຂຶ້ນນັບຕັ້ງແຕ່ການກໍ່ລັດ ຖະປະຫານ ແລະ ຄວາມຮຸນແຮງແມ່ນໄດ້ແຜ່ລາມ ໄປທົ່ວປະ ເທດ. ຫົວໜ້າສິດທິມະນຸດ ສະຫະປະຊາຊາດ ທ່ານນາງ ມິແຊລ ບາເຊີເລ ໄດ້ເຕືອນວ່າ ມຽນມາ ແມ່ນກຳລັງມຸ່ງໜ້າໄປສູ່ສົງຄາມກາງເມືອງ ແລະ ຄວາມຂັດແຍ້ງທີ່ຮຸນແຮງຂຶ້ນ ແມ່ນກຳລັງເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງໃນພາກພື້ນ.

ອົງການ UNHCR ມີສາຍພົວພັນທີ່ຂ້ອນຂ້າງບໍ່ໝັ້ນຄົງ ແລະ ຍາກທີ່ຈະເຂົ້າ ໃຈ ກັບຜູ້ນຳຫຼັງການກໍ່ລັດຖະປະຫານຂອງປະເທດ ທ່ານ ມິນ ອອງ ແລງ. ທ່ານ ຊອລທ໌ມາຣຊ໌ ໄດ້ກ່າວຢໍ້າເຖິງຄວາມຈຳເປັນສຳລັບອົງການຕ່າງໆທີ່ຈະເຂົ້າໄປ, ເພື່ອນຳເອົາການຊ່ວຍເຫຼືອເຂົ້າໄປໃນປະເທດນັ້ນ, ແລະ ເພື່ອຮັບປະ ກັນວ່າພະນັກງານມະນຸດສະທຳ ສາມາດເຮັດວຽກຢ່າງອິດສະຫຼະ.

ທ່ານເວົ້າວ່າການເຂົ້າຫາທີ່ວ່ານັ້ນມີ ແລະ ກໍຫາຍໄປ. ຍົກຕົວຢ່າງ, ອົງການຕ່າງໆມີແຕ່ສາມາດເຂົ້າຫາຊາວມຸສລິມ ໂຣຮິງຢາທີ່ບໍ່ມີສັນຊາໃນລັດ ຣາໄຄນ໌ ຢ່າງກະຈັດກະຈາຍປະມານ 600,000 ເທົ່ານັ້ນ. ທ່ານໄດ້ກ່າວຕື່ມວ່າໂຄງການພັດທະນາຕ່າງໆສຳລັບຜົນປະໂຫຍດຂອງເຂົາເຈົ້າແມ່ນຂ້ອນຂ້າງວ່າຈະຫາໄດ້ຍາກ.

ທ່ານ ຊອລທ໌ມາຣຊ໌ ກ່າວວ່າ “ການໃຊ້ຊີວິດຢູ່ທີ່ນັ້ນແມ່ນຍາກແຮງ. ຄຳຖາມ ກ່ຽວກັບ ເສັ້ນທາງໄປສູ່ການໄດ້ສັນຊາດແມ່ນຍັງຄົງມີຢູ່. ນີ້ແມ່ນປະຊາກອນທີ່ບໍ່ມີສັນຊາດ. ດັ່ງທີ່ທຸກທ່ານຮູ້ຢ່າງແນ່ ນອນນັ້ນ, ມັນມີຊາວໂຣຮິງຢາເກືອບ 1 ລ້ານຄົນຜູ້ທີ່ໄດ້ຫຼົບໜີຫຼາຍປີທີ່ຜ່ານມາຂ້າມເຂດຊາຍແດນ ບັງກລາແດັສ ແລະ ສະຖານະການຢູ່ພາກພື້ນດິນ ໃນລັດ ຣາໄຄນ໌ ແມ່ນຍັງຄົງເປັນສິ່ງທ້າທາຍຢ່າງຍິ່ງ.”

ພະນັກງານອົງການ UNHCR ປະມານ 200​ ຄົນ ເຮັດວຽກໃນສະຖານທີ່ 10 ແຫ່ງທົ່ວ ມຽນມາ. ທ່ານ ຊອລທ໌ມາຣຊ໌ ກ່າວວ່າອົງການດັ່ງກ່າວແມ່ນຍັງມີຄວາມມຸ່ງໝັ້ນທີ່ຈະສະໜອງການຊ່ວຍເຫຼືອດ້ານມະນຸດສະທຳ ເຖິງແມ່ນຈະມີຄວາມຫຍຸ້ງຍາກກໍ່ຕາມ.

ອ່ານລາຍງານນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG