ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ຝ​ຣັ່ງ ແລະ​ອັງ​ກິດ ຮຽກຮ້ອງ​ໃຫ້ສະ​ພາ​ຄວາມ​ໝັ້​ນຄົງສະ​ຫະ​ປະ​ຊາ​ຊາດ ເປີດປະ​ຊຸມ​ ​ເພື່ອ​ຫາ​ລື​ເລື້ອງອີ​ຣ່ານ​ສ​ົ່ງ​ອາ​ວຸດ​ໃຫ້​​ຣັດ​ເຊຍ


​ປະ​ຊາ​ຊົນ​ຍ່າງ​ຜ່ານ ພ​ວກ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ຫລັງ​ຈາກ​ການ​ໂຈມຕີ​ໂດຍ​ໂດຣນ​ ທີ​ນະ​ຄອນ​ຫຼວງກິ​ຢິບ ​ເມື່ອວັນ​ທີ 17 ຕ​ຸ​ລາ 2022 ທ່າມ​ກາງ​ການ​ຮຸກ​ຮານ​ຂອງຣັດ​ເຊຍ ໃນ​ຢູ​ເຄ​ຣນ.
​ປະ​ຊາ​ຊົນ​ຍ່າງ​ຜ່ານ ພ​ວກ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ຫລັງ​ຈາກ​ການ​ໂຈມຕີ​ໂດຍ​ໂດຣນ​ ທີ​ນະ​ຄອນ​ຫຼວງກິ​ຢິບ ​ເມື່ອວັນ​ທີ 17 ຕ​ຸ​ລາ 2022 ທ່າມ​ກາງ​ການ​ຮຸກ​ຮານ​ຂອງຣັດ​ເຊຍ ໃນ​ຢູ​ເຄ​ຣນ.

ສະ​ຫະ​ລັດ ອັງ​ກິດ ແລະ​ຝ​ຣັ່ງ ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ ສົນ​ທະ​ນາ​ຫາ​ລື​ກ່ຽວ​ກັບ​ບັນ​ຫ​າ​ທີ່​ຣັດ​ເຊຍນຳໃຊ້​ໂດ​ຣນ​ຂອງ​ອີ​ຣ່ານຢູ່​ໃນ​ສົງ​ຄາມ​ຢູ​ເຄ​ຣນ.

​ບັນ​ດາ​ນັກ​ການ​ທູດ​ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ການ​ຂໍ​ຮ້ອງ​ແມ່ນ​ຮວມ​ທັງ ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ສະ​ຫະ​ປະ​ຊາ​ຊາດ​ຄົນ​ນຶ່ງ​ ລາຍ​ງານ​ຕໍ່​ສະ​ພາ ໃນລະ​ຫວ່າງ​ການ​ປະ​ຊຸ​ມ​ແບບ​ປິດລັບ ​ໃນ​ວັນ​ພຸດ​ມື້​ນີ້.

​ພວກ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ໄດ້​ກ່າວ​ວ່າ ໂດ​ຣນ​ທີ່​ໄດ້​ໃຊ້​ໂຈມ​ຕີ​ແບບ​ຄື້ນ​ຟອງ​ ລະ​ຫວ່າງອ​າ​ທິດ​ທີ່​ຜ່ານ​ມາ ຮວມ​ທັງ​ນະ​ຄອນ​ຫລວງ​ກິ​ຢິບ​ຂອງ​ຢູ​ເຄ​ຣນ ​ແມ່ນ​ໂດ​ຣນ Shaded-13 ​ທີ່​ເຮັດ​ໂດຍ​ອີ​ຣ່ານ ທີ່​ຣັດ​ເຊຍ​ໃຊ້ນຳ​ເອົາລະ​ເບີດ ແລະແລ່ນ​ເຂົ້າ​ຕຳ​ໃສ່​ເປົ້າ​ໝາຍ​ຕ່າງໆ​ຂອງ​ເຂົາ​ເຈົ້າ.

​ອິ​ຣ່ານ​ໄດ້​ປະ​ຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ສະ​ໜອງ​ໂດ​ຣນ​ໃຫ້​ແກ່​ຣັດ​ເຊຍ ແລະ​ພວກ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ວ່າ​ ບໍ່ໄດ້​ໃຊ້​ໂດ​ຣນ​ເຫລົ່າ​ນັ້ນ.

​ລັດຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ແ​ອັ​ສ​ໂທ​ເນຍ ທ່ານ​ຮັນ​ໂນ ເພ​ຟ​ເກີ​ຣ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ໃນ​ວັນອັງ​ຄານ​ວານ​ນີ້​ ທ່ານ​ຄາດ​ວ່າ ການໂຈມ​ຕີ​ທາງ​ໂດ​ຣນ​ຈະ​ເພີ້ມ​ຂຶ້ນ​ຕໍ່ “ຫລາຍໆ​ໂຕ​ເມືອງ​ໃນ​ຢູ​ເຄ​ຣນ.”

​ທ່ານ​ເພ​ຟ​ເກີ ກ່າວ​ວ່າ ​ຢູ​ເຄ​ຣນ​ໄດ້​ຍິງປະ​ມານເຄິ່ງ​ນຶ່ງຂອງໂດ​ຣນໂຈມ​ຕີ​ເຫຼົ່າ​ນີ້​ຕົກ ແຕ່ກໍຍັງ​ຕ້ອງ​ການ​ການ​ຊ່ວ​ຍ​ເຫລືອ​ເພີ້ມ. ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ຫວ່າງ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມານີ້ ​ໄດ້​ຮຽກ​ຮ້ອງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ໃຫ້​ບັນ​ດາ​ພັນ​ທະ​ມິດ ​ເພີ້ມການ​ຊ່ວ​ຍເຫລືອໃນ ​ດ້ານປ້ອງ​ກັນ​ທາງ​ອາ​ກາດ.

​ກະ​ຊວງ​ຕ່າງ​ປະ​ເທດ​ຂອງ​ຢູ​ເຄ​ຣນ​ກ່າວ​ວ່າ ພຽງແຕ່ສອງ​ອາ​ທິດ​ທີ່​ຜ່ານ​ມາ​ເທົ່າ​ນັ້ນ ມີ​ໂດ​ຣນຫລາຍກວ່າ 100 ​ລຳ ທີ່​ເຮັດ​ຢູ່​ໃນ​ອີ​ຣ່ານ ​ໄດ້​ແລ່ນ​ເຂົ້າ​ຕຳ​ໃສ່ໂຮງໄຟ​ຟ້າ ໂຮງ​ງານ​ກັ່ນ​ຕອງ​ນ້ຳ​ເປື້ອນ ຕຶກ​ບ່ອນ​ຢູ່​ອາ​ໄສ ຂົວຕ່າງໆ ແລະ​ເປົ້າ​ໝາຍ​ອື່ນໆ ​ຢູ່​ໃນເຂດຕົວເມືອງ.

ຜູ້​ບັນາ​ຊາ​ການ​ຄົນໃໝ່​ຂອງຣັດ​ເຊຍໃນ​ຢູ​ເຄ​ຣນ ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ສະ​ຖາ​ນະ​ການ​ຢູ່ໃນເຂດ​ເຄີ​ຊອນ ​ທາງ​ພາກ​ໃຕ້ຂອງ​ຢູ​ເຄ​ຣນ​ “ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ” ​ໃນ​ຂະ​ນະ​ທີ່​ກຳ​ລັງຂອງກິ​ຢິບ ​ພວມ​ທຳ​ການ​ບຸກ​ໂຈມ​ຕີ​ເພື່ອ​ນຳ​ເອົາ​ພາກ​ໃຕ້ແລະ​ພາກຕາ​ເວັນ​ອອກ​ຄືນມາ ທີ່​ມົ​ສ​ກູ​ໄດ້​ພະໜວກ​ເອົາ​ຢ່າງ​ຜິດ​ກົດໜາຍ​ໃນ​ເດືອນ​ແລ້ວ​ນີ້.

ນາຍ​ພົນ​ກອງ​ທັ​ບອ​າ​ກາດ​ເຊີ​ເກ ຊຸ​ໂຣ​ວິ​ກິນ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ Rossiya 24 ​ຊ່ອງ​ຂ່າວ ທີ່​ລັດຖະ​ບານ​ເປັນ​ເຈົ້າ​ຂອງວ່າ “ສະ​ຖາ​ນະ​ການ​ຢູ່​ເຂດນີ້ ປະ​ສົບ​ກັບຄວາມ​ຍາກ​ລຳ​ບ​າກ. ພວກ​ສັດ​ຕູ​ມີ​ຄວາມ​ຕັ້ງ​ໃຈ​ໂຈ​ມ​ຕີ​ພື້ນ​ຖານ​ໂຄງ​ລ່າງ ແລະ​ຕຶກ​ພັກ​ພາອ​າ​ໄສ​ໃນ​ເມືອງ​ເຄີ​ຊອນ.”

ນາຍ​ພົນ​ຊຸ​ໂຣ​ວິ​ກິນ ກ່າວ​ວ່າ ຣັດ​ເຊຍ​ມີ​ແຜນ​ຍົກ​ຍ້າຍ​ພວກ​ພົນ​ລະ​ເຮືອນ​ກ່ອນ​ການ​ບຸກ​ໂຈມ​ຕີ​ຂອງ​ຢູ​ເຄ​ຣນ ເພື່ອຍາດ​ເອົາ​ເຂດ​ເຄີ​ຊອນ​ຄືນ ​ຊຶ່ງ​ເປັນນຶ່ງ​ນ​ຈຳ​ນວນ​ສີ່​ຂົງ​ເຂດ ​ທີ່​ຢູ່​ພາຍ​ໃຕ້​ການ​ຄວ​ບ​ຄຸມ​ຂອງ​ຣັດ​ເຊຍ​.

The United States, Britain and France have asked for the U.N. Security Council to discuss the issue of Russia using Iranian drones in the war in Ukraine.

Diplomats said Tuesday the request included asking for a U.N. official to brief the council during a closed-door meeting Wednesday.

Ukrainian officials have said drones used in waves of attacks during the past week, including on Ukraine’s capital, Kyiv, were Iranian-made Shahed-136 attack drones that Russia used to carry explosives and crash into their targets.

Iran has denied supplying the drones to Russia, and Russian officials have denied using them.

Estonian Defense Minister Hanno Pevkur told reporters Tuesday he expects more drone attacks against “many cities in Ukraine.”

Pevkur said Ukraine has managed to shoot down about half of attacking drones, but that it still needs more help. Ukrainian officials have in recent days repeated their calls for allies to provide more air defense aid.

Ukraine’s foreign ministry said that in the past week alone, more than 100 self- Iranian-made drones have slammed into power plants, sewage treatment plants, residential buildings, bridges and other targets in urban areas.

Russia's new commander in Ukraine said Tuesday the situation in the southern Kherson region is “very difficult” as Kyiv forces wage an offensive to retake southern and eastern areas that Moscow illegally annexed last month.

"The situation in this area is difficult. The enemy is deliberately striking infrastructure and residential buildings in Kherson,” Russian air force General Sergei Surovikin told the state-owned Rossiya 24 television news channel.

Surovikin said Russia plans to evacuate civilians ahead of Ukraine’s offensive to reclaim Kherson, one of four regions under Russian control.

He called Tuesday for an "organized, gradual displacement" of civilians from four towns on the Dnipro River, a 2,200-kilometer-long river that bisects Ukraine.

Regional head Vladimir Saldo told The Associated Press on Tuesday that residents of Berislav, Belozersky, Snigiryovsky and Alexandrovsky were to be moved across the Dnipro, away from Russian troops building “large-scale defensive fortifications.”

XS
SM
MD
LG