ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ຈະສືບຕໍ່ຕັດ ການສະໜັບສະໜຸນ ໂດຍກົງ ຕໍ່ເສດຖະກິດ (ວີດີໂອ )


Yellen Says Fed Will Stay On Current Course
please wait

No media source currently available

0:00 0:02:23 0:00
ລິງໂດຍກົງ
ຜູ້​ວ່າການຄົນ​ໃໝ່​ ຂອງ​ທະນາຄານ​ກາງສະຫະລັດ​ ເວົ້າ​ວ່າ
ບັນດາ​ຜູ້​ວາງ​ນະ​ໂຍບາຍ ຄົງ​ຈະ​ສືບ​ຕໍ່ ຈຳກັດ​ການ​ສະໜັບ
ສະໜຸນ​ໂດຍ​ກົງ​ຂອງ​ທະນາຄານ ຕໍ່​ເສດຖະກິດ​ຂອງປະ​ເທດ
​ໃນ​ຊຸມ​ເດືອນ​ຕໍ່ໜ້າ​ນີ້ ຖ້າ​ຫາກ​ວ່າ​ເສດຖະກິດ​ທີ່​ໃຫຍ່​ອັນ​ດັບ
​ນຶ່ງ​ຂອງ​ໂລກ ຍັງ​ກ້າວໜ້າ​ຕໍ່ໄປ.

ຫົວໜ້າ Federal Reserves ຄົນ​ໃໝ່ ທ່ານ​ນາງ Janet
Yellen ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທະນາຄານ​ກາງ​ຄົງ​
ຈະ​ສືບ​ຕໍ່ຕັດ​ການ​ຊື້​ຫຼັກ​ຊັບຈາກ​ທະນາຄານ​ພານິດຈຳນວນ
​ຫລາຍ​ພັນ​ລ້ານ​ໂດ​ລ່າ​ນັ້ນ​ລົງອີກ ​ແຕ່​ກໍ​ຍັງ​ບໍ່​ໄດ້​ວາງ​ຕາລາງ​
ເວລາ​ແນ່ນອນ​ເທື່ອ. ທະນາຄານ​ກາງສະຫະລັດ​ໄດ້​ຕັດ​ການ​
ຊື້​ຫລັກ​ຊັບ​ດັ່ງກ່າວ​ລົງ​ແລ້ວ ຈາກ 85​ ຕື້​ໂດ​ລ່າ ລົງ​ມາ​ເປັນ 65 ຕື້​ຕໍ່​ເດືອນ.

ທ່ານ​ນາງ Yellen ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ໃນ​ໂອກາດ​ໄປ​ໃຫ້ການ​ຕໍ່​ລັດຖະສະພາເປັນ​
ເທື່ອ​ທຳອິດ ນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ກຳແໜ່​ງ ຊຶ່ງ​ທ່ານ​ນາງ​ໄດ້​ເປັນ​ແມ່ຍິງ​ຄົນ​ທຳອິດທີ່​ໄດ້​ເປັນ
​ຫົວໜ້າທະນາຄານ​ແຫ່ງຊາດ​ສະຫະລັດ ທີ່​ຕັ້ງ​ຂຶ້ນ​ມາ​ໄດ້​ນຶ່ງ​ສັດຕະວັດ​ແລ້ວນັ້ນ.
XS
SM
MD
LG