ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ຕ່ຳ ​ສ​ະ​ຫະ​ລັດ ອະ​ນຸ​ມັດ​ແຜນ​ການ​ຫຼີກ​ລ່ຽງ ການ​ປິດ​ລັດ​ຖະ​ບານ​ເປັນ​ບາງ​ສ່ວນ ໃນ​ທ້າຍ​ອາ​ທິດນີ້


ປະ​ທານ​ສະ​ພາ​ຕ່ຳ ທ່ານ​ໄມ​ຄ໌ ຈອນ​ສັນ ພົບ​ປະ​ກັບ​ພວກ​ນັກ​ຂ່າວ ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ສຳ​ຄັນ ກ່ຽວ​ກັບ​ການ​ອະ​ນຸ​ມັດ​ການ​ໃຊ້​ຈ່າຍ ໃຫ້​ແກ່​ລັດ​ຖະ​ບານ​ໃນ​ລະ​ດັບ​ປັດ​ຈຸ​ບັນ ທີ່​ຕຶກ​ສະ​ພາ ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 14 ພະ​ຈກ 2023.
ປະ​ທານ​ສະ​ພາ​ຕ່ຳ ທ່ານ​ໄມ​ຄ໌ ຈອນ​ສັນ ພົບ​ປະ​ກັບ​ພວກ​ນັກ​ຂ່າວ ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ສຳ​ຄັນ ກ່ຽວ​ກັບ​ການ​ອະ​ນຸ​ມັດ​ການ​ໃຊ້​ຈ່າຍ ໃຫ້​ແກ່​ລັດ​ຖະ​ບານ​ໃນ​ລະ​ດັບ​ປັດ​ຈຸ​ບັນ ທີ່​ຕຶກ​ສະ​ພາ ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 14 ພະ​ຈກ 2023.

ສະ​ພາ​ຕ່ຳ​ສະ​ຫະ​ລັດ​ໄດ້​ລົງ​ຄະ​ແນນ 336 ຕໍ່ 95 ສຽງ ໃນ​ວັນ​ອັງ​ຄານ​ວານນີ້ ເພື່ອ​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ແຜນ​ການ​ທີ່​ຈະ​ຫຼີກ​ລ່ຽງ​ບໍ່​ໃຫ້​ມີ​ການ​ປິດ​ລັດ​ຖະ​ບານ​ເປັນ​ບາງ​ສ່ວນ​ໃນ​ວັນ​ເສົາ​ຈະ​ມານີ້ ແຕ່​ໃນ​ຂະ​ນະ​ດຽວ​ກັນ ກໍ​ໄດ້​ເລື່ອນ​ເວ​ລາ​ໃນ​ການ​ອະ​ພິ​ປາຍ​ທີ່​ເປັນ​ບັນ​ຫາ​ຖົກ​ຖຽງ ກ່ຽວ​ກັບ​ບູ​ລິ​ມະ​ສິດ​ສຳ​ລັບ​ການ​ໃຊ້​ຈ່າຍ ໄປ​ໃສ່​ຕົ້ນ​ປີ 2024.

ການ​ໃຊ້​ຈ່າຍ​ໃນ​ປັດ​ຈຸ​ບັນ​ສຳ​ລັບ​ພະ​ແນກ​ການ​ຕ່າງໆ​ຂອງ​ລັ​ດ​ຖະ​ບານ​ຈະ​ໝົດ​ອາ​ຍຸ​ລົງ​ໃນ​ຕອນ​ທ່ຽງ​ຄືນ​ຂອງວັນ​ສຸກ ຊຶ່ງ​ໄດ້​ບັງ​ຄັບ​ໃຫ້​ລັດ​ຖະ​ສະ​ພາ​ແລະ​ທຳ​ນຽບ​ຂາວ ບັນ​ລຸ​ການ​ຕົກ​ລົງ​ໄລ​ຍະ​ສັ້ນ ເພື່ອ​ໃຫ້​ລັດ​ຖະ​ບານ​ສາ​ມາດ​ປະ​ຕິ​ບັດ​ງານ​ຕໍ່​ໄປ.

ສະ​ພາ​ຕ່ຳ​ສະ​ຫະ​ລັດ​ໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ຂໍ້​ສະ​ເໜີ​ຂອງ​ປະ​ທານ​ສະ​ພາ​ຄົນ​ໃໝ່ ທ່ານ​ໄມ​ຄ໌ ຈອນ​ສັນ ຜູ້​ນຳ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ກຳ​ສຽງ​ສ່ວນ​ຫຼາຍ​ລື່ນ​ພັກ​ເດ​ໂມ​ແຄ​ຣັດ​ພຽງ​ເລັກ​ນ້ອຍ​ຢູ່​ໃນ​ສະ​ພ​າ​ຕ່ຳ ຊຶ່ງ​ໄດ້​ອະ​ນຸ​ມັດ​ການ​ໃຊ້​ຈ່າຍ​ໃຫ້​ແກ່​ບາງ​ພະ​ແນກ​ການ​ຂອງ​ລັດ​ຖະ​ບານໄປ​ຈົນ​ຮອດ​ກາງ​ເດືອນ​ມັງ​ກອນ ແລະ​ອີກ​ຈຳ​ນວນ​ນຶ່ງ​ຈົນ​ຮອດ​ຕົ້ນ​ເດືອນ​ກຸມ​ພາ.

ພາຍ​ໃນ​ໄລ​ຍະ​ເວ​ລາ​ທັງ​ສອງນັ້ນ ລັດ​ຖະ​ສະ​ພາ​ຕ້ອງ​ໄດ້​ທຳ​ການ​ອະ​ພິ​ປາຍ​ແລະ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ລະ​ດັບ​ການ​ໃຊ້​ຈ່າຍ​ຢູ່​ໃນ​ທຸກໆ​ພະ​ແນກ​ການ​ຂອງ​ລັດ​ຖະ​ບານ ໄປ​ຈົນ​ຮອດ​ເດືອນ​ກັນ​ຍາ​ປີ​ໜ້າ ຫຼື​ໃຫ້​ການອະ​ນຸ​ມັດ​ຕໍ່​ຂໍ້​ຕົກ​ລົງ​ໄລ​ຍະ​ສັ້ນ​ອີກ​ເທື່ອ​ນຶ່ງ.

ໃນ​ການ​ຮັບ​ຜ່ານ​ແຜນ​ການນີ້ ທ່ານ​ຈອນ​ສັນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນຈາກ​ພັກ​ເດ​ໂມ​ແຄ​ຣັດ 209 ສຽງ ຫຼາຍກວ່​າຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ໄດ້ 127 ສຽງ. ​ສຳ​ລັບ​ການ​ຄັດ​ຄ້ານ ມີ 93 ສຽງ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນແລະ 2 ສຽງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ.

ສະ​ພາ​ສູງ​ກໍ​ມີ​ທ່າ​ທາງວ່າ ຈະ​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ຂໍ້​ສະ​ເໜີນີ້ ແລະ​ຫຼັງ​ຈາກນັ້ນ​ກໍ​ຈະ​ສົ່ງ​ໄປ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ເຊັນ​ລົງ​ນາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG