ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະ​ບານ ສ​ຫລ ປິດລົງ ເປັນ​ເທື່ອ​ທຳ​ອິດ ​ໃນ​ຮອບ 17 ປີ (ວີດີໂອ)


US Government is Shutdown
please wait

No media source currently available

0:00 0:02:30 0:00
ລິງໂດຍກົງ

Nearly four months after the tragedy, grieving family members and friends of victims of the Malaysia Airlines Flight 17 disaster gathered around 298 candles representing each of the victims during a national commemoration ceremony in Amsterdam, Netherlands, Nov. 10, 2014.

ລັດຖະບານສະຫະລັດ​ ​ເລີ່​ມປິດ​ການ​ໃຫ້​ບໍລິການ​ບາງ​ສ່ວນ​ລົງ ​
ເປັນ​ເທື່ອ​ທຳ​ອິດ ​ໃນ​ຮອບ 17 ປີ ​ໃນ​ຂະນະ​ທີ່ສະພາ​ທັງ​ສອງ​ຂອງ
​ສະຫະລັດ ​ບໍ່ສາມາດ​ຕົກລົງ​ກັນ​ໄດ້ ​ເພື່ອ​ຮັບ​ຜ່ານ ​ຮ່າງ​ກົດໝາຍ
ການ​ໃຊ້​ຈ່າຍສະບັບ​ດຽວ​ກັນ ທັນ​ກັບ​ວັນ​ທີ 1 ຕຸລາ.

3 ຄັ້ງ ​ໃນ​ມື້ວັນ​ຈັນ​ວານ​ນີ້ ສະພາ​ຕໍ່າ​ສະຫະລັດ ພາຍ​ໃຕ້​ການ​
ນຳພາ​ຂອງ​ພັກຣິພັບບລິກັນ ​ໄດ້​ຮັບ​ຜ່ານ​ຮ່າງ​ກົດໝາຍ​ການ​
ໃຊ້​ຈ່າຍ ທີ່​ຈະ​ເລື່ອນ​ເວລາ​ການຈັດຕັ້ງປະຕິບັດ​ກົດໝາຍ​ຮັກສາ​
ສຸຂະ ພາບ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ ທີ່​ຮູ້​ກັນ​ໃນ​ນາມ
Obamacare” ນັ້ນ. ​ໃນທັງ 3 ຄັ້ງ​ ​ສະພາສູງສະຫະລັດ​ທີ່
ຄວບ​ຄຸມໂດຍ​ພັກ​ເດ​ໂມ​ແຄຣັດ ​ໄດ້​ປະ​ຕິ​ເສດ​ ​ໃນບໍ່​ເທົ່າ​ໃດ
ນາທີຕໍ່​ມາ.

ບໍ່​ດົນກ່ອນ​ທ່ຽງ​ຄືນ ຜູ້​ອໍານວຍ​ດ້ານ​ງົບປະມານຂອງທາງ​ທໍານຽບຂາ​ວ ທ່ານ​ນາງ Sylvia
Burwell​ ໄດ້​ອອກດຳລັດ​ໄປ​ຍັງ​ພະ​ແນ​ກການ​ຕ່າງໆ​ຂອງ​ລັດຖະບານ​ກາງ ​ໃຫ້​ປະຕິບັດ​
ແຜນການ​ໃນ​ການ​ປິດ​ການ​ໃຫ້​ບໍລິການ​ຂອງ​ລັດຖະບານ​ລົງ​ຢ່າງ​ເປັນ​ລະບຽບ. ການ​ເຄື່ອນ​
ໄຫວ​ທີ່​ວ່າ ນີ້ ​ແມ່ນ​ໝາຍ​ເຖິງ​ການ​ສັ່ງ​ພັກ​ການ ພະນັກ​ງານ​ຂອງ​ລັດຖະບານ​ກາງ​ປະມານ
800,000 ຄົນ.

ພະ​ແນ​ກການ​ຕ່າງໆ​ທີ່​ໄດ້​ກະທົບ​ນັ້ນ​ ແມ່ນ​ຮວມທັງ​ ພະ​ແນ​ກ​ສວນສາທາລະນະ​ແຫ່ງ​ຊາດ
ພະ​ແນກການ​ກວດກາ​ຮັກສາ​ຄວາມ​ປອດ​ໄພ​ໃນ​ທ້ອງ​ຖະໜົນ ​ແລະ​ກະຊວງ​ປ້ອງ​ກັນ​
ປະ​ເທດ ຊຶ່ງສ່ວນ​ໃຫຍ່ ​ໄດ້​ສັ່ງ​ໃຫ້​ບັນດາ​ພະນັກງານ​ພົນລະ​ເຮືອນຂອງ​ຕົນ​ພັກ​ການ.
ສ່ວນ​ບັນດາເຈົ້າ​ໜ້າ​ທີ່​ຮັກສາຄວາມ​ປອດ​ໄພ​ພາຍ​ໃນ ​ແລະ​ພວກ​ເຈົ້າ​ໜ້າ​ທີ່ຊາຍ​ແດນນັ້ນ
​ຍັງຈະ​ເປີດ​ໃຫ້​ບໍລິການ​ຕໍ່​ໄປ ​ຕະຫລອດ​ທັງ​ພະ​ແນ​ກການປະຕິບັດ​ກົດໝາຍ​ຕ່າງໆ​ນຳ​ດ້ວຍ.

​ໃນ​ຖະ​ແຫຼງການສະ​ບັບນຶ່ງ ​ໃນເຊົ້າວັນອັງຄານ​ມື້​ນີ້​ ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ
ສະມາຊິກຂອງ​ກອງທັບ​ສະຫະລັດ ຈະ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ເໝືອນ​ເດີມ ​ແລະການ​ປະຕິບັດ
ງານ​ທາງ​ທະຫານ ​ເຊັ່ນການ​ປະຕິບັດ​ງານ​ຢູ່​ໃນ​ອັຟກາ​ນິສຖານນັ້ນ ​ຍັງ​ຈະ​ສືບ​ຕໍ່​ປະຕິບັດ
​ໜ້າ​ຕໍ່​ໄປ. ທ່ານ​ກ່າວ​ວ່າ ທ່ານ​ມີ​ແຜນທີ່​ຈະ​ລົງ​ນາມ​ໃນ​ຮ່າງ​ກົດໝາຍເພື່ອຄໍ້າປະກັນ​ໃຫ້
ພວກ​ທະຫານທັງ ຫຼາຍ​ໄດ້​ຮັບ​ເງິນ​ເດືອນທັນຕາມ​ເວລາ. ທ່ານ​ໂອ​ບາ​ມາ ຍັງ​ໄດ້​ໃຫ້​ຄຳ​ໝັ້ນ
ສັນຍາ​ວ່າ ຈະ​ປະສານ​ງານ​ກັບ​ທາງ​ລັດຖະສະພາ ​ເພື່ອ​ໃຫ້​ລັດຖະບານ​ໄຂຄືນ​ແລະດໍາ​ເນີນ
ວຽກ​ງານ​ຄື​ເກົ່າ.

ການ​ຢຸດໃຫ້​ບໍລິການຂອງ​ລັດຖະບານ​ຄັ້ງ​ນີ້​ ແມ່ນ​ຈະບໍ່​ມີ​ຜົນກະທົບ​ໃດໆ ຕໍ່ຈຸດ​ເພັ່ງ​ເລັງ​
ທີ່​ສຳຄັນ ​ໃນ​ການ​ຜິດຂ້ອງຕ້ອງຖຽງຂອງ​ລັດຖະສະພາ ນັ້ນກໍ​ຄື​ກົດໝາຍ​ສຸກຂະພາບ​.
ອົງ​ປະກອບ​ຕ່າງໆ ຂອງ​ກົດໝາຍ​ດັ່ງກ່າວ ກຳນົດ​ຈະ​ເລີ້ມມີ​ຜົນ​ບັງຄັບ​ໃຊ້ໃນ​ວັນ​ອັງຄານ
​ມື້​ນີ້ ​ຕາມ​ໝາຍ​ກໍານົດ​ໄວ້.
XS
SM
MD
LG