ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາເຈົ້າໜ້າທີ່ສາທາລະນະສຸກ ສະຫະລັດ ຮັບຮູ້ເຖິງອາການ ຈາກໄວຣັສໂຄໂຣນາ ຕື່ມອີກ 6 ຢ່າງ


ທ່ານໝໍ ແອນໂຕນີ ຟາວຈີ, ຜູ້ອຳນວຍການ ສະຖາບັນໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດ, ກ່າວກ່ຽວກັບໄວຣັສໂຄໂຣນາ ໃນຫ້ອງກອງປະຊຸມຖະແຫລງຂ່າວ James Brady ຂອງທຳນຽບຂາວ, ໃນວັນທີ 17 ເມສາ 2020, ໃນນະຄອນຫຼວງ ວໍຊິງຕັນ.
ທ່ານໝໍ ແອນໂຕນີ ຟາວຈີ, ຜູ້ອຳນວຍການ ສະຖາບັນໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດ, ກ່າວກ່ຽວກັບໄວຣັສໂຄໂຣນາ ໃນຫ້ອງກອງປະຊຸມຖະແຫລງຂ່າວ James Brady ຂອງທຳນຽບຂາວ, ໃນວັນທີ 17 ເມສາ 2020, ໃນນະຄອນຫຼວງ ວໍຊິງຕັນ.

ອີກຫຼາຍໆລັດຢູ່ໃນສະຫະລັດ ກຳລັງຕຽມພ້ອມທີ່ຈະເອົາບາດກ້າວຍົກເລີກຂໍ້ຈຳ ກັດບາງສ່ວນ ທີ່ວາງອອກເພື່ອປ້ອງກັນການແຜ່ລະບາດ ຂອງໄວຣັສໂຄໂຣນາ ໃນວັນຈັນມື້ນີ້ ໃນຂະນະທີ່ ບັນດາເຈົ້າໜ້າທີ່ສາທາລະນະສຸກ ຂອງລັດຖະບານກາງ ໄດ້ປະກາດກ່ຽວກັບອາການຕ່າງໆເພີ້ມຕື່ມອີກທີ່ອາດຈະມີ.

ບັນດາເຈົ້າໜ້າທີ່ສາທາລະນະສຸກ ຂອງສະຫະລັດ ກ່າວວ່າ ອາການໜາວສັ່ນ ພ້ອມກັບຄີງເຢັນ ປວດກ້າມເນື້ອ ເຈັບຫົວ ເຈັບຄໍແລະສູນເສຍຄວາມຮູ້ສຶກໃນເລື້ອງກິ່ນ ຫຼື ລົດຊາດ ທັງຫຼາຍເຫຼົ່ານີ້ ອາດເປັນຮ່ອງຮອຍຂອງການຕິດເຊື້ອໄວຣັສໂຄໂຣນາ.

ສູນຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ກ່ອນໜ້ານີ້ ໄດ້ກ່າວອ້າງອີງເຖິງອາການເປັນໄຂ້ ຫາຍໃຈຫອບ ແລະໄອ ທີ່ອາດເປັນອາການຂອງໂຄວິດ-19.

ບັນດາຜູ້ນຳຂອງລັດໂຄໂລຣາໂດ ມິສສິສສິບປີ ມອນຕານາ ແລະເທັນເນສຊີ ໄດ້ອະນຸຍາດໃຫ້ ເປີດກິດຈະການທຸລະກິດຕ່າງໆບາງສ່ວນຄືນໃໝ່ ໃນວັນຈັນມື້ນີ້. ພວກລັດດັ່ງກ່າວ ກໍໄດ້ເຂົ້າຮ່ວມກັບລັດ ຈໍເຈຍ ໂອກລາໂຮມາ ອາລາສກາ ແລະຄາໂລໄລນາໃຕ້ ໃນການຜັກດັນໃຫ້ປະຊາຊົນ ກັບຄືນໄປເຮັດວຽກ ແລະ ອະນຸຍາດໃຫ້ພົນລະເມືອງທັງຫຼາຍ ກັບຄືນສູ່ຊີວິດການເປັນຢູ່ບາງສ່ວນຄ້າຍກັບກ່ອນຈະເກີດໄວຣັສໂຄໂຣນາ.

ບັນດານັກຊ່ຽວຊານດ້ານສາທາລະນະສຸກ ກ່າວເຕື່ອນຕໍ່ຕ້ານການເປີດປະເທດຄືນໃໝ່ໄວເກີນໄປ ແລະຜູ້ປົກຄອງລັດຫຼາຍໆຄົນ ກໍໄດ້ກ່າວວ່າ ມາດຕະການຕ່າງໆ ຈະຖືກນຳໃຊ້ໄປນຳ ເພື່ອປົກປ້ອງຄວາມປອດໄພຂອງມະຫາຊົນ. ໃນ ປັດຈຸບັນນີ້ ມີກໍລະນີຕິດເຊື້ອໄວຣັສໂຄວິດ-19 ທີ່ໄດ້ຮັບການຢືນຢັນ ປະມານ 980,000 ຄົນ ໃນປະເທດ ໂດຍມີຜູ້ເສຍຊີວິດໄປແລ້ວ 55,000 ຄົນ.

ລັດນິວຢອກ ເປັນລັດທີ່ໄດ້ຖືກກະທົບໜັກທີ່ສຸດ ໂດຍມີກໍລະນີການເສຍຊີວິດທັງໝົດ ໃນອັດຕາສະເລຍ 30 ເປີເຊັນ ຂອງສະຫະລັດ. ຜູ້ປົກຄອງລັດນິວຢອກ ທ່ນແອນດຣູ ຄົວໂມ ໄດ້ກ່າວໃນວັນອາທິດວານນີ້ ວ່າ ເມື່ອຄຳສັ່ງໃຫ້ປິດລັດຂອງທ່ານໝົດອາຍຸລົງໃນວັນທີ 15 ພຶດສະພານີ້ ບາງພື້ນທີ່ຂອງລັດທີ່ບໍ່ໄດ້ຮັບຜົນກະທົບຫຼາຍພໍປານໃດ ອາດເລີ້ມຕົ້ນເປີດທຸລະກິດ ການກໍ່ສ້າງ ແລະການຜະລິດ ໄດ້. ຫຼັງຈາກການປະເມີນຜົນໄລຍະສອງອາທິດແລ້ວ ກໍຈະພິຈາລະນາຜ່ອນຄາຍເຂດອື່ນໆຕໍ່ໄປອີກ.

ການລະບາດຂອງໄວຣັສໂຄໂຣນາ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດດ້ານການເງິນທີ່ໃຫຍ່ທີ່ສຸດຂອງໂລກ. ຊາວອາເມຣິກັນ ຫຼາຍກວ່າ 26 ລ້ານ 5 ແສນ ຄົນ ໄດ້ຍື່ນຄຳຮ້ອງແຈ້ງການຫວ່າງງານ ໃນໄລຍະ 5 ສັບປະດາຜ່ານມານີ້ ອີງຕາມສະຖິຕິຂອງກະຊວງແຮງງານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG