ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຝຣັ່ງ ແລະຣັດເຊຍ ຮຽກຮ້ອງໃຫ້ຢຸດຍິງ ໃນເຂດນາກໍໂນ- ກາຣາບາກ


ລູກຈະຫລວດ ທີ່ບໍ່ແຕກ ຕົກລົງໃສ່ເຂດ ໃກ້ກັບບ່ອນຕັ້ງຖິ່ນຖານ ທີ່ປະກາດຕົນເອງວ່າ ເປັນສາທາລະນະລັດນາກໍໂນ-ກາຣາບາກ ຢູ່ໃນອາເຈີບາຍຈານ, ວັນທີ 1 ຕຸລາ, 2020.
ລູກຈະຫລວດ ທີ່ບໍ່ແຕກ ຕົກລົງໃສ່ເຂດ ໃກ້ກັບບ່ອນຕັ້ງຖິ່ນຖານ ທີ່ປະກາດຕົນເອງວ່າ ເປັນສາທາລະນະລັດນາກໍໂນ-ກາຣາບາກ ຢູ່ໃນອາເຈີບາຍຈານ, ວັນທີ 1 ຕຸລາ, 2020.

ບັນດາຜູ້ນຳຂອງສະຫະລັດ, ຝຣັ່ງແລະຣັດເຊຍໃນວັນພະຫັດວານນີ້ໄດ້ຮຽກຮ້ອງໃຫ້ມີການຢຸດຍິງໃນທັນທີ ທ່າມກາງການປະທະກັນລະຫວ່າງກຳລັງຂອງຊົນກຸ່ມນ້ອຍອາເມເນຍ (Armenia) ແລະອາເຈີບາຍຈານ (Azerbaijan) ໃນເຂດນາກໍໂນ-ກາຣາບາກ (Nagorno-Karabakh). ການສູ້ລົບກັນຢ່າງຮຸນແຮງໄດ້ເຮັດໃຫ້ຫຼາຍສິບຄົນເສຍຊີວິດ ໃນຂົງເຂດພາກໃຕ້ຂອງພູຄອກເຄຊັສ (Caucasus) ທີ່ມີຄວາມວຸ້ນວາຍໃນສອງສາມມື້ທີ່ຜ່ານມານີ້.

“ພວກເຮົາໄວ້ອາໄລນໍາພວກທີ່ເສຍໄປ ແລະຂໍສະແດງຄວາມເສົ້າສະຫລົດໃຈນໍາຄອບຄົວຂອງພວກທີ່ເສຍຊີວິດ ແລະບາດເຈັບ,” ນັ້ນຄືຄໍາຖະແຫຼງຈາກປະທາ ນາທິບໍດີດໍໂນລ ທຣຳ, ຜູ້ນຳຝຣັ່ງ, ທ່ານ ເອມມານູແອລ ມາກຣົງ (Emmanuel Macron) ແລະທ່ານວລາດິເມຍ ປູຕິນ (Vladimir Putin), ປະທານາທິບໍດີຣັດເຊຍ, ທີ່ໄດ້ຖະແຫລງອອກມາຄັ້ງທຳອິດຢູ່ໃນເວັບໄຊທ໌ທາງການຂອງວັງເຄຣັມລິນ.

ຖະແຫລງການນັ້ນຂຽນອີກວ່າ “ພວກເຮົາຂໍຮຽກຮ້ອງໃຫ້ຍຸຕິການເປັນປໍລະປັກລະຫວ່າງກຳລັງທະຫານທີ່ກ່ຽວຂ້ອງ.”

ພວກຜູ້ນຳນີ້ກ່າວວ່າ "ພວກເຮົາຍັງຮຽກຮ້ອງໃຫ້ຜູ້ນຳຂອງອາເມເນຍ (Armenia) ແລະ ອາເຈີບາຍຈານ (Azerbaijan) ໃຫ້ປະຕິບັດໂດຍບໍ່ມີການຊັກຊ້າໃນການເຈລະຈາທີ່ສຳຄັນ ... ດ້ວຍຄວາມຈິງໃຈ ແລະບໍ່ມີເງື່ອນໄຂໃດໆ".

ໂດຍມີຖະແຫຼງການທາງການທູດອັນນີ້, ສະຫະລັດ, ຝຣັ່ງແລະຣັດເຊຍໄດ້ເຮັດບົດບາດ ໃນການເປັນປະທານຮ່ວມຂອງຄວາມພະຍາຍາມເພື່ອສັນຕິພາບຂອງອົງການເພື່ອຄວາມໝັ້ນຄົງແລະການຮ່ວມມືໃນຢູໂຣບ (OSCE) ທີ່ມີຂຶ້ນໃນຕອນເລີ່ມຕົ້ນມີການຂັດແຍ່ງ ກ່ຽວກັບເຂດນາກໍໂນ-ກາຣາບາກ (Nagorno-Karabakh) ໃນຕົ້ນຊຸມປີ 1990 ນັ້ນຄືນອີກ.

ການຂໍຮ້ອງຮ່ວມກັນຂອງພວກເພິ່ນຍັງມີຂຶ້ນທ່າມກາງຄວາມວິຕົກກັງວົນທີ່ນັບມື້ນັບຫລາຍຂຶ້ນວ່າ ປະເທດເທີກີ ຊຶ່ງເປັນພັນທະມິດດັ້ງເດີມຂອງອາເຈີບາຍຈານ (Azerbaijan) ແລະເປັນສະມາຊິກຂອງເນໂຕ (NATO) ທີ່ອາເມເນຍ (Armenia) ຕໍາໜິວ່າ ຂ້າລ້າງເຜົ່າພັນຂອງປະຊາຊົນຂອງພວກເຂົາເຈົ້າໃນໄລຍະນຶ່ງສັດຕະວັດກ່ອນໜ້ານີ້ ອາດກໍ່ໃຫ້ເກີດຄວາມຂັດແຍ້ງກັນໃນພາກພື້ນທີ່ກວ້າງຂຶ້ນກໍເປັນໄດ້.

ກ່ອນຈະມີຖະແຫຼງການນີ້ອອກມາ, ປະທານາທິບໍດີມາກຣົງໄດ້ກ່າວຫາອັງກາຣາວ່າປະພຶດ “ຄ້າຍຄືເຮັດສົງຄາມ” ໂດຍການສະໜອງທະຫານຮັບຈ້າງໃຫ້ໄປປະຈໍາຢູ່ສະໜາມລົບໃນຊີເຣຍ.

"ໃນມື້ນີ້, ພວກເຮົາມີຂໍ້ມູນ, ທີ່ມີຄວາມແນ່ນອນ, ເຊິ່ງສະແດງໃຫ້ເຫັນວ່າພວກນັກລົບຂອງຊີເຣຍ ໄດ້ອອກຈາກສະໜາມລົບດັ່ງກ່າວ ... ເພື່ອເຂົ້າຮ່ວມການສູ້ລົບໃນເຂດກາຣາບາກ (Karabakh), ຊຶ່ງ “ມັນເປັນເລື້ອງຮ້າຍແຮງຫຼາຍ."

ໃນຂະນະທີ່ວັງແຄຣມລິນບໍ່ໄດ້ກ່າວເຖິງບົດບາດຂອງເທີກີ (http://www.kremlin.ru/events/president/news/64122), ກະຊວງການຕ່າງປະເທດຣັດເຊຍໄດ້ເຕືອນໃນຕົ້ນອາທິດນີ້ວ່າຕົນເຊື່ອວ່າທະຫານຈາກຊີເຣຍ ແລະເລບານອນໄດ້ເຂົ້າຮ່ວມໃນການຕໍ່ສູ້ໃນເຂດນາກໍໂນ-ກາຣາບາກ (Nagorno-Karabakh) ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG