ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະ​ຫະ​ລັດ ຊ້ອມ​ລົບ​ຢູ່​ທະ​ເລ​ຈີນ​ໃຕ້ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ກັບ​ຈີນ


ແຟ້ມ - ຮູບ​ທີ່​ສະ​ໜອງ​ໂດຍກອງ​ທັບ​ເຮືອ​ສະ​ຫະ​ລັດ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ລົບ​ສະ​ຫະ​ລັດ​ແລ່ນ​ເປັນ​ຂະ​ບວນ ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ເມື່ອ​ວັນ​ທີ 6 ກໍ​ລະ​ກົດ 2020.
ແຟ້ມ - ຮູບ​ທີ່​ສະ​ໜອງ​ໂດຍກອງ​ທັບ​ເຮືອ​ສະ​ຫະ​ລັດ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ລົບ​ສະ​ຫະ​ລັດ​ແລ່ນ​ເປັນ​ຂະ​ບວນ ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ເມື່ອ​ວັນ​ທີ 6 ກໍ​ລະ​ກົດ 2020.

ກອງ​ທັບ​ເຮືອ​ສະ​ຫະ​ລັດ ແລະ​ທະ​ຫານ​ມາ​ຣີນ ພວມ​ທຳ​ການ​ຊ້ອມ​ລົບ​ຮ່ວມ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ກັບ​ປັກ​ກິ່ງ​ພວມ​ເພີ້ມ​ສູງ​ຂຶ້ນ ​ຍ້ອນ​ການ​ຍິງ​ບາ​ລ​ລູນ​ທີ່​ສົງ​ໄສວ່າເປັນ​ບາ​ລລູນ​ສອດ​ແນມ​ຂອງຈີນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ກອງ​ທັບ​ເຮືອ​ທີ່ 7 ທີ່​ຕັ້ງ​ຢູ່​ປະ​ເທດ​ຍີ່​ປຸ່ນ ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ກຸ່ມ​ໂຈມ​ຕີນຳໂດຍກຳ​ປັ່ນບັນທຸກ​ເຮືອ​ບິນນິ​ມິ​ຕສ໌ (USS Nimitz) ​ແລະກຳ​ລັງ​ທະ​ຫານ​ມາ​ຣີນໜ່ວຍ​ທີ 13 ໄດ້​ທຳ​ການ “ຊ້ອມ​ລົບ​ເພື່ອ​ປະ​ຕິ​ບັດ​ງານ​ໂຈມ​ຕີ​ຮ່ວມ” ຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ລາຍ​ງານ​ກ່າວ​ວ່າ ການ​ຊ້ອມ​ໃນ​ລົບຄັ້ງ​ນີ້​ແມ່ນ​ພົວ​ພັນ​ກັບ​ກຳ​ປັ່ນ ກຳ​ລັງ​ພາກ​ພື້ນ​ດິນ ແລະ​ເຮືອ​ບິນ​ລົບ ທີ່​ມີ​ຂຶ້ນ​ໃນ​ມື້​ວັນ​ເສົາ ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ກ່ຽວ​ກັບ​ວ່າ ມັນ​ເລີ້ມ​ຂຶ້ນ​ແຕ່​ຍາມ​ໃດ ຫຼື​ຈະ​ສິ້ນ​ສຸດ​ລົງ​ເມື່ອ​ໃດ.

ຈີນ​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ​ເກືອບ​ທັງ​ໝົ​ດໃນ​ທະ​ເລ​ຈີນ​ໃຕ້​ ແລະ​ໄດ້​ຄັດ​ຄ້ານ​ຢ່າງ​ແຂງ​ຂັນ​ກິດ​ຈະ​ກຳ​ທາງ​ທະ​ຫານ​ໂດຍ​ປະ​ເທດ​ອື່ນ ຢູ່​ໃນ​ເຂດ​ນ່ານ​ນ້ຳ​ທີ່​ຍັງ​ມີ​ການ​ໂຕ້​ຖຽງ​ກັນ​ຢູ່ ຊຶ່ງ​ໃນ​ແຕ່​ລະ​ປີ​ມີ​ການ​ຂົນ​ສົ່ງ​ສິ​ນ​ຄ້​າ​ຜ່ານ​ໄປ​ມາ 5 ພັນ​ຕື້​ໂດ​ລາ.

ສະ​ຫະ​ລັດ​ບໍ່​ໄດ້​ເອົາ​ທ່າ​ທີ​ຢ່າງ​ເປັນ​ທາງ​ການ​ໃດໆ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ແຕ່​ກໍ​ຢືນ​ຢັດ​ວ່າອິດ​ສະ​ຫຼະ​ພາບ​ໃນ​ການ​ເດີນ​ເຮືອ​ແລະ​ການ​ບິນ​ຜ່ານຕ້ອງ​ໄດ້​ຮັບການ​ປົກ​ປັກ​ຮັກ​ສາເອົາໄວ້. ໃນ​ແຕ່​ລະ​ປີ ສະ​ຫະ​ລັດ​ໄດ້​ສົ່ງ​ກຳ​ປັ່ນ​ລົບ​ຫຼາຍ​ຄັ້ງ​ແລ່ນ​ຜ່ານ​ດ່ານ​ທະ​ຫານ​ຈີນ ທີ່​ຕັ້ງ​ຂຶ້ນ​ຢູ່​ໃນ​ໝູ່​ເກາະ​ສະ​ແປ​ຣັດ​ລີ ຊຶ່ງ​ໄດ້​ພາ​ໃຫ້​ມີ​ການ​ປະ​ທ້ວງ​ຢ່າງ​ແຂງ​ຂັນ​ຈາກ​ປັກ​ກິ່ງ.

ຂະ​ນະ​ດຽວ​ກັນ ສະ​ຫະ​ລັດ​ກໍ​ໄດ້​ເສີມ​ຂະ​ຫຍາຍ​ການ​ປ້ອງ​ກັນ​ປະ​ເທດ​ ຮ່ວມ​ກັບ​ຟີ​ລິບ​ປິນ ຊຶ່ງ​ເປັນ​ປະ​ເທດ​ພັນ​ທະ​ມິດ ທີ່​ພວມ​ປະ​ເຊີນ​ກັບ​ການ​ລ່ວງ​ລ້ຳ ​ຕໍ່​ໝູ່​ເກາະ​ໝູ່ດອນແລະ​ການ​ຫາ​ປາໂດຍ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຈີນ ແລະພົນ​ລະ​ເຮືອນ​ແຕ່​ພຽງ​ໃນ​ນາມ ຊຶ່ງ​ທີ່​ຈິງ​ແລ້ວ​ເປັນ​ໝູ່​ກຳ​ປັ່ນ​ທີ່​ລັດ​ຖະ​ບານ​ໜູນ​ຫຼັງ.

ການ​ຊ້ອມ​ລົບ​ທາງ​ທະ​ຫານ​ຂອງ​ສະ​ຫະ​ລັດ​ໄດ້​ມີ​ການ​ວາງ​ແຜນ​ລ່ວງ​ໜ້າ ແລະ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຄວາມ​ສຳ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ວໍ​ຊິງ​ຕັນ​ກັບ​ປັກກິ່ງ ​ທີ່​ເຄັ່ງ​ຕຶງ​ຢູ່​ແລ້ວນັ້ນ ໄດ້​ຊຸດ​ໂຊມ​ລົງ​ຕື່ມ​ຍ້ອນ​ບາ​ລ​ລູນ​ທີ່​ໄດ້​ຖືກ​ຍິງ​ຕົກ​ໃນ​ອາ​ທິດ​ແລ້ວນີ້ ຢູ່​ໃນ​ເຂດ​ນ່ານ​ຟ້າ​ຂອງ​ສະ​ຫະ​ລັດ ຢູ່ນອກ​ແຄມ​ຝັ່ງ​ຂອ​ງ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້.

ສະ​ຫະ​ລັດ​ກ່າວ​ວ່າ ບາ​ລ​ລູນ​ທີ່​ບໍ່​ມີ​ຄົນ​ຂັບ​ໄດ້​ມີ​ການ​ຕິດ​ຕັ້ງ​ອຸບ​ປະ​ກອນ​ເກັບ​ກຳ​ຂໍ້​ມູ​ນ​ສັນ​ຍານ​ສືບ​ລັບ ແຕ່​ປັກ​ກິ່ງ​ຢືນຢັດ​ວ່າ ມັນ​ເປັນ​ບາ​ລ​ລູນ​ຄົ້ນ​ຄວ້າ​ອາ​ກາດ​ທີ່​ໄດ້​ຖືກ​ລົມ​ພັດ​ເຂົ້າ​ມາ​ໃນ​ເຂດ​ແດນ​ຂອງ​ສະ​ຫະ​ລັດ​ໂດຍ​ບັງ​ເອີນ.

ເຫດ​ການ​ດັ່ງ​ກ່າວ​ໄດ້​ພາໃຫ້​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ໂນ ບລິງ​ເກັນ​ໄດ້​ຍົກ​ເລີກ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປັກ​ກິ່ງ​ໃນທ້າຍ​ອາ​ທິດ​ທີ່​ຜ່ານ​ມາ​ໂດຍ​ທັນ​ທີ ທີ່​ແນ​ໃສ່​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG