ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ວາງ​ມາດ​ຕະ​ການ​ລົງ​ໂທດ​ຢ່າງກວ້າງ​ຂວາງ​ ແນ​ເປົ້າ​ໃສ່ ຣັດ​ເຊຍ ຍ້ອນ​ສົງ​ຄາມ​ໃນ ຢູ​ເຄ​ຣນ


ຄົນ​ຢ່າງ​ຜ່ານ​ໂຄງ​ການ LNG 2 ຂອງ​ບໍ​ລິ​ສັດ Novatek, ຕັ້ງ​ຢູ່​ແຫຼມ ກາຍ​ດານ ໃນ​ຊາຍ​ຝັ່ງ ຄາ​ຣາ ຢູ່​ເສັ້ນ​ຂະ​ໜານ​ກັບ​ເສັ້ນ​ສູນ​ສຸດ​ຂອງ​ຂົ້ວ​ໂລກ​ເໜືອ, 30 ພະ​ຈິກ 2021.
ຄົນ​ຢ່າງ​ຜ່ານ​ໂຄງ​ການ LNG 2 ຂອງ​ບໍ​ລິ​ສັດ Novatek, ຕັ້ງ​ຢູ່​ແຫຼມ ກາຍ​ດານ ໃນ​ຊາຍ​ຝັ່ງ ຄາ​ຣາ ຢູ່​ເສັ້ນ​ຂະ​ໜານ​ກັບ​ເສັ້ນ​ສູນ​ສຸດ​ຂອງ​ຂົ້ວ​ໂລກ​ເໜືອ, 30 ພະ​ຈິກ 2021.

ສະ​ຫະ​ລັດ ໃນ​ວັນ​ພະ​ຫັດ​ວານນີ້​ ໄດ້​ວາ​ງ​ມາດ​ຕະ​ການລົງໂທດ​ທີ່ກວ້າງ​ຂວາງ​ຄັ້ງ​ໃໝ່​ ໃສ່ ມົ​ສ​ກູ ຍ້ອນ​ສົງ​ຄາມ​ໃນ ຢູ​ເຄ​ຣນ, ໂດຍ​ແນ​ເປົ້າ​ໃສ່​ຄວາມ​ສາ​ມາດ​ດ້ານ​ພະ​ລັງ​ງານ​ໃນ​ອະ​ນາ​ຄົດ​ຂອງ ຣັດ​ເຊຍ ແລະ ມາດ​ຕະ​ການ​ລົງ​ໂທດ​ຕໍ່​ການຫຼີກ​ລ່ຽງ ແລະ ໂດ​ຣນ​ສະຫຼະ​ຊີບ ທີ່​ໄດ້​ຄຸກ​ຄາມກອງ​ທະ​ຫານ​ຢູ​ເຄ​ຣນ ແລະ ອຸ​ປະ​ກອນ ແລະ ອື່​ນໆ ພ້ອມທັງ​ວາງມາດ​ຕະ​ການ​ລົງ​ໂທດ​ໃສ່ຫຼາຍ​ຮ້ອຍ​ຄົນ ແລະ ອົງ​ກອນ​ຕ່າງໆ.

ມາດ​ຕະ​ການຫຼ້​າສຸ​ດ​ແນ​ເປົ້າ​ໃສ່​ອົງ​ກອນ​ທີ່​ສຳ​ຄັນ​ ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດ​ທະ​ນາ, ປະ​ຕິ​ບັດ​ການ ແລະ ເປັນ​ເຈົ້າ​ຂອງ​ໂຄງ​ການ​ຂະ​ໜາດ​ໃຫຍ່ ​ທີ່​ຮູ້​ຈັກ​ດັ່ງ​ກັບ Arctic-2 LNG, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ. ໂຄງ​ການ​ດັ່ງ​ກ່າວ​ຄາດ​ວ່າ​ ຈະ​ສົ່ງ​ແກັ​ສ​ທຳ​ມະ​ຊາດ​ແຊ່​ເຢັນ, ເຊິ່ງ​ຮູ້​ຈັກ​ດັ່ງ​ກັບ​ແກັ​ສ​ທຳ​ມະ​ຊາດແຫຼວ​ໄປ​ຕະຫຼາດ​ໂລກ.

ວໍ​ຊິງ​ຕັນ ຍັງ​ໄດ້​ແນ​ເປົ້າ​ໃສ່​ໂດ​ຣນ​ສະຫຼະ​ຊີບ KUB-BLA ແລະ Lancet ທີ່​ຖືກ​ໃຊ້​ໂດຍກອງ​ທັບ ຣັດ​ເຊຍ ໃນ​ຢູ​ເຄ​ຣນ, ກຳ​ນົດ​ເຄືອ​ຂ່າຍ​ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ຫາ​ວ່າ​ຊື້​ວັດ​ຖຸ​ຕ່າງໆ​ ເພື່ອ​ການ​ສະ​ໜັບ​ສະ​ໜູນ​ການ​ຜະ​ລິດ​ຂອງ​ເຂົາ​ເຈົ້າ ພ້ອມ​ກັບ​ຜູ້​ສ້າງ ແລະ ອອກ​ແບບ​ຂອງ​ໂດ​ຣນ​ທີ່​ວ່າ​ນັ້ນ.

ກະ​ຊວງ​ການ​ຄ້າ ສະ​ຫະ​ລັດ ໃນ​ວັນ​ພະ​ຫັດ​ວານນີ້​ໄດ້​ເພີ່ມ 13 ອົງ​ກອນ ໃນ ຣັດ​ເຊຍ ແລະ ອຸ​ສ​ເບ​ກິ​ສ​ຖານ ເຂົ້າ​ໃສ່​ລາຍ​ຊື່​ການ​ຄວບ​ຄຸມ​ການ​ສົ່ງ​ອອກ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ການ​ດຳ​ເນີນ​ການທີ່​ຂັດ​ກັບ​ຜົນ​ປະ​ໂຫຍ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ແລະ ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG