ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ລັດຖະບານກາງ ຈະເລີ້ມຖອນອອກ ຈາກນະຄອນ ປອດແລນຂອງລັດ ອໍເຣກອນແລ້ວ


ພວກເດີນຂະບວນປະທ້ວງພາກັນຫລົບ ແລະເປົ່າຄວັນຂອງລະເບີດນໍ້ຕາອອກໄປໂດຍໃຊ້ເຄື່ອງເປົ່າໃບໄມ້ໃນຂະນະທີ່ປະທະກັນກັບ ພວກຕໍາຫລວດໃນການປະທ້ວງ Black Lives Matter ຢູ່ໃກ້ຕຶກສານ Mark O. Hatfield ຂອງລັດຖະບານກາງ ໃນວັນທີ 29 ກໍລະກົດ, 2020 ໃນນະຄອນປອດແລນ, ລັດ ອໍເຣແກນ (ພາບໂດຍ AP Photo/Marcio Jose)
ພວກເດີນຂະບວນປະທ້ວງພາກັນຫລົບ ແລະເປົ່າຄວັນຂອງລະເບີດນໍ້ຕາອອກໄປໂດຍໃຊ້ເຄື່ອງເປົ່າໃບໄມ້ໃນຂະນະທີ່ປະທະກັນກັບ ພວກຕໍາຫລວດໃນການປະທ້ວງ Black Lives Matter ຢູ່ໃກ້ຕຶກສານ Mark O. Hatfield ຂອງລັດຖະບານກາງ ໃນວັນທີ 29 ກໍລະກົດ, 2020 ໃນນະຄອນປອດແລນ, ລັດ ອໍເຣແກນ (ພາບໂດຍ AP Photo/Marcio Jose)

ທ່ານນາງ ເຄດ ບຣາວ ຜູ້ປົກຄອງລັດ ອໍເຣກອນ ຢູ່ພາກຕາເວັນຕົກສຽງເໜືອຂອງສະຫະລັດເວົ້າວ່າ ບັນດາເຈົ້າໜ້າທີ່ຂອງລັດຖະບານກາງຈະເລີ້ມອອກໜີໄປຈາກນະຄອນ ປອດແລນ ໃນວັນພະຫັດມື້ນີ້ ພາຍຫລັງທີ່ມີຂໍ້ຕົກລົງການລະຫວ່າງ ພວກເຈົ້າໜ້າທີ່ທ້ອງຖິ່ນກັບລັດຖະບານກາງ.

ລັດຖະບານກາງເວົ້າວ່າ ມີຄວາມຈໍາເປັນຕ້ອງໄດ້ສົ່ງເຈົ້າໜ້າທີ່ໄປປະຈໍາຢູ່ ປອດແລນ ເພື່ອຟື້ນຟູຄວາມເປັນລະບຽບໃຫ້ກັບຄືນມາອີກ ແລະເຮັດໃຫ້ພວກຜູ້ນໍາທັງຫລາຍໄດ້ຮັບຄວາມຜິດທີ່ອະນຸ ຍາດໃຫ້ມີການປະທ້ວງທີ່ກໍາລັງດໍາເນີນໄປຢູ່ນີ້ ທີ່ ພວກເຂົາເຈົ້າເວົ້າວ່າເຮັດໃຫ້ຊັບສິນຂອງລັດຖະ ບານ ລວມທັງຕຶກຫ້ອງການຂອງສານໄດ້ຮັບອັນຕະລາຍນັ້ນ.

ທ່ານນາງ ທບຣາວ ແມ່ນນອນຢູ່ໃນບັນດາຜູ້ນໍາທັງຫລາຍທີ່ຕໍາໜິການໄປປະຈໍາການຂອງພວກເຈົ້າໜ້າທີ່ລັດຖະບານກາງ ໂດຍກ່າວໃນວັນພຸດວານນີ້ວ່າ ພວກເຂົາເຈົ້າ “ປະຕິບັດການໃນນາມທີ່ເປັນກໍາລັງໄປຍຶດຄອງພື້ນທີ່ ແລະ ນໍາເອົາການກໍ່ຄວາມຮຸນແຮງມາ.” ເຈົ້າເມືອງ ປອດແລນ ເວົ້າວ່າ “ການໄປປະຈໍາການຂອງພວກເຂົາເຈົ້າ ໄດ້ພາໃຫ້ເກີດການກໍ່ຄວາມຮຸນແຮງ ແລະ ການທໍາລາຍຊັບສິນຢູ່ໃນໃຈກາງເມືອງຂອງພວກເຮົາເພີ້ມຂຶ້ນ.”

ທ່ານ ແຊດ ວອຟ, ຮັກສາການລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນຊາດ ບໍ່ໄດ້ໃຫ້ກໍານົດວັນເວລາຂອງການຖອນກໍາລັງນັ້ນອອກແຕ່ຢ່າງໃດ ແຕ່ກໍເວົ້າວ່າພວກເຈົ້າໜ້າທີ່ປະຕິບັດກົດ ໝາຍຂອງລັດ ແລະຂອງທ້ອງຖິ່ນຈະເລີ້ມທໍາການຮັກສາຄວາມປອດໄພຢູ່ຕາມຖະໜົນຫົນທາງ ແລະ ຕຶກທີ່ເປັນຊັບສິນຕ່າງໆ ຢູ່ໃນເຂດອ້ອມແອ້ມຕຶກທີ່ຊັບສິນຂອງລັດຖະບານກາງ.

ທ່ານວອຟ ກ່າວເພີ້ມວ່າ “ກະຊວງຈະສືບຕໍ່ຮັກສາເຈົ້າໜ້າທີ່ປະຕິບັດກົດໝາຍ ຂອງລັດຖະບານກາງທີ່ເອົາໄປເສີມຢູ່ໃນປັດຈຸບັນນີ້ຂອງພວກເຮົາໄວ້ໃນ ປອດແລນ ຈົນກວ່າວ່າ ພວກເຮົາຈະແນ່ ໃຈວ່າ ຕຶກຂອງສານລັດຖະບານກາງ ແຮັດຟຽວດ໌ (Hatfield) ແລະຕຶກອື່ນໆ ທີ່ເປັນຊັບສິນຂອງລັດຖະບານກາງຈະບໍ່ຖືກໂຈມຕີອີກຕໍ່ໄປ ແລະບ່ອນນັ່ງຂອງພວກຕຸລາການຍັງໄດ້ຮັບການປ້ອງ ກັນໃຫ້ປອດໄພຢູ່. ອັນນີ້ໄດ້ເປັນພາລະໝຸ້ງໝັ້ນ ແລະຈຸດປະສົງຂອງພວກເຮົານັບແຕ່ມີການເຄື່ອນ ໄຫວທີ່ເປັນການກໍ່ຄວາມຮຸນແຮງ ແລະເປັນການກໍ່ອາດຊະຍາກໍາເລີ້ມຕົ້ນມາ.”

ກໍາລັງຂອງລັດຖະບານກາງຖືກສົ່ງໄປຍັງເມືອງທີ່ໃຫຍ່ທີ່ສຸດຂອງລັດ ອໍເຣກອນ ເພື່ອປົກປ້ອງຕຶກສານລັດຖະບານກາງພາຍຫລັງທີ່ມີການເດີນຂະບວນປະທ້ວງ ຊຶ່ງບາງຄັ້ງກໍໄດ້ກັບກາຍເປັນການກະທໍາຮຸນແຮງ ທີ່ໄດ້ກໍ່ໃຫ້ເກີດຂຶ້ນຍ້ອນການ ເສຍຊີວິດຂອງທ້າວ ຈອຣຈ໌ ຟລອຍດ໌ ຢູ່ຄາມືຂອງຕໍາຫລວດໃນນະຄອນ ເມນີອາໂປລິສ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG