ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ທ່ານ ທ​ຣຳ ເຊີນບັນ​ດາ​ຜູ້​ນຳ ລັດ​ຖະ​ສະ​ພາ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລາຍ​ງານ


ຫໍ​ລັດ​ຖະ​ສ​ະ​ພາ​ໃນ​ວັນ​ປີ​ໃໝ່ ຍັງ​ຖືກ​ປິດ ​ໃນ​ລະ​ຫວ່າງ​ການ​ປິດ​ລັດ​ຖະ​ບານ​ຊົ່ວ​ຄາວ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 1 ມັງ​ກອນ, 2019.
ຫໍ​ລັດ​ຖະ​ສ​ະ​ພາ​ໃນ​ວັນ​ປີ​ໃໝ່ ຍັງ​ຖືກ​ປິດ ​ໃນ​ລະ​ຫວ່າງ​ການ​ປິດ​ລັດ​ຖະ​ບານ​ຊົ່ວ​ຄາວ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 1 ມັງ​ກອນ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ເຊື້ອ​ເຊີນ​ບັນ​ດາ​ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ ແລະ ຣີ​ພັບ​ບ​ລີ​ກັນ​ໃນລັດ​ຖະ​ສະ​ພາ ໄປເຂົ້າ​ຮ່ວມ​ ໃນ​ສິ່ງ​ທີ່​ທຳ​ນຽບ​ຂາວ​ເອີ້ນ​ວ່າ “ກອງ​ປະ​ຊຸມ​ລາຍ​ງານ ກ່ຽວ​ກັບ ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ” ໃນ​ວັນ​ພຸດມື້ນີ້, ໃນ​ຂະ​ນະ​ທີ່​ການ​ປິດ​ລັດ​ຖະ​ບານ​ບາງ​ສ່ວນ ​ແມ່ນ​ໄດ້​ກ້າວ​ເຂົ້າ​ສູ່​ວັນ​ທີ 12 ແລ້ວ.

ຜູ້​ນຳ​ສຽງ​ສ່ວນຫຼາຍໃນ​ສະ​ພາ​ສູງ ທ່ານ ມິ​ຈ ແມັກ​ຄອນ​ແນ​ລ ຄາດ​ວ່າ ​ຈະ​ເຂົ້າ​ຮ່ວມ​ໃນ​ກອງ​ປ​ະ​ຊຸມ​ດັ່ງ​ກ່າວ. ແຕ່ບໍ່​ແນ່​ໃຈ​ວ່າ​ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ ໃນ​ສະ​ພາ​ສູງ ທ່ານ ຈັກ ຊູ​ເມີ ຫຼື ສະ​ມາ​ຊິກ​ຈາດ​ພັກ​ເດ​ໂມ​ແຄ​ຣັດ ແລະ ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ຈະຢູ່​ທີ່​ນັ້ນຫຼືບໍ່, ຫຼື​ວ່າ​ທັງ​ສອງ​ຝ່າຍ​ຈະ​ໃຊ້​ກອງ​ປະ​ຊຸມ​ດັ່ງ​ກ່າວ ​ສຳ​ລັບ​ການເຈ​ລະ​ຈາ​ແຜນ​ການ​ຕ່າງໆ​ເພື່ອ​ເປີດ​ລັດ​ຖະ​ບານ​ຄືນ.

ພັກ​ເດ​ໂມ​ແຄ​ຣັດ ຈະ​ມີ​ສຽງສ່ວນຫຼາຍ​ໃນ​ສະ​ພາ​ຕ່ຳ ເມື່ອ​ລັດ​ຖະສະ​ພາ​ຊຸດໃໝ່ ເປີດ​ໃນ
ວັນພະຫັດມື້ອື່ນນີ້, ແລະ ທ່ານນາງ ເພໂລຊີ ໄດ້ມີແຜນທີ່ຈະຈັດການລົງຄະແນນສຽງ
ກ່ຽວກັບ ຮ່າງກົດໝາຍສອງສະບັບ ທີ່ຈະໃຫ້ທຶນແກ່ພະແນກ ການຕ່າງໆທີ່ຖືກປິດ ຈົນ
ຮອດທ້າຍເດືອນກັນຍາ ແລະ ກະຊວງຮັກສາຄວາມປອດໄພພາຍໃນ ເຖິງວັນທີ 8
ກຸມພາ.

ຮ່າງ​ກົດ​ໝາຍ​ທີ່​ຖືກ​ສະ​ເໜີ​ນັ້ນ ​ບໍ່​ໄດ້​ລວມ​ເງິນ 5 ຕື້​ໂດ​ລາ ​ເພື່ອ​ເປັນ​ທຶນ​ສຳ​ລັບ​ການ​
ສ້າງກຳແພງຢູ່ເຂດຊາຍແດນ ສະຫະລັດ ຕິດກັບເມັກຊິໂກ ທີ່ທ່ານ ທຣຳ ໄດ້ຮຽກຮ້ອງ
ໃນທຸກໆການໃຊ້ຈ່າຍ ທີ່ທ່ານຈະເປັນຜູ້ເຊັນ. ພັກເດໂມແຄຣັດ ກ່ອນໜ້ານີ້ໄດ້ສະເໜີ
ທຶນ ນຶ່ງພັນສາມຮ້ອຍລ້ານໂດລາ ສຳລັບມາດຕະການຮັກສາຄວາມປອດໄພເຂດ
ຊາຍແດນແທນ.

ໂຄ​ສົກ​ທຳ​ນຽບ​ຂາວ​ທ່ານ​ນາງ ຊາ​ຣາ ຮັກ​ຄາ​ບີ ແຊນ​ເດີ​ສ໌ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​
ສະບັບນຶ່ງ ເມື່ອຕອນແລງວັນອັງຄານວານນີ້ວ່າ ແຜນການຂອງພັກເດໂມແຄຣັດ “ບໍ່
ມີໂອກາດປະສົບຄວາມສຳເລັດຕັ້ງແຕ່ຕົ້ນ” ແລະ “ບໍ່ສາມາດທີ່ຈະຮັກສາຄວາມປອດ
ໄພຢູ່ເຂດຊາຍແດນ ແລະ ເຮັດໃຫ້ຄວາມຕ້ອງການຂອງປະເທດອື່ນ ຢູ່ເໜືອຄວາມ
ຕ້ອງການຂອງປະຊາຊົນພວກເຮົາເອງ.”

ທ່ານ​ນາງ ເພ​ໂລ​ຊີ ແລະ ທ່ານ ຊູ​ເມີ ໄດ້​ປະ​ຕິ​ເສດ ​ແຜນ​ການ​ກໍ່​ສ້າງ​ກຳ​ແພງ​ຂອງ​ທ່ານ
ທຣຳ ວ່າມັນ “ແພງ ແລະ ບໍ່ມີປະສິດທິຜົນ” ແລະ ເວົ້າວ່າ ທ່ານ ທຣຳ ຍັງບໍ່ໄດ້ສະເໜີ
ແຜນການໃດໆທີ່ມີໂອກາດຈະຖືກຮັບຜ່ານທັງຢູ່ສະພາຕ່ຳ ແລະ ສະພາສູງເທື່ອ.

ກ່ອນກອງ​ປະ​ຊຸມ​ຂອ​ງ​ພວກ​ເພິ່ນ ທີ່​ອາດ​ເກີດ​ຂຶ້ນນັ້ນ, ທ່ານ ທ​ຣຳ ແລະ ທ່າ​ນ​ນາງ
ເພໂລນີ ໄດ້ຕອບຄຳເຫັນຂອງກັນໃນທວິດເຕີ ເມື່ອວັນອັງຄານວານນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG