ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ລັງ​ສະ​ຫະ​ລັດ ໃນ​ພາກ​ຕາ​ເວັນ​ອອກ​ກາງ ຖືກ​ໂຈມ​ຕີ​ເພີ້ມ​ຂຶ້ນ ນັບ​ແຕ່​ສົງ​ຄາມ​ລະ​ຫວ່າງ​ອິ​ສ​ຣາ​ແອ​ລ​ ແລະ​ກຸ່ມ​ຮາ​ມາ​ສ


​ແຟ້ມ - ລ​ົດ​ທະ​ຫານ​ສະ​ຫະ​ລັດ ລາດ​ຕະ​ເວນ​ຕາມທາງ​ສາຍ​ນຶ່ງ ໃກ້​ກັບ​ເມືອງ​ບານ​ດາ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ເມື່ອ​ວັນ​ທີ 12 ຕຸ​ລາ 2019.
​ແຟ້ມ - ລ​ົດ​ທະ​ຫານ​ສະ​ຫະ​ລັດ ລາດ​ຕະ​ເວນ​ຕາມທາງ​ສາຍ​ນຶ່ງ ໃກ້​ກັບ​ເມືອງ​ບານ​ດາ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ເມື່ອ​ວັນ​ທີ 12 ຕຸ​ລາ 2019.

ນັບ​ຕັ້ງ​ແຕ່​ສົງ​ຄາມ​ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ກັບ​ກຸ່ມ​ຮາ​ມາ​ສ ເລີ້ມ​ຂຶ້ນ​ເມື່ອ​ວັນ​ທີ 7 ຕຸ​ລາເປັນ​ຕົ້ນ​ມາ ກຸ່ມ​ຕົວ​ແທນ​ຕ່າງໆ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກອີ​ຣ່ານ ກໍ​ເພີ້ມ​ທະ​ວີ​ການ​ໂຈມ​ຕີ ​ຕໍ່​ກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ແລະ​ພວກ​ກະ​ບົດ​ຮູ​ຕີ​ທີ່​ອີ​ຣ່ານ​ໜຸນ​ຫຼັງ​ກໍ​ໄດ້​ໂຈມ​ຕີ​ກຳ​ປັ່ນ​ທະ​ຫານ​ແລະ​ການ​ຄ້າ ດ້ວຍ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດແລະ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຫຼື​ໂດ​ຣນ. ນັກ​ຂ່າວ​ວີ​ໂອ​ ເອ​ປະ​ຈຳ​ທຳ​ນຽບ​ຫ້າ​ແຈ ຄາ​ລາ ບາບ ມີ​ລາຍ​ງານ​ທ້າຍ​ປີ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງໄພ​ສານ ຈະ​ນຳ​ເອົາລາຍ​ລະ​ອຽດ ​ມາ​ສະ​ເໜີ​ທ່​ານ.

ນັບ​ແຕ່​ກາງ​ເດືອນ​ຕຸ​ລາ​ເປັນ​ຕົ້ນ​ມາ ກຳ​ລັງ​ຂອງ​ສະ​ຫະ​ລັດ ​ໄດ້​ຕົກ​ເປັນ​ເປົ້າ​ຂອງ​ການ​ໂຈມ​ຕີ​ປະ​ມານ 100 ເທື່ອ ຢູ່​ຕາມ​ສະ​ຖານ​ທີ່ທີ່​ແຕກ​ຕ່າງ​ກັນ 10 ແຫ່ງ ໃນ​ປະ​ເທດ​ອີ​ຣັກ ແລະ​ຊີ​ເຣຍ.

ພັນ​ເອກ​ເບ້ຍ​ບຳ​ນານ ມາຍ​ສ໌​ ແຄັກ​ກິນ​ສ໌ (Miles Caggins) ນັກ​ຊ່ຽວ​ຊານ​ດ້ານ​ທະ​ຫານ​ທີ່​ສະ​ຖາ​ບັນ​ New Lines ກ່າວ​ວ່າ:

“ມີ​ການ​ໂຈມ​ຕີ​ເພີ້ມ​ຂຶ້ນໃນ​ຮອບ​ເດືອນ​ທີ່​ແລ້ວຫຼາຍກວ່າ​ໃນ​ໄລ​ຍະນຶ່ງ​ປີກວ່າໆ​ທີ່​ຜ່ານ​ມາ ​ທີ່​ຂ້າ​ພະ​ເຈົ້າ​ຢູ່​ໃນ​ອີ​ຣັກ ແລະ​ຊີ​ເຣຍ ໃນ​ຖາ​ນະ​ໂຄ​ສົກ​ຂອງ​ແນວ​ໂຮມ​ໂລກ ລະ​ຫວ່າງ​ເດືອນ​ສິງ​ຫາປີ 2019 ຫາ ກັນ​ຍາ​ປີ 2020.”

ນັ້ນ​ແມ່ນ​ເປັນ​ຊ່ວງ​ໄລ​ຍະ​ເວ​ລາ​ທີ່​ມີ​ຄວາມ​ຫຼໍ່​ແຫຼມ​ ເຊັ່ນ​ດຽວ​ກັນ ເວ​ລາ​ພວກ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ອີ​ຣ່ານ​ ເລີ້ມ​ທຳ​ການ​ໂຈມ​ຕີ ທີ່​ເຮັດ​ໃຫ້​ສະ​ຫະ​ລັດ​ໄດ້​ສັງ​ຫານ ​ຜູ້​ນຳ​ຂອງ​ກຳ​ລັ​ງ​ກຸດ​ສ໌ ຊຶ່ງ​ເປັນ​ກຳ​ລັງທີ່​ມີ​ຄວາມ​ສາ​ມາດ​ສູງ​ຂອງ​ອີ​ຣ່ານ ນາຍ​ພົນ​ກາ​ສ​ແຊມ ຊູ​ເລ​ມາ​ນີ ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ເມື່ອ​ເດືອນ​ມັງ​ກອນປີ 2020.

ພວກ​ທະ​ຫານ​ກ່າວ​ວ່າ ການ​ເສຍ​ຊີ​ວິດ​ຂອງ​ລາວ ​ແມ່ນ​ໄດ້​ຂັດ​ຂວາງ ​ການ​ໂຈມ​ຕີ​ເພີ້ມ​ຂຶ້ນໃນ​ອະ​ນາ​ຄົດ ​ຕໍ່​ສະ​ຫະ​ລັດ ທີ່​ໄດ້​ມີ​ການ​ວາງ​ແຜນ​ໄວ້​ແລ້ວນັ້ນ. ພັນ​ເອກ​ເບ້ຍ​ບຳ​ນານ​ແຄັກ​ກິ​ນ​ສ໌ ກ່າວ​ຕື່ມ​ວ່າ:

“ນັ້ນ​ແມ່ນ​ຮ້າຍ​ແຮງ​ຫຼາຍ. ນັ້ນ​ແມ່ນ​ເຂັ້ມ​ຂຸ້ນ. ແຕ່​ເວ​ລານີ້ ​ພວກ​ເຮົາມອງ​ເຫັນ​ວ່າ ຮ້າຍ​ແຮງກວ່ານັ້ນ​ ເປັນ​ໄພ​ຂົ່ມ​ຂູ່ກວ່ານັ້ນ​ ໜ້າ​ຢ້ານ​ກົວ​ກວ່ານັ້ນ ແລະ​ເປັນ​ມາດ​ຕະ​ການ​ທ້າ​ທາຍ​ຍົ້ວ​ຍຸກວ່ານັ້ນ​ອີກ ຈາກ​ກຳ​ລັງ​ທະ​ຫານ​ບ້ານ​ທີ່​ອີ​ຣ່ານ​ໜຸນ​ຫຼັງ​ຊຶ່ງ​ເປັນ​ທີ່​ຈະ​ແຈ້ງ​ພະ​ຍາ​ຍາມ​ຈະ​ສັງ​ຫານ​ກຳ​ລັງ​ສະ​ຫະ​ລັດ​ໃນ​ອີ​ຣັກ​ແລະ​ຊີ​ເຣຍ.”

ສະ​ຫະ​ລັດ​ໄດ້​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ເຫຼົ່າ​ນີ້ດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ​ປະ​ມານ 6 ເທື່ອ ຄື​ກັນ​ກັບ​ໃນ​ເທື່ອນີ້ ທີ່​ມີ​ຕໍ່​ບ່ອນ​ຝຶກ​ແອບ​ທີ່​ໃຊ້​ໂດຍ​ກອງ​ທັບ​ອີ​ຣ່ານ​ໃນ​ຊີ​ເຣຍ.

ແລະ​ພວກ​ເຂົາ​ເຈົ້າ ເມື່ອ​ໄວໆ​ມານີ້​ ໄດ້​ເລີ້ມ​ການ​ລາດ​ຕະ​ເວນ​ຕໍ່​ກຸ່ມ​ລັດ​ອິ​ສ​ລາມ​ທີ່​ໄດ້​ຖືກ​ໂຈະ​ນັບ​ແຕ່​ການ​ໂຈມ​ຕີ​ໄດ້​ເລີ້ມ​ຂຶ້ນ.

ແຕ່​ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ສະ​ຫະ​ລັດ​ຈຳ​ເປັນ ​ຕ້ອງ​ໄດ້​ດຳ​ເນີນ​ການ​ ຫຼາຍ​ໄປ​ກວ່ານີ້ ເພື່ອ​ໃຫ້​ພວກ​ຕົວ​ແທນ​ອີ​ຣ່ານ​ເຫຼົ່າ​ນີ້​ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີ​ຂອງ​ພວກ​ເຂົາ.

ພົນ​ເຮືອ​ຕີ​ເບ້ຍ​ບຳ​ນານ ມາກ ມັນ​ໂກ​ເມີ​ຣີ (Mark Montgomery) ຈາກ​ມູນ​ນິ​ທິ​ປ້ອງ​ກັນ​ປະ​ຊາ​ທິ​ປະ​ໄຕ ກ່າວ​ວ່າ:

“ພວກ​ເຮົາ​ບໍ່​ສາ​ມາດ​ຄາດ​ຫວັງ​ໄດ້​ວ່າ​ສິ່ງ​ເຫຼົ່າ​ນີ້​ຈະກາຍ​ເປັນ​ມາດ​ຕະຖານ​ໃນ​ການ​ປະ​ຕິ​ບັດ ຍ້ອນ​ວ່າໃນ​ທີ່​ສຸດມັນ​ຈະ​ປະ​ສົບ​ກັບ​ຄວາມ​ສຳ​ເລັດ ຊຶ່ງ​ໃນ​ທີ່​ສຸດ ມັນ​ຈະ​ມີ​ການ​ບາດ​ເຈັບ​ລົ້ມ​ຕາຍ​ຂອງ​ສະ​ຫະ​ລັດ​ເກີດ​ຂຶ້ນ.”

ນາຍ​ພົນ​ເບ້ຍ​ບຳ​ນານ​ຈາກກອງ​ທັບ​ເຮືອ ມາກ ມັນ​ໂກ​ເມີ​ຣີ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຈາກ​ມູນ​ນິ​ທິ​ປ້ອງ​ກັນ​ປະ​ຊາ​ທິ​ປະ​ໄຕ ຫຼື FDD ກ່າວ​ວ່າ ລັດ​ຖະ​ບານ​ໄດ້​ເພັ່ງ​ເລັງ “​ໃສ່ຄວາມ​ຜິດພາດ” ໃນ​ການ​ປ້ອງ​ກັນ ​ບໍ່​ໃຫ້​ມີ​ການຂະ​ຫຍາຍ​ໂຕ​ ຂອງ​ສົງ​ຄາມ ​ລະ​ຫວ່າງ​ອິ​ສ​ຣາ​ແອ​ລ​ກັບ​ກຸ່ມ​ຮາ​ມາ​ສ ໃນ​ທົ່ວ​ພາກຕາ​ເວນ​ອອກ​ກາງ. ທ່ານ​ມັນ​ໂກ​ເມີ​ຣີ​ກ່າວ​ວ່າ:

“ບັນ​ຫາ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ປົກ​ປິດ​ມາ ​ຈົນ​ເທົ່າ​ພວກ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ສະ​ກັດ​ກັັ້ນ​ໄພ​ຂົ່ມ​ຂູ່​ທີ່​ພວກ​ເຂົາ​ມີ​ຕໍ່​ກຳ​ລັງ​ສະ​ຫະ​ລັດ. ຖ້າ​ກຳ​ລັງ​ເຫຼົ່າ​ນັ້ນ​ຫາກ​ມີ​ປະ​ສົບ​ການ​ທີ່​ສຳ​ຄັນ​ໃນ​ການ​ໂຈມ​ຕີ​ທີ່​ເຮັດ​ໃຫ້​ມີ​ການ​ເສຍ​ຊີ​ວິດ ສະ​ຫະ​ລັດ​ຫຼັງ​ຈາກນັ້ນ​ຈະ​ຕ້ອງ​ໄດ້​ຖືກ​ບັງ​ຄັບ​ໃຫ້​ຕອບ​ໂຕ້​ຢ່າງ​ໜັກ. ການ​ຕອບ​ໂຕ້​ຢ່າງ​ໜັກ​ນັ້ນ ໃນ​ຄວາມ​ຈິງ​ແລ້ວ ຈະເປັນ​ຫາ​ສາ​ເຫດ​ໃຫ້​ມີ​ການ​ເພີ້ມ​ທະ​ວີ​ຄວ​າມ​ເຄັ່ງ​ຕຶງ​ທີ່​ພວກ​ເຂົ​າ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ນຳ​ນັ້ນ.”

ໃນ​ຂະ​ນະ​ທີ່​ພວກ​ໂຕ​ແທນ​ອີ​ຣ່ານ​ໜຸນ​ຫຼັງ​ໄດ້​ທຳ​ການ​ໂຈມ​ຕີ​ຕໍ່​ກຳ​ລັງ​ອາ​ເມ​ຣິ​ກັນ​ຢູ່​ຕາມ​ພາ​ກ​ພື້ນ​ດິນ ພວກຫົວ​ຮຸນ​ແຮງ​ຮູ​ຕີ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ​ໃນ​ເຢ​ເມນ​ກໍ​ໄດ້​ທຳ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ໃສ່​ກຳ​ປັ່ນ​ທ​ະ​ຫານ​ສະ​ຫະ​ລັດ ແລະ​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ​ຢູ່​ຕາມ​ທະ​ເລ. ນາຍ​ພົນ​ເບ້ຍ​ບຳ​ນານ​ມັນ​ໂກ​ເມີ​ຣີ ຈາກ​ມູນ​ນິ​ທິ​ປ້ອງ​ກັນ​ປະ​ຊາ​ທິ​ປະ​ໄຕ ກ່າວ​ວ່າ:

“ສິ່ງ​ເຫຼົ່າ​ນັ້ນ ໃນ​ທີ່​ສຸດ​ຈະ​ນຳ​ໄປ​ສູ່​ການ​ເສຍ​ຊີ​ວິດ​ຢູ່​ຕາມ​ທ້ອງ​ທ​ະ​ເລ ການ​ຈຳ​ກັດ​ກ່ຽວ​ກັບ​ການ​ຂົ​ນ​ສົ່ງ​ທາງ​ເຮືອ ຄ່າ​ປະ​ກັນ​ໄພ​ແລະ​ຄ່າ​ຂົນ​ສົ່ງ​ສູງ​ຂຶ້ນ ແລະ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ຂອງ​ໂລກ.”

ກອງ​ທັບ​ສະ​ຫະ​ລັດ​ກ່າວ​ວ່າ ເວ​ລານີ້ ​ຕົນ​ກຳ​ລັ​ງ​ເຮັດ​ວຽກ ​ຮ່ວມ​ກັບ​ແນວ​ໂຮມ​ລະ​ຫວ່າງ​ປະ​ເທດເພື່ອ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ທາງ​ທະ​ເລ ແຕ່​ໄດ້​ປະ​ຕິ​ເສດ​ທີ່​ຈະ​ບອກ​ໃຫ້​ຮູ້​ວ່າ ການ​ຕອບ​ໂຕ້​ດັ່ງ​ກ່າວ ​ຈະ​ມີ​ລັກ​ສະ​ນະ​ແບບ​ໃດ​.

Since the beginning of the Israel-Hamas war on October 7, Iranian-backed proxies have ratcheted up attacks on U.S. service members in the Middle East, and Iranian-backed Houthis in Yemen have attacked several military and commercial ships with ballistic missiles and drones. VOA Pentagon correspondent Carla Babb brings us up to speed.

Since mid-October, U.S. forces have been targeted about 100 times across 10 different locations in Iraq and Syria.

Retired Col. Myles Caggins, New Lines Institute Military Expert:

“There have been more attacks in the past month than over a years’ time frame during the time I was in Iraq and Syria as spokesman for the global coalition between August 2019 and September 2020.”

That was a volatile time, too, when a spate of Iranian-backed attacks led the U.S. to take out Iran’s elite Quds Force leader Qassem Soleimani in a January 2020 airstrike.

The military said his death was to prevent future attacks against the U.S. that were already in the planning stages.

Myles Caggins, New Lines Institute Military Expert:

“That was serious. That was intense. But now we are seeing even more deadly, more threatening, more menacing and more provocative actions from the Iranian-backed militias who are clearly trying to kill U.S. forces in Iraq and Syria.”

The U.S. has responded to these attacks with about a half-dozen retaliatory strikes, like this one against a training facility used by Iran’s military in Syria.

And they recently resumed counter-Islamic State patrols that had been put on hold since the onslaught of attacks began.

But analysts say the United States needs to do more to hold these Iranian proxy groups accountable for their attacks.

Retired Rear Adm. Mark Montgomery, Foundation for Defense of Democracies:

“We can’t expect these attacks to be the norm, because eventually they’ll be very successful, eventually there will be U.S. casualties.”

Retired Navy Rear Admiral Mark Montgomery, a senior fellow with the Foundation for Defense of Democracies, or FDD, says the administration has focused “to a fault” on preventing the expansion of the war between Israel and Gaza across the Middle East.

Retired Rear Adm. Mark Montgomery, Foundation for Defense of Democracies:

“The problem they have is (cover until here) they are not deterring the threat they have against U.S. forces. If those U.S. forces experience a significant attack with deaths, the United States is then going to be forced into a very heavy response. That heavy response will, in fact, cause the escalation they're worried about.”

As Iranian-backed proxies have attacked American forces on land, Iranian-backed

Houthi militants in Yemen have launched missiles toward U.S. military and commercial vessels at sea. ((end courtesy))

Retired Rear Adm. Mark Montgomery, Foundation for Defense of Democracies:

“Those will eventually lead to deaths at sea, to restrictions on shipping, increased insurance and shipping rates, and impact on the global economy.”

The U.S. military says it’s now working with an international coalition to respond to the maritime attacks, but it refuses to telegraph what that response might look like.

XS
SM
MD
LG