ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣິກັນ ປະທ້ວງ ການປິດໂຮງການ ລັດຖະບານກາງ (ວີດີໂອ/ສະໄລດ໌)


ພວກປະທ້ວງຈໍານວນນຶ່ງ ຢູ່ຕໍ່ໜ້າຕຶກລັດຖະສະພາສະຫະລັດ.
ພວກປະທ້ວງຈໍານວນນຶ່ງ ຢູ່ຕໍ່ໜ້າຕຶກລັດຖະສະພາສະຫະລັດ.
ການ​ອັດ​ໂຮງການ​ລັດຖະບານລົງ​ເປັນ​ບາງ​ສ່ວນ ​ໄດ້​ບັງ​ຄັບ​ໃຫ້​
ພະນັກ ງານ​ລັດຖະບານ​ກາງ​ຫລາຍ​ພັນ​ຄົນຕ້ອງ​ໄດ້​ຢູ່​ເຮືອນ
ພ້ອມ​ທັງ​ຈໍາກັດ ຫລື​ປິດ​ການ​ບໍລິ​ການຂອງລັດຖະບານ​ຫລາຍໆ​
ຢ່າງ ​ແລະ​ກໍ່​ໃຫ້​ເກີດ ການ​ປະ​ທ້ວງ​ຕິດຕາມ​ກັນມາ ປະນາມ​ບັນ
ດາ​ຜູ້​ແທນ​ສະພາ ​ແລະ​ຮຽກ ຮ້ອງ​ໃຫ້​ເຂົາ​ເຈົ້າ ຍຸຕິ​ສະພາບ​ການ​
ບໍ່​ໄປ​ບໍ່​ມາ​ເ​ລື້​ອງ​ງົບປະມານນັ້ນ.

ການ​ປິດ​ໂຮງການ​ລັດຖະບານແມ່ນຈ​ະກ້າວ​ເຂົ້າ​ສູ່ອາທິດ​ທີ່​ສາມ
​ໃນ​ວັນ​ອັງຄານ ມື້​ອື່ນນີ້ ​ໂດຍ​ທີ່ຊາວ​ອາ​ເມຣິກັນຫລາຍໆ​ຄົນ​ໄດ້​
ເຫັນຜົນກະທົບ​ຕໍ່​ເຂົາ​ເຈົ້າ​ເອງ ໃນ​ຫລາຍໆ​ດ້ານ ​ເປັນ​ຕົ້ນ​ການ
ລ່າ​ຊ້າຫລາຍ​ຢ່າງ​ເຊັ່ນ​ວ່າ ການ​ຢືມ​ເງິນ​ຊື້​ເຮືອນ ​ແລະໄດ້​ຮັບເງິນ
ພາສີຄືນ ຍ້ອນ​ໄດ້​ຈ່າຍ​ເກີ​ນ​ໄປ​ໃນ​ປີ​ກາຍ​ນີ້.

ຜົນ​ກະທົບ​ດັ່ງກ່າວ​ໄດ້ພາໃຫ້​ມີການ​ປະ​ທ້ວງ ຢູ່​ຕາມ​ຫົວ​ເມືອງ​
ໃຫຍ່ ​ແລະນ້ອຍ​ທັງຫລາຍໂຮມ​ທັງໃນວັນ​ອາທິດ​ທີ່ນະຄອນ
ຫລວງ ວໍ​ຊິງ​ຕັນ ບ່ອນ​ທີ່​ຫລາຍ​ຮ້ອຍ​ຄົນ ພາກັນ​ດຶງຮົ້ວຕັນບໍ່
​ໃຫ້​ເຂົ້າ ​ທີ່​ຕັ້ງ​ໄວ້​ຢູ່​ຕາມ ອະນຸສາວະລີ​ຕ່າງໆ​ ຢູ່​ບໍລິ​ເວນສະໜາມ​ຫລວງ​ແຫ່ງ​ຊາດ. ​


ເຂົາ​ເຈົ້າ​ພາກັນ​ເອົາ​ຮົ້ວ​ຈໍານວນ​ນຶ່ງ​ ໄປ​ໄວ້ຢູ່​ນອກທໍານຽບຂາວ ພ້ອມ​ດ້ວຍ​ປ້າຍ​ຕິຕຽນ
ປະທານາທິບໍດີ Barack Obama.

ບັນດາ​ພວກ​ປະ​ທ້ວງ ຍັງ​ພາ​ກັນ​ໄປຍັງ​ຕຶກ​ລັດຖະສະພາ​ ​ໃນ​ວັນ​ອາທິດວາ​ນນີ້ ​ເພື່ອ​ສົ່ງ
ສຽງ​ ຕິຕຽນລັດຖະສະພາ ທີ່​ໄດ້ລົ້ມ​ແຫລວ​ຊໍ້າ​ແລ້ວ​ຊໍ້າ​ອີກ ​ໃນ​ການ​ບໍ່ຮັບ​ຜ່ານງົບ​ປະມານ
​ແລະໄດ້ອີງ​ອາ​ໄສ​ອັນ​ທີ່​ຮ້ອງ​ວ່າ ​ມາດຕາການ​ແກ້​ໄຂຊົ່ວ​ຄາວ ​ເພື່ອໃຫ້ລັດຖະບານ​ມີງົບ
ປະມານ​ໃຊ້​ຈ່າຍ​ເປັນ​ໄລ​ຍະໆ​ໄປ ມາ​ໄດ້​ຫລາຍ​ປີ​ແລ້ວ​ນັ້ນ.

US Lawmakers Work Through Holiday as Debt Deadline Looms
please wait

No media source currently available

0:00 0:03:40 0:00
ລິງໂດຍກົງ
XS
SM
MD
LG