ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ​ຈະ​ພິ​ຈາລະ​ນາ​ ປັບປຸງ​ກົດໝາຍຄົນ​ເຂົ້າ​ເມືອງ​ ຂອງ​ຕົນ ໃຫ້ດີ​ຂື້ນ


ຊາວຕ່າງດ້າຍເຂົ້າເມືອງຜິດກົດໝາຍ ທີ່ດ່ານກວດຄົນເຂົ້າເມືອງລັດອາຣິໂຊນາ
ຊາວຕ່າງດ້າຍເຂົ້າເມືອງຜິດກົດໝາຍ ທີ່ດ່ານກວດຄົນເຂົ້າເມືອງລັດອາຣິໂຊນາ

ສະພາ​ຄອງ​ແກ​ຣສສະຫະລັດ​ຈະທຳ​ການ​ພິດ​ຈາລະ​ນາ​ປັບປຸງ​ກົດໝາຍຄົນ​ເຂົ້າ​ເມືອງ​ຂອງ​ສະຫະລັດ​ໃຫ້​ດີ​ຂື້ນ ລຸນ​ຫລັງ​ຈາກ​ການເຄຶ່ອນ​ໄຫວ​ໂດຍ​ທາງ​ການ​ລັດ​ອາຣິ​ໂຊ​ນາ ​ທີ່ອອກ​ກົດໝາຍ​ຄົນ​ເຂົ້າ​ເມືອງ​ດ້ວຍ​ຕົນ​ເອງ ຍ້ອນ​ທາງ​ລັດຖະບານ​ກາງ​ບໍ່​ໄດ້ດຳ​ເນີນ​ການ​ໃດໆ​ກ່ຽວ​ກັບ​ເລຶ່ອງນີ້. ຢ່າງໃດ​ກໍ​ຕາມ ປະທານາທິບໍດີ​ບາ​ກຳລັງ​ຮຽກ ຮ້ອງ​ໃຫ້​ພວກ​ຮ່າງ​ກົດໝາຍ​ທັງຫລາຍ​ຈົ່ງ​ລົງມື​ປະຕິບັດການ ຊຶ່ງ​ຫວັງ​ວ່າ​ພວກ​ເຂົາ​ເຈົ້າຈະ​ສາມາດ​ສ້າງ​ໂຄງ​ຮ່າງ​ປະຕິ​ຮູບ​ກົດໝາຍ​ເຂົ້າ​ເມືອງ​ສະຫະລັດທີ່ຢູ່​ບົນ​ພື້ນຖານ​ແຫ່ງ​ຄວາມ​ຍຸຕິ​ທຳ​ແກ່​ຊາວ​ອາ​ເມ​ລິ​ກັນ ​ແລະ​ພວກ​ຄົນ​ຕ່າງ​ດ້າວ​ທີ່​ມີ​ຄວາມ​ຫວັງ​ທີ່ຈະ​ສາມາດ​ໂອນ​ສັນຊາດ​ເປັນ​ອາ​ເມ​ລິ​ກັນ.

ອາ​ຣິ​ໂຊ​ນາ ​ເປັນ​ລັດນຶ່ງ​ຂອງ​ສະຫະລັດ​ທີ່​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບປະ​ ​ເທດ​ແມ໊ກຊິ​ໂກ ຊຶ່ງ​ເມື່ອ​ໝໍ່ໆ​ມາ​ນີ້​ລັດ​ດັ່ງກ່າວ​ໄດ້​ອອກ​ກົດໝາຍທີ່​ບັງຄັບໃຫ້​ພວກ​ຄົນ​ຕ່າງ​ດ້າວ​ທີ່​ບໍ່​ຖື​ສັນຊາດ​ອາ​ເມ​ລິ​ກັນທີ່ຢູ່ໃນ​ສະຫະລັດ​ນັ້ນ​ພົກ ເອກ​ກະສາ​ນສະ​ແດງ​ສະຖານະ​ພາບ​ຄົນ​ເຂົ້າຂອງ​ຕົນ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຕິດ​ຕົວ​ໄປ​ນຳ​ຢູ່​ສະ​ເໝີ. ​ໂດຍ​ທີ່​ເຈົ້າໜ້າ​ທີ່​ຕຳ​ລວດ​ໄດ້​ຮັບ​ອະນຸຍາດກວດ​ຄົ້ນ ຫລື​ສອບ​ຖາມ​ບຸກຄົນ​ໃດ​ທີ່​ສໍ່​ສະ​ແດງ​ວ່າ​ບໍ່​ມີເອກ​ກະສາ​ນຢູ່​ໃນ​ສະຫະລັດ​ຢ່າງຖືກຕ້ອງ​ຕາມ​ກົດໝາຍ. ພວກ​ຄົນ​ໃດ​ທີ່ພົບ​ເຫັນ​ວ່າ​ຢູ່​ໃນ​ສະຫະລັດ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ ຈະ​ຖືກ​ກັກ​ຕົວ​ໄວ້ ຫລື​ສົ່ງ​ຕົວ​ຕໍ່ໃຫ້​ເຈົ້າໜ້າ​ທີ່​ລັດ​ຖະບານ​ກາງ​ສະຫະລັດ.

ຜູ້​ວ່າການ​ລັດ​ອາຣິ​ໂຊ​ນາ​ກ່າວ​ວ່າ ຄວາມ​ຮຸນ​ແຮງ​ດ້ານ​ຢາ​ເສບ​ຕິດຕາມ​ເຂດ​ຊາຍ​ແດນ​ອາຣິ​ໂຊ​ນາ​ກັບ​ແມ໊ກຊິ​ໂກ ​ແລະ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຄວບຄຸມ​ສະກັດ​ກັ້ນ​ຄົນ​ເຂົ້າ​ເມືອງ​ຜິດກົດໝາຍ​ຖີບ​ຕົວ​ສູງ​ຂື້ນ​ໄປເລື້ອຍໆ ຈຶ່ງ​ເປັນ​ເຫດ​ໃຫ້ຜູ້​ວ່າການ​ລັດ​ອາຣິ​ໂຊ​ນາຕັດສິນ​ໃຈ​ອອກ​ກົດໝາຍດັ່ງກ່າວ. ພວກ​ເຈົ້າໜ້າ​ທີ່​ຂອງ​ປະ​ເທດແມ໊ກຊິ​ໂກ​ຢ້ານວ່າ​ກົດໝາຍ​ດັ່ງກ່າວ​ນີ້​ຈະ​ເປັນ​ການນາບ​ຂູ່​ແລະ​ກໍ່ກວນ​ຊາວ​ແມ໊ກຊິ​ໂກ​ທີ່​ເດີນທາງ​ມາ​ທ່ອງ​ທ່ຽວ ຫລື​ເຂົ້າມາ​ທຳ​ງານ​ໃນ​ເຂດຊາຍ​ແດນ​ສະຫະລັດ ບ່ອນ​ທີ່​ມີ​ກິດຈະກຳ​ຫລາຍ​ທີ່​ສຸດ​ໃນ​ໂລກນັ້ນ ​ແລະ​ພວກ​ເຂົາ​ເຈົ້າກໍ​ໄດ້​ອອກປາກ​ຕໍ່ຕ້ານ​ກົດໝາຍ​ນີ້.

ຄວາມ​ຂັດ​ແຍ້​ງກັນ​ໄດ້​ກໍ່​ໃຫ້​ເກີດ​ມີ​ການ​ອະພິປາຍ​ກັນ​ຄືນ​ໃໝ່ທີ່​ໄດ້​ດຳ​ເນີນ ມາ​ເປັນ​ເວລາ​ຫລາຍ​ປີ​ໃນ​ສະຫະລັດ ກ່ຽວ​ກັບ​ວິທີ​ການ​ຄວບ​ຄຸມເຂດ​ຊາຍ​ແດນ​ຂອງ​ສະຫະລັດ ​ໃນ​ຂະນະ​ທີ່​ສະຫະລັດ​ສະໜອງ​ໃຫ້​ມີ​ການເຕີບ​ໂຕ​ດ້ານ​ພາ​ນິດ​ແລະ​ປະຊາກອນ​ເພື່ອ​ຊ່ວຍ​ຫລໍ່ລ້ຽງ​ການພັທະນາ​ແລະ ຄວາມ​ຈະ​ເຣີນຮຸ່ງ​ເຮືອງ​ຂອງ​ສະຫະລັດ. ຈາກ​ທີ່​ສະຫະລັດ​ເປັນ​ປະ​ເທດ​ທີ່ດຶງ​ດູດ​ທັງ​ດ້ານ​ໜ້າ​ວຽກ​ແລະ​ວິຖີ​ຊີວິດ​ທີ່​ດີກ​ວ່າ ຈຶ່ງ​ເປັນ​ເຫດ​ໃຫ້​ມີ​ຄົນ​ຈຳນວນ ຢ່າງ​ໜ້ອຍ 11ລ້ານ​ຄົນ​ພາເຂົ້າມາ​ທຳ​ງານ​ຫລື​ມາຢູ່ອາ​ໃສໃນ​ສະຫະລັດ ຢ່າງ​ຜິດ​ກົດໝາຍ ຕາມ​ການ​ປະ​ເມີນ​ຂອງ​ເຈົ້າໜ້າ​ທີ່​ລັດ​ຖະບານກາງ​ສະຫະລັດນັ້ນ. ​ເງິນ​ຄຳ​ຫລື​ຄ່າ​ຈ້າງ​ທີ່ພວກ​ຄົນ​ຕ່າງ​ດ້າວ​ເຫລົ່າ​ນີ້​ໄດ້​ຮັບ​ນັ້ນ ​ແມ່ນມີ​ບົດ​ບາດສຳຄັນ​ໃນ​ການເສດ​ຖະກິດ​ຂອງຫລາຍໆ​ປະ​ເທດ ​ເນຶ່ອງຈາກສົ່ງ​ໄປ​ໃຫ້​ຍາດ​ພີ່ນ້ອງ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ຕ່າງປະ​ເທດ ຊຶ່ງຖື​ວ່າ​ເປັນ​ປັດຈັຍ​ສຳຄັນ​ຂອງ​ລາຍ​ໄດ້​ສຳ​ຫລັບ​ຫລາຍໆ​ປະ​ເທດ.

ແມ່ນແຕ່ພວກ​ທີ່​ອອກ​ມາສະ​ນັບ​ສະນຸກ​ຢ່າງ​ໜັກ​ແໜ້ນທີ່​ສຸດ​ຂອງ​ການ​ປະຕິ​ຮູບກົດ​ການ​ເຂົ້າ​ເມືອງ​ສະຫະລັດ​ກໍເຫັນ​ດີ​ນຳ​ວ່າເລຶ່ອງການ​ດຳ​ເນີນ​ຂອງ ​ເຂົ້າ​ເມືອງ​ນີ້ຄວນ​ຈະ​ມີການ​ຄວບ​ຄຸມ​ໄປ​ຕາມລະບຽບກົດ​ເກນ. ຂະນະ​ທີ່​ພວກ​ຮ່າງ​ກົດ​ໝາຍທຳ​ການ​ປະຕິບັດ​ການ​ກັບ​ບັນຫາ​ນີ້ ​ໃນ​ຫລາຍໆ​ມື້​ຂ້າງ​ໜ້າ​ນີ້ ​ແລະປະທານາທິບໍດີ​ໂອ​ບາ​ມາກໍຈະ​ປະຕິ​ບັດ​ງານ​ຮ່ວມກັບ​ພວກ​ເຂົາ​ເຈົ້າ ​ເພື່ອ​ອອກ​ກົດໝາຍການ​ເຂົ້າ​ເມືອງ​ທີ່ປະຕິ​ຮູບຂື້ນ​ມາຢ່າງ​ຄົບຖ້ວນ​ສົມບູນ ທີ່ຢູ່​ບົນ​ພື້ນຖານ​ແຫ່ງ​ຫລັກການ​ຂອງ​ຄວາມ​ຮັບຜິດຊອບ​ ດັ່ງ​ທີ່​ປະທາ​ນາ​ທິບໍດີໂອ​ບາ​ມາ ກ່າວ​ວ່າ “​ໃນ​ຖານະ​ປະ​ເທດ ​ແລະ​ປະຊາຊົນ ພວກ​ເຮົາ​ມີ​ສິດ​ເລຶອກ​ເສັ້ນທາງ​ອະນາຄົດ​ທີ່​ແຕກ​ຕ່າງ​ ​ໂດຍ​ຍຶດໝັ້ນ​ໃນປະວັດ​ສາດ ມໍລະດົກ ​ແລະ​ຄວາມ​ຫວັງ​ທີ່​ວ່າອາ​ເມ​ລິ​ກາ​ຍັງ​ຄົງ​ເປັນ​ຈຸດດຶງ​ດູດ​ແລະ​ກະ​ຕຸ້ນ​ຈິດ​ໃຈ​ປະຊາຊົນ​ໂລກ​ທັງມວນ.”

XS
SM
MD
LG