ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າລົງຄະແນນສຽງ 222 ຕໍ່ 208 ເພື່ອສະເໜີຕັ້ງຂໍ້ກ່າວຫາ ບໍ່ເຊື່ອຟັງລັດຖະສະພາ ຕໍ່ຜູ້ຊ່ວຍຂອງທ່ານ ທຣຳ


ຮູບພາບບັນທຶກ ຫົວໜ້າເສນາທິການທໍານຽບຂາວ ທ່ານມາກ ແມໂດສ໌ ຕ້ອນຮັບບັນດາຜູ້ສະໜັບສະໜູນ ປະທານາທິບໍດີ ດໍໂນລ ທຣໍາ ລະຫວ່າງການໂຄສະນາຫາສຽງ ວັນທີ 31 ຕຸລາ 2020.
ຮູບພາບບັນທຶກ ຫົວໜ້າເສນາທິການທໍານຽບຂາວ ທ່ານມາກ ແມໂດສ໌ ຕ້ອນຮັບບັນດາຜູ້ສະໜັບສະໜູນ ປະທານາທິບໍດີ ດໍໂນລ ທຣໍາ ລະຫວ່າງການໂຄສະນາຫາສຽງ ວັນທີ 31 ຕຸລາ 2020.

ສະພາຕໍ່າສະຫະລັດ ໄດ້ອະນຸມັດຮ່າງມະຕິທີ່ຮຽກຮ້ອງກະຊວງຍຸຕິທຳໃຫ້ຕັ້ງຂໍ້ກ່າວຫາ
ຕໍ່ທ່ານ ມາກ ເມໂດສ໌ (Meadows) ເຊິ່ງເປັນທີ່ປຶກສາຂອງອະດີດປະທານາທິບໍດີ ດໍ
ໂນລ ທຣໍາ, ດ້ວຍການບໍ່ເຊື່ອຟັງລັດຖະສະພາ ສໍາລັບການປະຕິເສດຂອງທ່ານທີ່ຈະໃຫ້
ການ ຕໍ່ຄະນະກຳມະການສຶບສວນພິເສດ ໃນການກໍຈາລະຈົນຢູ່ລັດຖະສະພາ ສະຫະລັດ
ໂດຍພວກສະໜັບສະໜູນທ່ານ ທຣໍາ ເມື່ອວັນທີ 6 ມັງກອນທີ່ຜ່ານມາ.

ຮ່າງມະຕິດັ່ງກ່າວໄດ້ຖືກຮັບຜ່ານໂດຍສະພາຕໍ່າພັກເດໂມແຄຣັດທີ່ນຳໜ້າໂດຍພັກເດໂມ
ແຄຣັດ ໃນຕອນເດິກຂອງວັນອັງຄານວານນີ້ ດ້ວຍຄະແນນສຽງ 222 ຕໍ່ 208, ໂດຍມີສະ
ມາຊິກພັກຣີພັບບລິກັນພຽງແຕ່ສອງຄົນເຂົ້າຮ່ວມກັບສະມາຊິກພັກເດໂມແຄຣັດໝົດທຸກ
ຄົນໃນການສະໜັບສະໜູນ. ສະມາຊິກພັກຣີພັບບລິກັນສອງທ່ານ ຄືທ່ານ ອາດຳ ຄິນຊິນ
ເກີຣ ຈາກລັດອີລິນອຍ (Adam Kinzingeer) ແລະ ທ່ານນາງ ລິສ ເຈນີ (Liz Cheney)
ທີ່ປະຕິບັດໜ້າທີ່ຢູ່ໃນຄະນະກຳມະການພິເສດ ກັບສະມາຊິກພັກເດໂມແຄຣັດເຈັດຄົນນັ້ນ
ໄດ້ລົງຄະແນນສຽງຢ່າງເປັນເອກກະ ສັນ ໃນວັນຈັນທີ່ຜ່ານມາ ເພື່ອສະເໜີໃຫ້ທ່ານ ເມ
ໂດສ ປະເຊີນກັບຂໍ້ກ່າວ ຫາທາງອາຍາ.

ທ່ານ ເມໂດສ໌ ໄດ້ມອບບັນທຶກເອກກສານຫຼາຍກວ່າ 6,600 ໜ້າ ທີ່ໄດ້ມາຈາກບັນຊີອີແມລ
ສ່ວນໂຕ ແລະ ຂໍ້ຄວາມປະມານ 2,200 ອັນ ໃຫ້ຄະນະກຳມະການສະພາຕໍ່າທີ່ມີສະມາຊິກ
ເກົ້າຄົນ ທີ່ສືບສວນຄວາມຮຸນແຮງໂດຍພວກສະໜັບສະໜູນທ່ານ ທຣຳ ຫຼາຍຮ້ອຍຄົນຢູ່
ລັດຖະສະພາ ແຄັບປິຕອລ ເມື່ອ 11 ເດືອນທີ່ຜ່ານມາ. ບັນຫາໄດ້ເກີດຂຶ້ນໃນຂະນະທີ່ບັນ
ດາສະມາຊິກສະພາ ໄດ້ຢັ້ງຢືນວ່າທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ໄດ້ຊະນະ
ທ່ານທຣໍາ ໃນການ ພະຍາຍາມເລືອກຕັ້ງດຳລົງຕຳແໜ່ງຄືນຂອງທ່ານ.

ທຳອິດ ທ່ານ ເມໂດສ໌ ໄດ້ຕົກລົງທີ່ຈະໃຫ້ການກ່ຽວກັບບົດບາດຂອງທ່ານ ກ່ອນວັນທີ 6 ມັງ
ກອນ ໃນຄວາມພະຍາຍາມທີ່ຈະຊ່ວຍທ່ານ ທຣໍາ ອ້າງເອົາໄຊຊະນະສະໄໝທີສອງອີກສີ່ປີ
ຢູ່ໃນທຳນຽບຂາວ ແລະການກະທຳຂອງ ທ່ານໃນວັນນັ້ນ. ພວກປະທ້ວງ, ທີ່ຖືກຮຽກຮ້ອງ
ໂດຍທ່ານ ທຣຳ “ໃຫ້ຕໍ່ສູ້ສຸດຊີວິດ” ເພື່ອເຮັດໃຫ້ທ່ານຢູ່ໃນຕຳແໜ່ງຄືເກົ່ານັ້ນ, ໄດ້ບຸກເຂົ້າ
ໄປໃນຫໍລັດຖະສະພາ, ທັບແກ້ວປ່ອງຢ້ຽມ ແລະ ໄດ້ຕໍ່ສູ້ກັບຕຳຫຼວດ. ໃນອາທິດແລ້ວນີ້,
ທ່ານ ເມໂດສ໌ ໄດ້ປ່ຽນໃຈຂອງທ່ານໃນການໃຫ້ການ ໂດຍອ້າງເຖິງການອ້າງສິດພິເສດ
ຂອງທ່ານທຣຳ ເພື່ອເກັບເອກະສານໄວ້ເປັນຄວາມລັບ ເພື່ອຍັບຢັ້ງການສືບສວນສອບສວນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG