ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໄດ້ກົດດັນ ລັດຖະບານມຽນມາ ດ້ວຍການໃຊ້ມາດຕະການລົງໂທດ ເພີ້ມຂຶ້ນ


ຜູ້ປະທ້ວງຄົນນຶ່ງຢືນຊີ້ມືສັນຍານບອກຄົນຢູ່ຂ້າງຮົ້ວກັນທາງທີ່ຖືກຈູດໄໝ້ຢູ່ໃນການປາບປາມ ໂດຍກໍາລັງຮັກສາຄວາມສະຫງົບຕໍ່ພວກປະທ້ວງຕ້ານການລັດຖະປະຫານຂອງທະຫານໃນນະຄອນ Mandalay, ວັນທີ 22 ມີນາ, 2021
ຜູ້ປະທ້ວງຄົນນຶ່ງຢືນຊີ້ມືສັນຍານບອກຄົນຢູ່ຂ້າງຮົ້ວກັນທາງທີ່ຖືກຈູດໄໝ້ຢູ່ໃນການປາບປາມ ໂດຍກໍາລັງຮັກສາຄວາມສະຫງົບຕໍ່ພວກປະທ້ວງຕ້ານການລັດຖະປະຫານຂອງທະຫານໃນນະຄອນ Mandalay, ວັນທີ 22 ມີນາ, 2021

ໃນວັນຈັນວານນີ້ ສະຫະລັດໄດ້ປະກາດໃຊ້ມາດຕະການລົງໂທດຕໍ່ບຸກຄົນແລະສອງອົງການ ທີ່ເຊື່ອມໂຍງກັບທະຫານຂອງມຽນມາ.

ໃນການລົງໂທດທີ່ປະກາດອອກມາຈາກກະຊວງການເງິນນັ້ນ, ສະຫະລັດກ່າວວ່າການລົງໂທດດັ່ງກ່າວ ແມ່ນເປັນຜົນເນື່ອງມາຈາກ “ການສືບຕໍ່ໃຊ້ຄວາມຮຸນແຮງ ແລະການຂົ່ມຂູ່ຂອງລັດຖະບານຕໍ່ພວກປະທ້ວງຢ່າງສັນຕິ ແລະສັງຄົມພົນລະເຮືອນ."

ຍັງບໍ່ທັນມີຄຳເຫັນໃດໆ ຈາກລັດຖະບານໃນມຽນມາ, ເຊິ່ງເອີ້ນກັນວ່າມຽນມານັ້ນເທື່ອ.

ກອງທັບໄດ້ຍຶດອຳນາດໃນການກໍ່ລັດຖະປະຫານໃນວັນທີ 1 ກຸມພາຜ່ານມາ ໂດຍໄດ້ໂຄ່ນລົ້ມລັດຖະບານພົນລະເຮືອນ ແລະກັກຂັງຜູ້ນໍາທີ່ແທ້ຈິງຂອງມຽນມາ, ທ່ານນາງ ອອງຊານ ຊູ ຈີ, ແລະເຈົ້າໜ້າທີ່ລະດັບສູງຄືນອື່ນໆ.

ຖະແຫຼງການສະບັບນັ້ນກ່າວໂດຍໃຊ້ອີກຊື່ນຶ່ງຂອງມຽນມາວ່າ, "ນັບແຕ່ນັ້ນມາ, ຕຳຫຼວດພະມ້າໄດ້ປະຕິບັດການທີ່ໃຊ້ຄວາມຮຸນແຮງທີ່ໂຫດຮ້າຍປ່າເຖື່ອນຕໍ່ຜູ້ປະທ້ວງເພື່ອປະຊາທິປະໄຕ".

ນຶ່ງໃນບັນດາຜູ້ທີ່ຖືກລົງໂທດ ແມ່ນທ່ານ ທານ ລາງ (Than Hlaing). ອີງຕາມການຖະແຫຼງການຂອງກະຊວງການເງິນ, ທ່ານໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວ ໜ້າຕຳຫຼວດແລະຮອງລັດຖະມົນຕີກະຊວງພາຍໃນ ໃນວັນທີ 2 ກຸມພາ.

ຖະແຫຼງການສະບັບນັ້ນກ່າວອີກວ່າ "ຢູ່ພາຍໃຕ້ການນຳພາຂອງທ່ານ ທານ ລາງ (Than Hlaing), ຕຳຫຼວດມຽນມາໄດ້ເລີ້ມຈາກການໂຈມຕີພວກປະທ້ວງແບບສັນຕິດ້ວຍການສີດນໍ້າຢ່າງແຮງໃສ່, ການໃຊ້ລູກປືນຢາງ, ແລະແກັສນໍ້າຕາ ໄປເຖິງການໃຊ້ລູກປືນແທ້; ຄວາມຮຸນແຮງເພີ່ມຂື້ນດັ່ງກ່າວໄດ້ເຮັດໃຫ້ຕຳຫຼວດສັງຫານຊີວິດຂອງຜູ້ປະທ້ວງແບບສັນຕິຫລາຍສິບຄົນທົ່ວປະເທດມຽນມາໃນວັນທີ 14 ມີນາ 2021, ລວມທັງ 37 ຄົນຢູ່ເມືອງລາງທະຢາ ໃນເຂດຊານເມືອງຂອງນະຄອນຢາງກຸ້ງອີກດ້ວຍ.”

ຜູ້ຖືກລົງໂທດຍັງລວມມີນາຍພົນໂທ ອອງ ໂຊ (Aung Soe) ອີກດ້ວຍ ຜູ້ທີ່ກະຊວງການເງິນກ່າວວ່າ ເປັນຜູ້ບັນຊາການສຳນັກງານປະຕິບັດການພິເສດແລະ ລາຍງານໂດຍກົງຕໍ່ນາຍພົນສໍາຄັນ ມິນ ອອງ ລາງ (Min Aung Hlaing), ຜູ້ບັນຊາການສູງສຸດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG