ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ສະຫະລັດ ໃຫ້ກຽດ ອະດີດ ທະຫານຜ່ານເສິກ ເກືອບ 22 ລ້ານຄົນ ໃນວັນນັກລົບເກົ່າ


ປະທານາທິບໍດີບາຣັກ ໂອບາມາ ວາງພວງມາລາ ທີ່ຂຸມຝັງສົບ ທະຫານນິລະນາມ ໃນວັນນັກລົບເກົ່າ, 11 ພະຈິກ 2016.

ໃນ​ຂະນະ​ທີ່​ທ່ານເປັນ​ປະທານໃນ​ພິທີ​ສະ​ເຫຼີມສະຫລອງວັນ​ນັກ​ລົບ​ເກົ່າ​ເທື່ອ​ສຸດ​ທ້າຍ​ໃນ​ຖານະ​ຜູ້​ບັນຊາ​ການ​ສູງ​ສຸດ​ນັ້ນ ປະທານາທິບໍດີ​ສະຫະລັດທ່ານ​ບາ​ຣັກ ​ໂອ​ບາ​ມາໄດ້​ກ່າວ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນດາສະມາຊິກ​ອະດີດ​ພວກ​ທະຫານໆ ອງ​ປະ​ເທດໃນ​ການ​ປົກ​ປັກ​ຮັກສາ​ຂັ້ນຕອນ​ການ​ເລືອກ​ຕັ້ງ ​ແບບ​ປະຊາທິປະ​ໄຕ ​ຂອງ​ສະຫະລັດ ຊຶ່ງ​ເປັນ​ການ​ໝາຍ​ເຖິງ​ການ​ໄດ້​ຮັບ​ໄຊຊະນະ​ຢ່າງ​ບໍ່​ໜ້າ​ເຊື່ອ​ຂອງ​ທ່ານ Donald Trump ​ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ ຫຼັງຈາກ​ໄດ້​ມີ​ການ​ໂຄສະນາ​ຫາ​ສຽງ​ທີ່​ມີ​ການ​ໂຕ້​ຖຽງ​ກັນ​ແລ້ວ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ “ວັນ​ນັກ​ລົບ​ເກົ່າ​ມັກ​ຈະ​ຕິດຕາ​ມມາ​ຫຼັງຈາກ​ການ​ຕໍ່ສູ້​ໃນ​ການ​ໂຄ ສະນາ​ຫສຽງ​ທາງການ​ເມືອງ ຊຶ່ງ​ເປັນ​ການ​ຊົ​ມ​ໃຊ້​ສິດ​ເສລີພາບ​ໃນ​ການປາກ​ເວົ້າ ​ແລະ​ການ​ປົກຄອງ​ຕົນ​ເອງ ​ທີ່​ພວກ​ທ່ານ​ໄດ້ທຳ​ການ​ຕໍ່ສູ້ ​ເພື່ອ​ປົກ​ປ້ອງ. ມັນ​ມັກ​ຈະ​ພາ​ໃຫ້​ພາ​ ໃຫ້ເກີດ​ມີ​ການ​ບໍ່​ເຫັນ​ພ້ອມ ຢູ່​ໃນ​ທົ່ວ​ປະ​ເທດ​ ຂອງ​ພວກ​ເຮົາ.”

ການ​ໃຫ້​ຄວາມ​ເຫັນ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ​ມີ​ຂຶ້ນໃນຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ທີ່​ສຸ ສານ​ແຫ່ງ​ຊາດ​ອາຣ໌ລິງ​ຕັນຊຶ່ງ​ຕັ້ງຢູ່​ທາງ​ໃຕ້​ນະຄອນຫຼວງວໍ​ຊິງ​ຕັນ​ພຽງ​ແຕ່ໜ້ອຍ​ດຽວໃນ​ຂະນະ​ທີ່​ສະຫະລັດຈັດ​ພິທີ​ໃຫ້​ກຽດ​ແກ່​ພວກ​ນັກ​ລົບ​ເກົ່າ​ເກືອບ 22 ລ້ານຄົນຢູ່​ນັ້ນ.

Obama: We Owe Veterans Our Debt, Gratitude
please wait

No media source currently available

0:00 0:01:08 0:00

ປະທານາທິບໍດີ​ໄດ້​ເຂົ້າຮ່ວມ​ ໃນ​ພິທີ​ວາງ​ພວງມາລາ​ຢ່າງ​ສົມ​ກຽດ​ທີ່ຂຸມ​ຝັງ​ສົບທະຫານ​ນິ ລະນາມ ຊຶ່ງ​ເປັນ​ອະນຸສາວະລີ​ ໄວ້ອາ​ໄລ​ໃຫ້ແກ່​ພວກ​ທະຫານ ​ທີ່​ບໍ່​ສາມາດລະ​ບຸ​ຊື່ ທີ່​ໄດ້​ສະຫຼະຊີວິດ​ຂອງ​ພວກ​ເຂົາ​ເ​ຈົ້າ​ເພື່ອ​ປະ​ເທດ​ຊາດ.

​ໃນ​ລະຫວ່າງ​ພິທີ​ທີ່​ເຄັ່ງຂຶມ​ນີ້ ທ່ານ​ໂອ​ບາ​ມາ​ໄດ້​ວາງ​ພວງມາລາ​ໃນ​ຂະນະ​ທີ່​ທ່ານຢືນ​ກົງ ວາງ​ມື​ໃສ່​ຫົວ​ໃຈ​ຂອງ​ທ່ານ ​ເວລາທີ່​ສຽງ​ແກ​ດັງ​ຂຶ້ນ.

ນອກ​ນັ້ນ ປະທາ​ນາ​ທິບໍດີ​ ຍັງ​ໄດ້​ເປັນ​ເຈົ້າພາບ ​ຈັດ​ງາ​ນລ້ຽງ​ອາຫານ​ເຊົ້າ ທີ່​ທຳນຽບຂາວ ​ໃຫ້​ແກ່​ພວກ​ນັກ​ລົບ​ເກົ່າ ​ແລະ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ. ທ່ານ Bill Mohr ນັກ​ລົບ​ເກົ່າ​ສະ​ໄໝ​ສົງຄາມ​ໂລກ​ຄັ້ງທີ 2 ອາຍຸ 108 ປີກໍ​ຮວມຢູ່​ໃນ​ບັນດາ​ພວກ​ທີ່​ໄປ​ຮ່ວມ​ຮັບ​ປະທານ​ອາຫານ​ເຊົ້າທີ່​ທຳນຽບຂາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

President Obama Lays Wreath at Tomb of Unknown Soldier at Arlington National Cemetery
please wait

No media source currently available

0:00 0:00:41 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG