ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕ່ຳ ປະຕິເສດ ຕໍ່ຮ່າງກົດໝາຍ ເພື່ອຕໍ່ສູ້ກັບ ການຈຳແນກ ຕໍ່ປະຊາຄົມ LGBT


ສະພາສູງສະຫະລັດ (ຂວາ) ຫຼື Senate ແລະ ຕືກລັດຖະສະພາ ສະຫະລັດ ຫຼື the Capitol ຈະສາມາດເຫັນໄດ້ ຢູ່ໃນນະຄອນຫຼວງ ວໍຊິງຕັນ.
ສະພາສູງສະຫະລັດ (ຂວາ) ຫຼື Senate ແລະ ຕືກລັດຖະສະພາ ສະຫະລັດ ຫຼື the Capitol ຈະສາມາດເຫັນໄດ້ ຢູ່ໃນນະຄອນຫຼວງ ວໍຊິງຕັນ.

ສະພາຕ່ຳສະຫະລັດ ໄດ້ຮັບຮອງເອົາມາດຕະການນຶ່ງ ທີ່ຫ້າມບໍ່ໃຫ້ມີການຈຳແຍກຕໍ່ ບັນດາພະນັກງານສັນຍາຈ້າງ ຂອງລັດຖະບານກາງ ບົນພື້ນຖານ ຂອງການເລືອກ ທາງເພດ ຫຼື ການກຳນົດທາງເພດ.

ມາດຕະການດັ່ງກ່າວ ຊຶ່ງໄດ້ຖືກຮັບຜ່ານ ໃນຕອນແລງວັນພຸດວານນີ້ ດ້ວຍການລົງ ຄະແນນສຽງ 223 ສຽງ ຕໍ່ 195 ສຽງ ອັນເປັນການຕ່າວປີ້ນ ການລົງຄະແນນສຽງ ເມື່ອສັບປະດາແລ້ວນີ້ ທີ່ໄດ້ເຮັດໃຫ້ສະພາຕ່ຳ ທີ່ນຳພາໂດຍພັກຣີພັບບລີກັນ ຕົກຢູ່ ໃນສະພາບວຸ້ນວາຍ. ຮ່າງກົດໝາຍນີ້ ແມ່ນເກືອບຈະໄດ້ຖືກຮັບຮອງເອົາ ໃນຂະນະ ທີ່ມີການດັດແກ້ຮ່າງກົດໝາຍ ງົບປະມານໃຊ້ຈ່າຍ ຂອງທະຫານຢູ່ນັ້ນ ເມື່ອສະມາຊິກ ສະພາ ສັງກັດພັກຣີພັບບລີກັນ ຈຳນວນນຶ່ງ ຜູ້ທີ່ໄດ້ສະໜັບສະໜູນ ມາດຕະການດັ່ງກ່າວ ໃນເບື້ອງຕົ້ນໄປແລ້ວ ໄດ້ປ່ຽນການລົງຄະແນນສຽງຂອງພວກເພິ່ນ ຍ້ອນຖືກກົດດັນ ຈາກບັນດາຜູ້ນຳພັກ ແລະໃນທີ່ສຸດ ກໍເຮັດໃຫ້ມາດຕະກາດນັ້ນ ບໍ່ຜ່ານສະພາ ດ້ວຍພຽງ ຄະແນນສຽງດຽວ.

ການຕ່າວປີ້ນ ໄດ້ກໍ່ໃຫ້ເກີດ ການຮ້ອງໂວຍວາຍຂຶ້ນມາຢ່າງແຮງ ຈາກບັນດາສະມາຊິກ ສະພາ ສັງກັດພັກເດໂມແຄຣັດ ຜູ້ທີ່ໄດ້ກ່າວຫາ ພວກຣີພັບບລີກັນ ວ່ານິຍົມການຈຳແຍກ ຕໍ່ປະຊາຄົມ ຮັກຮ່ວມເພດຍິງ ກະເທີຍ ສອງເພດ ແລະ ປ່ຽນເພດ ຫຼື ຫຍໍ້ມາຈາກ LGBT.

ສະມາຊິກສະພາສັງກັດພັກເດໂມແຄຣັດ ຈາກລັດ New York ທ່ານ Sean Patrick Maloney ຜູ້ທີ່ອຸປະຖຳ ຮ່າງກົດໝາຍ ໃນຂັ້ນຕົ້ນ ແລະຜູ້ທີ່ໄດ້ປະກາດຢ່າງເປີດເຜີຍ ວ່າຕົນເປັນກະເທີຍ ໄດ້ນຳເອົາມາດຕະການດັ່ງກ່າວ ມາສະເໜີຄືນອີກ ໃນການດັດແກ້ ຮ່າງກົດໝາຍວ່າດ້ວຍທຶນງົບປະມານ ສຳລັບກະຊວງພະລັງງານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG