ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຂ່ງຂັນ ຊິງຕຳແໜ່ງ ສະພາສູງ ຂອງ ພັກເດໂມແຄຣັດ ບໍ່ເປັນໄປຕາມຄາດ


ທ່ານ Andy Harris ຜູ້ແທນສະພາຕ່ຳພັກຣີພັບບລີກັນ ລັດ Maryland ຜູ້ລົງແຂ່ງຂັນເພື່ອການເລືອກຕັ້ງຄືນ, ສະເຫຼີມສະຫຼອງໄຊຊະນະ ໃນລະຫວ່າງ ງານລ້ຽງຄ່ຳຄືນ ການເລືອກຕັ້ງໃນເມືອງ Linthicum, ລັດ Maryland, 8 ພະຈິກ, 2016.
ທ່ານ Andy Harris ຜູ້ແທນສະພາຕ່ຳພັກຣີພັບບລີກັນ ລັດ Maryland ຜູ້ລົງແຂ່ງຂັນເພື່ອການເລືອກຕັ້ງຄືນ, ສະເຫຼີມສະຫຼອງໄຊຊະນະ ໃນລະຫວ່າງ ງານລ້ຽງຄ່ຳຄືນ ການເລືອກຕັ້ງໃນເມືອງ Linthicum, ລັດ Maryland, 8 ພະຈິກ, 2016.

ການລົງຄະແນນສຽງປະທານາທິບໍດີທີ່ສູສີກັນ ໃນຄ່ຳຄືນຂອງວັນອັງຄານວານນີ້ ​ແມ່ນໄດ້ ສະທ້ອນ​ໃຫ້​ເຫັນການແຂ່ງຂັນທີ່ມີ​ຄະ​ແນນ​ສຽງໃກ້​ຄຽງ​ກັນ​ຫລາຍ ສຳລັບສະມາຊິກສະພາ ສູງ ແລະສະພາຕ່ຳ ຂອງສະຫະລັດ, ແຕ່ໃນຂະນະ​ທີ່ຜົນຂອງ​ການ​ລົງ​ຄະ​ແນນ​ສຽງໄດ້ຫຼັ່ງ ໄຫຼເຂົ້າມາຕື່ມ, ມັນກໍໄດ້ປະກົດໃຫ້ເຫັນຢ່າງຊັດຂຶ້ນເຈນວ່າພັກຣີພັບບລີກັນ ຈະສາມາດ ຮັກສາການຄວບຄຸມສຽງສ່ວນຫຼາຍທັງຢູ່ໃນສະພາສູງ ແລະ ສະພາຕ່ຳຂອງ ສະຫະລັດ​ ໄວ້​ໄດ້.

ບັນດາສະມາຊິກພັກເດໂມແຄຣັດ ໄດ້ມີຄວາມຫວັງຢ່າງແຮງທີ່ຈະພິກປີ້ນການ​ຄວບ​ຄຸມ ສຽງສ່ວນຫຼາຍ 8 ສຽງໃນສະພາສູງຂອງພັກຣີພັບບລີກັນ ແຕ່ມັນກໍບໍ່​ໄດ້ເປັນໄປ ຕາມທີ່ ຄາດເອົາໄວ້. ບັນດານັກວິເຄາະ ໄດ້ທຳ ນາຍ​ໄວ້ວ່າ ການ​ໄດ້​ປຽບຂອງ​ພັກຣີພັບ​ບລີ​ກັນ 54 ຕໍ່ 46 ຂອງ​ສະພາສູງ​ທີ່​ມີ​ທັງໝົດ 100 ບ່ອນ​ນັ່ງ​ນັ້ນ ອາດຫຼຸດລົງເປັນ 52 ຕໍ່ 48.

ສະມາຊິກສະພາສູງພັກຣີພັບບລີກັນຄົນປະຈຸບັນ ໄດ້ພ່າຍແພ້ໃນວັນອັງ ຄານວານນີ້ທີ່ລັດ Illinois, ບ່ອນທີ່ສະມາຊິກສະພາຕ່ຳ ທ່ານນາງ Tammy Duckworth ໄດ້ຊະນະສະມາ ຊິກ​ສະພາ​ສູງ Mark Kirk ແລະ ສະມາຊິກພັກຣີພັບບລີກັນອີກຄົນໜຶ່ງ ກໍ​ມີ​ຄະ​ແນນ​ເປັນ​ຮອງ ຄູ່ແຂ່ງຈາກພັກເດໂມແຄຣັດຂອງລາວ. ນັ້ນແມ່ນໃນລັດ Pennsylvania, ບ່ອນທີ່ ທ່ານນາງ Katie McGinty ມີຄະແນນນຳໜ້າ ສະມາຊິກສະພາສູງ Patrick Toomey 5 ເປີເຊັນ. ສື່ມວນຊົນ ສະຫະລັດ ໄດ້ກ່າວວ່າ ການແຂ່ງຂັນຍັງໄວ​ເກີນ​ໄປທີ່ຈະຕັດສິນວ່າ​ໃຜ ເປັນ​ຜູ້​ຊະນະ.

ທຸງຊາດ ອາເມຣິກາ ປິວສະບັດຢູ່ເທິງຫໍລັດຖະສະພາ Capitol Hill, ນະຄອນຫຼວງ ວໍຊິງຕັນ. 26 ກັນຍາ 2016.
ທຸງຊາດ ອາເມຣິກາ ປິວສະບັດຢູ່ເທິງຫໍລັດຖະສະພາ Capitol Hill, ນະຄອນຫຼວງ ວໍຊິງຕັນ. 26 ກັນຍາ 2016.

ພັກເດໂມແຄຣັດ ໄດ້ຫວັງວ່າ ພວກເຂົາເຈົ້າຈະສາມາດປ່ຽນຄວາມດຸ່ນດ່ຽງຂອງອຳນາດ ໃນລັດຖະສະພາໂດຍຈະ​ເຂົ້າຄວບ​ຄຸມສະພາສູງ ແຕ່ການທ້າຊິງຂອງພວກເຂົາເຈົ້າໄດ້ປະ ສົບ​ກັບ​ຄວາມລົ້ມແຫຼວຢູ່​ໃນ​ແຕ່ລະ ລັດ ໃນຕອນຄ່ຳຂອງວັນອັງຄານວານນີ້.

ການຄວບຄຸມຢ່າງຮັດກຸມຂອງພັກຣີພັບບລີກັນໃນທັງສະພາສູງ ແລະ ສະພາຕ່ຳ ຂອງລັດ ຖະສະພາທີ່ຈະພົ້ນຈາກ​ຕຳ​ແໜ່​ງ ໄດ້ສົ່ງຜົນໃຫ້ຫຼາຍໆບັນຫາປະ​ເຊີນ​ກັບທາງ​ຕັນ, ເມື່ອ ພວກເຂົາເຈົ້າໄດ້ສະເໜີນະໂຍ ບາຍຕ່າງໆຂອງປະທານາທິບໍດີ ບາຣັກ ໂອບາມາ, ເປັນ ການ​ປະ​ເຊີນ​ໜ້າ ທີ່​ມັກອະທິບາຍກັນ​ວ່າ ​ເປັນ “ສະພາບ​ການ​ບໍ່​ໄປ​ບໍ່​ມາ” ທາງການເມືອງ ຂອງ ວໍຊິງຕັນ.

The close presidential vote Tuesday night was mirrored by extremely tight races for the U.S. Senate and House of Representatives, but as more results came in, it became clear the Republican Party would keep its majority control over both houses of Congress.

Democrats had strong hopes of overturning the Republicans' eight-seat majority in the Senate, but they fell short. Analysts predicted the Republicans' 54-to-46 edge in the 100-seat chamber would decline to 52-48.

One sitting Republican senator was defeated Tuesday - in Illinois, where Congresswoman Tammy Duckworth ousted Senator Mark Kirk - and another Republican was running behind his Democratic challenger. That was in Pennsylvania, where Katie McGinty held a five-percentage-point lead over Senator Patrick Toomey. U.S. media said that race was still too close to call.

Democrats' challenges fell short

Democrats had been hoping they could shift the balance of power on Capitol Hill by taking control of the Senate, but one by one, their challenges fell short Tuesday night.

The Republicans' tight control over both houses of the outgoing Congress resulted in a stalemate on many issues when they opposed President Barack Obama's policies - the standoff often described as Washington's political "gridlock."

XS
SM
MD
LG