ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໐ ເມສາ ໒໐໒໕

ຊາວກະສິກອນ ສຫລ ກຽມຮັບມື ກັບ ຜົນກະທົບ ຂອງສົງຄາມການຄ້າ ທີ່ພວມທະວີຂຶ້ນເລື້ອຍໆ


US Farmers Brace for Long Term Impact of Escalating Trade War
please wait

No media source currently available

0:00 0:03:06 0:00

ພວກຊາວກະສິກອນ ຂອງສະຫະລັດ ເລີ້ມມີຄວາມຮູ້ສຶກ ກ່ຽວກັບຜົນກະທົບ ຈາກ ການຕອບໂຕ້ຄືນຂອງຈີນ ໂດຍການເກັບພາສີ ສິນຄ້າກະສິກຳ ຂອງສະຫະລັດ ຍ້ອນ
ການເກັບພາສີ ຕໍ່ເຫຼັກກ້າ ແລະ ອາລູມີນຽມ ຂອງຈີນ. ດັ່ງທີ່ ເຄນ ແຟຣາບໍ (Kane
Farabaugh) ນັກຂ່າວຂອງວີໂອເອ ລາຍງານມາວ່າ ໃນຂະນະທີ່ ຄວາມກັງວົນ ຂອງ
ພວກຊາວກະສິກອນ ໃນໄລຍະສັ້ນ ກໍແມ່ນຜົນກະທົບ ຕໍ່ກຳໄລໃນປີນີ້ ແຕ່ຄວາມເປັນ
ຫ່ວງທີ່ໃຫຍ່ກວ່ານີ້ ກໍແມ່ນຜົນສະທ້ອນຕ່າງໆ ທີ່ຕິດຕາມມາ ໃນໄລຍະຍາວ ກໍຄື ບັນຫາ
ຂັດແຍ້ງດ້ານການຄ້າ ທີ່ກຳລັງທະວີຄວາມຮ້າຍແຮງຂຶ້ນນັ້ນ ເຊິ່ງ ໄຊຈະເລີນສຸກ ຈະນຳ
ເອົາລາຍລະອຽດຂອງລາຍງານນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນຂະນະທີ່ ທ່ານ ບຣາຍແອນ ດັງແກັນ ກະກຽມທີ່ຈະເກັບກ່ຽວເຂົ້າເບລ່ ຫຼື ເຂົ້າວີດ ທີ່
ກຳລັງສຸກເຫລືອງ ຢູ່ໃນທົ່ງນາ ອັນກວ້າງໃຫຍ່ ຂອງລາວ ເໝືອນກັນກັບຮູບແຕ້ມ ທີ່ສວຍ
ສົດງົດງາມ ໃນເມືອງ ໂປໂລ ລັດອີລລີນອຍ ແຕ່ສະຖານະການຂອງ ທ່ານ ດັງແກັນ ໃນ
ປັດຈຸບັນນີ້ ແມ່ນຍັງຢູ່ຫ່າງໄກຈາກຄວາມໄຝ່ຝັນ ຂອງຊາວອາເມຣິກັນ ທົ່ວໄປ.

ທ່ານ ດັງແກັນ ເວົ້າວ່າ “ພວກເຮົາກຳລັງມີບັນຫາ.”

ຕົ້ນເຂົ້າເບລ່ ຫຼືເຂົ້າວີດ ເປັນພືດຊະນິດດຽວເທົ່ານັ້ນ ທີ່ປູກຢູ່ໃນທົ່ງນາຂອງ ທ່ານ ດັງແກັນ
ເຊິ່ງນອກນັ້ນ ທ່ານກໍຍັງສາມາດ ຜະລິດໝູໄດ້ຈຳນວນ 70,000 ໂຕ ໃນແຕ່ລະປີ.

ທ່ານ ດັງແກັນ ເວົ້າວ່າ “ພວກໝູເຫຼົ່ານີ້ ແມ່ນຄາດວ່າ ຈະສາມາດເປັນຜົນກຳໄລໄດ້
ໃນປີນີ້.”

ເຄີຍເປັນແບບນັ້ນ ແຕ່ບໍ່ເປັນຈັ່ງຊັ້ນ ຕໍ່ໄປອີກແລ້ວ.

ທ່ານ ດັງແກັນ ກ່າວວ່າ “ເມື່ອໃດການເກັບພາສີ ໄດ້ເລີ້ມຂຶ້ນແລ້ວ ການສົ່ງໝູໄປຈີນ ກໍ
ໄດ້ຍຸດຕິລົງ. ບໍ່ສົ່ງໄປໄຕ້ຫວັນ ເຊັ່ນກັນ. ບໍ່ສາມາດຫາບ່ອນສົ່ງອອກທາງອື່ນ. ຕະຫຼາດ
ນັ້ນ ໄດ້ຫາຍໄປໂດຍປະລິຍາຍ. ພວກນັກເສດຖະສາດ ຢູ່ທີ່ບັນດາມະຫາວິຍາໄລ ຂັ້ນ
ນຳ ທີ່ໄດ້ນຳເອົາຜົນກຳໄລ ຂອງພວກເຮົາຂຶ້ນ ຈາກ 4 ໂດລາ ເປັນ 5 ໂດລາຕໍ່ຫົວ ຈົນ
ຮອດ 7 ໂດລາ ເປັນ 8 ໂດລາຕໍ່ຫົວ ທີ່ເປັນການຂາດທຶນ ພຽງແຕ່ອີງໃສ່ ຈີນ ເທົ່ານັ້ນ
ແລະບາງສ່ວນຂອງບັນຫາພາຍນອກຕ່າງໆເຫຼົ່ານີ້ ໄດ້ເຮັດໃຫ້ຄວາມຕ້ອງການ
ຫລຸດລົງ.”

ສຳລັບພວກກະສິກອນສ່ວນໃຫຍ່ ທີ່ລ້ຽງໝູ ນັ້ນ ການສົ່ງອອກ ແມ່ນຜົນກຳໄລທີ່ສຳຄັນ ແລະການຂາດແຄນໃນການແຂ່ງຂັນກັນ ເພື່ອເຂົ້າຫາຕະຫຼາດສາກົນ ນັ້ນ ອາດເປັນ
ເຫດຜົນຂອງຄວາມຍາກລຳບາກ ທາງດ້ານການເງິນ ໂດຍສະເພາະ ສຳລັບພວກຜູ້
ຜະລິດໝູ ທີ່ເປັນເອກກກະຊົນ ເຊັ່ນ ທ່ານ ດັງແກັນ.

ທ່ານ ດັງແກັນ ເວົ້າວ່າ “ຄວາມເປັນຈິງ ກໍແມ່ນວ່າ 95 ເປີເຊັນ ຂອງປະຊາກອນໂລກ ແມ່ນຢູ່ນອກເຂດຊາຍແດນເຫຼົ່ານີ້. ພວກເຮົາຕ້ອງການພວກເຂົາເຈົ້າ....ມາເປັນແຫຼ່ງ
ຕະຫຼາດ ແລະຄູ່ການຄ້າຕ່າງໆ.”

ໃນຂະນະທີ່ ບັນຫາຂັດແຍ້ງ ດ້ານການຄ້າ ຍັງຄົງດຳເນີນຕໍ່ໄປຢູ່ນັ້ນ ທ່ານ ດັງແກັນ ຜູ້ທີ່
ຍັງຄົງຮັບໜ້າທີ່ເປັນຮອງປະທານກົມກະສິກຳ ລັດອີລລີນອຍ ກໍສູນເສຍເງິນ ໃນທຸກສິ່ງ
ທຸກຢ່າງ ທີ່ປູກຢູ່ໃນນາຂອງທ່ານ ຍ້ອນການວາງມາດຕະການເກັບພາສີ ຫຼື ທີ່ກຳລັງຈະ
ວາງອອກນັ້ນ. ສິ່ງທີ່ທ່ານເຫຼືອຢູ່ ກໍແມ່ນຄວາມອຸກໃຈ ທີ່ເພີ້ມຂຶ້ນເລື້ອຍໆ.

ທ່ານ ດັງແກັນ ກ່າວວ່າ “ອັນນີ້ ແມ່ນສາມາດຫລີກລ່ຽງໄດ້. ອັນນີ້ ແມ່ນຄາດການໄດ້... ຜົນທີ່ຈະອອກມາ. ມັນມີທາງທີ່ດີກວ່ານີ້ ກ່ຽວກັບເລື້ອງດັ່ງກ່າວ.”

ສ່ວນທ່ານນາງ ທາມາຣາ ແນລເສັນ ຜູ້ອຳນວຍການ ອະວຸໂສ ຝ່າຍສິນຄ້າກະສິກຳ ຂອງ
ກົມກະສິກຳລັດອີລລີນອຍ ກ່າວວ່າ “ການເກັບພາສີ ເປັນປະເພດທີ່ໃຊ້ໃນກໍລະນີສຸດ
ທ້າຍ ສຳລັບ ເຫດການສະເພາະເຈາະຈົງເທົ່ານັ້ນ ຫຼືໃນການລະເມີດ ຕໍ່ສັນຍາທີ່ຮ້າຍ
ແຮງ ແລະບໍ່ແມ່ນສິ່ງທີ່ທ່ານ ຈະນຳອອກມາໃຊ້ ເພື່ອພະຍາຍາມສ້າງຄວາມກ້າວໜ້າ
ໃນສັນຍາດ້ານການຄ້າ ແລະ ຂ້າພະເຈົ້າຄິດວ່າ ອັນນັ້ນ ເປັນສິ່ງທີ່ເຮັດໃຫ້ພວກກະສິ
ກອນ ແປກໃຈໜ້ອຍນຶ່ງ.”

ຖ້າປະຫວັດສາດ ເປັນເຄື່ອງຊີ້ນຳ ການສູນເສຍການເຂົ້າຫາຕະຫຼາດ ສຳລັບ ຜະລິດ
ຕະພັນ ຂອງສະຫະລັດ ຈະມີຜົນກະທົບຕ່າງໆນາໆ ທີ່ຕິດຕາມມາ ໃນໄລຍະຍາວ.

ທ່ານນາງ ແນລເສັນ ກ່າວວ່າ “ໃນທຸກໆເຫດການ ພວກເຮົາໄດ້ສູນເສຍສ່ວນແບ່ງ ຂອງ
ຕະຫຼາດ ຫຼື ພວກເຮົາໄດ້ຖືກຊຸກຍູ້ ໃຫ້ຜະລິດຢູ່ແຫ່ງອື່ນ ທີ່ຜະລິດສິນຄ້າແບບດຽວກັນ
ແລະ ມັນໄດ້ໃຊ້ເວລາ ເຖິງ 20 ຫາ 30 ປີ ທີ່ພາກສ່ວນກະສິກຳ ຂອງສະຫະລັດ ໄດ້
ຕະຫຼາດເຫຼົ່ານັ້ນກັບມາ ແລະ ໃນບາງກໍລະນີ ພວກເຮົາກໍບໍ່ໄດ້ຕະຫຼາດເຫຼົ່ານັ້ນ ຄືນ
ມາເລີຍ.”

ການເກັບພາສີ ແມ່ນມີຂຶ້ນໃນຍາມທີ່ຊາວກະສິກອນ ພວມຕົກຢູ່ໃນຄວາມຍາກລຳບາກ.

ທ່ານ ດັງແກັນ ເວົ້າວ່າ “ພວກເຮົາໄດ້ເຫັນ ລາຍຮັບຂອງການເຮັດນາ ຖືກຕັດລົງເປັນ
ເຄິ່ງນຶ່ງ ໃນໄລຍະສີ່ປີຜ່ານມາ ຍ້ອນສາເຫດຫຼາຍປະການ. ພວກເຮົາອາດເຫັນໄດ້
ຢ່າງງ່າຍດາຍວ່າ ມັນອາດຈະຖືກຕັດເປັນເຄິ່ງນຶ່ງອີກເທື່ອນຶ່ງ ຖ້າ ວ່າ ພວກເຮົາສູນ
ເສຍ ຕະຫຼາດສົ່ງອອກທັງໝົດ ຂອງພວກເຮົາ.”

ເຊິ່ງທ່ານດັງແກັນ ກ່າວວ່າ ອາດເປັນການເພິ່ງພາອາໄສ ການຊ່ອຍເຫຼືອ ຈາກລັດຖະບານ
ເພີ້ມຂຶ້ນ ໃນເວລາ ທີ່ບັນດາສະມາຊິກສະພາ ໃນວໍຊິງຕັນ ອະພິ ປາຍຮ່າງກົດໝາຍສະບັບ
ໃໝ່ ວ່າດ້ວຍການເຮັດນາທີ່ອຸດສາຫະກຳດ້ານກະສິກຳ ຈຳເປັນທີ່ຈະສະໜອງ ໃນດ້ານ
ຄວາມໝັ້ນຄົງ.

ຄວາມທີ່ບໍ່ແນ່ນອນ ໄດ້ເຮັດໃຫ້ ທ່ານດັງແກັນ ຕີລາຄາເບິ່ງ ທາງເລືອກຕ່າງໆຂອງທ່ານ
ໃນໄລຍະຕໍ່ໜ້າ ເມື່ອທ່ານຈະໄປປ່ອນບັດເລືອກຕັ້ງ.

ທ່ານດັງແກັນ ເວົ້າວ່າ “ມັນແມ່ນເສດຖະກິດທີ່ໂງ່ຈ້າ. ຄະແນນສຽງຂອງຂ້າພະເຈົ້າ
ຈະຂຶ້ນ ຢູ່ກັບ ເສດຖະກິດໃນດ້ານການກະສິກຳ ຫຼາຍທີ່ສຸດ ອັນນັ້ນ ເປັນພຽງແຕ່
ໂລກທີ່ຂ້າພະເຈົ້າອາໄສຢູ່.”

ເຊິ່ງເປັນໂລກ ທີ່ໃນເວລານີ້ ມີການເຊື່ອມໂຍງກັນຫຼາຍຂຶ້ນ ແລະກາງຕໍ່ການຄ້າລະຫວ່າງ
ປະເທດ ຫຼາຍຂຶ້ນ ແບບທີ່ບໍ່ເຄີຍມີມາກ່ອນ.

FILE -Pork is one U.S. farm product that has fallen in value since a 62 percent Chinese tariff was imposed. “Once that tariff went on, the pork stopped going into China. ... That market just disappeared,” said Brian Duncan, a farmer in Polo, Illinois. Pictured are young hogs at a Farm in Farmville, N.C., July 21, 2017.
FILE -Pork is one U.S. farm product that has fallen in value since a 62 percent Chinese tariff was imposed. “Once that tariff went on, the pork stopped going into China. ... That market just disappeared,” said Brian Duncan, a farmer in Polo, Illinois. Pictured are young hogs at a Farm in Farmville, N.C., July 21, 2017.

FILE - Soybeans are loaded into a trailer at the Heartland Co-op, April 5, 2018, in Redfield, Iowa.
FILE - Soybeans are loaded into a trailer at the Heartland Co-op, April 5, 2018, in Redfield, Iowa.

XS
SM
MD
LG