ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ທ​ຣຳ ​ຮ້ອງ​ໃຫ້ໂຈະ​ ການ​ຊ່ວຍ​ເຫຼືອ​ແກ່ ກົວ​ເຕມາລາ ຮອນ​ດູດ​ຣັສ ແລະ ແອລ ຊາລ​ວາ​ດໍ.


ຂະ​ບວນ​ຄົນ​ເຂ​ົ້າ​ເມືອງ​ຈາກຮອນ​ດູ​ຣັ​ສ ມູ້ງ​ໜ້າ​ສູ່​ສະ​ຫະ​ລັດ ຂ້າມ​ແມ່​ນ້ຳ Suchiate ທີ່​ແມັກ​ຊິ​ໂກ ວັນ​ທີ 18 ມັງ​ກອນ 2019.
ຂະ​ບວນ​ຄົນ​ເຂ​ົ້າ​ເມືອງ​ຈາກຮອນ​ດູ​ຣັ​ສ ມູ້ງ​ໜ້າ​ສູ່​ສະ​ຫະ​ລັດ ຂ້າມ​ແມ່​ນ້ຳ Suchiate ທີ່​ແມັກ​ຊິ​ໂກ ວັນ​ທີ 18 ມັງ​ກອນ 2019.

ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ ທ​ຣຳ ຢາກ​ໂຈະ​ການ​ໃຫ້​ທຶນ​ແກ່ປະ​ເທດ​ ກົວ​ເຕມາ
​ລາ, ຮອນ​ດູດ​ຣັສ ແລະ ​ແອລ ຊາລ​ວາ​ດໍ, ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ ໄດ້​ຢືນ​ຢັນ​
ໃນ​ວັນ​ເສົາ​ວານ​ນີ້.

ໂຄ​ສົກ​ກະ​ຊວງ​ຕ່າງ​ປະ​ເທດ​ໄດ້ກ່າ​ວ​ຢູ​ໃນ​ຖະ​ແຫຼງ​ການ​ວ່າ “ພວກ​ເຮົາ​ກຳ​ລັງປະ​ຕິ​ບັດ
​ຕາມຄຳຊີ້​ນຳ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ຈະ​ສິ້ນ​ສຸດໂຄງ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ
ສຳ​ລັບ​ສາມຫຼ່ຽມ​ພາກ​ເຫຼືອ ສົກ​ປີ 2017 ແລະ​ 2018. ພວກ​ເຮົາ​ຈະ​ພົວ​ພັນ​ກັບ​ລັດ​ຖະ​
ສະ​ພາ ​ອັ​ນ​ເປັນ​ພາກ​ສ່ວນ​ຂອງການ​ດຳ​ເນີນການນີ້.

ສາມ​ຫລ່ຽມພາກ​ເໜືອ ໝາຍ​ເຖິງສາມ​ປະ​ເທດ​ພາກ​ເໜືອ​ຂອງ​ເຂດ ອາ​ເມ​ຣິ​ກາ​ກາງ ໄດ້
​ແກ່ ແອ​ລ ​ຊາ​ລວ​າ​ດໍ, ກົວ​ເຕມາ​ລາ ແລະ​ ຮອນ​ດູ​ຣັ​ສ. ສາມ​ປະ​ເທດດັ່ງ​ກ່າວມີ​ກຳ​ນົດ​ທີ່​
ຈະ​ໄດ້​ຮັບການ​ຊ່ວຍ​ເຫຼືອ​ປະ​ມານ 500 ລ້ານ​ໂດ​ລາ ໃນ​ສົກປີ 2018 ພ້ອມ​ກັບຫຼາຍ
​ລ້ານ​ໂດ​ລາ​ຕື່ມ​ອີກ​ທີ່​ເຫຼືອ​ຈາ​ກ​ປີ 2017 ອີງ​ຕາມ​ໝັງ​ສື​ພິ​ມວໍ​ຊິງ​ຕັນ​ໂພ​ສທ໌.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້ເກີດ​ຂຶ້ນ​ນຶ່ງ​ມື້​ ຫຼັງ​ຈາກປະ​ທາ​ນາ​ທິ​ບໍ​ດີ ​ສະ​ຫະ​ລັດ ທ່ານ
​ດໍ​ໂນລ ທ​ຣຳ ກ່າວ​ວ່າ​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ ໄດ້​ຈັດ​ຕັ້ງ​ຂ​ະ​ບວນ​ຄົນ​ເຂົ້າ​ເມືອງ​ ທີ່ພາ​
ກັນ​ເດີນ​ທາງ​ເຂົ້າມາ​ ສະ​ຫະ​ລັດ ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ ທ​ຣຳ ໄດ້ກ່າວ​ໃນ​ວັນ​ສຸກ​ທີ່​ຜ່ານມ​າ​ວ່າ “ພວກ​ເຮົາໄດ້​ໃຫ້​ເຂົາເຈົ້າ 500
ລ້ານ​ໂດ​ລາ. ພວກ​ເຮົາ​ໄດ້​ຈ່າຍ​ເງິນ​ຈຳ​ນວນ​ຫຼວງ​ຫຼາຍ​ແກ່​ເຂົາ​ເຈົ້າ ແລະ ​ພວກ​ເຮົາ​ຈະ​
ບໍ່​ຈ່າຍ​ໃຫ້​ເຂົາ​ເຈົ້າ​ອີກ​ຕໍ່​ໄປ ເພາະ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ສິ່ງ​ໃດ​ໃຫ້​ແກ່​ພວກ​ເຮົາ.”

ປະ​ເທດ​ ກົວ​ເຕມາ ​ລາ, ຮອນ​ດູດ​ຣັສ ແລະ ​ແອລ ຊາລ​ວາ​ດໍ,
ປະ​ເທດ​ ກົວ​ເຕມາ ​ລາ, ຮອນ​ດູດ​ຣັສ ແລະ ​ແອລ ຊາລ​ວາ​ດໍ,

ການ​ດຳ​ເນີນ​ການ​ຂອງ​ລັດ​ຖະ​ສະ​ພາ ​ແມ່ນມີ​ຄວາມ​ຈຳ​ເປັນ​ເພື່ອ​ຕັດ​ການ​ຊ່ວຍ​ເຫຼືອ​
ໃຫ້ແກ່​ສາມ​ປະ​ເທດນັ້ນ. ສະ​ມາ​ຊິກ​ສະ​ມາ​ສູງ​ຈາກ​ລັດ ນິວ​ເຈີ​ຊີ ທ່ານ ບັອບ ເມ​ເນັນ
​ເດັ​ສ, ເຊິ່ງ​ແມ່ນ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ລະ​ດັບ​ສູງ​ໃນ​ຄະ​ນະ​ກຳ​ມະ​ການ​ພົນ​ພັນ​
ຕ່າງ​ປະ​ເທດ​ສະ​ພາ​ສູງ​ນັ້ນ, ໄດ້​ເອີ້ນ​ຄຳ​ສັ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ​ທ​ຣຳ​ວ່າ “ເປັນ​ການ​
ປະ​ກາດ​ທີ່ບໍ່​ຮອບ​ຄອບ” ແລະ​ຮຽກ​ຮ້ອງ​ໃຫ້​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ແລະ​ຣີ​ພັບ​ບ​ລິ
​ກັນ ພາ​ກັນ​ປະ​ຕິ​ເສດມັນ.

ສະ​ມາ​ຊິກ​ສະ​ພາ​ຕໍ່າ ​ທ່ານ ຮ​ວາ​ຄວິນ ຄາ​ສ​ໂຕ​ຣ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ລັດ​ເທັກ
​ຊັ​ສ ແລະ​ປະ​ທານກອງ​ປະຊຸ​ມ ຄົນ​ເວົ້າ​ພາ​ສາ ສ​ເປນ ໄດ້​ເຕືອນ​ຢູ່ໃນ​ຖະ​ແຫຼງ​ກາ​ນ​ທີ່​
ໄດ້​ເປີດ​ເຜີຍໃນ​ວັນ​ເສົາ​ວານ​ນີ້​ວ່າ ການຕັດ​ການ​ຊ່ວຍ​ເຫຼືອ​ທັງ​ໝົດ​ຈະ​ເຮັດ​ໃຫ້​ບັນ​ດາ​
ປະ​ເທດ​ເຫລົ່າ​ນີ້​ບໍ່​ມີ​ຄວາ​ມ​ຖຸ່ນ​ທ່ຽງໄປ​ໜ້າ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG