ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດຂະຫຍາຍ ບັນຊີພວກປະເທດ ທີ່ບໍ່ປາບການຄ້າມະນຸດ (ເບິ່ງວີດີໂອລາວ/ອັງກິດ)


ລັດຖະມົນຕີການຕ່າງປະເທດສະຫະລັດ ຣິລເລີຣີ ຄລິນຕັນ ກ່າວໃນພິທີນໍາສະເໜີລາຍງານກ່ຽວກັບການລັກລອບ ຄ້າມະນຸດປະຈໍາປີ ທີ່ກະຊວງການຕ່າງປະເທດ ໃນນະຄອນຫລວງວໍຊິງຕັນ ເມື່ອວັນທີ 27 ມີຖຸນາ 2011.
ລັດຖະມົນຕີການຕ່າງປະເທດສະຫະລັດ ຣິລເລີຣີ ຄລິນຕັນ ກ່າວໃນພິທີນໍາສະເໜີລາຍງານກ່ຽວກັບການລັກລອບ ຄ້າມະນຸດປະຈໍາປີ ທີ່ກະຊວງການຕ່າງປະເທດ ໃນນະຄອນຫລວງວໍຊິງຕັນ ເມື່ອວັນທີ 27 ມີຖຸນາ 2011.

ເມື່ອວັນຈັນອາທິດແລ້ວນີ້ ສະຫະລັດໄດ້ເພີ່ມຈໍານວນປະເທດ ທີ່ບໍ່ບັນລຸມາດຕະຖານສາກົນ ໃນການປາບປາມການລັກລອບຄ້າມະນຸດນັ້ນ ຂຶ້ນຢ່າງຫລວງຫລາຍ. ເລບານອນ ເວເນຊູ ເອລາ ແລະຫລາຍໆປະເທດໃນຂົງເຂດອາຟຣິກາ ແມ່ນຮວມຢູ່ໃນຈໍາພວກປະເທດໃໝ່ໆ ທີ່ໄດ້ຮັບຄະແນນ ບໍ່ຜ່ານ ໃນລາຍງານປະຈໍາປີຂອງສະຫະລັດ ວ່າດ້ວຍການລັກລອບຄ້າ ມະນຸດນັ້ນ. ທອງປານ ແລະ ດາຣາ ມີເລຶ່ອງນີ້ມາສະເໜີທ່ານ.

ພວກເຈົ້າໜ້າທີ່ກະຊວງ​ການ​ຕ່າງປະ​ເທດກ່າວວ່າ ເຖິງແມ່ນວ່າ​ໄດ້ມີການຕື່ນຕົວຫລາຍ​ຂຶ້ນ​
ກ່ຽວ​ກັບບັນຫານີ້​ກໍ​ຕາມ ​ແຕ່ການລັກລອບຄ້າມະນຸດຢູ່ໃນທົ່ວໂລກ ກໍ​ຍັງສືບຕໍ່ເຕີບໂຕຂຶ້ນໄປ
ເລື້ອຍໆ ​ໂດຍ​ໄດ້​ຮັບ​ການ​ຂັບ​ດັນ​ຊຸກຍູ້ ສ່ວນ​ນຶ່ງ​ຈາກການ​ສວາຍ​ໃຊ້​ການ​ສື່ສານທາງອິນເທີ
ເນັດ ​ເພື່ອຫລອກລໍ້​ເອົາ​ຜູ້ຄົນ​ໄປເປັນທາດຄ້າປະເວນີແລະທາດແຮງງານ​ ຊຶ່ງ​ສະພາບ​ການ
ດັ່ງກ່າວ​ນີ້​ໄດ້​ສົ່ງຜົນ​ໃຫ້ກະຊວງຕ່າງປະເທດສະຫະລັດ ຂະຫຍາຍບັນຊີຂອງຕົນອອກໄປອີກ
ສໍາລັບ​ພວກ​ປະ​ເທດທີ່ຈັດ​ເຂົ້າ​ໃນອັນ​ທີ່ເອີ້ນວ່າ ລະດັບ​ຫລືກຸ່ມ 3 ຫລື Tier 3 ຊຶ່ງ​ໝາຍ​
ເຖິງ​ພວກ​ລັດ​ທີ່ສະຫະ​ລັດເຫັນວ່າ ບໍ່ໄດ້ທໍາຄວາມພະຍາຍາມທີ່ສໍາຄັນເພື່ອ​ແກ້​ໄຂບັນຫານີ້​
ຄື​ເພິ່ມຈາກ 13 ​ເປັນ 23 ປະເທດ ຊຶ່ງ​ພວກ​ປະ​ເທດ​ເຫລົ່າ​ນີ້ມີ​ສິດຖືກສະຫະລັດລົງໂທດ​ໄດ້.

ລາຍງານວ່າດ້ວຍການຄ້າມະນຸດປະຈໍາ ປີ 2011 ຂອງກະຊວງການຕ່າງ ປະເທດສະຫະລັດ ທີ່ຍັງ​ຈັດ ສປປ ລາວ ຢູ່​ກຸ່ມທີ 2 ແຕ່ລືບອອກ​ຈາກ ​ບັນຊີ​ທີ່​ຕ້ອງຕິດຕາມຊິ້ງຊອມເບິ່ງ.
ລາຍງານວ່າດ້ວຍການຄ້າມະນຸດປະຈໍາ ປີ 2011 ຂອງກະຊວງການຕ່າງ ປະເທດສະຫະລັດ ທີ່ຍັງ​ຈັດ ສປປ ລາວ ຢູ່​ກຸ່ມທີ 2 ແຕ່ລືບອອກ​ຈາກ ​ບັນຊີ​ທີ່​ຕ້ອງຕິດຕາມຊິ້ງຊອມເບິ່ງ.

ໃນພິທີນໍາ​ສະ​ເນີລາຍງານດັ່ງກ່າວ ທ່ານນາງ
ລັດຖະມົນຕີຕ່າງປະເທດ ຮິ​ລ​ເລີຣີ ຄລິນຕັນ
ກ່າວວ່າ ອາດມີຫລາຍຮອດ 27 ລ້ານຄົນທີ່
ອາດມີຊີວິດຢູ່ ຢ່າງເປັນຂ້າທາດໃນເວລານີ້.
ທ່ານນາງກ່າວອີກວ່າເຖິງແມ່ນວ່າຫລາຍໆ
ປ​ະເທດອອກກົດໝາຍປາບປາມການຄ້າ
ມະນຸດກໍຕາມ ແຕ່ການບັງຄັບ​ໃຊ້ກົດໝາຍ
ກໍອືດອາດ ຊັກຊ້າ. ທ່ານນາງກ່າວວ່າ:

“The number of prosecution
worldwide...ຈໍານວນການດໍາເນີນຄະດີ
ຢູ່ໃນທົ່ວໂລກ ​ແມ່ນຂ້ອນຂ້າງຈະຄົງຢູ່
ກັບທີ່ ​ເພາະສະ​ນັ້ນ ການວັດແທກ
ຄວາມສໍາເລັດໂດຍອິງ​ໃສ່​ວ່າປະເທດ
ໃດນຶ່ງໄດ້ຜ່ານກົດໝາຍ​ນັ້ນ ​ແມ່ນໃຊ້
ບໍ່​ໄດ້​ອີກ​ແລ້ວ. ມີຫລາຍໆປະເທດທີ່​
ໄດ້​ຜ່ານ​ກົດໝາຍໃນໄລຍະສິບປີຜ່ານມາ. ບັດນີ້ ພວກເຮົາຕ້ອງ​ເຮັດໃຫ້ເປັນທີ່
ແນ່ໃຈວ່າ ກົດໝາຍຖືກນໍາໃຊ້ປະຕິບັດ ແລະປະເທດທັງຫລາຍ​ພາກັນ​ນໍາ​ໃຊ້ ເຄຶ່ອງມືທີ່ໄດ້ສ້າງຂຶ້ນມາ ເພື່ອ​ເປົ້າ​ໝາຍ​ອັນ​ນີ້.”

ລາຍງານປີ​ນີ້​ແມ່ນເປັນສະບັບທີ່ 11 ທີ່ອອກໂດຍກະຊວງຕ່າງປະເທດສະຫະລັດ ພາຍ
ໃຕ້ກົດໝາຍຕໍ່ຕ້ານການລັກລອບຄ້າມະນຸດ ທີ່ລັດຖະສະພາ​ໄດ້​ຮັບ​ຜ່ານ​ໃນປີ 2000.
ລາຍງານປີ​ນີ້ໄດ້ຈັດ​ຫລາຍປະເທດທີ່​ມີ​ການຝ່າຝືນສິດທິມະນຸດຢ່າງຊໍາເຮື້ອ ​ເຂົ້າຢູ່ໃນກຸ່ມ
3 ຫລື Tier 3 ຊຶ່ງໂຮມທັງ ມຽນມາ ກຸຍບາ ອິຣ່່ານ ເກົາຫລີເໜືອ ແລະ ຊິມບາບເວ.

ພວກປະເທດພັນທະມິດ​ຂອງ​ສະຫະລັດໃນຂົງເຂດອ່າວເປີເຊຍ ເຊັ່ນ ຄູເວດ ແລະຊາອຸດີ
ອາເຣເບຍ ກໍຍັງຄົງຖືກຈັດຢູ່ໃນກຸ່ມ 3 ຄື​ເກົ່າ ​ໂດຍ​ມີ​ອີກ​ຫລາຍ​ປະ​ເທດ​ທີ່ຖືກ​ຈັດຮ່ວມເຂົ້າ
ນໍາເປັນເທື່ອທໍາອິດ.ໃນ​ນັ້ນ​ກໍ​ມີຫົກປະເທດ​ໃນອາຟຣິກາ ​ແລະເລບານອນ ເທີກເມນີສຖານ
ເວເນຊູເອລາ ແລະ ໄມໂຄຣເນເຊຍ.

ຄລິກບ່ອນນີ້ ເພື່ອເບິ່ງວີດີໂອ ພາສາລາວ ຫລືຄລິກຢູ່ບ່ອນສື່ວິນໂດວ໌ ກັບ mp4 ກໍໄດ້

ການລົງໂທດອັນດຽວ ທີ່ອະນຸຍາດໃຫ້ພາຍໃຕ້ກົດໝາຍສະຫະລັດ ກໍຄືການງົດການຊ່ວຍ
ເຫລືອທີ່ບໍ່ແມ່ນເພື່ອດ້ານມະນຸດສະທໍາ ສໍາລັບ​ພວກ​ປະ​ເທດ​ເຫລົ່າ​ນີ້ ຊຶ່ງ​ກໍ​ບໍ່ຄ່ອຍ ໄດ້ນໍາ ໃຊ້ຫລາຍປານໃດນັ້ນ.

ທ່ານນາງຄລິນຕັນກ່າວວ່າ ຈຸດປະສົງ​ຂອງການຈັດລະດັບນັ້ນ ກໍເພື່ອຊຸກຍູ້ໃຫ້ປະເທດ ຕ່າງໆຕອບສະໜອງ.

“The report itself is a tool and what... ຕົວລາຍງານເອງນັ້ນ ຖືວ່າເປັນ
ເຄຶ່ອງມືອັນນຶ່ງ ແລະສິ່ງທີ່ພວກເຮົາສົນໃຈ ຫລາຍທີ່ສຸດນັ້ນ ກໍຄືທໍາງານຮ່ວມ
ກັບປະເທດຕ່າງໆຢູ່ໃນທົ່ວໂລກ ແລະປະຕິບັດງານໃນທົ່ວວົງການລັດຖະບານ
ຂອງເຮົາເອງ ເພື່ອໃຫ້ໄດ້ໝາກຜົນ. ທົດ​ສະ​ວັດ​ແຫ່ງ​ການ​ເຮັດ​ໃຫ້​ບັນລຸ​ຜົນ​ໃນ​
ເລື່ອງ​ນີ້ ​ແມ່ນ​ໄດ້​ມາ​ເຖິງພວກເຮົາ​ແລ້ວ.”

ໃນພິທີນໍາ​ສະ​ເນີ​ລາຍ​ງານ​ດັ່ງກ່າວ​ນີ້ ກະຊວງຕ່າງປະເທດສະຫະລັດຍັງ​ໄດ້ສະດຸດີໃຫ້ກຽດ
ນັກເຄຶ່ອນໄຫວ 10 ຄົນ ຈາກທົ່ວໂລກວ່າເປັນວີລະບຸລຸດ ຊຶ່ງ​ໃນ​ນັ້ນ ກໍມີ​ໂຮມ​ທັງທ່ານນາງ
Sheila Roseau ຜູ້ສະໜັບສະໜຸນ ສິດທິຂອງແມ່ຍິງ ຈາກປະ​ເທດ​ເກາະ Antigua and
Barbuda ທີ່​ໄດ້​ຊຸກຍູ້​ໃຫ້​ມີ​ການ​ຮັບ​ຜ່ານກົດໝາຍຕໍ່ຕ້ານການລັກລອບຄ້າ​ມະນຸດໂດຍສະພາ
ນິຕິບັນຢັດຂອງປະເທດຂອງທ່ານນາງເມື່ອປີຜ່ານມາ. ທ່ານນາງ Roseau ກ່າວ​ວ່່າ:

“As we recognize the tremendous...ໃນຂະນະທີ່ພວກເຮົາຮັບຮູ້ຄວາມພະຍາ
ຍາມອັນໃຫຍ່ຫລວງທີ່ພວກ​ເຮົາ ໄດ້ກະທໍາ​ມານັ້ນ ຂໍໃຫ້ພວກເຮົາຈົ່ງຮັບປະກັນ
ວ່າ ພວກເຮົາຈະສືບຕໍ່ສົ່ງ​ເສີມເພື່ອການສະໜັບສະໜຸນທີ່ມີປະສິດທິຜົນສໍາລັບ
ພວກທີ່ລອດຊີວິດ. ພວກເຮົາຕ້ອງສືບຕໍ່ມີສະຕິ​ລະວັງ​ໂຕໃນການ​ດໍາ​ເນີນຄວາມ
ພະຍາຍາມ ທັງໝົດເພື່ອປາບປາມການລັກລອບຄ້າມະນຸດນັ້ນ ໂດຍການຄໍ້າປະ
ກັນໃຫ້​ໄດ້​ຮັບການສະໜັບສະໜຸນຂອງລັດຖະບານຂອງພວກເຮົາ ເພື່ອລົງມືປະ
ຕິບັດການ ​ເພື່ອ​ພັດທະນາ​ໂຄງຮ່າງປະຕິບັດງານທາງ​ດ້ານນິຕິບັນຍັດ ຫລືອອກ​
ກົດໝາຍອັນເໝາະສົມ ຖ້າຫາກວ່າຍັງບໍ່ມີເທື່ອ.”

ລາຍງານສະບັບ​ປີ​ນີ້ ຍັງໄດ້ລະບຸຊື່ຫົກປະເທດວ່າ ຝ່າຝືນກົດໝາຍປີ 2008 ຂອງສະຫະ
ລັດ ທີ່ຕໍ່ຕ້ານການໃຊ້ພວກນ້ອຍໄປເປັນທະຫານ ​ຊຶ່ງມີ ປະ​ເທດຄອງໂກ ມຽນມາ ຈາດ
(Chad) ໂຊມາເລຍ ຊູດານ ແລະ ເຢເມນ.

ປະເທດ​ເຫລົ່າ​ນັ້ນທັງໝົດ ຍົກເວັ້ນມຽນມາ ​ແມ່ນໄດ້ຮັບການຊ່ວຍເຫລືອ ຫລືການອົບລົມ
ທາງທະຫານ ຈາກສະຫະລັດ. ກຸ່ມສິ່ງຊອມສິດທິມະນຸດ Human Righst Watch ໄດ້
ຮຽກຮ້ອງໃຫ້ລັດຖະບານໂອບາມາ ຢຸດການຊ່ວຍເຫລືອດັ່ງກ່າວນັ້ນ ຕາມທີ່ໄດ້ບົ່ງໄວ້ໃນ ກົດໝາຍ.

ເບິ່ງວີດີໂອພາສາອັງກິດ

XS
SM
MD
LG