ນາຍພົນ ສະຫະລັດ ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ບັນຊາການກອງກຳລັງ ອາເມຣິກັນ ໃນເກົາຫຼີໃຕ້ ໄດ້ກ່າວວ່າ ການຢຸດຊ້ອມລົບຄັ້ງໃຫຍ່ຊົ່ວຄາວ ລະຫວ່າງ ສະຫະລັດ ກັບ ເກົາຫຼີໃຕ້ ໄດ້ເຮັດໃຫ້ຄວາມພ້ອມທາງທະຫານ ຢູ່ແຫຼມ ເກົາຫຼີ “ອ່ອນແອລົງ.”
ຫຼັງຈາກກອງປະຊຸມສຸດຍອດທີ່ບໍ່ເຄີຍມີມາກ່ອນກັບ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນຕົ້ນປີນີ້, ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປະກາດວ່າ ວໍຊິງຕັນ ກັບ ໂຊລ ຈະບໍ່ດຳເນີນການຊ້ອມລົບປະຈຳປີ ພິທັກເສລີພາບ ອູລຈີ, ເຊິ່ງແມ່ນນຶ່ງໃນການຊ້ອມລົບ ທີ່ໃຫຍ່ທີ່ສຸດຢູ່ໃນໂລກ.
ນາຍພົນກອງທັບບົກ, ທ່ານ ໂຣເບີດ ເອແບຣມສ໌ ໄດ້ກ່າວໃນວັນອັງຄານວານ ນີ້ ໃນການໃຫ້ການກ່ຽວກັບການຮັບຮອງເອົາການແຕ່ງຕັ້ງທ່ານໃນສະພາສູງວ່າ “ນັ້ນແມ່ນການຊ້ອມຮົບທີ່ສຳຄັນທີ່ຕ້ອງຮັກສາຄວາມຕໍ່ເນື່ອງໄວ້ ແລະສືບຕໍ່ການ ຝຶກຊ້ອມຄວາມສາມາດໃນການເຮັດວຽກຮ່ວມກັນຂອງພວກເຮົາ, ແລະ ສະນັ້ນມັນຈຶ່ງໄດ້ອ່ອນແອລົງໜ້ອຍນຶ່ງ.”
ນາຍພົນໄດ້ກ່າວຕື່ມວ່າ, ແນວໃດກໍຕາມ, ທ່ານຮູ້ສຶກວ່າການຍົກເລີກນັ້ນແມ່ນ “ການສ່ຽງທີ່ຮອບຄອບ” ສຳລັບຄວາມພະຍາຍາມທີ່ຈະ “ປ່ຽນແປງສາຍພົວພັນ” ກັບ ເກົາຫຼີເໜືອ.
ເມື່ອຖືກຖາມໂດຍສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດ ອິນເດຍນາ ທ່ານ ແກຣີ ປີເຕີສ໌ ວ່າ ມີຈັກຄັ້ງທີ່ການຊ້ອມຮົບຂະໜາດໃຫຍ່ ສາມາດຂ້າມໄດ້ ກ່ອນ “ຄວາມພ້ອມຈະຫຼຸດລົງຢ່າງຫຼວງຫຼາຍນັ້ນ,” ທ່ານ ເອແບຣມສ໌ ໄດ້ກ່າວວ່າ “ມັນຍາກທີ່ຈະຕັດສິນໄດ້.”