ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ ໄບເດັນ ແລະທ່ານ ໂຊລສ໌ ປຶກສາຫາລືກ່ຽວກັບວິກິດການຂອງ ຢູເຄຣນ


ປະທານາທິບໍດີໂຈ ໄບເດັນ (ຂວາມື), ພົບປະເຈລະຈາກັບນາຍົກລັດຖະມົນຕີຂອງເຢຍຣະມັນ ທ່ານ ໂອລາຟ ໂຊລສ໌ ໃນຫ້ອງການຮູບ​ຊົງໄຂ່ຂອງທໍານຽບຂາວ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ກຸມພາ 2022.
ປະທານາທິບໍດີໂຈ ໄບເດັນ (ຂວາມື), ພົບປະເຈລະຈາກັບນາຍົກລັດຖະມົນຕີຂອງເຢຍຣະມັນ ທ່ານ ໂອລາຟ ໂຊລສ໌ ໃນຫ້ອງການຮູບ​ຊົງໄຂ່ຂອງທໍານຽບຂາວ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ກຸມພາ 2022.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະ ນາຍົກລັດຖະມົນຕີເຢຍຣະມັນ ທ່ານໂອລາຟ ໂຊລສ໌ ໄດ້ພົບປະໂອ້ລົມກັນທີ່ທໍານຽບຂາວໃນມື້ວັນຈັນວານນີ້ ເພື່ອປຶກສາຫາລື ຊຶ່ງ​ມີ​ທ່າ​ທາງວ່າຈະຖືກຄອ​ບ​ງຳໂດຍຄວາມພະຍາຍາມທີ່ຈະຂັດຂວາງຄວາມເປັນໄປໄດ້ທີ່ ຣັດເຊຍຈະຮຸກຮານຢູເຄຣນ.

ໃນຊ່ວງທໍາອິດຂອງການປຶກສາຫາລືນັ້ນ, ທ່ານໂຊລສ໌ຜູ້ທີ່ຫາກໍເຂົ້າຮັບຕໍາແໜ່ງ ຢູ່​ນະ​ຄອນເບີລິນ ໃນເດືອນທັນວາແລ້ວນີ້ ແລະ ທ່ານ ໄບເດັນ ໄດ້ເນັ້ນຢໍ້າເຖິງຄວາມສໍາພັນລະຫວ່າງສອງປະເທດຂອງພວກເຂົາເຈົ້າ ແຕ່ ພວກເຂົາເຈົ້າໄດ້ໃຊ້ການເຂົ້າຊ່ວຍເຫຼືອ ຢູເຄຣນ ທີ່ແຕກຕ່າງກັນ, ໂດຍສະຫະລັດຈັດສົ່ງອາວຸດຕ່າງໆໄປໃຫ້ລັດຖະບານກີຢິບ, ແລະເຢຍຣະມັນ ຈັດສົ່ງໝວກກັນກະທົບຂອງທະຫານໄປໃຫ້ຕາມທີ່ ຢູເຄຣນ ຮ້ອງຂໍ 5,000 ໜ່ວຍ ໃນຂະນະທີ່ຍັງຢຶດໝັ້ນໃນຈຸດຢືນອັນເກົ່າທີ່ຍາວນານວ່າ ຈະບໍ່ສົ່ງອາວຸດເຂົ້າໄປໃນຂົງເຂດຂອງຄວາມຂັດແຍ້ງດັ່ງກ່າວ.

ຢ່າງໃດກໍຕາມ, ທ່ານໄບເດັນ ກ່າວວ່າ ທັງສອງປະເທດແມ່ນ “ດໍາເນີນງານຢູ່ຈຸດຢືນອັນດຽວກັນ” ເພື່ອ “ຂັດຂວາງການບຸກລຸກຮຸກຮານຂອງ ຣັດເຊຍ ຕໍ່ ຢູໂຣບ ໃນຕໍ່ໜ້າ.”

ທ່ານ ໂຊລສ໌ ຕອບວ່າ “ພວກເຮົາເປັນພັນທະມິດທີ່ໃກ້ຊິດທີ່ສຸດ ແລະເຮັດວຽກຮ່ວມກັນຢ່າງໜັກແໜ້ນ, ແລະນີ້ເປັນສິ່ງຈໍາເປັນ ໃນການດໍາເນີນງານຕາມຂັ້ນຕອນທີ່ພວກເຮົາຈໍາເປັນຈະຕ້ອງປະຕິບັດ ຕົວຢ່າງເຊັ່ນ ການຕໍ່ສູ້ກັບ ຣັດເຊຍ ທີ່ຮຸກຮານ ຢູເຄຣນ.”

ໃນການໃຫ້ສໍາພາດກັບໜັງສືພິມ ວໍຊິງຕັນໂພສທ໌ ກ່ອນການເຈລະຈາກັບທ່ານ ໄບເດັນ ນັ້ນ, ທ່ານ ໂຊລສ໌ ພະຍາຍາມໃຫ້ຄວາມໝັ້ນໃຈກັບປະເທດພັນທະມິດອົງການ NATO ກ່ຽວກັບການແກ້ໄຂບັນຫາຂອງ ເຢຍຣະມັນ ໃນການປະເຊີນໜ້າກັບມົສກູ ໂດຍກ່າວວ່າ “ຄໍາຕອບຂອງພວກເຮົາຈະລວມເປັນອັນນຶ່ງອັນດຽວ ແລະເດັດຂາດ” ໃນກໍລະນີທີ່ ຣັດເຊຍໂຈມຕີ ຢູເຄຣນ.

ສະມາຊິກທັງສອງຂອງອົງການ NATO ໄດ້ສະແດງອອກເຖິງການສະໜັບສະໜຸນ ເພື່ອເສີມຂະ​ຫຍາຍ​ກຳ​ລັງທະຫານຂອງອົງການ NATO ​ທີ່​ປະ​ຈຳ​ການຢູ່ໃນພາກຕາເວັນອອກຂອງພັນທະມິດ, ໂດຍທີ່ສະຫະລັດໄດ້ສົ່ງກໍາລັງໄປເ​ສີມ​ຢູ່​ໃນປະເທດໂປແລນ ແລະ ໂຣມາເນຍ, ເຊິ່ງທ່ານໂຊລສ໌ ໄດ້ກ່າວໃນມື້ວັນອາ ທິດທີ່ຜ່ານມາວ່າ ທ່ານແມ່ນເປີດກວ້າງ​ຕໍ່ການເສີມສ້າງຄວາມເຂັ້ມແຂງໃຫ້ກັບກຸ່ມຕໍ່ສູ້ຢູ່ໃນລີທົວເນຍ ນໍາໂດຍເຢຍຣະມັນ.

ຄວາມເປັນໄປໄດ້ອີກອັນນຶ່ງຂອງຂໍ້ໂຕ້ຖຽງກັນກໍຄື ການເພິ່ງພາອາໄສຕໍ່ການສະໜອງພະລັງງານຂອງ ຣັດເຊຍ ໃຫ້ກັບເຢຍຣະມັນ ແລະໂຄງການທໍ່ສົ່ງ Nord Stream 2 ທີ່ໄດ້ອອກແບບມາເພື່ອນໍາສົ່ງອາຍແກັສທໍາມະຊາດຂອງ ຣັດເຊຍໄປສູ່ປະເທດດັ່ງກ່າວ. ທໍ່ສົ່ງອາຍແກັສດັ່ງກ່າວແມ່ນ​ສຳ​ເລັດສົມບູນແລ້ວ ແຕ່ຍັງບໍ່ທັນໄດ້ດໍາເນີນງານ​ເທື່ອ, ເຊິ່ງສະຫະລັດກ່າວວ່າ ມັນຈະບໍ່ໄດ້ເປີດການດໍາເນີນງານໃດໆໄດ້ ຫາກຣັດເຊຍ ຮຸກຮານຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG