ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕ່ຳ ສະຫະລັດ ເຄືອນໄຫວ ທີ່ຈະປົດ ປະທານາທິບໍດີ ດໍໂນລ ທຣຳ ອອກຈາກຕຳແໜ່ງ


ພາບຖ່າຍ ຂອງທຳນຽບຂາວ ໃນຕອນກາງຄືນ ວັນທີ 11 ມັງກອນ.
ພາບຖ່າຍ ຂອງທຳນຽບຂາວ ໃນຕອນກາງຄືນ ວັນທີ 11 ມັງກອນ.

ສະພາຕ່ຳສະຫະລັດທີ່ພັກເດໂມແຄຣັດກຳສຽງສ່ວນຫຼາຍຄາດວ່າຈະລົງຄະແນນ ສຽງໃນວັນອັງຄານມີ້ນີ້ ກ່ຽວກັບຍັດຕິສະບັບນຶ່ງ ໂດຍຮຽກຮ້ອງໃຫ້ຮອງປະທາ ນາທິບໍດີ ໄມຄ໌ ເພັນສ໌ ແລະບັນດາສະມາຊິກຄະນະລັດຖະບານຂອງປະທານາ ທິບໍດີ ດໍໂນລ ທຣຳ ໃຊ້ອຳນາດຕາມລັດຖະມະນູນຂອງພວກເຂົາເຈົ້າ ເພື່ອປົດທ່ານທຣຳ ອອກຈາກຕຳແໜ່ງ.

ມາດຕະການດັ່ງກ່າວ ຊຶ່ງເປັນທີ່ຄາດກັນວ່າຈະຜ່ານສະພາຕ່ຳນັ້ນ ແມ່ນໄດ້ຖືກກຳນົດເສັ້ນຕາຍພາຍໃນ 24 ຊົ່ວໂມງເພື່ອໃຫ້ທ່ານເພັນສ໌ ຕອບຕໍ່ຍັດຕິສະບັບນີ້.

“ທ່ານປະທານາທິບໍດີ ເປັນໂຕແທນຂອງໄພຂົ່ມຂູ່ທີ່ຈະເກີດຂຶ້ນຕໍ່ລັດຖະທໍາມະນູນຂອງພວກເຮົາ, ຕໍ່ປະເທດຊາດຂອງພວກເຮົາ ແລະປະຊາຊົນຊາວອາເມຣິກັນ ແລະທ່ານຕ້ອງໄດ້ຖືກປົດ ອອກຈາກຕຳແໜ່ງໃນທັນທີ” ນັ້ນແມ່ນຄຳເວົ້າຂອງທ່ານນາງແນນຊີ ເພໂລຊີ ປະທານສະພາຕ່ຳ ທີ່ໄດ້ກ່າວໃນຖະແຫຼງການເມື່ອວັນຈັນວານນີ້.

ທັງທ່ານເພັນສ໌ ແລະສະມາຊິກຄະນະລັດຖະບານຄົນໃດ​ບໍ່ໄດ້ສະແດງຮ່ອງຮອຍໃຫ້ເຫັນເຖິງຄວາມສະໜັບສະໜຸນຂອງພວກທ່ານຕໍ່ການເອົາບາດກ້າວທີ່ພົວພັນນຳຂໍ້ກຳນົດ ໃນບົດເພີ້ມເຕີມລັດຖະທຳມະນູນຂໍ້ທີ 25 ໂດຍອະນຸຍາດໃຫ້ຮອງປະທານາທິບໍດີແລະສ່ວນໃຫຍ່ຂອງຄະນະລັດຖະບານ ປະທານາທິບໍດີ “ບໍ່ສາມາດທີ່ຈະອອກຄຳສັ່ງແລະເຮັດໃນວຽກໃນໜ້າທີ່ຂອງທ່ານ.”

ທ່ານທຣຳ ແລະທ່ານເພັນສ໌ ໄດ້ພົບປະກັນໃນຕອນແລງວັນຈັນຜ່ານມາຢູ່ທີ່ທຳນຽບຂາວ ເປັນຄັ້ງທຳອິດຕັ້ງແຕ່ພວກຈະລາຈົນທີ່ສະໜັບສະໜຸນທ່ານທຣຳ ໄດ້ບຸກໂຈມຕີລັດຖະສະພາເມື່ອອາທິດແລ້ວນີ້.

ເຈົ້າໜ້າທີ່ອະວຸໂສປະຈຳຄະນະລັດຖະບານທ່ານນຶ່ງ ໄດ້ກ່າວວ່າ ທັງສອງທ່ານ “ໄດ້ເນັ້ນຢໍ້າວ່າ ພວກຄົນເຫຼົ່ານັ້ນ ຜູ້ທີ່ໄດ້ລະເມີດກົດ ແລະບຸກເຂົ້າໄປໃນລັດຖະສະພາເມື່ອອາທິດແລ້ວນີ້ ບໍ່ໄດ້ເປັນໂຕແທນຂອງຂະບວນການອາເມຣິການມາກ່ອນ ທີ່ໜຸນຫຼັງໂດຍຊາວອາເມຣິກັນ 75 ລ້ານຄົນ ແລະທີ່ໄດ້ປະຕິຍານຈະສືບ ຕໍ່ວຽກງານໃນນາມຂອງປະເທດຊາດສຳລັບໄລຍະທີ່ຍັງເຫຼືອຢູ່ຂອງພວກເຂົາ.”

ທ່ານເພັນສ໌ ໄດ້ເຮັດໃຫ້ທ່ານທຣຳໂມໂຫ ໂດຍການປະຕິເສດຕໍ່ຄວາມພະຍາຍາມຂອງທ່ານທຣຳ ທີ່ຈະພິກປີ້ນການເລືອກຕັ້ງໃນເດືອນພະຈິກ ຊຶ່ງໄດ້ຜ່າຍແພ້ໃຫ້ແກ່ທ່ານໂຈ ໄບເດັນ ປະທານາທິບໍດີທີ່ຖືກເລືອກໃໝ່ ແລະທ່ານນາງຄາມາລາ ແຮຣິສ ຮອງປະທານາທິບໍດີ ທີ່ຖືກເລືອກໃໝ່ນັ້ນ.

ບັນດາຜູ້ນຳຂອງສະພາຕ່ຳ ແມ່ນຍັງຈະຊຸກຍູ້ຕໍ່ໄປກັບຍັດຕິການຟ້ອງຮ້ອງອີກຕ່າງຫາກ ທີ່ບັນດາສະມາຊິກສະພາ ມີກຳນົດຈະເລີ້ມຕົ້ນການພິຈາລະນາ ໃນຕອນເຊົ້າວັນພຸດມື້ອື່ນນີ້.

ເຖິງແມ່ນວ່າ ສະໄໝການດຳລົງຕຳແໜ່ງຂອງທ່ານທຣຳ ຈະໝົດອາຍຸລົງ ໃນຕອນທ່ຽງຂອງວັນທີ 20 ມັງກອນ ຈະມາເຖິງນີ້ ກໍຕາມ ຍັດຕິການຟ້ອງຮ້ອງສີ່ໜ້ານີ້ ໄດ້ກ່າວວ່າ ທ່ານທຣຳ ໄດ້ “ສະແດງໃຫ້ເຫັນແລ້ວວ່າ ທ່ານຈະຍັງຄົງເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ, ປະຊາທິປະໄຕ, ແລະລັດຖະທຳມະນູນ ຖ້າຫາກອະນຸຍາດໃຫ້ທ່ານດຳລົງຕຳແໜ່ງຢູ່ຕໍ່ໄປ ແລະໄດ້ປະຕິບັດໃນແບບຢ່າງທີ່ບໍ່ເໝາະສົມ ກັບການປົກຄອງດ້ວຍຕົນເອງ ແລະຕົວບົດກົດໝາຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG