ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກກິລາ ຈິມນາສຕິກ ສະຫະລັດ ນາງ ຊີມອນ ໄບລສ໌ ຖອນຕົວອອກຈາກ ການແຂ່ງຂັນດ່ຽວ ທຸກປະເພດ


ນາງ ຊີມອນ ໄບລສ໌, ຈາກ ສະຫະລັດ, ໂດດລົງຢຽບພື້ນຫຼັງຈາກເຮັດທ່າ ໂດດຄໍ້າແປ້ນ ໃນລະຫວ່າງ ການແຂ່ງຂັນກິລາຈິມນາສຕິກຮອບຊິງຊະນະເລີດຂອງແມ່ຍິງ ໃນກິລາໂອລິມປິກລະດູຮ້ອນ ໂຕກຽວ 2020. 27 ກໍລະກົດ, 2021. (AP Photo/Gregory Bull)
ນາງ ຊີມອນ ໄບລສ໌, ຈາກ ສະຫະລັດ, ໂດດລົງຢຽບພື້ນຫຼັງຈາກເຮັດທ່າ ໂດດຄໍ້າແປ້ນ ໃນລະຫວ່າງ ການແຂ່ງຂັນກິລາຈິມນາສຕິກຮອບຊິງຊະນະເລີດຂອງແມ່ຍິງ ໃນກິລາໂອລິມປິກລະດູຮ້ອນ ໂຕກຽວ 2020. 27 ກໍລະກົດ, 2021. (AP Photo/Gregory Bull)

ນຶ່ງວັນຫຼັງຈາກການຖອນຕົວອອກຈາກການແຂ່ງຂັນຮອບຊິງຊະນະເລີດທຸກປະເພດຂອງກິລາຈິມນາສຕິກຍິງ, ນາງ ຊີມອນ ໄບລສ໌ (Simon Biles) ຈາກທີມຂອງ ສະຫະລັດ ໄດ້ຖອນຕົວຂອງລາວອອກຈາກການແຂ່ງຂັນດ່ຽວທຸກປະເພດຢູ່ກິລາໂອລິມປິກ ໂຕກຽວ.

ຖະແຫຼງການສະບັບນຶ່ງທີ່ຖືກປະກາດໃນຕອນເຊົ້າວັນພຸດວານນີ້ໂດຍສະມາຄົມ ຈິມນາສຕິກ ສະຫະລັດ ອາເມຣິກາ ໄດ້ກ່າວວ່າແມ່ຍິງຄົນດັ່ງກ່າວທີ່ຖືກພິຈາລະນາວ່າເກັ່ງທີ່ສຸດຕະຫຼອດການໃນກິລາຂອງລາວນັ້ນ ໄດ້ຖອນຕົວ ”ຫຼັງຈາກ ການປະເມີນຜົນດ້ານການແພດເພີ່ມເຕີມ” ເພື່ອທີ່ຈະເພັ່ງເລັງໃສ່ສຸຂະພາບທາງຈິດຂອງລາວ.

ຖະແຫຼງການນັ້ນໄດ້ກ່າວວ່າ ນາງ ໄບລສ໌ ຈະສືບຕໍ່ຖືກປະເມີນຜົນໃນແຕ່ລະວັນ “ເພື່ອພິຈາລະນາວ່າຈະເຂົ້າຮ່ວມໃນການແຂ່ງຂັນດ່ຽວຮອບຊິງຊະນະເລີດໃນອາທິດໜ້າຫຼືບໍ່.”

ນາງ ໄບລສ໌ ອາຍຸ 24 ປີໄດ້ຖອນຕົວຈາກຮອບຊິງຊະນະເລີດທີມທຸກປະເພດໃນວັນອັງຄານທີ່ຜ່ານມາ ຫຼັງຈາກບໍ່ສາມາດທີ່ຈະເຮັດທ່າທີ່ຖືກວາງແຜນໄວ້ໃນການໂດດຄໍ້າແປ້ນ ແລະ ໄດ້ເຊຖອຍຫຼັງຕອນລາວລົງຮອດພື້ນ. ຫຼັງຈາກນັ້ນລາວກໍໄດ້ອອກໄປຈາກສະໜາມກັບຄູຝຶກຂອງລາວ, ແລະຕໍ່ມາກໍໄດ້ກັບມາຮ່ວມກັບເພື່ອນຮ່ວມທີມຂອງລາວຄືນພ້ອມກັບຂໍ່ຂາຖືກພັນໄວ້.

ດ້ວຍການສູນເສຍນາງ ໄບລສ໌, ທີມຄະນະກຳມະການກິລາໂອລິມປິກ ຣັດເຊຍ ຫຼື ROC ຈຶ່ງໄດ້ຊະນະຫຼຽນຄຳໃນການແຂ່ງຂັນກິລາຈິມນາສຕິກຂອງແມ່ຍິງໂດຍທີ່ ສະຫະລັດ ໄດ້ຫຼຽນເງິນ ແລະ ອັງກິດ ໄດ້ຫຼຽນທອງແດງ.

ຕໍ່ມານາງ ໄບລສ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ລາວຈິດໃຈບໍ່ດີຍ້ອນຄວາມເຄັ່ງຕຶງ ແລະຄວາມກົດ ດັນກ່ອນການແຂ່ງຂັນ, ແລະ ວ່າລາວຕ້ອງການທີ່ຈະ “ເພັ່ງ ເລັງໃສ່ສຸຂະພາບຈິດຂອງຂ້າພະເຈົ້າ ແລະ ບໍ່ທຳຮ້າຍສຸຂະພາບຈິດຂອງຂ້າພະ ເຈົ້າ ແລະ ຄວາມເປັນຢູ່ທີ່ດີ.”

ສະມາຄົມ ຈິມນາສຕິກ ສະຫະລັດ ອາເມຣິກາ ໄດ້ກ່າວ ໃນຖະແຫຼງການຂອງເຂົາເຈົ້າວ່າ “ພວກເຮົາສະໜັບສະໜູນການຕັດສິນໃຈຂອງນາງ ຊີມອນ ຢ່າງສຸດໃຈ ແລະ ຊົມເຊີຍຄວາມກ້າຫານຂອງລາວ ໃນການໃຫ້ບູລິມະສິດຄວາມເປັນຢູ່ທີ່ດີຂອງລາວ. ຄວາມກ້າຫານຂອງລາວໄດ້ສະແດງໃຫ້ເຫັນອີກຄັ້ງນຶ່ງວ່າເປັນຫຍັງລາວຈຶ່ງເປັນແບບຢ່າງທີ່ດີສຳລັບຫຼາຍໆຄົນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG