ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ລົງໂທດ ຣັດເຊຍ ເພີ່ມເຕີມ ສຳລັບການໂຈມຕີ ທາງໄຊເບີ ແລະ ການແຊກແຊງການເລືອກຕັ້ງ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ຣັດເຊຍ ຢູ່ຫ້ອງປະຊຸມກໍ້າຕາເວັນອອກຂອງທຳນຽບຂາວ. 15 ເມສາ, 2021.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ຣັດເຊຍ ຢູ່ຫ້ອງປະຊຸມກໍ້າຕາເວັນອອກຂອງທຳນຽບຂາວ. 15 ເມສາ, 2021.

ສະຫະລັດ ບໍ່ສາມາດອະນຸຍາດໃຫ້ມະຫາອຳນາດຕ່າງປະເທດເຂົ້າມາແຊກແຊງໃນການເລືອກຕັ້ງຂອງປະຊາຊົນ ອາເມຣິກັນ ແບບບໍ່ໄດ້ຖືກລົງໂທດ, ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວໃນວັນພະຫັດວານນີ້, ຫຼັງຈາກທ່ານໄດ້ເອົາ ມາດຕະການເພື່ອລົງໂທດ ຣັດເຊຍ ສຳລັບສິ່ງນັ້ນ ແລະ ການໂຈມຕີທາງໄຊເບີຄັ້ງໃຫຍ່.

ທ່ານ ໄບເດັນ ໄດ້ກ່າວໃນທຳນຽບຂາວວ່າ “ມື້ນີ້ຂ້າພະເຈົ້າໄດ້ອະນຸມັດຫຼາຍບາດກ້າວ, ລວມທັງການຂັບໄລ່ເຈົ້າໜ້າທີ່ ຣັດເຊຍ ຫຼາຍຄົນ, ດັ່ງກັບຜົນ ທີ່ຕາມມາໃນການກະທຳຂອງພວກເຂົາ. ຂ້າພະເຈົ້າຍັງໄດ້ເຊັນດຳລັດສະບັບນຶ່ງທີ່ອະນຸຍາດມາດຕະການໃໝ່, ລວມທັງມາດຕະການລົງ ໂທດເພື່ອແກ້ໄຂ ການກະທຳທີ່ອັນຕະລາຍທີ່ຣັດເຊຍ ໄດ້ເຮັດຕໍ່ຜົນປະໂຫຍດຂອງ ສະຫະລັດ.”

ທ່ານ ໄບເດັນ ໄດ້ກ່າວວ່າ ທ່ານໄດ້ບອກປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໃນການໂທລະສັບເມື່ອຕົ້ນອາທິດນີ້ວ່າ ທ່ານສາມາດທີ່ຈະເຮັດຫຼາຍກວ່ານີ້ ແຕ່ເລືອກທີ່ຈະພໍສົມນໍ້າສົມເນື້ອ ແລະ ບໍ່ໄດ້ພະຍາຍາມທີ່ຈະເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ວໍຊິງຕັນ ແລະ ມົສກູ ຮຸນແຮງຂຶ້ນ.

ທ່ານໄດ້ກ່າວຕື່ມວ່າ “ຖ້າ ຣັດເຊຍ ສືບຕໍ່ແຊກແຊງໃນປະຊາທິປະໄຕຂອງພວກເຮົາ, ຂ້າພະເຈົ້າໄດ້ກຽມພ້ອມທີ່ຈະດຳເນີນການຕອບໂຕ້ເພີ່ມເຕີມ.”

32 ໜ່ວຍງານ ແລະ ບຸກຄົນທີ່ເຊື່ອມໂຍງກັບມົສກູ ແມ່ນໄດ້ຖືກມາດຕະການລົງໂທດ ສຳລັບການພະຍາຍາມບິດເບືອນຂໍ້ມູນ ແລະ ແຊກແຊງໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2020.

ເຈົ້າໜ້າທີ່ 10 ຄົນຈາກຄະນະຜູ້ແທນການທູດຂອງຣັດເຊຍ ໃນນະຄອນຫຼວງ ວໍຊິງຕັນ ໄດ້ຖືກຂັບ ໄລ່ອອກຈາກປະເທດ, ລວມທັງ “ພວກຕົວແທນຂອງໜ່ວຍ ສືບລັບ ຣັດເຊຍ,” ອີງຕາມທຳນຽບຂາວ.

ລັດຖະບານທ່ານ ໄບເດັນ ໄດ້ຖິ້ມໂທດຢ່າງເປັນທາງການໃສ່ອົງການ SVR, ເຊິ່ງແມ່ນອົງການສືບລັບຕ່າງປະເທດຂອງ ຣັດເຊຍ, ສຳລັບການລະເມີດຄວາມປອດໄພທາງຄອມພິວເຕີຢ່າງກວ້າງ ຂວາງເມື່ອປີກາຍນີ້ ທີ່ປະກອບມີບໍລິສັດ SolarWinds, ເຊິ່ງແມ່ນບໍລິສັດບໍລິຫານຊອຟແວ ທີ່ມີຫ້ອງການຕັ້ງຢູ່ລັດ ເທັກຊັສ ທີ່ໄດ້ຮັບອະນຸຍາດໃຫ້ເຂົ້າເຖິງລະບົບຂອງຫຼາຍພັນບໍລິສັດ ແລະ ຫຼາຍອົງການລັດຖະບານກາງ.

ອົງການສອດແນມຂອງ ຣັດເຊຍ ໄດ້ຕອບໂຕ້ຄືນດ້ວຍການເອີ້ນການກ່າວຫາ ດັ່ງກ່າວວ່າ “ໄຮ້ສາລະ ແລະ ຊັກນຳໄປໃນທາງທີ່ຜິດ.”

ກະຊວງການຕ່າງປະເທດ ຣັດເຊຍ ໄດ້ກ່າວວ່າ ເຂົາເຈົ້າໄດ້ບອກເອກອັກຄະລັດຖະທູດ ສະຫະ ລັດ ປະຈຳ ຣັດເຊຍ ທ່ານ ຈອນ ຊູລລີວານ ວ່າມາດຕະການລົງໂທດໃໝ່ແມ່ນຄວາມເສຍຫາຍທີ່ຮ້າຍແຮງຕໍ່ສາຍພົວພັນສອງຝ່າຍ ແລະ ການຕອບໂຕ້ຂອງ ມົສກູ ຕໍ່ເຂົາເຈົ້າຈະຕາມມາໃນໄວໆນີ້. ກະຊວງ ການຕ່າງປະເທດໄດ້ກ່າວໃນຖະແຫຼງການສະນບັບນຶ່ງຕື່ມວ່າ ມັນບໍ່ເໝາະ ສົມຢ່າງ ສິ້ນເຊີງທີ່ວໍຊິງຕັນ ໄດ້ເຕືອນ ມົສກູ ຕໍ່ການຂະຫຍາຍຄວາມເຄັ່ງຕຶງຕໍ່ໄປ.

ນອກຈາກການເຄື່ອນໄຫວທີ່ຖືກລໍຖ້າຢ່າງກວ້າງຂວາງໃນວັນພະຫັດວານນີ້ໂດຍ ລັດຖະບານທ່ານ ໄບເດັນ ນັ້ນ, “ມັນຈະມີອົງປະກອບຕ່າງໆໆຂອງການດຳເນີນການທີ່ຍັງຈະບໍ່ຖືກເປີດເຜີຍໃຫ້ຮູ້,” ອີງຕາມການກ່າວຕໍ່ບັນດານັກຂ່າວ ໂດຍຂໍບໍ່ອອກຊື່ຂອງເຈົ້າໜ້າທີ່ອາວຸໂສ ສະຫະລັດ ຄົນນຶ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG