ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕ່ຳສະຫະລັດ ຕໍ່ອາຍຸ ອຳນາດໃນການກູ້ຢືມເງິນຂອງລັດຖະບານ ອອກໄປຈົນເຖິງຕົ້ນເດືອນທັນວາ


ດ້ານໜ້າຕຶກລັດຖະສະພາ ຫຼື U.S, Capitol ກ້ຳຕາເວັນອອກ ຢູ່ໃນນະຄອນຫຼວງ ວໍຊິງຕັນຂອງສະຫະລັດ. ພາຍຖ່າຍເມື່ອວັນທີ 18 ກັນຍາ 2021.
ດ້ານໜ້າຕຶກລັດຖະສະພາ ຫຼື U.S, Capitol ກ້ຳຕາເວັນອອກ ຢູ່ໃນນະຄອນຫຼວງ ວໍຊິງຕັນຂອງສະຫະລັດ. ພາຍຖ່າຍເມື່ອວັນທີ 18 ກັນຍາ 2021.

ບັນດາສະມາຊິກສະພາຕ່ຳສະຫະລັດ ໄດ້ລົງຄະແນນສຽງໃນວັນອັງຄານວານນີ້ ເພື່ອຕໍ່ອາຍຸອຳນາດໃນການກູ້ຢືມເງິນຂອງລັດຖະບານອອກໄປຈົນເຖິງຕົ້ນເດືອນທັນວາ ໂດຍທີ່ຈະຫລີກເວັ້ນການຜິດນັດຊຳຫລະໜີ້ຄັ້ງທຳອິດທີ່ບໍ່ເຄີຍມີມາກ່ອນ ໃນອາທິດໜ້ານີ້ ເມື່ອສະຫະລັດ ໄດ້ກ່າວວ່າ ຕົນຈະບໍ່ມີເງິນພຽງພໍທີ່ຈະຈ່າຍໜີ້ສິນທັງຫຼາຍຂອງຕົນ.

ການລົງຄະແນນສຽງຂອງສະມາຊິກສະພາຕ່ຳນັ້ນ ໄດ້ເພີ້ມໜີ້ທີ່ຕົນມີຢູ່ແລ້ວຕື່ມອີກຈຳນວນ 480 ຕື້ໂດລາ ຊຶ່ງໜີ້ລວມທັງໝົດມີຢູ່ 28 ພັນ 4 ຮ້ອຍຕື້ໂດລາ ຈົນເຖິງວັນທີ 3 ທັນວາ ຫຼັງຈາກທີ່ໄດ້ຮັບການອະນຸມັດໄປເມື່ອອາທິດແລ້ວນີ້ໂດຍສະພາສູງ. ບັດນີ້ ຮ່າງກົດໝາຍດັ່ງກ່າວ ຈະນຳໄປໃຫ້ປະທານາທິບໍດີ ໂຈ ໄບເດັນ ເພື່ອເຊັນລົງນາມໃຫ້ເປັນກົດໝາຍ.

ໃນຂະນະທີ່ບັນດາສະມາຊິກສະພາຕ່ຳລົງຄະແນນສຽງ ແລະທ່ານໄບເດັນ ກໍໄດ້ອະນຸມັດ ການແກ້ໄຂວິກິດການດ້ານການເງິນ ສຳລັບລັດຖະບານ ຊຶ່ງພັກເດໂມແຄຣັດຄວບຄຸມລັດຖະສະພາ ແລະທຳນຽບຂາວ ກໍຍັງບໍ່ທັນຕົກລົງ ກ່ຽວກັບວິທີອະນຸມັດ ທີ່ຈະຂະຫຍາຍອຳນາດໃນການກູ້ຢືມເງິນໄລຍະຍາວ ແນວໃດ ຊຶ່ງອາດຈະແກ່ຍາວອອກໄປເກືອບໝົດປີ 2022.

ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານມິຕຈ໌ ແມັກຄອນແນລ ໄດ້ຮັບຄະແນນສຽງພຽງພໍ ຈາກບັນດາເພື່ອນສະມາຊິກສະພາສູງສັງກັດພັກຣີພັບບລີກັນ ເມື່ອອາທິດແລ້ວນີ້ ເພື່ອຊ່ອຍພັກເດໂມແຄຣັດ ຜ່ານຮ່າງກົດໝາຍຂະຫຍາຍອຳນາດການກູ້ຢືມເງິນໃນໄລຍະສັ້ນ ແຕ່ກໍໄດ້ກ່າວວ່າ ທ່ານຈະບໍ່ເຮັດເຊັ່ນນັ້ນອີກ ຂະນະທີ່ເສັ້ນຕາຍໃນເດືອນທັນວາ ແມ່ນໃກ້ເຂົ້າມານັບມື້.

ທ່ານແມັກຄອນແນລ ໄດ້ຮຽກຮ້ອງ ຕໍ່ພັກເດໂມແຄຣັດ ໃຫ້ອະນຸມັດເພດານໜີ້ດ້ວຍຕົນເອງໂດຍຜ່ານຂັ້ນຕອນທາງກົດໝາຍທີ່ຮູ້ຈັກກັນຄື ການປະນີປະນອມ ຊຶ່ງພວກເຂົາຈະບໍ່ຕ້ອງການການສະໜັບສະໜຸນໃດໆຈາກພັກຣີພັບບລີກັນ. ແຕ່ພັກເດໂມແຄຣັດ ກ່າວວ່າ ຂັ້ນຕອນດັ່ງກ່າວນັ້ນ ແມ່ນຫຍຸ້ງຍາກແລະໃຊ້ເວລາຫຼາຍ ຈຶ່ງເຮັດໃຫ້ເກີດຄວາມບໍ່ແນ່ນອນວ່າ ພວກເຂົາຈະພະຍາຍາມເພີ້ມອຳນາດໃນການກູ້ຢືມແນວໃດ ເມື່ອມາເຖິງເດືອນທັນວາ.

ສະຫະລັດ ເກືອບວ່າເປັນປະເທດດຽວ ພາຍໃນບັນດາລັດຖະບານຂອງໂລກ ທີ່ມີເພດານໜີ້ສິນ ຊຶ່ງຕົນໄດ້ປັບມາແລ້ວ ປະມານ 70 ຄັ້ງ ນັບຕັ້ງແຕ່ປີ 1965 ໂດຍເພີ້ມມັນຂຶ້ນເປັນຈຳນວນທີ່ສະເພາະເຈາະຈົງ ຫຼື ໂດຍການໂຈະມັນໄວ້ເປັນເວລານຶ່ງປີ ຫຼື ສອງປີ. ສະຫະລັດ ຈຳເປັນຕ້ອງກູ້ຢືມເງິນ ຫຼາຍເທົ່າກວ່າຜູ້ບໍລິ ໂພກແຕ່ລະຄົນທີ່ອາດຈະກູ້ຢືມ ເນື່ອງຈາກວ່າ ຕົນໃຊ້ຈ່າຍຢູ່ເລື້ອຍໆຫຼາຍກວ່າ ທີ່ຕົນເກັບເງິນພາສີຈາກບໍລິສັດແລະສ່ວນບຸກຄົນເຂົ້າງົບປະມານ.

ຫົວໜ້າກະຊວງການເງິນສະຫະລັດ ທ່ານນາງ ເຈັນເນັດ ແຢລເລນ ໄດ້ກ່າວເຕືອນໃນວັນອາທິດຜ່ານມາວ່າ ມັນ “ຈຳເປັນຢ່າງຍິ່ງ” ທີ່ລັດຖະສະພາ ເພີ້ມອຳນາດໃນການກູ້ຢືມເງິນຂອງປະເທດ ເຖິງແມ່ນວ່າ ໄພຄຸກຄາມໃນທັນທີຂອງການຜິດນັດຊຳຫລະໜີ້ນັ້ນ ໄດ້ຜ່ອນຄາຍແລ້ວກໍຕາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG