ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ສົ່ງ​ເຮືອ​ບິນ​ ຖິ້ມ​ລະ​ເບີດ ບິນ​ຜ່ານ ທະ​ເລ​ຈີນ​ໃຕ້ ທີ່​ມີ​ການ​ຂັດ​ແຍ້ງ


ນຶ່ງ ໃນ​ເຮືອ​ບິນ​ຖິ້ມ​ລະ​ເບີດ B-1B Lancer ພວມ​ຕື່ມ​ນ້ຳ​ມັນ ກາງ​ອາ​ກາດ ຢູ່​ເທິງ​ທະ​ເລ​ຈີນ ຕາ​ເວັນ​ອອກ. (ວັນ​ທີ 8 ສິງ​ຫາ 2017)
ນຶ່ງ ໃນ​ເຮືອ​ບິນ​ຖິ້ມ​ລະ​ເບີດ B-1B Lancer ພວມ​ຕື່ມ​ນ້ຳ​ມັນ ກາງ​ອາ​ກາດ ຢູ່​ເທິງ​ທະ​ເລ​ຈີນ ຕາ​ເວັນ​ອອກ. (ວັນ​ທີ 8 ສິງ​ຫາ 2017)

ສະ​ຫະ​ລັດ​ອີກ​ເທື່ອ​ນຶ່ງ ໄດ້​ສົ່ງ​ເຮືອ​ບິນ​ຖິ້ມ​ລະ​ເບີດ ບິນ​ຜ່ານ​ທະ​ເລ​ຈີນ​ໃຕ້ ທີ່​ມີ​ການ​ຂັດ
​ແຍ້ງ​ກັນ ໃນ​ອາ​ທິດນີ້ ຊຶ່ງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ໄດ້​ເປີດ​ເຜີຍ​ໃນ​ວັນ​ພຸດວານນີ້​ວ່າ ການ
​ເຄື່ອນ​ໄຫວ​ດັ່ງ​ກ່າວ ມີ​ທ່າ​ທາງວ່າ​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ທີ່​ມີຢູ່​ແລ້ວ ລະ​ຫວ່າງວໍ​ຊິ​ງ
ຕັນແລະ​ປັກ​ກິ່ງ ເພີ້ມ​ທະ​ວີ​ຂຶ້ນ​ຕື່ມ. ນີ້​ແມ່ນ​ເທື່ອ​ທີ 2 ເປັນ​ຢ່າງ​ໜ້ອຍໃນ​ເດືອນນີ້ ທີ່​ສະ
​ຫະ​ລັດ ໄດ້​ສົ່ງ​ເຮືອ​ບິນ​ຖິ້ມ​ລະ​ເບີດ ໃຫ້​ບິນຜ່ານ​ເຂດ​ດັ່ງ​ກ່າວ.

ຈີນ​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ ຢູ່​ໃນ​ບໍ​ລິ​ເວນ​ສ່ວນ​ໃຫຍ່ຂອງ
​ທະ​ເລ​ຈີນ​ໃຕ້ ອັນ​ເປັນ​ເສັ້ນ​ທາງ​ການ​ຄ້າ​ ລະ​ຫວ່າງ​ປະ​ເທດທີ່​ສຳ​ຄັນ ​ຊຶ່ງ​ໃນແຕ່​ລະ​ປີ
ຈະ​ມີ​ການ​ຂົນ​ສົ່ງ​ສິນ​ຄ້າ​ໃນ​ມູນ​ຄ່າ​ຫຼາຍ​ໆ​ພັນ​ລ້ານ​ໂດ​ລາ ຜ່ານ​ຂົງ​ເຂດດັ່ງ​ກ່າວ ແລະ​
ອາດ​ມີ​ຊັບ​ພະ​ຍາ​ກອນ​ແລະ​ແຮ່​ທາດ​ທີ່​ຍັງ​ບໍ່​ທັນ​ມີ​ການ​ຂຸດ​ຄົ້​ນ​ເທື່ອໃນ​ມູນ​ຄ່າ​ອີກ​ຫຼາຍ​
ພັນ​ລ້ານ​ໂດ​ລາ.

ບໍ​ລິ​ເວນ​ທີ່​ຈີນ​ອ້າງ​ເອົາ​ກຳ​ມະ​ສິດ ແມ່ນ​ເລີ້ມ​ແຕ່​ ເຂດ​ແຄມ​ຝັ່ງ​ທະ​ເລ ​ກ້ຳ​ໃຕ້​ຂອງ​ຕົນ
ໂດຍຈະ​ບັນ​ຈົບ​ແລະ​ບາງ​ທີ​ກໍ​ກວມ​ກັນ​ກັບ​ແຄມ​ຝັ່ງ​ຂອງ​ໄຕ້​ຫວັນ ຫວຽດ​ນາມ ມາ​ເລ​
ເຊຍ ບ​ຣູ​ນາຍ ແລະ​ຟິ​ລິບ​ປິນ ຊຶ່ງ​ທັງ​ໝົດ​ ຕ່າງ​ກໍ​ອ້າງ​ເອົາ​ກຳ​ມະ​ສິດ​ ໃນພາກ​ສ່ວນທີ່
​ນ້​ອຍໆຂອງຕົນ ​ຢູ່​ໃນ​ເຂດ​ດັ່ງ​ກ່າວ.

ຈີນ​ໂຕ້​ແຍ້ງວ່າ ຕົນ​ມີ​ອະ​ທິ​ປະ​ໄຕ​ເໜືອ​ດິນ​ແດນ​ແຫ່ງນີ້ ຢ້ອນ​ຄືນ​ໄປ​ເມື່ອ​ຫຼາຍ​ຮ້ອຍ
ປີ​ກ່ອນ ຊຶ່ງ​ໄດ້​ອອກ​ແຜນ​ທີ ​ເປັນ​ເທື່ອ​ທຳ​ອິດ​ ສະ​ແດງ​ໃຫ້​ເຫັນ​ວ່າ ​ດິນ​ແດນດັ່ງ​ກ່າວ
​ເປັນ​ຂອງ​ຕົນ​ໃນ​ຊຸມ​ປີ 1940. ຈີນ​ໄດ້​ໃຊ້​ເວ​ລາ​ຫຼາຍໆ​ປີເພື່ອ​ປົກ​ປ້ອງການ​ອ້າງ​ເອົາ​
ກຳ​ມະ​ສິດ​ຂອງ​ຕົນ ໂດຍ​ສ້າງ​ຄ້າຍ​ທະ​ຫານ​ໃສ່​ເກາະ​ດອນ​ທຽມ​ທີ່ຕົນ​ສ້າງ​ຂຶ້ນ ໂດຍ​
ມີກຳ​ປັ່ນ​ຂອງກອງ​ທັບ​ເຮືອ ເຮືອ​ບິນ​ຖິ້ມ​ລະ​ເບີດ​ນິ​ວ​ເຄ​ລຍແລະ​ເຮືອ​ບິນ​ລົບ​ອາຍ​ພົ່ນ
ພຽບ​ພ້ອມ.

ສະ​ຫະ​ລັດ​ ໄດ້​ພະ​ຍາ​ຍາມ​ ທີ່​ຈະ​ສົ່ງ​ກຳ​ປັ່ນ​ລົບ ແລະ​ເຮືອ​ບິນ ໄປ​ລົບ​ກວນ​ຈີນ​ຢູ່​ໃນ​
ເຂດ​ທະ​ເລ​ຈີນ​ໃຕ້ ໃນ​ການ​ປະ​ຕິ​ບັດ​ງານ ​ທີ່​ເອີ້ນ​ວ່າ “ອິດ​ສະ​ຫຼະ​ພາບ​ໃນ​ການ​ເດີນ
ເຮືອ” ໂດຍ​ບໍ່​ເອົາ​ຫົວ​ຊາ ຕໍ່​ການ​ອ້າງ​ກຳ​ມະ​ສິດ​ຂອງ​ຈີນ.

​ອ່ານ​ຂ່າວນີ້​ຕ​ື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG