ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດພິເສດ ສຫລ ທ່ານ ແຟລແມນ ຈະເດີນທາງໄປຢ້ຽມຢາມ ເອທິໂອເປຍ ໃນວັນພະຫັດນີ້ ເພື່ອພົບປະກັບ ບັນດາເຈົ້າໜ້າທີ່ລັດຖະບານ


ທະຫານກອງທັບເອທິໂອເປຍ ກຳລັງເດີນສວນສະໜາມ ກັບທຸງຊາດຕິດຢູ່ປາຍປືນຂອງພວກເຂົາ ຢູ່ທີ່ການໂຮມຊຸມນຸມ ໄດ້ຈັດຂຶ້ນ ໂດຍອຳນາດການປົກຄອງຂອງທ້ອງຖິ່ນ, ຢູ່ຈະຕຸລັດ ເມັສແກລ ໃນໃຈກາງນະຄອນຫຼວງ ອາດິສອາບາບາ ຂອງເອທິໂອເປຍ, ເມື່ອວັນທີ 7 ພະຈິກ 2021.
ທະຫານກອງທັບເອທິໂອເປຍ ກຳລັງເດີນສວນສະໜາມ ກັບທຸງຊາດຕິດຢູ່ປາຍປືນຂອງພວກເຂົາ ຢູ່ທີ່ການໂຮມຊຸມນຸມ ໄດ້ຈັດຂຶ້ນ ໂດຍອຳນາດການປົກຄອງຂອງທ້ອງຖິ່ນ, ຢູ່ຈະຕຸລັດ ເມັສແກລ ໃນໃຈກາງນະຄອນຫຼວງ ອາດິສອາບາບາ ຂອງເອທິໂອເປຍ, ເມື່ອວັນທີ 7 ພະຈິກ 2021.

ລາຍງານຂອງອົງການຂ່າວຣອຍເຕີ ກ່າວວ່າ ທູດພິເສດສະຫະລັດຮັບຜິດຊອບແຫຼມອາຟຣິກາ ທ່ານແຈັຟຟຣີ ແຟລແມນ ຈະເດີນທາງໄປຢ້ຽມຢາມເອທິໂອເປຍ ໃນວັນພະຫັດມື້ອື່ນນີ້ ເພື່ອພົບປະກັບບັນດາເຈົ້າໜ້າທີ່ອະວຸໂສ ຂອງລັດຖະບານ ສຳ​ລັບປຶກສາຫາລື​ກ່ຽວ​ກັບການເຈລະຈາສັນຕິພາບ ອີງຕາມການກ່າວຂອງເຈົ້າໜ້າທີ່ອະວຸໂສຂອງກະຊວງການຕ່າງປະເທດ ຊຶ່ງເປັນການຊຸກຍູ້ຄັ້ງຫຼ້າສຸດຂອງວໍຊິງຕັນ ເພື່ອຍຸ​ຕິບັນຫາຂັດແຍ້ງ​ດັ່ງ​ກ່າວ.

ທູດພິເສດສະຫະລັດຮັບຜິດຊອບແຫຼມອາຟຣິກາ ທ່ານແຈັຟຟຣີ ແຟລແມນ ແມ່ນເຫັນຢູ່ໃນນະຄອນຫຼວງຄາທຸມ ຂອງຊູດານ, ເມື່ອວັນທີ 7 ພຶດສະພາ 2021.
ທູດພິເສດສະຫະລັດຮັບຜິດຊອບແຫຼມອາຟຣິກາ ທ່ານແຈັຟຟຣີ ແຟລແມນ ແມ່ນເຫັນຢູ່ໃນນະຄອນຫຼວງຄາທຸມ ຂອງຊູດານ, ເມື່ອວັນທີ 7 ພຶດສະພາ 2021.

ສົງຄາມທີ່ຍາວນານນຶ່ງປີ ລະຫວ່າງລັດຖະບານຂອງເອທິໂອເປຍ ແລະການນຳຂອງຂົງເຂດທິເກ​ຣ ລວມຢູ່ໃນບັນດາຄວາມຂັດແຍ້ງທີ່ນອງເລືອດທີ່ສຸດ ໃນອາຟຣິກາ ຊຶ່ງໄດ້ສັງຫານພົນລະເຮືອນຫຼາຍພັນຄົນແລະໄດ້ເຮັດໃຫ້ປະຊາຊົນຫຼາຍ ລ້ານຄົນພັດພາກຈາກຖິ່ນຖ່ານ.

ວໍໍຊິງຕັນ ໄດ້ຮຽກຮ້ອງຊ້ຳແລ້ວຊ້ຳອີກ ໃຫ້ຍຸຕິການສູ້ລົບກັນແລະເຂົ້າມາເຈລະຈາແກ້ໄຂບັນຫາຂັດແຍ້ງ ຍຸ​ຕິການລະເມີດແລະການບໍ່ເຄົາລົບສິດທິມະນຸດ ແລະໃຫ້ເຂົ້າເຖິງການຊ່ອຍເຫຼືອດ້ານມະນຸສະທຳ ໂດຍປາດສະຈາກການກີດຂວາງໃດໆ.

“ທ່ານແຟລແມນ ຈະໄປເຖິງນະຄອນຫຼວງອາດິສອາບາບາ ໃນວັນທີ 6 ມັງ ກອນ ສຳລັບການພົບປະກັບບັນດາເຈົ້າໜ້າທີ່ອະວຸໂສຂອງລັດຖະບານ ເພື່ອປຶກສາຫາລືການເຈລະຈາສັນຕິພາບ” ນັ້ນແມ່ນຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສກະຊວງການຕ່າງປະເທດ ທີ່ໄດ້ກ່າວກ່ຽວກັບການເດີນທາງໄປຢ້ຽມຢາມນະຄອນຫຼວງອາດິສອາບາບາຂອງທ່ານແຟລແມນທີ່ກຳລັງຈະມາເຖິງນີ້.

ກອງກຳລັງຂອງທິເກຣທີ່ພວມຕໍ່ສູ້ກັບລັດຖະບານກາງ ໃນເດືອນແລ້ວນີ້ ໄດ້ຖອນກຳລັງອອກຈາກຂົງເຂດໃກ້ຄຽງທາງພາກເໜືອຂອງເອທິໂອເປຍ ອັນເປັນບາດກ້າວໄປສູ່ການຢຸດຍິງທີ່ອາດເປັນໄປໄດ້ ຫຼັງຈາກທີ່ກອງທັບຂອງເອທິໂອເປຍ ສາມາດຍຶດເອົາພື້ນທີ່ ທີ່ສຳຄັນຄືນມາໄດ້.

ເມື່ອອາທິດແລ້ວນີ້ ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ໄດ້ກ່າວວ່າ ການຖອນກຳລັງ ແລະການກ່າວຖະແຫລງຂອງລັດຖະບານເອທິໂອເປຍ ວ່າ ຕົນບໍ່ມີເຈດຕະນາທີ່ຈະໄລ່ລ່າກອງກຳລັງຈຳພວກນັ້ນ ເຂົ້າໄປໃນທິເກຣ ແລະໃຫ້ຂໍ້ສະເໜີໂອກາດສຳລັບສອງຝ່າຍເຂົ້າມານັ່ງເຈລະຈາກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG