ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ມອບເງິນຊ່ວຍເຫຼືອ 2.4 ລ້ານໂດລາ ເພື່ອສ້າງຄວາມເຂັ້ມແຂງ ໃນວຽກງານການສັກວັກຊີນ ກັນໂຄວິດ-19 ໃນລາວ


ພິ​ທີ​ມອບ-​ຮັບ​ເງິນ​ຊ່ວຍ​ເຫລືອ​ຈາກ ສະ​ຫະ​ລັດ ຈຳ​ນວນ 2.4 ລ້ານ​ໂດ​ລາ​ ເພື່ອກຽມຄວາມພ້ອມ ເເລະ ຈັດຕັ້ງປະຕິບັດການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້​ແກ່ ສ​ປ​ປ ລາວ.
ພິ​ທີ​ມອບ-​ຮັບ​ເງິນ​ຊ່ວຍ​ເຫລືອ​ຈາກ ສະ​ຫະ​ລັດ ຈຳ​ນວນ 2.4 ລ້ານ​ໂດ​ລາ​ ເພື່ອກຽມຄວາມພ້ອມ ເເລະ ຈັດຕັ້ງປະຕິບັດການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້​ແກ່ ສ​ປ​ປ ລາວ.

ສະຫະລັດອາເມຣິກາ, ໂດຍຜ່ານອົງການ USAID ໄດ້ປະກາດມອບເງິນຊ່ວຍເຫຼືອຈຳນວນ 2.4 ລ້ານໂດລາສະຫະລັດໃຫ້ແກ່ ອົງການຢູນິເຊັບ ແລະ ອົງການອານາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການສັກວັກຊີນກັນພະຍາດໂຄວິດ-19 ໃນ ສປປ ລາວ ຢ່າງເປັນທາງການເມື່ອວັນທີ 29 ເດືອນພະຈິກ ປີ 2021 ມື້ນີ້.

ການສະໜັບສະໜູນດັ່ງກ່າວເເມ່ນຈະສຸມໃສ່ການກຽມຄວາມພ້ອມ ເເລະ ການຈັດຕັ້ງປະຕິບັດ ການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນ ສປປ ລາວ ພ້ອມດ້ວຍການຕິດຕາມອາການພາຍຫຼັງການສັກວັກຊີນ.

ເພື່ອເປັນການເປີດໂຄງການດັ່ງກ່າວ, ໄດ້ມີການຈັດຕັ້ງພິທີຢູ່ທີ່ກະຊວງສາທາລະນະສຸກ ເຊີ່ງເຂົ້າຮ່ວມໂດຍພະນະທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພະນະທ່ານ ດຣ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ, ທ່ານນາງ ບີອາເຕ ດາສ໌ເທວ, ຮອງຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ແລະ ດຣ. ຈູນ ກາວ, ວ່າການແທນຜູ້ຕາງໜ້າອົງການອານາໄມໂລກ ປະຈໍາ ສປປ ລາວ.

ກ່າວຄຳເຫັນໃນພິທີດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈມາຍັງອົງການ USAID ທີ່ໄດ້ໃຫ້ການຊ່ວຍເຫຼືອນີ້ ແລະ ຍັງກ່າວຊົມເຊີຍລັດຖະບານສະຫະລັດອາເມລິກາ, ອົງການຢູນິເຊັບ ແລະ ອົງການອານາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າແກ່ປະຊາຊົນລາວໃນຊ່ວງການລະບາດຂອງພະຍາດ ໂຄວິດ-19. ທ່ານໄດ້ກ່າວວ່າ: “ຍ້ອນວ່າ ສປປ ລາວ ປະສົບກັບກໍລະນີ ໂຄວິດ-19 ໃນຊຸມຊົນຫຼາຍຂຶ້ນ, ສະນັ້ນຈື່ງຈໍາເປັນຕ້ອງເສີມສ້າງຄວາມເຂັ້ມແຂງໃນການສັກວັກຊີນຂອງພວກເຮົາ ເຊີ່ງກໍ່ຄືບູລິມະສິດອັນດັບໜຶ່ງຂອງລັດຖະບານໃນປະຈຸບັນ. ສະນັ້ນ ໂຄງການໃໝ່ນີ້, ເຊີ່ງໄດ້ຮັບການສະໜັບສະໜູນຈາກອົງການ USAID ແລະ ຈັດຕັ້ງປະຕິບັດໂດຍ ອົງການຢູນິເຊັບ ແລະ ອົງການອານາໄມໂລກ, ຈະເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຄວາມພະຍາຍາມຂອງພວກເຮົາໃນດ້ານນີ້ ແລະ ເພື່ອບັນລຸເປົ້າໝາຍການສັກວັກຊີນກັນພະຍາດຂອງພວກເຮົາ.”

​ພິ​ທີ​ມອບ​ຮັບ​ເງິນ​ຊ່ວຍ​ເຫລືອ​ຈາກ ສະ​ຫະ​ລັດ ຈຳ​ນວນ 2.4 ລ້ານ​ໂດ​ລາ​ເພື່ອ​ໃຊ້​ໃນ​ການ​ສັກ​ວັກ​ຊີນ​ກັນ​ໂຄວິດ​ຢູ່​ລາວ
​ພິ​ທີ​ມອບ​ຮັບ​ເງິນ​ຊ່ວຍ​ເຫລືອ​ຈາກ ສະ​ຫະ​ລັດ ຈຳ​ນວນ 2.4 ລ້ານ​ໂດ​ລາ​ເພື່ອ​ໃຊ້​ໃນ​ການ​ສັກ​ວັກ​ຊີນ​ກັນ​ໂຄວິດ​ຢູ່​ລາວ

ພະນະທ່ານ ດຣ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ, ໄດ້ສະເເດງຄວາມຊົມເຊີຍຕໍ່ລັດຖະບານເເຫ່ງ ສປປ ລາວ ໃນຄວາມມານະພະຍາຍາມຮັກສາຄວາມປອດໄພຂອງປະຊາຊົນລາວ ພ້ອມທັງຍົກໃຫ້ເຫັນຜົນສຳເລັດລະຫວ່າງ ສະຫະລັດອາເມລິກາ, ສປປ ລາວ, ອົງການ ອະນາໄມໂລກ ແລະ ອົງການຢູນິເຊັບ. ທ່ານໄດ້ກ່າວວ່າ: “ການຊ່ວຍເຫຼືອຄັ້ງໃໝ່ນີ້ ໄດ້ສະທ້ອນໃຫ້ເຫັນເຖິງການເປັນຄູ່ຮ່ວມງານທີ່ແໜັ້ນແຟ້ນລະຫວ່າງລັດຖະບານ ແລະ ປະຊາຊົນຂອງສະຫະລັດອາເມຣິກາ ແລະ ສປປ ລາວ. ມາຮອດປະຈຸບັນ, ສະຫະລັດອາເມຣິກາ ໄດ້ໃຫ້ການສະໜັບສະໜູນທຶນຈຳນວນທັ້ງໝົດ 13 ລ້ານກວ່າໂດລາສະຫະລັດ ແກ່ ສປປ ລາວ ເພື່ອຮັບມືກັບພະຍາດ ໂຄວິດ-19. ນອກເໜືອຈາກວຽກງານສາທາລະນະສຸກແລ້ວ, ສະຫະລັດອາເມຣິກາ ຈະສືບຕໍ່ໃຫ້ການຊ່ວຍເຫຼືອເເກ່ ສປປ ລາວ ເພື່ອແກ້ໄຂຜົນກະທົບຈາກພະຍາດ ໂຄວິດ-19 ຕໍ່ລະບົບການສຶກສາ, ເສດຖະກິດ ແລະ ລະບຽບກົດໝາຍ. ການຊ່ວຍເຫຼືອທັງໝົດຂອງພວກເຮົາກໍ່ແມ່ນເພື່ອຊ່ວຍໃຫ້ ສປປ ລາວ ສາມາດຟື້ນຕົວຄືນ.”

ທຶນຈຳນວນ 1 ລ້ານໂດລາສະຫະລັດ ຂອງຈໍານວນທຶນທັງໝົດຈາກອົງການ USAID ນັ້ນເເມ່ນຈະປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ອົງການອານາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ເພື່ອຮັບປະກັນການສັກວັກຊີນທີ່ປອດໄພສຳລັບປະຊາຊົນລາວ. ການຊ່ວຍເຫຼືອຄັ້ງນີ້ແມ່ນເພື່ອແນໃສ່ການສະໜັບສະໜູນວຽກງານການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍການເພີ່ມທະວີລະບຽບການເພື່ອຮັບປະກັນການຈັດ ຕັ້ງປະຕິບັດ ສິດອະນຸຍາດການນຳໃຊ້ແບບສຸກເສີນ (emergency use authorization) ຂອງວັກຊີນຕ່າງໆ, ສະໜັບສະໜູນການຈັດຊື້ວັດສະດຸ ແລະ ອຸປະກອນ ເພື່ອຊ່ວຍຕິດຕາມ ເເລະ ເເກ້ໄຂອາການຜົນຂ້າງຄຽງພາຍຫຼັງການສັກວັກຊີນ. ນອກນັ້ນ, ການຈັດຕັ້ງປະຕິບັດໂຄງການຂອງ ອົງການອານາໄມໂລກ ຍັງຈະເນັ້ນໃສ່ການພັດທະນາອຸປະກອນການສຶກສາ ແລະ ການຈັດການຝຶກອົບຮົມໃຫ້ແກ່ພະນັກງານສາທາລະນະສຸກ ພ້ອມທັງປັບປຸງຄຸນນະພາບແລະ ການເຂົ້າເຖີງຂໍ້ມູນສໍາລັບການວາງແຜນ ກ່ຽວກັບການສັກວັກຊີນກັນ

ພະຍາດ ໂຄວິດ-19 ເພື່ອຊ່ວຍໃຫ້ສາມາດເຂົ້າເຖິງປະຊາຊົນໃນເຂດຫ່າງໄກສອກຫຼີກທີ່ຢູ່ໃນກຸ່ມສ່ຽງເພື່ອໃຫ້ໄດ້ຮັບການສັກຢາວັກຊີນ.

ດຣ. ຈູນ ກາວ, ວ່າການແທນ ຜູ້ຕາງໜ້າອົງການອານາໄມໂລກ ປະຈໍາ ສປປ ລາວ, ກ່າວວ່າ: “ອົງການອານາໄມໂລກ ຂໍຂອບໃຈຢ່າງຍິ່ງ ຕໍ່ການປະກອບ ສ່ວນ ຈາກອົງການ USAID, ເຊີ່ງຈະຊ່ວຍປະກອບສ່ວນເຂົ້າໃນເປົ້າໝາຍລວມຂອງການເສີມສ້າງ ແລະ ຜັນຂະຫຍາຍວຽກງານການຕິດຕາມກວດກາຄວາມປອດໄພຂອງວັກຊີນ. ນອກຈາກນີ້ເເລ້ວ, ການປະກອບສ່ວນໃນຄັ້ງນີ້ຍັງຈະປັບປຸງຄຸນນະພາບຂອງຂໍ້ມູນກ່ຽວກັບການສັກວັກຊີນ ໂຄວິດ-19, ເຊິ່ງສາມາດນຳໃຊ້ກັບການວາງແຜນ, ຕິດຕາມ ແລະ ການຈັດຕັ້ງເພື່ອຮັບປະກັນວ່າ ປະຊາຊົນທີ່ມີຄວາມສ່ຽງທີ່ສຸດສາມາດໄດ້ຮັບການສັກວັກຊີນ.”

ຄຽງຄູ່ກັນກັບທຶນຈຳນວນ 1 ລ້ານໂດລາສະຫະລັດ ທີ່ມອບໃຫ້ແກ່ ອົງການອານາໄມໂລກ, ເງິນທຶນຈໍານວນ 1,4 ລ້ານໂດລາສະຫະລັດ ຂອງຈໍານວນທຶນທັງໝົດຈາກອົງການ USAID ນັ້ນເເມ່ນຈະປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ອົງການຢູນິເຊັບ ໃນການໃຫ້ຄໍາແນະນໍາດ້ານວິຊາການຕໍ່ລັດຖະບານ ກ່ຽວກັບການຕິດຕາມກວດກາ ລະບົບຄວາມເຢັນ ແລະ ການຂົນສົ່ງວັກຊີນ, ການສື່ສານກັບຊຸມຊົນເພື່ອສ້າງຄວາມເຂົ້າໃຈຕໍ່ການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ເເລະ ຕິດຕາມເຫດການປະຕິປັກພາຍຫຼັງການສັກວັກຊີນ. ນອກນີ້ ເເມ່ນຍັງຈະຊ່ວຍໃນການສະໜອງອຸປະກອນອະນາໄມໃຫ້ແກ່ສູນກັກກັນ ເພື່ອຮັບມືກັບຈຳນວນຄົນເຈັບທີ່ເພີ່ມຂຶ້ນ ແລະ ພົນລະເມືອງທີ່ກັບຄືນເຂົ້າ ສປປ ລາວ ຈາກຕ່າງປະເທດ.

ທ່ານນາງ ບີອາເຕ ດາສ໌ເທວ, ຮອງຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ ກ່າວວ່າ: “ພວກເຮົາຮູ້ວ່າການສັກວັກຊີນກັນພະຍາດແມ່ນເປັນເສົາຄ້ຳອັນສຳຄັນຂອງການຕອບໂຕ້ຕໍ່ພະຍາດ ໂຄວິດ-19 ໃນ ສປປ ລາວ ແລະ ເປັນກຸນແຈສຳຄັນໃນຄວາມພະຍາຍາມຂອງພວກເຮົາເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໃນຊຸມຊົນ ແລະ ສືບຕໍ່ຊ່ວຍເຫຼືອບັນດາຄອບຄົວໃນການຟື້ນຟູຈາກຜົນກະທົບອັນຮ້າຍແຮງຂອງມັນ. ດັ່ງນັ້ນ, ອົງການຢູນິເຊັບ ຍິນດີທີ່ຈະເປີດໂຄງການໃໝ່ນີ້ ໂດຍເນັ້ນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດ ຕັ້ງປະຕິບັດການສັກວັກຊີນ ໃນ ສປປ ລາວ, ເຊີ່ງຍັງຈະສ້າງຜົນບວກຕໍ່ວຽກງານການສັກວັກຊີນທົ່ວໄປສຳລັບເດັກອີກດ້ວຍ. ພວກເຮົາຂໍຂອບໃຈຢ່າງຈິງໃຈທີ່ສຸດຕໍ່ອົງການ USAID ສໍາລັບການຊ່ວຍເຫຼືອຂອງພວກເຂົາ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

USAID Announces a Grant of USD 2.4 Million to UNICEF and the WHO to Further Strengthen COVID-19 Vaccination Rollout in Lao PDR

The grant will contribute towards supporting the Ministry of Health’s Immunization and COVID-19 Vaccine Rollout Programme.

Vientiane Capital, 29 November 2021 – The United States, through the U.S. Agency for International Development (USAID), officially announced an additional 2.4 million USD grant to UNICEF and the World Health Organization (WHO) to further support the Lao PDR’s ongoing COVID-19 vaccination rollout programme.

The grant will primarily focus on supporting the readiness, delivery and post-delivery monitoring of COVID-19 vaccinations in Lao PDR.

The Vice Minister of Health, H.E. Dr. Snong Thongsna, joined by U.S. Ambassador to Lao PDR, H.E. Dr. Peter M. Haymond, UNICEF Deputy Representative to Lao PDR, Ms. Beate Dastel, and the WHO Officer-in-charge to Lao PDR, Dr. Jun Gao, launched the project at an event at the new Ministry of Health facility.

During the event, Vice Minister Thongsna expressed his appreciation to USAID and the U.S. Government for their additional assistance and commended the United States Government, UNICEF and WHO for their valuable support to the Lao people during the COVID-19 pandemic. “As Lao PDR experiences more community cases of COVID-19, the need to scale up our vaccination roll out is a top priority for the Government. This additional grant, funded by USAID and implemented by UNICEF and the WHO, will be a great contribution to our efforts in this regard and towards meeting our vaccination targets,” remarked the Vice Minister.

Ambassador Haymond congratulated the Lao PDR on its efforts to keep the public safe, and highlighted the achievements between the United States, Lao PDR, the WHO and UNICEF. “This new grant reflects the strong and expanding partnership between the governments and people of the United States and Lao PDR. To date, the United States has provided over USD 13 million in support for Lao PDR’s fight against COVID-19,” remarked Ambassador Haymond. “In addition to the health sector, the U.S. Government is committed to helping Lao PDR address the impacts of COVID-19 on the education system, the economy, and rule of law. All of our assistance is to help Lao PDR build back better and become stronger and more prosperous.”

An allotment of USD 1 million of the total grant amount, provided by USAID, will contribute towards helping the WHO strengthen the health system to ensure safe vaccinations for the population. This support aims to sustain the COVID-19 vaccine programme in Lao PDR, by strengthening regulations to ensure proper implementation of emergency use authorization and supporting the procurement of materials and equipment to help monitor and respond to adverse events following immunization. Furthermore, WHO’s implementation of the project will also focus on the development of educational materials and organizing training for health workers as well as improving the quality and availability of data for planning and decision making around COVID-19 vaccinations to help reach remote populations belonging to high-risk groups with vaccination.

“WHO greatly appreciates USAID’s financial contribution, as it adds to the collective goals of regulatory strengthening and scaling up of vaccine safety monitoring. It will also improve COVID-19 vaccination data quality, which can be used for planning, monitoring and decision-making to ensure that the most vulnerable populations are vaccinated,” stated Dr. Gao.

The other allocation of USD 1.4 million of the total grant amount will support UNICEF in providing technical guidance to the Government on monitoring cold chain facilities and logistics, engaging communities on COVID-19 vaccination and monitoring possible adverse events following vaccination. This will also assist in the provision of hygiene supplies for quarantine centers supporting the increasing COVID-19 patients and returning migrants.

“We know that vaccination is a vital pillar of the COVID-19 response here in Lao PDR and is key in our efforts to contain community transmission of COVID-19 and subsequently helping families recover from its devastating impacts. Therefore, UNICEF welcomes the launch of this new project focusing on strengthening vaccination rollout in Lao PDR which will also have a positive impact on strengthening childhood routine immunization. Our sincerest thanks to USAID for their assistance,” said Ms. Beate Dastel

XS
SM
MD
LG