ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານຄົນເຂົ້າເມືອງ ຂອງສະຫະລັດ ກຽມຮັບມື ກັບການຫຼັ່ງໄຫຼ ເຂົ້າມາຂໍລີ້ໄພໃໝ່


່ພວກເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງເມັກຊິໂກ ຍ່າງໄປສູ່ແມ່ນໍ້າ ຊູຈີອັດເຕ ຊຶ່ງເປັນຊາຍແດນລະຫ່ວາງກົວເຕມາລາ ແລະເມັກຊິໂກ ໃນວັນທີ 22 ມີນາ 2021.
່ພວກເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງເມັກຊິໂກ ຍ່າງໄປສູ່ແມ່ນໍ້າ ຊູຈີອັດເຕ ຊຶ່ງເປັນຊາຍແດນລະຫ່ວາງກົວເຕມາລາ ແລະເມັກຊິໂກ ໃນວັນທີ 22 ມີນາ 2021.

ສານຄົນເຂົ້າເມືອງຂອງສະຫະລັດ ມີຄະດີຕ່າງໆຄ້າງຄາຢູ່ 1 ລ້ານ 3 ແສນ ຄະດີ ໂດຍບໍ່ໄດ້ມີການກະກຽມທີ່ດີເພື່ອຮັບມືກັບພວກຂໍລີ້ໄພທີ່ຫຼັ່ງໄຫຼເຂົ້າມາໃໝ່ ຊຶ່ງມີຈຳນວນເພີ້ມຂຶ້ນຢູ່ຕາມຊາຍແດນສະຫະລັດຕິດກັບເມັກຊິໂກໂດຍ ສະເພາະພວກເດັກນ້ອຍທີ່ເດີນທາງ
ດ້ວຍຕົນເອງ ນັ້ນຄືຄຳເວົ້າຂອງບັນດາຜູ້ພິ ພາກສາທັງໃນອະດີດ ແລະປັດຈຸບັນ ທີ່ໄດ້ກ່າວຕໍ່ວີໂອເອ.

ການເພີ້ມຂຶ້ນຢ່າງຫຼວງຫຼາຍ ຂອງພວກຄົນເຂົ້າເມືອງ ທີ່ເດີນທາງມາເຖິງຊາຍແດນຮວມ
ທັງຫຼາຍກວ່າ170,000 ຄົນ ໃນເດືອນມີນາ ແຕ່ພຽງເດືອນດຽວເທົ່ານັ້ນ ຊຶ່ງເປັນລະດັບ
ສູງສຸດນັບແຕ່ປີ 2006 ເປັນຕົ້ນມາ.

((https://www.cbp.gov/sites/default/files/assets/documents/2020-Jan/U.S.%20Border%20Patrol%20Monthly%20Apprehensions%20%28FY%202000%20-%20FY%202019%29_1.pdf))

ອີງຕາມຂໍ້ມູນເບື້ອງຕົ້ນຂອງເຈົ້າໜ້າທີ່ພາສີ ແລະປ້ອງກັນຊາຍແດນສະຫະລັດ ທີ່ເອີ້ນຫຍໍ້ວ່າ CBP.

ພຽງແຕ່ພວກເດັກນ້ອຍ ທີ່ບໍ່ມີພໍ່ແມ່ຜູ້ປົກຄອງ ໄດ້ອະນຸຍາດໃຫ້ຢູ່ໃນສະຫະລັດ ພ້ອມກັບພວກພໍ່ແມ່ຈຳນວນນຶ່ງທີ່ມີລູກອາຍຸຕໍ່າກວ່າເຈັດປີ. ເຖິງຢ່າງນັ້ນກໍຕາມ ຄະດີໃໝ່ທີ່ໄດ້ເພີ້ມຂຶ້ນຢ່າງຖ້ວມລົ້ນຢູ່ບັນດາສານຄົນເຂົ້າເມືອງນັ້ນ ຈະກອງກັນຂຶ້ນຕື່ມອີກ ຖ້ຫາກລະດັບການຂ້າມຊາຍແດນຍັງເພີ້ມຂຶ້ນຢູ່ຕໍ່ໄປ.

ນີ້ບໍ່ແມ່ນເທື່ອທຳອິດທີ່ສະຫະລັດໄດ້ເຫັນພວກຄົນເຂົ້າເມືອງມາອັ່ງອໍຢູ່ຊາຍແດນໃນທາງ
ພາກໃຕ້ຂອງຕົນແລະນີ້ກໍບໍ່ເປັນເທື່ອທຳອິດ ທີ່ຜູ້ພິພາກສາສານຄົນເຂົ້າເມືອງ ຊຶ່ງເປັນຜູ້
ຕັດສິນກ່ຽວກັບວ່າ ການຂໍລີ້ໄພໄດ້ຮັບການອະນຸມັດ ຫຼືຖືກປະຕິ ເສດ ທີ່ໄດ້ເຫັນຄະດີຕ່າງໆ
ເພີ້ມຂຶ້ນນັ້ນ.

“ຄະດີຕ່າງໆທີ່ຄ້າງຄາໄດ້ເພີ້ມຂຶ້ນ” ນັ້ນຄືຄຳເວົ້າຂອງທ່ານແຈັຟຟຣິີ ເຈສ ອະ ດີດຜູ້ພິພາກສາສານຄົນເຂົ້າເມືອງ ແລະທີ່ປຶກສາອາວຸໂສດ້ານກົດໝາຍໃນຄະ ນະກຳມະການຂໍອຸທອນດ້ານຄົນເຂົ້າເມືອງ. ທ່ານໄດ້ກ່າວເພີ້ມວ່າ ມີສອງວິທີ ທີ່ຈະຮັບມືກັບສະຖານະການ.

ທ່ານເຈສ ກ່າວຕໍ່ ວີໂອເອ ວ່າ “ການຮັບມືກັບສິ່ງທີ່ມັກເກີດຂຶ້ນເລື້ອຍໆນີ້ກໍຄື “ຈ້າງບັນດາຜູ້ພິພາກສາຫຼາຍຂຶ້ນ. ແລະຂ້າພະເຈົ້າຄິດວ່າ ການຮັບມືຕ້ອງແມ່ນ ວ່າ: ໃຫ້ສະຫຼາດຫຼາຍຂຶ້ນກ່ຽວກັບ ຜູ້ທີ່ເຮົານຳເຂົ້າມາຢູ່ໃນສານ ແລະພວກ ເຮົາໃຫ້ບູລິມະສິດຢ່າງໃດ ຕໍ່ຄະດີຕ່າງໆ ແລະເຮົາຮັບມືກັບຄະດີຢ່າງໃດ.”

ອົງການ Transactional Record Access Clearinghouse (TRAC) ຊຶ່ງເປັນສູນກາງຄົ້ນຄວ້າ ຢູ່ມະຫາວິທະຍາໄລຊີຣາຄິວ ໄດ້ສະແດງໃຫ້ເຫັນ ການຄ້າງຄາຂອງຄະດີຕ່່າງໆສຳລັບພວກຄົນເຂົ້າເມືອງຫຼາຍກວ່າສອງເທົ່ານັບ ແຕ່ຕົ້ນປີ 2017 ມາ.

((https://trac.syr.edu/immigration/reports/637/)).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG