ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ການ​ຊ່ວຍ​ເຫຼືອ ທີ່​ເພີ້ມ​ຂຶ້ນ ຂອງ ​ສຫລ ແກ່​ລາວ ພວມຊ່ວຍ​ຮຳ​ບາດ​ແຜ ອັນ​ເຈັບ​ປວດ ທີ່​ຕົກ​ຄ້າງ ແຕ່​ປາງສົງ​ຄາມ ​ຫວຽດ​ນາມ


​ບັນ​ດາ​ນັກ​ເກັບ​ກູ້​ລະ​ເບີດ ກຳ​ລັງ​ກວດ​ຊອກ​ຫາ​​ລ​ະ​ເບີດ UXO ທີ່​ຕົກ​ຄ້າງ​ບໍ່​ທັນ​ແຕກຢູ່​ຕາມ​ຫົ່ງ​ນາ ໃນ​ແຂວງ​ຊຽງ​ຂ​ວາງ ປະ​ເທດ​ລາວ ເດືອ​ນ​ທັນ​ວາ 2014.
​ບັນ​ດາ​ນັກ​ເກັບ​ກູ້​ລະ​ເບີດ ກຳ​ລັງ​ກວດ​ຊອກ​ຫາ​​ລ​ະ​ເບີດ UXO ທີ່​ຕົກ​ຄ້າງ​ບໍ່​ທັນ​ແຕກຢູ່​ຕາມ​ຫົ່ງ​ນາ ໃນ​ແຂວງ​ຊຽງ​ຂ​ວາງ ປະ​ເທດ​ລາວ ເດືອ​ນ​ທັນ​ວາ 2014.

ເງິນຈຳນວນ 90 ລ້ານໂດລາ ທີ່ລັດຖະບານທ່ານໂອບາມາ ໄດ້ໃຫ້ ຄວາມໝັ້ນໝາຍ
ເພື່ອຊ່ວຍເຫຼືອລາວກຳຈັດລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມຫວຽດນາມ
ແມ່ນພວມມີການເລັ່ງລັດ ແຕ່ວຽກງານດັ່ງກ່າວອາດຈະໃຊ້ ເວລາຕື່ມອີກຢ່າງໜ້ອຍ
ນຶ່ງທົດສະວັດ ຫຼື ຫຼາຍກວ່ານັ້ນ. ນັກຂ່າວວີໂອເອ ມີລາຍງານ ກ່ຽວກັບເລື້ອງນີ້ ຊຶ່ງ
ກິ່ງສະຫວັນ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມັນແມ່ນ​ວັນ​ທີ 2 ມີ​ນາ ປີ 2014 ຊຶ່ງ​ເປັນ​ມື້​ທີ່​ມີແສງແດດ​ກ້າ ທີ່ນາງບົວ​ຄຳ ຈື່​ໄດ້​ວ່າ ລູກ
​ລະ​ເບີດ​ທີ່​ສະ​ຫະ​ລັດ​ຖິ້ມລົງ​ໃສ່​ປະເທດລາວ​ໃນ​ສະ​ໄໝດົນ​ກວ່າ 4 ທົດ​ສະ​ວັດແລ້ວ​ນັ້ນ
ໄດ້​ເຮັດໃຫ້​ຂາ​ຂວາ​ຂອງ​ນາງ​ຂາດອອກ​ເປັນ​ສອງ​ຕ່ອນ.

ນາງແລະ​ລູກ​ຊາຍ​ສອງ​ຄົນ​ ກຳ​ລັງ​ພາ​ກັນຂວັດ​ເຂ່ຍຂີ້​ດິນ ຢູ່ທີ່​ທົ່ງ​ນາແຫ່ງນຶ່ງ​ໃກ້​ບ້ານ​
ຂອງ​ເຂົາ​ເຈົ້າຢູ່​ແຂວງ​ຊຽງ​ຂວາງ ໃນ​ພາກ​ເໜືອ​ຂອງ​ລາວ ເພື່ອ​ຊອກ​ຫາລະ​ເບີດ​ລູກ
ຫວ່ານ ທີ່​ສະ​ຫະ​ລັດ​ໄດ້ຖິ້ມ​ລົງ​ໃສ່ປະເທດ​ລາວໃນ​ສະ​ໄໝສົງ​ຄາມ​ຫວຽດ​ນາມ. ພວກ​
ເຂົາ​ເຈົ້າ​ຫວັງ​ວ່າຈະ​ໄດ້​ເຫັນໂລ​ຫະ​ທີ່​ມີ​ຄ່າແລະ​ຂາຍໃຫ້​ຜູ້​ຊາຍ​ຫວຽດ​ນາມ 2 ຄົນ ທີ່​ໄປ
​ນຳ​ພວກ​ເຂົາ​ເຈົ້າ​ນັ້ນ.

ນາງ​ເລົ່າ​ສູ່​ວີ​ໂອ​ເອ​ຟັງ​ວ່າ “ຂ້ອຍ​ເຮັດ​ແນວນີ້​ມາ​ໄດ້ 10 ປີ​ແລ້ວ ໄດ້​ຊອກ​ທ້ອນ​ເອົາໂລ
​ຫະ ເພື່ອ​ຂາຍ​ໃຫ້​ຄົນ​ຫວຽດ​ນາມ” ໃນ​ຂະ​ນະ​ທີ່​ຍົກ​ມື ທີ່ກຳ​ກ່ຳ​ປັ້ນ​ແບບ​ຫລົມໆ​ຂຶ້ນ
ເພື່ອສະ​ແດງ​ໃຫ້​ເຫັນ​ຄືກັນກັບ​ໜ່ວຍ​ລະ​ເບີດ ທີ່​ມີ​ຂະ​ໜາດ​ເທົ່າ​ກັນ​ກັບໝາກ​ບານ​
ເທັນ​ນິ​ສ.

ແຕ່​ວ່າ​ໃນ​ຂະ​ນະ​ທີ່​ເອົາລູກ​ລະ​ເບີດ ໃສ່​ລົງໄປໃນ​ຖົງ​ຢາງປ​ລ​າ​ສ​ຕິກມື້ນັ້ນ ກໍ​ມີ​ຜູ້​ນຶ່ງ​ໃນ​ນັ້ນ
ໄດ້​ຂຸດ​ໄປ​ຖືກ​ລູກ​ລະ​ເບີດອີກ​ໜ່ວຍນຶ່ງ ແລະ​ມັນ​ກໍ​ໄດ້​ແຕກ​ໃສ່​ໃກ້​ຕີນ​ຂອງ​ນາງ. ສະ​ເກັດ​
ລູກ​ລະ​ເບີດ ​ທີ່​ຊອດ​ອອກ​ຈາກຂາ​ຂອງ​ນາງ ໄດ້​ໄປ​ຖືກ​ໜ້າ ເອິກ​ຂອງ​ລູກ​ຊາຍ​ຄົນ​ນຶ່ ແລະ​
ຟົ້ງ​ໃສ່​ຕາ​ຂອງ​ລູກ​ຊາຍ​ອີກ​ຄົນ​ນຶ່ງຂອງ​ລາວແລະ ​ກໍ​ໄດ້​ເຮັດ​ໃຫ້​ຜູ້​ຊາຍ​ຊາວ​ຫວຽດ​ນາມ
​ຄົນ​ນຶ່ງ​ເສຍ​ຊີ​ວິດຄາ​ທີ່.

​ນາງ​ເວົ້າ​ອີກວ່າ "ຫຼັງ​ຈາກ​ລະເບີດ​ໄດ້​ແຕກ​ຂຶ້ນແລ້ວ ຂ້ອຍ​ເຫັນ​ວ່າ​ ຂາ​ຂອງ​ຂ້ອຍ​ກ້ຳ​
ນຶ່ງ ​ໄດ້​ຫາຍ​ໄປ​ແລ້ວ ແລະ​ຂ້ອຍ​ໄດ້​ເອີ້ນ​ຫາ​ຜົວ​ຂອງ​ຂ້ອຍ. ສິ່ງ​ທຳ​ອິດ​ຕອນ​ຂ້ອຍ​ຮູ້​
ເມື່ອຂຶ້ນ​ມາ ຈື່​ໄດ້​ວ່າ ແມ່ນ​ຕອນ​ຂ້ອຍນອນ​ຢູ່​ໂຮງ​ໝໍ.”


ໃນ​ຕອນ​ທ່ານ​ໄປ​ຢ້ຽມ​ຢາມລາວໃນ​ປີ 2016 ນັ້ນ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ
ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ເອົາ​ເງິນ​ໃຫ້​ເພີ້ມ 90 ລ້ານ​ໂດ​ລາ ​ເຂົ້າ​ໃນ​ເງິນ “ພັນ​ທະ​ທາງ​
ສິນ​ລະ​ທຳ” ຂອງ​ອາເມ​ຣິ​ກາ ເພື່ອ​ຊ່ວຍ​ເຫລືອລາວກຳ​ຈັດ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ​ ຊຶ່ງ​ມັກ
​ເອີ້ນ​ກັນ​ວ່າ UXO ທີ່​ເປັນ​ລະ​ເບີດ ຕົກ​ຄ້າງຈາກ​ລະ​ເບີດ 2 ລ້ານ​ໂຕນ ທີ່​ສະ​ຫະ​ລັດ​ໄດ້​ຖິ້​ມ
ລົງ​ໃສ່​ປະ​ເທດລາວ ຊຶ່ງເປັນ​ນ້ອຍໆ ແຕ່​ປີ 1964 ຫາ 1973. ເຄິ່ງ​ນຶ່ງ​ຂອງ​ເງິນ​ຈຳ​ນວນ
​ດັ່ງກ່າວ ແມ່ນ​ໃຊ້​ເພື່ອທຳ​ການສຳ​ຫລວດ​ຢ່າງ​ລະ​ອຽດ​ໃນ​ທົ່ວ​ປະ​ເທດ ເພື່ອ​ຊອກ​ຫາລະ
​ເບີດ​ທີ່​ບໍ່​ທັນ​ແຕກ ຢູ່ໃນ​ລາວແບບທີ່ບໍ່ເຄີຍມີມາກ່ອນ.

ເມື່ອມໍ່ໆ​ມານີ້ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເລື່ອນ​ເວ​ລາ​ອອກ​ໃຫ້​ແກ່​ລາວຕໍ່​ເປົ້າ​ໝາຍ​ປີ
2020 ທີ່​ປະ​ເທດ​ດັ່ງ​ກ່າວ​ໄດ້​ຕົກ​ລົງໄວ້ ​ຢູ່​ໃນ​ສົນ​ທິ​ສັນ​ຍາ ​ວ່າດ້ວຍ​ລະ​ເບີດລູກ​ຫວ່ານ ທີ່​
ຈະ​ກຳ​ຈັດ​ລະ​ເບີດດັ່ງກ່າວ​ໃຫ້​ໝົດ ໂດຍ​ເວລາອອກ​ໄປ​ຮອດ​ປີ 2025. ລັດ​ຖະ​ບານ​ລາວ
​ໄດ້​ວາງ​ເປົ້າ​ໝາຍ​ຂອງ​ຕົນ​ໃສ່​ປີ 2030 ແຕ່​ພວກ​ນັກ​ຊ່ຽວ​ຊານ​ບາງ​ຄົນ​ເວົ້າ​ວ່າ ບໍ່​ມີ​ໃຜ​ສາ
​ມາດ​ເວົ້າ​ໄດ້​ວ່າ ວຽກ​ນີ້​ຈະ​ໃຊ້​ເວ​ລາ​ອີກ​ດົນ​ປານ​ໃດ.

"ມັນ​ເປັນ​ຄຳ​ຖາມ​ທີ່​ຄົນ​ມັກ​ຖາມ​ຫລາຍ​ທີ່​ສຸດຕໍ່​ພວກ​ເຮົາ ທີ່​ເວົ້າ​ວ່າ​ປານ​ໃດ​ມັນ​ຈະ​ຖືກ
​ກຳຈັດ​ໃຫ້​ໝົດ​ໄປ ແຕ່​ແນ່ນອນ ມັນ​ຄືກັນ​ກັບ​ຖາມທີ່​ວ່າ ເຊືອກ​ເສັ້ນ​ນຶ່ງ ​ມັນຍາ​ວປານ​
ໃດ ແມ່ນບໍ?

ທຸກ​ສິ່ງ​ທຸກ​ຢ່າງ ​ແມ່ນ​ຂຶ້ນຢູ່​ກັບ​ທຶນຮອນ" ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ນາງ Sarah Goring
ເຈົ້າ​ໜ້າ​ທີ່ຂອງ​ໂຄງ​ການ​ປະ​ຈຳ​ປະ​ເທດລາວ ຂອງກຸ່ມ Mines Advisory ທີ່​ຕັ້ງ​ຢູ່​ອັງ​ກິດ
ຊຶ່ງ​ໄດ້​ດຳ​ເນີນ​ວຽກງານກຳ​ຈັດ​ລະ​ເບີດ ​ໃຫຍ່​ທີ່​ສຸດ​ໃນ​ລາວ ຮອງ​ຈາກ​ອົງ​ການ​ ຂອງ​ລັດ
​ຖະ​ບານ​ລົງ​ມາ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ເລື່ອນ​ເວ​ລາໃນການຕັ້ງ​ເປົ້າ​ໝາຍ​ໄປ​ໃສ່​ປີ 2025 ກໍ​
ເພາະ​ວ່າ​ອົງ​ການດັ່ງກ່າວ ສາ​ມາດ​ເລື່ອນ​ເວ​ລາໄດ້​ແຕ່ພຽງ 5 ປີ​ເທົ່າ​ນັ້ນ ອີງ​ຕາມ​ທ່ານ​
ນາງ Goring.

ໃນການຕາມລ່າກຳລັງທະຫານຫວຽດນາມເໜືອຢູ່ຕາມເສັ້ນທາງໂຮ່ຈິມິນແລະກຳລັງ
ຄອມມູນິສປະເທດລາວ ຊຶ່ງໃນທີ່ສຸດກໍເປັນຝ່າຍຊະນະໃນສົງຄາມກາງເມືອງ ຢູ່ລາວ
ໃນປີ 1975 ນັ້ນ ສະຫະລັດໄດ້ເຮັດໃຫ້ລາວກາຍເປັນປະເທດທີ່ຖືກຖິ້ມ ລະເບີດໃສ່ ໂດຍສະເລ່ຍ​ແລ້ວ ຫຼາຍທີ່ສຸດໃນໂລກ. ອາວຸດທີ່ໃຊ້ກັນຫຼາຍທີ່ສຸດ ແມ່ນລະເບີດລູກ
ຫວ່ານ ຊຶ່ງລະເບີດດັ່ງກ່າວຈະເປີດອ້າອອກຢູ່ກາງອາກາດເພື່ອ ຫວ່ານລູກລະເບີດ
ນ້ອຍຫຼາຍຮ້ອຍໜ່ວຍທີ່ເອີ້ນວ່າ ບອມບີ້ ໃຫ້ກະຈາຍອອກໄປ ຄືກັນກັບທີ່ໄດ້ເຮັດໃຫ້
ນາງບົວຄຳບາດເຈັບ ເມື່ອຫ້າປີກ່ອນນັ້ນ.

ປະມານ 1 ສ່ວນ 3 ຂອງລູກບອມບີ້ ຊຶ່ງທັງໝົດມີຫຼາຍສິບລ້ານໜ່ວຍນັ້ນ ບໍ່ ໄດ້ແຕກ
ເວລາຕົກລົງມາ. ການກະປະມານກ່ຽວກັບວ່າມີດິນດອນຫຼາຍປານໃດປົກຄຸມດ້ວຍລະ
ເບີດດັ່ງກ່າວນີ້ແມ່ນແຕກຕ່າງກັນຢ່າງຫຼວງຫຼາຍ. ລັດຖະບານລາວເວົ້າວ່າ 8,000
ຕາລາງກິໂລແມັດ ແຕ່ກຸ່ມ Mines Advisory ເວົ້າວ່າມີບໍ່ຕ່ຳກວ່າ 2,000 ຕາລາງກິ
ໂລແມັດ.

ທ່ານ​ນາງ Goring ກ່າວວ່າ ຂ້າພະເຈົ້າຄິດວ່າ ໂຕຈິງແລ້ວແມ່ນຢູ່ໃນລະຫວ່າງນັ້ນ
ບໍ່ມີໃຜສາມາດຮູ້ໄດ້ຢ່າງຄັກແນ່.

ການສຳຫຼວດທາງດ້ານເຕັກນິກໃນທົ່ວປະເທດ ທ່ານໂອບາມາໄດ້ໃຫ້ຄຳໝັ້ນສັນຍາ
ໄວ້ວ່າ ເຄິ່ງນຶ່ງຂອງເງິນ 90 ລ້ານໂດລາໃນການຊ່ວຍເຫຼືອໃນປີ 2016 ນັ້ນ ຄວນຈະ
ຊ່ວຍ ໃຫ້ພວກເຂົາເຈົ້າຮູ້ ກ່ຽວກັບເລື້ອງນີ້. ສະຫະລັດໄດ້ແບ່ງປັນເງິນດັ່ງກ່າວ ໃຫ້
ແກ່ຫຼາຍໆອົງການ.

ການສຳຫຼວດ ກ່ຽວກັບເຂດທີ່ໄດ້ຮັບຜົນກະທົບສ່ວນໃຫຍ່ ທີ່ມີຂຶ້ນຢູ່ລາວມາຈົນຮອດ
ປັດຈຸບັນນີ້ ແມ່ນການສຳຫຼວດ ບໍ່ແມ່ນໃນດ້ານເຕັກນິກ ແຕ່ມີຂຶ້ນອີງຕາມລາຍງານ
ອຸບັດຕິເຫດທີ່ເກີດຂຶ້ນ ແລະຕາມຄຳເວົ້າຂອງປະຊາຊົນ ໃນເຂດທ້ອງ ຖິ່ນ. ການຂາດ
ຂໍ້ມູນທີ່ຖືກຕ້ອງແມ່ນຍຳນັ້ນໝາຍຄວາມວ່າ ເວລາແລະເງິນຄຳສ່ວນໃຫຍ່ໄດ້ຖືກນຳໄປ
ໃຊ້ໃນການເກັບກູ້ລະເບີດ ໃນເຂດທີ່ກາຍເປັນວ່າ ມີລະເບີດບໍ່ຫຼາຍ ຫຼືວ່າບໍ່ມີຊ້ຳ.

ດ້ວຍການສຳຫຼວດ ທາງດ້ານເຕັກນິກນີ້ ທີມງານຕ້ອງໃຫ້ການຢືນຢັນ ກ່ຽວກັບ ການ
ມີລະເບີດຕົກຄ້າງໃນການສຳຫຼວດຂັ້ນຕົ້ນຄືມີການກວດກາເບິ່ງບ່ອນທີ່ຕ້ອງສົງໄສ ກ່ອນທີ່ຈະລົງມືເກັບກູ້ຢ່າງແທ້ຈິງ. ກຸ່ມ Mines Advisory ແລະອື່ນໆໄດ້ເຮັດການສຳ
ຫຼວດທາງດ້ານເຕັກນິກຢູ່ລາວກ່ອນປີ 2016​ ແຕ່ເງິນຊ່ວຍເຫຼືອຂອງສະຫະລັດໃນປີ
ນັ້ນ ໄດ້ຊ່ວຍເຮັດໃຫ້ວຽກງານດັ່ງກ່າວໄວຂຶ້ນ.

ທ່ານ Perparim Elezi ຜູ້ຈັດການສະໜາມທາງດ້ານເຕັກນິກຂອງກຸ່ມ Mines
Advisory ໃນແຂວງຊຽງຂວາງ ກ່າວກ່ຽວກັບການສໍາຫຼວດ ທາງດ້ານເຕັກນິກ ວ່າ ມັນຊ່ວຍກໍຍ້ອນວ່າ ມັນເຮັດໃຫ້ຂັ້ນຕອນໄວຂຶ້ນ. ພວກເຮົາຮູ້ຢ່າງຄັກແນ່ວ່າ ບ່ອນໃດ
ມີລະເບີດຕົກຄ້າງ ແລະບ່ອນໃດບໍ່ມີລະເບີດຕົກຄ້າງ.

ທ່ານ Elezi ຊຶ່ງເປັນອະດີດທະຫານ ຈາກໂກໂຊໂວ ທີ່ມີປະສົບພະການ 20 ກວ່າປີ
ໃນການເກັບກູ້ລະເບີດແລະ UXO ກ່າວວ່າ ການສຳຫຼວດທາງດ້ານເຕັກນິກ ໃນທົ່ວ
ປະເທດລາວສາມາດແລ້ວສຳເລັດ ໃນປີ 2025. ແຕ່ທ່ານກໍເຫັນວ່າມີໂອກາດໜ້ອຍ
ທີ່ສຸດ ທີ່ລາວຈະສາມາດກຳຈັດລະເບີດທີ່ຍັງຕົກຄ້າງໃຫ້ໝົດໄປໄດ້ພາຍໃນເວລານັ້ນ
ແລະກ່າວວ່າ ປີ 2030 ກໍເບິ່ງຄືວ່າ ຍັງເປັນການເດົາສຸ່ມ ຢູ່ ແຕ່ທ່ານກໍກ່າວຕື່ມວ່າ ບໍ່ຄວນເວົ້າວ່າ ມັນເປັນໄປບໍ່ໄດ້ເລີຍ.

ມາຮອດເດືອນກໍລະກົດປີນີ້ ລັດຖະບານ ແລະກຸ່ມສັນຍາຈ້າງຕ່າງໆ ໄດ້ເກັບກູ້ ລະເບີດ
ບໍ່ທັນແຕກອອກຈາກພື້ນທີ່ທັງໝົດ 600 ຕາລາງກິໂລແມັດ ນັບແຕ່ປີ1996 ເປັນຕົ້ນ
ມາເວລາການຈົດບັນທຶກຂອງທາງການເລີ້ມຂຶ້ນ ມີພຽງແຕ່ປະມານ 1 ສ່ວນ 3 ເທົ່າ
ນັ້ນ ທີ່ກຸ່ມ Mines Advisory ກະປະມານແບບຕໍ່າສຸດ ວ່າ ເປັນເຂດທີ່ໄດ້ຜົນກະທົບ ຈາກລະເບີດສະຫະລັດຕົກຄ້າງ.

ວຽກງານການເກັບກູ້ ພວມມີການເລັ່ງລັດໄວຂຶ້ນ ທັງນີ້ ກໍເນື່ອງມາຈາກເຕັກນິກ ແລະ
ເທັກໂນໂລຈີທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ຕະຫຼອດທັງເງິນທຶນທີ່ໄດ້ຮັບຕື່ມ ຂຶ້ນຈາກ
ສະຫະລັດແລະປະເທດອື່ນໆ. ພື້ນທີ່ 62 ຕາລາງກິໂລແມັດທີ່ໄດ້ມີການເກັບກູ້ລະເບີດ
ອອກ ໃນປີ 2018​ ແມ່ນເກືອບສອງເທົ່າຂອງພື້ນທີ່ ທີ່ໄດ້ມີການ ເກັບກູ້ໃນປີ 2008.

ໃນຂະນະດຽວກັນ ຍ້ອນມີພື້ນທີ່ຫຼາຍຂຶ້ນໄດ້ມີການເກັບກູ້ລະເບີດອອກແລະຍ້ອນ
ປະຊາຊົນມີຄວາມຮູ້ຫຼາຍຂຶ້ນ ກ່ຽວກັບຄວາມສ່ຽງຂອງລະເບີດທີ່ຕົກຄ້າງນັ້ນ ຈຳນວນ
ພວກທີ່ບາດເຈັບລົ້ມຕາຍ ຈຶ່ງຫຼຸດລົງ. ໃນປີ 2018​ ມີຜູ້ເສຍຊີວິດ 3 ຄົນ ແລະບາດເຈັບ
21 ຄົນ ຍ້ອນລະເບີດບໍ່ທັນແຕກຫຼື UXO ທຽບໃສ່ປີ 2008 ທີ່ມີຜູ້ເສຍຊີວິດ 99 ແລະ
ບາດເຈັບ 103 ຄົນ.

ອົງການ COPE ຊຶ່ງເປັນອົງການໆກຸສົນຂອງລາວ ທີ່ສະໜອງການຟື້ນຟູ ແລະ ອົງຄະ
ທຽມໃຫ້ແກ່ຜູ້ເຄາະຮ້າຍຈາກລະເບີດ ເວລານີ້ໄດ້ໃຫ້ການຊ່ວຍເຫຼືອແກ່ຜູ້ເຄາະຮ້າຍ
ຈາກ UXO ໜ້ອຍລົງນັບມື້ໃນແຕ່ລະປີ.

ຜູ້ອຳນວຍການບໍລິຫານ ທ່ານນາງບຸນລານ ໄພບູນ ກ່າວວ່າ ທ່ານນາງຂໍສະແດງຄວາມ
ຮູ້ບຸນຄຸນຕໍ່ເງິນທຶນໃໝ່ທີ່ຊ່ວຍເລັ່ງລັດວຽກງານການສຳຫຼວດທາງດ້ານເຕັກນິກ ແຕ່ກໍຮູ້
ສຶກຜິດຫວັງທີ່ເງິນດັ່ງກ່າວໃຊ້ເວລາດົນໂພດຈຶ່ງມາຮອດ.

ທ່ານນາງກ່າວວ່າ ແນ່ນອນ ມັນເປັນທີ່ໜ້າເສຍໃຈ ຍ້ອນວ່າມັນເລີ້ມຕົ້ນຊ້າແທ້ ຫຼັງຈາກ
40 ປີແລ້ວ.

ນາງບຸນລານກ່າວວ່າ ພວກຊາວບ້ານຫຼາຍພັນຄົນແມ່ນຍັງສືບຕໍ່ພາກັນດຳລົງຊີວິດຢູ່
ດ້ວຍຄວາມຢ້ານກົວລູກລະເບີດທີ່ຍັງຝັງແລະບໍ່ສາມາດແນມເຫັນຢູ່ໃຕ້ຕີນເຂົາເຈົ້າ ຊຶ່ງ
ຍ້ອນຄວາມທຸກຍາກແລະບໍ່ມີທາງເລືອກ ຈຶ່ງຖືກບັງຄັບໃຫ້ຕ້ອງໃຊ້ ດິນດັ່ງກ່າວທັງໆທີ່
ເຂົາເຈົ້າຮູ້ວ່າມັນມີຄວາມສ່ຽງ.

ທ່ານນາງກ່າວສະຫລຸບວ່າ ປີນີ້ເຈົ້າໃຊ້ມັນ ມັນປອດໄພດີ ແຕ່ໃນປີຈະມາຫຼືອີກສອງປີ
ຂ້າງໜ້າ ເຈົ້າສາມາດຕຳລູກລະເບີດໄດ້ທຸກເວລາ.


It was March 2, 2014, a bright, sunny day, Bou Kham recalled, when a U.S. bomb dropped on Laos more than four decades earlier tore her right leg in half.

She and her two sons were scouring a rice field near their village in the northern Lao province of Xiangkhouang for the cluster bombs that the U.S. had showered on the country during the Vietnam War. They planned to salvage the valuable metal and sell it to the two Vietnamese men who had gone with them.

Bou Kham, who lost her leg five years ago when a cluster bomb exploded, sits in the front yard of her home near Phonsavan, Xiangkhouang Province, Nov. 1, 2019. (Zsombor Peter/VOA)

"I had been doing it for 10 years; the whole village collected the metal for the Vietnamese," she told VOA, holding up her hand in a loose fist to imitate the tiny round bombs, about the size of a tennis ball.

While placing the bombs into a plastic bag on that day, though, one of them hit another and exploded by her feet. The burning shrapnel shot through her leg, pierced one son in the chest and the other in the eye, and killed one of the Vietnamese men on the spot.

"After the explosion I saw my leg was gone and I called to my husband. The next thing I remember I was in the hospital," she said.

Tens of millions of 'bomblets'

On a visit to Laos in 2016, then-U.S. President Barack Obama pledged an additional $90 million toward America's "moral obligation" to help rid Laos of the unexploded ordnance — often referred to as UXO — left behind from the 2 million tons of bombs the U.S. dropped on the tiny country from 1964 to 1973. Half the money was for the first detailed nationwide survey Laos has ever had of the lingering contamination.

The United Nations recently granted Laos an extension on the 2020 target the country had agreed to meet under the Convention on Cluster Munitions to clear all the bombs, taking it to 2025. The Lao government has set its own goal of 2030, but some experts say there's no telling how much longer the work will take.

An unearthed cluster bomb lies in the mud in Xiangkhouang Province, December 2014. (Sean Sutton/MAG)

"It's the most popular question we get is, 'When will it all be cleared,' but, of course, how long is a piece of string, right? Everything is subject to funding," said Sarah Goring, country program officer for the British-based Mines Advisory Group, which runs the largest clearance operation in Laos after the government.

The U.N. pushed back its target date for Laos to 2025 because it only grants five-year extensions, Goring said.

"I don't think anyone thinks that's realistic, because of the extent of the contamination," she added.

In its pursuit of North Vietnamese forces along the Ho Chi Minh Trail and the indigenous communist Pathet Lao, who ultimately won the country's civil war in 1975, the U.S. turned Laos into the most heavily bombed country per capita in the world. Its weapon of choice was the cluster bomb, designed to split open in mid-air to release hundreds of smaller "bomblets," like the one that injured Bou five years ago.

About 1 in 3 of the bomblets — tens of millions of them in all — are believed to have failed to explode on impact. Estimates of how much land they covered vary wildly. The Lao government says 8,000 square kilometers. The Mines Advisory Group says "at least" 2,000 square kilometers.

"I think the reality is it's somewhere in between," said Goring. "No one really knows."

Recovered cluster bombs hang from the ceiling in an installation at the COPE Visitor Center in Vientiane, Laos, Nov. 7, 2019. (Zsombor Peter/VOA)

The nationwide "technical survey" that Obama pledged half the $90 million to in 2016 should help them find out. The U.S. has been spreading the money among several contractors.

Technical survey

Most contamination surveys carried out in Laos so far have been of the "nontechnical" sort, drawing heavily on accident reports and the word of local residents. The lack of precision has meant that much time and money has been spent carefully sweeping areas that turned out to have few, if any, bombs.

MAG teams leave Phonsavan for their deployments across Xiangkhouang Province, Nov. 1, 2019. (Zsombor Peter/VOA)

With a technical survey, teams confirm the contamination exists with an initial, partial sweep of a suspected site before getting down to the work of actually clearing it. The Mines Advisory Group and others were doing technical surveys in Laos before 2016; the U.S. infusion of cash that year has helped them scale up.

"It helps because it makes the process faster," the Mines Advisory Group's technical field manager in Xiangkhouang, Perparim Elezi, said of the technical surveys. "We know exactly where there is no contamination and where there is contamination."

Elezi, an ex-soldier from Kosovo with more than 20 years of experience clearing mines and UXO, said a technical survey of all of Laos could be done by 2025. He saw little chance of ridding the country of UXO by then, and said 2030 also looked like a long shot but added, "never say never."

As of July, the government and contractors had cleared 600 square kilometers of Laos since 1996, when official records began — only about a third of the Mines Advisory Group's lowest estimate of the area the U.S. bombing contaminated.

Living in fear

The pace of work is picking up, though, thanks to improving techniques and technology, as well as more funding from the U.S. and others. The 62 square kilometers cleared in 2018 was nearly double what was cleared in 2008.

Maps indicating the progress of UXO technical surveys and clearance operations are displayed at the MAG office in Phonsavan, Nov. 1, 2019. (Zsombor Peter/VOA)

Meanwhile, because more land is being made safe, and because of growing public awareness of the risks old bombs still pose, casualties are down. UXO killed three people and injured 21 in 2018; In 2008, they killed 99 and injured 203.

COPE, a Lao charity that provides the disabled with rehabilitation and prosthetic limbs, is serving ever fewer new UXO victims each year.

Its CEO, Bounlanh Phayboun, said she is grateful for the new funding speeding up the technical survey work, but frustrated that it took so long to arrive.

"Of course it's disappointing, because it [did] start too late, after 40 years," she said.

Thousands of villagers continue to live in fear of the bombs literally buried and hidden under their feet, Bounlanh said, forced by poverty and a lack of options to work the land they have even when they know the risks.

"This year you use it, it's safe," she said. "But [the] coming year or [in] two years ... you can hit it any time."

XS
SM
MD
LG