ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ວາງມາດຕະການລົງໂທດ ຕໍ່ບັນດາຜູ້ນຳທະຫານ ທີ່ກໍ່ລັດຖະປະຫານ ໃນມຽນມາ


ພວກເດີນຂະບວນປະທ້ວງກ່າວປະນາມ ການກໍ່ລັດຖະປະຫານ ໃນມຽນມາ ຢູ່ທີ່ການໂຮມຊຸມນຸມ ໃນເມືອງຢ້າງກຸງ, ວັນທີ 9 ກຸມພາ 2021, ໂດຍຮຽກຮ້ອງໃຫ້ຈັບກຸມພວກຜູ້ນຳທະຫານ. (ພາບຈາກວີໂອເອພະແນກພາສາມຽນມາ)
ພວກເດີນຂະບວນປະທ້ວງກ່າວປະນາມ ການກໍ່ລັດຖະປະຫານ ໃນມຽນມາ ຢູ່ທີ່ການໂຮມຊຸມນຸມ ໃນເມືອງຢ້າງກຸງ, ວັນທີ 9 ກຸມພາ 2021, ໂດຍຮຽກຮ້ອງໃຫ້ຈັບກຸມພວກຜູ້ນຳທະຫານ. (ພາບຈາກວີໂອເອພະແນກພາສາມຽນມາ)

ສະຫະລັດວາງມາດຕະການລົງໂທດທີ່ເປັນຜົນຕິດຕາມມາ ຕໍ່ບັນດາຜູ້ນຳ ທີ່ໄດ້ກໍ່ລັດຖະປະຫານຢູ່ໃນມຽນມາ, ຊຶ່ງປະທານາທິບໍດີ ໂຈ ໄບເດັນ ໄດ້ປະກາດໃນ ວັນພຸດວານນີ້ ໂດຍເນັ້ນຢ້ຳວ່າ ທະຫານຕ້ອງສະຫລະອຳນາດ ທີ່ຕົນຍຶດມານັ້ນ “ແລະສະແດງອອກເຖິງການເຄົາລົບ ຕໍ່ບົດບາດຂອງປະຊາຊົນ” ດັ່ງທີ່ “ໄດ້ສະ ແດງເຈດຕະນາ ໃນການເລືອກຕັ້ງເມື່ອວັນທີ 8 ພະຈິກ.”

ລັດຖະບານສະຫະລັດ ທ່ານໄບເດັນ ໄດ້ປະກາດອອກໄປວ່າ “ກຳລັງເອົາບາດ ກ້າວຕ່າງໆເພື່ອສະກັດກັ້ນບໍ່ໃຫ້ພວກນາຍພົນທັງຫຼາຍເຂົ້າເຖິງເງິນຂອງລັດຖະ ບານມຽນມາ ຈຳນວນ 1 ຕື້ໂດລາ ໄດ້ຢ່າງບໍ່ຖືກຕ້ອງ.” ທ່ານຍັງໄດ້ໃຫ້ການອະນຸມັດຕໍ່ດຳລັດຝ່າຍບໍລິຫານ ທີ່ “ໃຫ້ອຳນາດພວກເຮົາວາງມາດຕະການລົງ ໂທດ ໃນທັນທີ ຕໍ່ພວກຜູ້ນຳທະຫານທີ່ມີສ່ວນກ່ຽວຂ້ອງໂດຍກົງກັບການກໍ່ລັດ ຖະປະຫານ, ທຸລະກິດຂອງພວກເຂົາເຈົ້າ ພ້ອມດ້ວຍສະມາຊິກຄອບຄົວຂອງພວກເຂົາເຈົ້າ.”

ເປົ້າໝາຍຕ່າງໆໃນຮອບທຳອິດ ຈະຖືກລະບຸໃນອາທິດນີ້ ທ່ານປະທານາທິບໍດີ ໄດ້ອະທິບາຍ ໃນຄຳເຫັນກ່ຽວກັບສະຖານະການດັ່ງກ່າວ ຢູ່ໃນມຽນມາ ຫຼືທີ່ຍັງຮູ້ຈັກກັນອີກຊື່ນນຶ່ງ ຄື ພະມ້ານັ້ນ.

ທ່ານໄບເດັນ ໄດ້ປະກາດອີກວ່າ “ພວກເຮົາຍັງກຳລັງຈະວາງມາດຕະການຄວບຄຸມການສົ່ງອອກຢ່າງໜັກ ເພື່ອຍຸຕິແຫລ່ງຊັບສິນຂອງສະຫະລັດທີ່ເປັນຜົນປະ ໂຫຍດຕໍ່ລັດຖະບານຂອງພະມ້າ ໃນຂະນະດຽວກັນຮັກສາການສະໜັບສະໜຸນຂອງພວກເຮົາ ໃນດ້ານການຮັກສາສຸຂະພາບ, ບັນດາກຸ່ມສັງຄົມພົນລະເຮືອນ ແລະໃນພາກສ່ວນອື່ນໆທີ່ເປັນຜົນປະໂຫຍດຕໍ່ປະຊາຊົນຂອງມຽນມາໂດຍກົງ.”

ທ່ານເກຣໂກຣີ ໂພລິງ (Gregory Poling) ເຈົ້າໜ້າທີ່ອະວຸໂສປະຈໍາສູນກາງສຶກສາຄົ້ນຄວ້າດ້ານຍຸດທະສາດລະຫວ່າງປະເທດ ສຳລັບເຂດເອເຊຍຕາເວັນອອກສຽງໃຕ້ ຫຼື CSIS ໄດ້ກ່າວວ່າ “ພວກເຮົາບໍ່ໄດ້ເຫັນບັນຊີເປົ້າໝາຍຕົວຈິງ ແຕ່ຂ້າພະເຈົ້າຄິດວ່າ ມັນເປັນວິທີທາງທີ່ຖືກຕ້ອງ.”

ການໂຄ່ນລົ້ມລັດຖະບານທີ່ມາຈາກການເລືອກຕັ້ງຢ່າງເປັນປະຊາທິປະໄຕ ໃນວັນທີ 1 ກຸມພາ ໂດຍທະຫານຂອງມຽນມາ ໄດ້ກໍ່ໃຫ້ເກີດການເດີນຂະບວນປະທ້ວງຕໍ່ຕ້ານການຍຶດອຳນາດຢ່າງແຜ່ຫຼາຍຢູ່ທີ່ນັ້ນ ມາໄດ້ຫ້າມື້ຕິດຕໍ່ກັນ.

“ໃນຂະນະທີ່ການປະທ້ວງໃຫຍ່ຂຶ້ນ ຄວາມຮຸນແຮງຕໍ່ພວກຄົນທີ່ສະແດງອອກສິດປະຊາທິປະໄຕຂອງພວກເຂົາເຈົ້າ ແມ່ນຮັບເອົາບໍ່ໄດ້ ແລະພວກເຮົາຈະສືບຕໍ່ປະກາດມັນອອກມາ” ປະທານາທິບໍດີ ສະຫະລັດ ໄດ້ກ່າວໄປໃນຄຳເຫັນບໍ່ເທົ່າໃດນາທີຢູ່ທີ່ທຳນຽບຂາວ. ທ່ານກ່າວອີກວ່າ “ປະຊາຊົນມຽນມາແມ່ນກຳລັງສົ່ງສຽງຂອງພວກເຂົາໃຫ້ໄດ້ຍິນ.”

ມາດຕະການທັງຫຼາຍທີ່ໄດ້ປະກາດໄປໂດຍທ່ານໄບເດັນ ໄດ້ຮັບຄວາມເຫັນຊອບນຳ ໂດຍສະມາຊິກສະພາສູງ ບອບ ເມີເນັນເດສ ປະທານຄະນະກຳມະ ການສາຍສຳພັນຕ່າງປະເທດຂອງສະພາສູງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG