ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຂ່າວ​ຫຼ້າ​ສຸດ​ກ່ຽວ​ກັບ​ຢູ​ເຄ​ຣນ: ສະ​ຫະ​ລັດ ກ່າວ​ຢ້ຳ​ວ່າ ມັນ​ບໍ່​ແມ່ນ​ສົງ​ຄາມ ກັບ​ປະ​ເທດ​ຣັດ​ເຊຍ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ແລະ​ປະ​ທານ​ເສ​ນາ​ທິ​ການ​ຮ່ວມ ນາຍ​ພົນ​ມາກ ມິ​ລ​ລີ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ທຳ​ນຽບ​ຫ້າ​ແຈ ວັນ​ທີ 25 ພຶດ​ສະ​ພາ 2023 ທີ່​ວໍ​ຊິງ​ຕັນ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ແລະ​ປະ​ທານ​ເສ​ນາ​ທິ​ການ​ຮ່ວມ ນາຍ​ພົນ​ມາກ ມິ​ລ​ລີ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ທຳ​ນຽບ​ຫ້າ​ແຈ ວັນ​ທີ 25 ພຶດ​ສະ​ພາ 2023 ທີ່​ວໍ​ຊິງ​ຕັນ.

ບັນ​ດາ​ຜູ້​ນຳ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ໄດ້​ມີ​ຄວາມ​ລະ​ມັດ​ລະ​ວັງ​ໃນ​ວັນ​ພະ​ຫັດ​ວານນີ້ເພື່ອ​ຊີ້​ໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ຢ່າງ​ຈະ​ແຈ້ງລະ​ຫວ່າງ​ການ​ສືບ​ຕໍ່​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ ແກ່​ຢູ​ເຄ​ຣນ​ຂອງວໍ​ຊິງ​ຕັນ ໃນ​ການ​ຕໍ່​ສູ້​ຕ້ານ​ຣັດ​ເຊຍ ແລະ​ການ​ທີ່​ສະ​ຫະ​ລັດ​ເອງ​ບໍ່​ໄດ້​ເຮັດ​ສົງ​ຄາມ​ກັບ​ຣັດ​ເຊຍ.

ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກ​ການ​ພົບ​ປະ​ທາງ​ອອນ​ລາຍ​ນ໌ ຂອງ​ບັນ​ດາ​ປະ​ເທດ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທາງ​ທະ​ຫານ​ແກ່​ຢູ​ເຄ​ຣນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ໄດ້​ກ່າວ​ຕອບ​ຕໍ່​ຄວາມ​ກັງ​ວົນ​ທີ່​ວ່າ ລົດ​ທະ​ຫານ​ຂອງ​ສະ​ຫະ​ລັດ​ມີ​ລາຍ​ງານ​ວ່າໄດ້​ຖືກ​ໃຊ້​ໂດຍ​ພວກ​ທະ​ຫານ​ບ້ານ ໃນ​ການ​ບຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ຣັດ​ເຊຍ​ເມື່ອ​ວັນ​ຈັນ​ແລ້ວອາດ​ຈະ​ຖືກ​ໃຊ້​ເປັນ​ຂໍ້​ອ້າງ​ໂດຍ​ມົ​ສ​ກູ ເພື່ອ​ດຶງ​ເອົາ​ສະ​ຫະ​ລັດ ເຂົ້າ​ໄປ​ພົວ​ພັນ​ໃນ​ສົງ​ຄາມ​ໂດຍ​ກົງ.

ໂດ​ຣນ ຫຼື​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ລະ​ເບີດ ສາ​ມາດ​ແນມ​ເຫັນ​ໄດ້ ຢູ່​ໃນ​ທ້ອງ​ຟ້າ ເໜືອ​ນະ​ຄອນ​ກິ​ຢິບ ໃນ​ລະ​ຫວ່າ​ງ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ຕໍ່​ນະ​ຄອນ​ຫຼວງ​ຂອງ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 25 ພຶດ​ສະ​ພາ 2023.
ໂດ​ຣນ ຫຼື​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ລະ​ເບີດ ສາ​ມາດ​ແນມ​ເຫັນ​ໄດ້ ຢູ່​ໃນ​ທ້ອງ​ຟ້າ ເໜືອ​ນະ​ຄອນ​ກິ​ຢິບ ໃນ​ລະ​ຫວ່າ​ງ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ຕໍ່​ນະ​ຄອນ​ຫຼວງ​ຂອງ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 25 ພຶດ​ສະ​ພາ 2023.

ທ່ານອອ​ສ​ຕິນ ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ມີ​ສົງ​ຄາມ​ກັບ​ຣັດ​ເຊຍ. ນີ້​ແມ່ນ​ການ​ຕໍ່​ສູ້​ຂອງ​ຢູ​ເຄ​ຣນ. ຈຸດ​ປະ​ສົງ​ຂອງ​ພວກ​ເຮົາ​ກໍ​ແມ່ນ ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້ ເພື່ອ​ໃຫ້​ຢູ​ເຄ​ຣນ​ປະ​ສົບ​ກັບ​ຄວາມ​ສຳ​ເລັດ.”

ສະ​ຫະ​ລັດ​ໄດ້​ຮ້ອງ​ຂໍ​ມາ​ເປັນ​ເວ​ລາດົນ​ນານ​ແລ້ວ ບໍ່​ໃຫ້​ຢູ​ເຄ​ຣນ​ໃຊ້​ອາ​ວຸດ​ຂອງ​ສະ​ຫະ​ລັດ​ຢູ່​ພາຍ​ໃນ​ດິນ​ແດນ​ຂອງ​ຣັດ​ເຊຍ ນາຍ​ພົນ​ມາກ ມິ​ລ​ລີ ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຂອງ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້.

“ຂ້າ​ພະ​ເຈົ້າ​ສາ​ມາດ​ເວົ້າ​ໄດ້​ວ່າ ພວກ​ເຮົາ​ໄດ້​ຮ້ອງ​ຂໍ​ຢູ​ເຄ​ຣນ ບໍ່​ໃຫ້​ນຳ​ໃຊ້​ອຸ​ບ​ປະ​ກອນ​ທີ່​ສະ​ຫະ​ລັດ​ຊ່ວຍ​ເຫຼືອ ໃນ​ການ​ໂຈມ​ຕີ​ໂດຍ​ກົງ​ຕໍ່​ຣັດ​ເຊຍ” ນາຍ​ພົນ​ມິ​ລ​ລີ ກ່າວ. “ນີ້​ແມ່ນ​ສົງ​ຄາມ​ຂອງ​ຢູ​ເຄ​ຣນ. ມັນ​ບໍ່​ແມ່ນ​ສົງ​ຄາມ​ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຣັດ​ເຊຍ. ມັນ​ບໍ່​ແມ່ນ​ສົງ​ຄາມ​ຂອງ​ເນ​ໂຕ້​ກັບ​ຣັດ​ເຊຍ.”

ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ວານນີ້ ຢູ​ເຄ​ຣນ​ກ່າວ​ວ່າ ກຳ​ລັງ​ຂອງ​ຕົນ​ໄດ້​ຍິງ​ໂດ​ຣນ​ຊາ​ເຮັດ ທີ່ອີ​ຣ່ານຜະ​ລິດ ແລະ​ຣັດ​ເຊຍ​ໃຊ້​ໂຈມ​ຕີ​ພາກ​ຕາ​ເວັນ​ຕົກ​ຂອງ​ຢູ​ເຄ​ຣນ 36 ລຳ​ຕົກ.

​ກະ​ຊວງ​ປ້ອງ​ກັນ​ປະ​ເທດຢູ​ເຄ​ຣນ​ກ່າວ​ວ່າ ກຳ​ລັງ​ຣັດ​ເຊຍ “​ສັນ​ນິດ​ຖານ​ວ່າ ​ໄດ້​ແນ​ເປົ້າ​ໝາຍ​ການ​ໂຈມ​ຕີ​ ໃສ່​ພື້ນ​ຖານ​ໂຄງ​ລ່າງ​ ແລະ​ຄ້າຍ​ທະ​ຫານ​ທີ່​ສຳ​ຄັນໆ”

ຣັດ​ເຊຍ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຊ້ຳ​ແລ້ວ​ຊ້ຳ​ອີກ ຮວມ​ທັງ​ການ​ໂຈມ​ຕີ​ທີ່​ໃຊ້​ໂດ​ຣນ​ບິນ​ເຂົ້າ​ຖ​ະ​ຫຼົ່ມ​ໃສ່​ເປົ້າ​ໝາຍເພື່ອ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າງ​ໃນ​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG