ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອາຫານ ແລະຢາ ສະຫະລັດ ຄາດວ່າ ຈະອະນຸມັດ ໃຫ້ສັກຢາວັກຊີນກັນໂຄວິດ-19 ເຂັມທີສາມ ສຳລັບຜູ້ທີ່ມີພູມຕ້ານທານຕ່ຳ


ແມ່ຍິງຄົນນຶ່ງໃສ່ໜ້າກາກປ້ອງກັນໂຄວິດ -19 ຕາມຄຳແນະນຳ ສູນກາງປ້ອງກັນແລະຄວບຄຸມພະຍາດ ສຫລ ໃນນະຄອນນິວຢອກ ວັນທີ 27 ກໍລະກົດ 2021.
ແມ່ຍິງຄົນນຶ່ງໃສ່ໜ້າກາກປ້ອງກັນໂຄວິດ -19 ຕາມຄຳແນະນຳ ສູນກາງປ້ອງກັນແລະຄວບຄຸມພະຍາດ ສຫລ ໃນນະຄອນນິວຢອກ ວັນທີ 27 ກໍລະກົດ 2021.

ອົງການອາຫານ ແລະຢາ ຂອງສະຫະລັດ ຫຼື FDA ຄາດວ່າ ຈະໃຫ້ການອະນຸ ມັດຕໍ່ການສັກຢາວັກຊີນໂຄວິດ-19 ເຂັມທີສາມ ໃຫ້ແກ່ຜູ້ຄົນຈຳນວນນຶ່ງທີ່ມີລະ ບົບພູມຕ້ານທານທີ່ອ່ອນແອ.

ລາຍງານຂ່າວກ່າວວ່າ ອົງການ FDA ມີທ່າທາງວ່າ ຈະໃຫ້ການອະນຸມັດຕໍ່ສັກ ຢາວັກຊີນເຂັມທີສາມ ເພີ້ມໃສ່ສອງໂດສຂອງຢາວັກຊີນຟາຍເຊີຣ (Pfizer) ຫຼື ຢາວັກຊີນໂມເດີນາ (Moderna) ພາຍໃນວັນພະຫັດມື້ນີ້. ຄະນະກຳມະການ ແນະນຳ ຂອງສູນກາງປ້ອງກັນແລະຄວບຄຸມພະຍາດສະຫະລັດ ຫຼື CDC ຈະ ພົບປະກັນ ໃນວັນສຸກມື້ອື່ນນີ້ ເພື່ອສົນທະນາກ່ຽວກັບການສັກຢາວັກຊີນກັນໂຄ ວິດ-19 ເພີ້ມໃຫ້ແກ່ຜູ້ຄົນຈຳນວນນຶ່ງ ທີ່ມີລະບົບພູມຕ້ານທານບໍ່ເຂັ້ມແຂງ.

ບັນດານັກວິທະຍາສາດ ໄດ້ອະພິປາຍກັນກ່ຽວກັບວ່າ ຈະສັກຢາວັກຊີນກັນໂຄ ວິດ-19 ໂດສພິເສດໃຫ້ແກ່ຜູ້ຄົນບາງກຸ່ມ ທີ່ມີລະບົບພູມຕ້ານທານບໍ່ເຂັ້ມແຂງ ເຊັ່ນວ່າ ພວກຄົນປ່ວຍທີ່ປ່ຽນອະໄວຍະວະຫຼືພວກຄົນປ່ວຍທີ່ເປັນໂຮກມະເຮັງ. ການຄົ້ນຄວ້າຫວ່າງມໍ່ໆມານີ້ ໂດຍມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ໄດ້ ພົບເຫັນວ່າ ຄົນປ່ວຍທີ່ປ່ຽນອະໄວຍະວະ ຈຳນວນຫຼວງຫຼາຍ ມີພູມຕ້ານທານພຽງເລັກນ້ອຍ ຫຼືບໍ່ມີເລີຍ ຫຼັງຈາກໄດ້ຮັບການສັກຢາວັກຊີນສອງເຂັມຢ່າງເຕັມ ທີ່ແລ້ວ ແຕ່ການສັກຢາເພີ້ມເຂັມທີສາມ ເສີມຂະຫຍາຍພູມຕ້ານທານ ໃນຮ່າງ ກາຍຂອງເຂົາເຈົ້າ.

ມີຊາວອາເມຣິກັນ ລະຫວ່າງ 3 ລ້ານ ຫາ 9 ລ້ານຄົນທີ່ມີລະບົບພູມຕ້ານທານ ທີ່ອ່ອນແອ ເນື່ອງມາຈາກພະຍາດ ຫຼືຍ້ອນຢາທີ່ເຂົາເຈົ້າກິນ.

ໃນອີກດ້ານນຶ່ງນັ້ນ ອົງການ CDC ກຳລັງສະເໜີແນະໃຫ້ແມ່ຍິງທີ່ຖືພາທັງໝົດ ໄປຮັບການສັກຢາວັກຊີນກັນໂຄວິດ-19. ອົງການດັ່ງກ່າວໄດ້ອອກຖະແຫຼງການ ແນະນຳໃນວັນພຸດວານນີ້ ຫຼັງຈາກໄດ້ນຳອອກເຜີຍແຜ່ຂໍ້ມູນ ທີ່ສະແດງໃຫ້ເຫັນ ວ່າ ພວກແມ່ຍິງບໍ່ໄດ້ມີຄວາມສ່ຽງເພີ້ມຂຶ້ນຕໍ່ການລຸລູກ ຫຼັງຈາກໄດ້ຮັບການສັກ ຢາວັກຊີນຢ່າງໜ້ອຍນຶ່ງໂດສ.

ດຣ. ໂຣແຊລ ວາເລັນສກີ (Rochelle Walensky) ຫົວໜ້າອົງການ CDC ກ່າວຢູ່ໃນຖະແຫຼງຂ່າວວ່າ “ບໍ່ໄດ້ເປັນທີ່ສຸກເສີນຫຼາຍກວ່ານີ້ ເພື່ອເພີ້ມການສັກ ຢາວັກຊີນ ໃນຂະນະທີ່ພວກເຮົາປະເຊີນໜ້າການຕິດແປດທີ່ສູງ ຈາກສາຍພັນ ໃໝ່ແດລຕ້າ ແລະເຫັນຜົນທີ່ຮ້າຍແຮງຈາກໂຄວິດ-19 ລະຫວ່າງຄົນຖືພາທີ່ບໍ່ ໄດ້ສັກຢາວັກຊີນ” ພຽງແຕ່ 23 ເປີເຊັນຂອງພວກແມ່ຍິງທີ່ຖືພາຢູ່ໃນສະຫະລັດ ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຢ່າງໜ້ອຍເຂັມນຶ່ງ.

ລັດຄາລິຟໍຣເນຍ ໄດ້ກາຍມາເປັນລັດທຳອິດຂອງສະຫະລັດ ໃນວັນພຸດວານນີ້ ທີ່ຕ້ອງການໃຫ້ພວກນາຍຄູ ແລະບັນດາພະນັກງານໃຫ້ການສະໜັບສະໜູນພາ ກັນໄປສັກຢາວັກຊີນກັນໂຄວິດ-19 ຫຼືບໍ່ກໍຕ້ອງໄປກວດທຸກໆອາທິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG