ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງ​ກຳ​ລັງ​ປະ​ຕິ​ບັດ​ການ​ພິ​ເສດ ອົບ​ພະ​ຍົບ​ພະ​ນັກ​ງານ​ສ​ະ​ຖານ​ທູດ ສະ​ຫະ​ລັດ ອອກ​ຈາກ​ປະ​ເທດ ຊູ​ດານ


ພາບ​ທີ່​ໄດ້​ຈາກວິ​ດີ​ໂອ​ຂອງ​ໂທ​ລະ​ພາບ AFPTV ສະ​ແດງ​ໃຫ້​ເຫັນ​ຂະ​ບວນ​ລົດ​ເດີ​ນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ຄາ​ທູມ ໄປ​ສູ່​ທ່າ​ເຮືອ ຊູ​ດານ, 23 ເມ​ສາ 2023.
ພາບ​ທີ່​ໄດ້​ຈາກວິ​ດີ​ໂອ​ຂອງ​ໂທ​ລະ​ພາບ AFPTV ສະ​ແດງ​ໃຫ້​ເຫັນ​ຂະ​ບວນ​ລົດ​ເດີ​ນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ຄາ​ທູມ ໄປ​ສູ່​ທ່າ​ເຮືອ ຊູ​ດານ, 23 ເມ​ສາ 2023.

ກອງ​ກຳ​ລັງ​ປະ​ຕິ​ບັດ​ການພິ​ເສດ ສະ​ຫະ​ລັດ ເມື່ອ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານນີ້​ໄດ້​ອົບ​ພະ​ຍົບ​ບັນ​ດາ​ນັກ​ການ​ທູດ ສະ​ຫະ​ລັດ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ອອກ​ຈາກ​ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ຄາ​ຣ໌​ທູມ ປະ​ເທດ ຊູ​ດານ ຢ່າງ​ປະ​ສົບ​ຜົນ​ສຳ​ເລັດ, ແຕ່​ປະ​ເທດ​ອື່ນໆ​ໄດ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກວ່າໃນ​ການ​ນຳ​ເອົາ​ຄົນ​ຂອງ​ເຂົາ​ເຈົ້າ​ອອກ​ຈາກ ຊູ​ດານ ທ່າມ​ກາງ​ການ​ຕໍ່​ສູ້​ລະ​ຫວ່າງ​ຝ່າຍກອງ​ທັບ​ທີ່​ຕໍ່​ສູ້​ກັນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ໃຊ້​ເວ​ລາບໍ່​ເຖິງ​ນຶ່ງ​ຊົ່ວ​ໂມງ​ໃນ​ການອົບ​ພະ​ຍົບ​ຊາວ​ອາ​ເມ​ຣິ​ກັນ​ປະ​ມານ 70 ຄົນ, ດ້ວຍ​ການ​ນຳ​ສົ່ງ​ເຮ​ລິ​ຄັອບ​ເຕີ ຊີ​ນຸກ MH-47 ຈາກ​ຖານ​ທັບ ສະ​ຫະ​ລັດ ໃນ​ປະ​ເທດ ຈີ​ບູ​ຕີ.

ພົນ​ໂທ ດັກ​ກ​ລາ​ສ ຊິມ​ສ໌, ຜູ້​ອຳ​ນວຍ​ການ​ການ​ປະ​ຕິ​ບັດ​ການ ​ຢູ່​ເສ​ນາ​ທິ​ການ​ຮ່ວມ​ຂອງກອງ​ທັບ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ເອົາ​ອາ​ວຸດ​ຂະ​ໜາດ​ນ້ອຍ​ໃດໆ​ເຂົ້າ​ໄປ ແລະ ສາ​ມາດ​ທີ່​ຈະ​ອອກ ແລະ ເຂົ້າ​ໂດຍບໍ່​ມີ​ບັນ​ຫາ.”

ຊາວ​ອາ​ເມ​ຣິ​ກັນ​ຄົນ​ອື່ນ​ໆ ​ແມ່ນ​ສາ​ມາດ​ທີ່​ຈະ​ເດີນ​ທາງ ​ຢູ່​ເສັ້ນ​ທາງ​ພື້ນ​ດິນ​ອອກ​ຈາກ ຊູ​ດານ. ທ່ານ ຄ​ຣິ​ສ ມາຍ​ເອີ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ກ່າວ​ວ່າ ກອງ​ທັບ ສະ​ຫະ​ລັດ ອາ​ດໃຊ້​ໂດ​ຣນ ຫຼື ພາບ​ຈາກ​ດາວ​ທຽມ​ເພື່ອກວດ​ຈັບ​ໄພ​ຂົ່ມ​ຂູ່​ໃດໆ​ຕໍ່​ເຂົາ​ເຈົ້າ ຫຼື ຕຳ​ແໜ່ງ​ສຳ​ພາ​ລະ​ທະ​ຫານ​ເຮືອຢູ່​ທ່າ​ເຮືອແຫ່ງ ຊູ​ດານ ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອາ​ເມ​ຣິ​ກັນ​ທີ່​ໄປ​ຮອດ​ບ່ອນ​ນັ້ນ.

ອັງ​ກິດ​ ກໍ​ໄດ້​ປະ​ກາດ​ວ່າ​ເຂົາ​ເຈົ້າ​ໄດ້​ອົບ​ພະ​ຍົບ​ພະ​ນັກ​ງານ​ການ​ທູດ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ອອກ​ຈາກ ຊູ​ດານ ເຊັ່ນ​ກັນ.

ຫຼາຍກວ່າ 400 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ ຊູ​ດານ ນັບ​ຕັ້ງ​ແຕ່​ການ​ຕໍ່​ສູ້​ໄດ້​ເລີ່ມ​ຂຶ້ນ​ດົນ​ກວ່າ​ນຶ່ງ​ອາ​ທິດ​ທີ່​ຜ່ານ​ມາ​ລະ​ຫວ່າງກອງ​ທັບ ຊູ​ດານ ແລະກຸ່ມກອງ​ກຳ​ລັງ​ສະ​ໜັບ​ສະ​ໜູນ​ວ່ອງ​ໄວ. ການ​ຖ່າຍ​ທອດ​ສົດ​ເມື່ອ​ວັນ​ອາ​ທິດ​ວານນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວັນ​ໜາ​ຢູ່​ເໜືອ​ທ້ອງ​ຟ້າ​ຂອງ​ນະ​ຄອນຫຼວງ ຄາຣ໌​ທູມ, ດ້ວຍ​ສຽງ​ປືນ​ສາ​ມາດ​ໄດ້​ຍິນ​ຈາກຫຼາຍ​ບ່ອນ.

ຝ່າຍ​ທີ່​ຕໍ່​ສູ້​ກັນ ​ໄດ້​ກ່າວ​ຫາ​ກັນ​ເອງ ກ່ຽວ​ກັບ ການ​ໂຈມ​ຕີ​ຂະ​ບວນ​ລົດ​ຄົນ ຝ​ຣັ່ງ, ດ້ວຍ​ທັງ​ສອງ​ຝ່າຍ​ເວົ້າ​ວ່າ​ຄົນ​ຝ​ຣັ່ງ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ຝ​ຣັ່ງ ໄດ້​ກ່າວ​ກ່ອນ​ໜ້ານີ້​ວ່າ ​ເຂົາ​ເຈົ້າ​ໄດ້​ອົບ​ພະ​ຍົບ​ພະ​ນັກ​ງານ​ການ​ທູດ ແລະ ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ອອກ​ໄປ​ແລ້ວ.

ກອງ​ທັບ​ບົກ​ຊູ​ດານ ໄດ້​ກ່າວ​ຫາ​ກອງ​ກຳ​ລັງ​ສະ​ໜັບ​ສະ​ໜູນ​ວ່ອງ​ໄວ ກ່ຽວ​ກັບ ການ​ໂຈມ​ຕີ ແລະ ປຸ້ນ​ສະ​ດົມ​ຂະ​ບວນ​ລົດ ກາ​ຕ້າ ຢູ່​ທ່າ​ເຮືອ ຊູ​ດານ. ລັດ​ຖະ​ບານ ໂດ​ຮາ ບໍ່​ໄດ້​ອອກ​ຖະ​ແຫຼງ​ການ​ ກ່ຽວ​ກັບ ເຫດ​ການ​ໃດໆໃນ​ທັນ​ທີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG