ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະອີຢູ ເພີ້ມການລົງໂທດ ຕໍ່ ຣັດເຊຍ ຍ້ອນ ການເຄື່ອນໄຫວ ໃນ ຢູເຄຣນ (ສະໄລດ໌/ວີດີໂອ)


US, EU Impose More Sanctions On Russia For Actions in Ukraine
please wait

No media source currently available

0:00 0:03:21 0:00
ສະຫະລັດ ແລະສະພາບຢູໂຣບຫຼື​ອີ​ຢູ ໄດ້ທຳການລົງໂທດເພີ້ມ
ຕື່ມຕໍ່ຣັດເຊຍ ໂດຍເວົ້າວ່າ ມົສກູບໍ່ໄດ້ປະຕິບັດຕາມຄວາມໝັ້ນ ໝາຍຂອງຕົນທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງລົງ ໃນພາກຕາເວັນ
ອອກຂອງຢູເຄຣນ. ປະເທດຕາເວັນຕົກໄດ້ກ່າວຫາຣັດເຊຍວ່າ
ຍຸຍົງໃຫ້ມີການກໍ່ກະບົດ ໂດຍພວກແບ່ງແຍກດິນ ແດນທີ່ນິຍົມ
ຣັດເຊຍໃນພາກຕາເວັນອອກຂອງຢູເຄຣນຊຶ່ງມີເປົ້າໝາຍທີ່ຈະ ສ້າງຄວາມບໍ່ທຸ່ນທ່ຽງໃນປະເທດດັ່ງກ່າວ. Zlatica Hoke ກ່າວ
ວ່າ ເຈົ້າໜ້າ ທີ່ສະຫະລັດແລະສະຫະພາບຢູໂຣບເຕືອນວ່າ ຈະ
ມີການລົງໂທດເພີ້ມຕື່ມ ຖ້າຣັດເຊຍຫາກບໍ່ປະຕິບັດຕາມ ຂໍ້ຕົກ
ລົງ ທີ່ໄດ້ບັນລຸກັນ ຢູ່ນະຄອນເຈນີວາ ໃນຕົ້ນເດືອນນີ້ ໄພສານ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການລົງໂທດຄັ້ງໃໝ່ແມ່ນແນໃສ່ເຈົ້າໜ້າທີ່ລັດຖະບານແລະບໍລິສັດຕ່າງໆທີ່ໃກ້ຊິດກັບ ປະທານາທິບໍດີ Vladimir Putin. ທ່ານນາງ Jen Psaki ໂຄສົກກະຊວງການຕ່າງປະ ເທດສະຫະລັດ ກ່າວວ່າ ການລົງໂທດດັ່ງກ່າວ ຍັງໄດ້ຈຳກັດໃບອະນຸຍາດໃນການສົ່ງ ອອກຂອງສະຫະລັດຈຳນວນນຶ່ງໄປຍັງຣັດເຊຍ.

ທ່ານນາງ Psaki ເວົ້າວ່າ “ພວກເຮົາຮູ້ສຶກຢ່າງແນ່ນອນວ່າ ມີເຈົ້າໜ້າທີ່ຈຳນວນ ນຶ່ງທີ່ມີຄວາມໃກ້ຊິດ ກັບປະທານາທິບໍດີ Putin ຊຶ່ງໃຫ້ການສະໜັບສະໜຸນຕໍ່ ການກະທຳທີ່ຜິດກົດໝາຍເຫຼົ່ານີ້ຢູ່ໃນຢູເຄຣນທີ່ພວກເຮົາໄດ້ແນເປົ້າໝາຍໃສ່ ໃນທີ່ນີ້.”

ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague ໄດ້ກ່າວຫາຣັດເຊຍວ່າ ພວມຍຸຍົງໃຫ້ມີການນອງເລືອດ ຢູ່ໃນພາກຕາເວັນອອກຂອງຢູ ເຄຣນ.

ທ່ານ Hague ເວົ້າວ່າ “ການຍິງເຈົ້າເມືອງໆ Kharkiv ທາງພາກຕາເວັນອອກ ຂອງຢູເຄຣນ ໃນມື້ວັນຈັນ ຜ່ານມານີ້ ແມ່ນຮ່ອງຮອຍອີກອັນນຶ່ງ ຂອງຄວາມ
ຮຸນແຮງ ທີ່ມີການນຳໃຊ້ຕໍ່ພວກໃຫ້ການສະໜັບສະໜຸນ ຕໍ່ຢູເຄຣນທີ່ມີຄວາມ
ເປັນອັນ ນຶ່ງອັນດຽວກັນ.”


ທີ່ນະຄອນ Brussels ຜູ້ຕາງໜ້າ 28 ປະເທດ ຂອງສະຫະພາບຢູໂຣບ ໄດ້ພົບປະກັນ ເພື່ອທຳການລົງໂທດເພີ້ມຕື່ມ ຕໍ່ມົສກູ ທີ່ບໍ່ໄດ້ປະຕິບັດຕາມ ຂໍ້ຕົກລົງເຈນີວາ. ໂຄສົກ ຂອງຄະນະກຳມາທິການຢູໂຣບທ່ານນາງ Pia Ahrenkidle Hansen ກ່າວວ່າ ນອກ
ນັ້ນ ພວກນັກການທູດ ຂອງສະຫະພາບຢູໂຣບ ຍັງໄດ້ຫາລືກັນ ກ່ຽວກັບການລົງໂທດ
ຮອບທີ 3 ທີ່ແນເປົ້າໝາຍໃສ່ລະບົບທະນາຄານ ພະລັງງານ ແລະພາກສ່ວນທີ່ສຳຄັນ
ອື່ນໆທາງດ້ານເສດຖະກິດຂອງຣັດເຊຍ.
CN- Russia Accuses NATO Of 'Provocative' Actions
please wait

No media source currently available

0:00 0:03:19 0:00

ທ່ານນາງ Hansen ເວົ້າວ່າ “ຢູ່ທີ່ນີ້ແລະໃນເວລານີ້ ພວກເຮົາພວມຢູ່ໃນສະຖາ
ນະການທີ່ບໍ່ໄດ້ມີການຫລຸດຜ່ອນ ດັ່ງນັ້ນພວກເຮົາໃນເວລານີ້ ຈຶ່ງພິຈາລະນະ ມາດຕະການເພີ້ມຕື່ມ ເຊັ່ນການກັກຊັບສິນແລະການຫ້າມເດີນທາງເພື່ອເປັນ ລະດັບການຕອບໂຕ້ອັນເໝາະສົມ ໃນເວລານີ້.”


ພວກນັກວິເຄາະກ່າວວ່າ ບໍ່ມີການລົງໂທດທີ່ຮ້າຍແຮງໃດໆທາງດ້ານເສດຖະກິດ ສາ ມາດຍຸດຕິມົສກູໄດ້ ໃນເວລານີ້. ທ່ານ David Kramer ຜູ້ອຳນວຍການຂອງອົງການ Freedom House ກ່າວວ່າ ການລົງໂທດໃນປັດຈຸບັນນີ້ ແມ່ນອ່ອນເກີນໄປ.

ທ່ານ Kramer ເວົ້າວ່າ “ຂ້າພະເຈົ້າຄິດວ່າການລົງໂທດຕ້ອງໜັກແລະຮ້າຍແຮງ
ກວ່ານີ້ ມັນຈຳເປັນຕ້ອງແນໃສ່ພາກສ່ວນເສດຖະກິດຂອງຣັດເຊຍ ຊຶ່ງນັ້ນຈະ ສ້າງຄວາມເຈັບປວດ ໂດຍສະເພາະແລ້ວໃນຢູໂຣບຊຶ່ງຈະບໍ່ຮ້າຍແຮງປານໃດ ໃນສະຫະລັດ ແລະຂ້າພະເຈົ້າຄິດວ່າ ລາຍຊື່ຂອງສ່ວນບຸກຄົນ ແລະບໍລິສັດທີ່ ມີການເປີດເຜີຍ ໂດຍລັດຖະບານຂອງທ່ານໂອບາມາໃນວັນຈັນຜ່ານມານີ້ສະ
ແດງໃຫ້ເຫັນເຖິງຄວາມຫຼໍ່ແຫຼມສຳຄັນກ່ຽວກັບຄວາມຍຸ່ງຍາກໃນການປະສານ
ງານກັບສະຫະພາບຢູໂຣບ. ປະທານາທິບໍດີີໂອບາມາທີ່ພວມຢ້ຽມຢາມເອເຊຍ ໄດ້ກ່າວ ຢ່າງຈະແຈ້ງວ່າ ທ່ານຢາກໃຫ້ສະຫະລັດ ແລະສະຫະພາບຢູໂຣບ ສາ ມັກຄີກັນໃນ ເລື່ອງນີ້.”


ສ່ວນລັດຖະມົນຕີການເງິນຂອງເຢຍຣະມັນ ທ່ານ Wolfgang Schaeuble ໃນມື້ວັນ ຈັນຜ່ານມານີ້ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຂອງສະຫະພາບຢູໂຣບ ມີຄວາມ ສາມັກຄີແລະເປັນນ້ຳນຶ່ງໃຈດຽວກັນເພື່ອປະເຊີນໜ້າກັບວິກິດການໃນຢູເຄຣນ.

ທ່ານ Schaeuble ກ່າວວ່າ “ປະຕິກິລິຍາທີ່ສຳຄັນທີ່ສຸດກໍຄື ຢູໂຣບມີຄວາມປຸ້ມ ລຸມສາມັກຄີກັນ ແລະບໍ່ມີໃຜຄວນຈະປະເມີນຕ່ຳເກີນໄປ ກ່ຽວກັບຄວາມເດັດ ດ່ຽວຂອງຢູໂຣບ. ພວກເຮົາບໍ່ຢາກໃຫ້ມີການເພີ້ມທະວີຄວາມເຄັ່ງຕຶງໃດໆຂຶ້ນ ພວກເຮົາຕ້ອງການຄວາມຮ່ວມມື ແຕ່ຖ້າ ຫາກພວກເຮົາຮຽກຮ້ອງ ພວກເຮົາ ຕ້ອງໄດ້ຢຶດໝັ້ນຢ່າງໜັກແໜ້ນ.”
NATO Boosts Presence In Eastern Europe Amid Continued Turmoil In Ukraine
please wait

No media source currently available

0:00 0:03:23 0:00

ທີີ່ນະຄອນຫຼວງມົສກູ ປະທານາທິບໍດີ Putin ໄດ້ໃຫ້ການຄ້ຳປະກັນແກ່ພວກນັກການ ເມືອງຣັດເຊຍວ່າ ກອງທັບຣັດເຊຍ ຈະບໍ່ໄດ້ຮັບຄວາມເສຍຫາຍໃດໆ ຍ້ອນສູນເສຍ ການຮ່ວມມື ທີ່ມີມາເປັນເວລາດົນນານ ກັບອຸດສາຫະກຳດ້ານທະຫານຂອງຢູເຄຣນ. ທ່ານເວົ້າວ່າ ເວລານີ້ ໄດ້ມີການສະເໜີວຽກເຮັດງານທຳໃຫ້ແກ່ພວກນັກຊ່ຽວຊານອຸດ ສາຫະກຳດ້ານທະຫານ ຂອງຢູເຄຣນ ຢູໃນອຸດສາຫະກຳດ້ານປ້ອງກັນປະເທດ ຂອງ ຣັດເຊຍແລ້ວ.

ທ່ານ Putin ເວົ້າວ່າ “ພວກເຂົາເຈົ້າຈະໄດ້ຮັບເງິນເດືອນແລະບ່ອນພັກບ່ອນ ເຊົາທີ່ສົມມາສົມຄວນ. ພວກທ່ານຈະໄດ້ຮັບເງິນງົບປະມານທີ່ຈຳເປັນທັງໝົດ ກ່ຽວກັບເລື່ອງນີ້. ຂັ້ນຕອນດັ່ງກ່າວໄດ້ເລີ້ມຂຶ້ນແລ້ວ.”

ໃນຂະນະດຽວກັນເສດຖະກິດຂອງຣັດເຊຍຊຶ່ງໄດ້ມີບັນຫາຢູ່ແລ້ວກ່ອນເກີດວິກິດການ ໃນຢູເຄຣນນັ້ນ ປາກົດວ່າໄດ້ຊຸມໂຊມລົງຕື່ມອີກໂດຍທີ່ເງິນຕາຂອງຣັດເຊຍໄດ້ຕົກລົງ ສູ່ລະດັບຕ່ຳສຸດ ແບບທີ່ບໍ່ເຄີຍເຫັນມາກ່ອນ ຕະຫລາດຮຸ້ນຂອງຣັດເຊຍກໍໄດ້ຕົກຮວບ
ລົງ ແລະພວກນັກລົງທຶນ ກໍໄດ້ຖອນການລົງທຶນທີ່ມີກຳໄລງາມຂອງຕົນ ອອກໄປຈາກ ເສດຖະກິດຂອງປະເທດ.
XS
SM
MD
LG