ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມາທິການເລືອກຕັ້ງ ສະຫະລັດ ບໍ່ດຳເນີນການຫຍັງ ກ່ຽວກັບ ໂຄສະນາການຫາສຽງທີ່ໃຊ້ພາບປອມ


US Election Commission Not Acting on Deepfakes in Campaign Ads
please wait

No media source currently available

0:00 0:02:34 0:00

ເຊີນຊົມວິດີໂອ ກ່ຽວກັ ລາຍງານນີ້.

ຄະ​ນະ​ກຳ​ມາ​ທິ​ການ​ທີ່​ບັງ​ຄັບ​ໃຊ້​ກົດ​ລະ​ບຽບ​ຕ່າງໆ​ສຳ​ລັບ​ການ​ເລືອກ​ຕັ້ງ ສະ​ຫະ​ລັດ ແມ່ນບໍ່​ໄດ້​ອອກ​ກົດ​ລະ​ບຽບ ກ່ຽວ​ກັບ ການ​ໃຊ້​ພາບ​ວິ​ດີ​ໂອ​ປອມ​ໃນ​ການ​ໂຄ​ສະ​ນາ​ທາງ​ການ​ເມືອງ​ກ່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ 2024. ນັກ​ຂ່າວ​ວີ​ໂອ​ເອ ດີ​ນາ ມິດ​ແຊ​ລ ມີ​ລາຍງານ, ເຊິ່ງ ພຸດ​ທ​ະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ນີ້​ແມ່​ນ​ວິ​ດີ​ໂອ​ຈາກ​ການ​ໂຄງ​ສະ​ນາ​ຫາ​ສຽງ​ “DeSantis WarRoom” ທີ່​ບັນ​ດາ​ນັກ​ຊ່ຽວ​ຊານ​ເວົ້າ​ວ່າ​ລວມ​ມີ​ຮູ​ບ​ພາບ​ປອມ​ທີ່​ສະ​ແດງ​ໃຫ້​ເຫັນ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກອດ​ອະ​ດີດ​ຫົວ​ໜ້າ​ທີ່​ປຶກ​ສາ​ດ້ານ​ການ​ແພດ ດ​ຣ. ແອນ​ໂທ​ນີ ຟາວ​ຈີ.

ຜູ້​ປົກ​ຄອງ​ລັດ ຟ​ລໍ​ຣິ​ດາ ແມ່ນ​ກຳ​ລັງ​ລົງ​ແຂ່ງ​ຂັນ​ກັບ​ທ່ານ ທ​ຣຳ ເພື່ອ​ການ​ໄດ້​ຮັບ​ການ​ສະ​ເໜີ​ຊື່​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີອ​ຂງ​ພັກ​ຣີ​ພັບ​ບ​ລີ​ກັນ.

ຮູບ​ພາບ​ຕ່າງໆ​ໄດ້​ຖືກກວດ​ກາ​ໂດຍ​ລາຍ​ການເຜີຍ​ແຜ່​ຂໍ້​ມູນ​ທີ່​ຜິດ​ເກີນ​ຄວາມ​ຈິງ​ຊື່​ວ່າ “Verify,” ເຊິ່ງ​ໄດ້​ໃຊ້​ການ​ຊອກ​ຮູ​ບ​ພາບ​ທີ່​ຄ້າຍ​ຄື​ກັນ​ເພື່ອ​ພິ​ຈາ​ລະ​ນາ​ຮູບ​ສາມ​ໃບ​ທີ່​ວ່າ​ແມ່ນ​ຂອງ​ປອມ.

ທ່ານ ເຄ​ຊີ ເດັກ​ເກີ ຜູ້​ລາຍ​ງານ​ຂ່າວ​ຂອງ Verify ໄດ້​ກ່າວ​ວ່າ “ຖ້າ​ເຈົ້າ​ເບິ່ງ​ຮູບນີ້​ໃກ້ໆ​ເຂົ້າ, ເຈົ້າ​ຈະ​ເຫັນຫຼັກ​ຖານຫຼາຍ​ກວ່າ​ເກົ່າ​ວ່າ​ມັນ​ຖືກ​ເຮັດ​ໂດຍ​ປັນ​ຍາ​ປະ​ດິດ ຫຼື AI. ແທ​ນ​ທີ່​ຈະ​ເວົ້າ​ວ່າ​ທຳ​ນຽບ​ຂາວ, ມັນ​ເວົ້າ​ວ່າ ມີ​ເຟັບ (Mephap). AI ມັກ​ຈະ​ມີ​ບັນ​ຫາ​ໃນ​ການ​ສ້າງ​ຄຳ​ເວົ້າ​ທີ່​ຖືກ​ຕ້ອງ. ໃນ​ຮູບນີ້, ມື​ຂອງ​ທ່ານ ທ​ຣຳ ແມ່ນບໍ່​ມີ​ນິ້ວ​ໂປ້.”

ດ້ວຍ​ພະ​ລັງ​ຂອງ​ເທັກ​ໂນ​ໂລ​ຈີ AI ກຳ​ລັງ​ເຕີບ​ໂຕ, ຮູບ​ພາບ​ທີ່​ປອມ​ແປງ​ແບບນີ້​ແມ່ນ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ຄອບ​ງຳ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ​ນາງ ລີ​ຊາ ກິ​ລ​ເບີດ ຈາກ​ອົງ​ການ​ສະ​ໜັບ​ສະ​ໜູນ​ຜູ້​ບໍ​ລິ​ໂພກ​ທີ່ບໍ່​ຫວັງ​ຜົນ​ກຳ​ໄລ Public Citizen.

ທ່ານ​ນາງ ລີ​ຊາ ກິ​ລ​ເບີດ ຮອງ​ປະ​ທານ​ບໍ​ລິ​ຫານ​ໃຫຍ່​ຂອງ​ອົງ​ການ Public Citizen ກ່າວ​ວ່າ “ນຶ່ງ​ໃນ​ສິ່ງ​ທີ່​ປັນ​ຍາ​ປະ​ດິດ​ສາ​ມາດ​ເຮັດ, ໂດຍ​ສະ​ເພາະແມ່ນ​ເທັກ​ໂນ​ໂລ​ຈີ AI ນັ້ນ, ແມ່ນ​ການ​ສ້າງວິ​ດີ​ໂອ ຫຼື ສຽງ​ປອມ​ຢ່າງ​ງ່າຍ​ດາຍ ທີ່​ເບິ່ງ​ຄື​ຂອງ​ແທ້​ຢ່າງ​ໜ້າ​ເຫຼືອ​ເຊື່ອ, ທີ່ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ແນມ​ເຫັນ​ດ້ວຍ​ຕາ​ເປົ່າ​ຈາກວິ​ດີ​ໂອ​ແທ້.”

ສະ​ນັ້ນ​ກຸ່ມ Public Citizen ຈຶ່ງ​ໄດ້​ຂໍ​ໃຫ້​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ລັດ​ຖ​ະ​ບານ​ກາງ​ ສະ​ຫະ​ລັດ ສ້າງ​ກົດ​ລະ​ບຽບ​ສຳ​ລັບ​ການ​ໂຄ​ສະ​ນາ​ຫາ​ສຽງ ທີ່​ໃຊ້​ຮູ​ບ​ພາ​ບ​ປອມ​ທີ່​ເຮັດຈາກ​ຄອມ​ພິວ​ເຕີ ໃນ​ຂະ​ນະ​ທີ່​ມັນ​ອາດ​ບິດ​ເບືອນ​ທັດ​ສະ​ນະ​ຄະ​ຕິ​ດ້ານ​ການ​ເມືອງ​ຂອງ​ຜູ້​ລົງ​ແຂ່ງ​ຂັນ, ເຊິ່ງ​ມັນ​ໄດ້​ເປັນ​ສິ່ງ​ຜິດ​ກົດ​ໝາຍ​ຢູ່​ແລ້ວ.

ໃນ​ວັນ​ທີ 22 ມິ​ຖຸ​ນາ, ຄະ​ນະ​ກຳ​ມາ​ທິ​ການ​ທີ່​ບັງ​ຄັບ​ໃຊ້​ກົດ​ລະ​ບຽບ​ການ​ເລືອ​ກ​ຕັ້ງ ສະ​ຫະ​ລັດ ໄດ້​ລົງ​ຄະ​ແນນ​ສຽງ​ເພື່ອບໍ່​ດຳ​ເນີນ​ການ.

ຄະ​ນະ​ກຳ​ມາ​ທິ​ການ ອາ​ລ​ເລັນ ດິກ​ເຄີ​ສັນ, ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍໂນ​ລ ທ​ຣຳ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ​ມັນ​ບໍ່​ມີ​ການ​ຄວບ​ຄຸມ ກ່ຽວ​ກັບ ບັນ​ຫາ​ດັ່ງ​ກ່າວນີ້.

ທ່ານ ອາ​ລ​ເລັນ ດິກ​ເຄີ​ສັນ ຫົວ​ໜ້າ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ລັດ​ຖະ​ບານ​ກາງ​ໄດ້​ກ່າວ​ວ່າ “ລັດ​ຖະ​ສະ​ພາ​ໄດ້​ມອບ​ອຳ​ນາດ​ທີ່​ຈຳ​ກັດ​ໃຫ້​ພວກ​ເຮົາຫຼາຍ. ການ​ຄວບ​ຄຸມ​ຂອງ​ພວກ​ເຮົາ​ຕໍ່​ສິ່ງນີ້​ແມ່ນ​ຈຳ​ກັດ​ໃນ​ກໍ​ລະ​ນີ​ທີ່​ການ​ໂຄ​ສະ​ນາ​ຫາ​ສຽງ​ໄດ້​ບິດ​ເບືອນ​ຄວາມ​ຈິງ​ຢ່າງບໍ່​ຖືກ​ຕ້ອງ​ເຊັ່ນ​ການ​ສະ​ແດງ, ຢ້ຳ​ຄຳ​ເວົ້າ, ຕາງ​ໜ້າ​ໃຫ້​ຜູ້​ລົງ​ຄະ​ແນນ​ສ​ຽງ​ຄົນ​ອື່​ນ​ໆ. ເຂົາ​ເຈົ້າ​ຄວນ​ນຳ​ເອົາ​ເລື່ອງນີ້​ຂຶ້ນ​ໄປ​ລັດ​ຖະ​ສະ​ພາ.”

ອົງ​ການ Public Citizen ໄດ້​ເອີ້ນ​ການ​ກ່າວ​ອ້າງ​ທີ່​ຈະ​ບໍ່​ດຳ​ເນີນ​ການ​ວ່າ “ເປັນ​ຄວາມ​ລົ້​ມ​ແຫຼວ​ທີ່​ໜ້າ​ຕົກ​ໃຈ​ແມ່ນ​ກະ​ທັ້ງ​ສຳ​ລັບ​ອົງ​ການ​ທີ່ບໍ່​ໄດ້​ປະ​ໂຫຍດ​ຫຍັງ.” ທ່ານນາງ ກິ​ລ​ເບີດ ເວົ້າ​ວ່າ​ກິດ​ຈະ​ກຳ​ຫາ​ສຽງ​ທາງ​ການ​ເມືອງ​ແມ່ນ​ຢູ່​ໃນ​ຈຸດ​ຫັນ​ປ່ຽນ​ກັບ​ເທັກ​ໂນ​ໂລ​ຈີ AI.

ທ່ານ​ນາງ ກິ​ລ​ເບີດ ກ່າວ​ວ່າ “ມັນ​ຂ້ອນ​ຂ້າງ​ຄື​ກັບ​ຊ່ວງ​ເວ​ລາ​ທີ່​ອິນ​ເຕີ​ແນັດ​ຖືກ​ປະ​ດິດ​ຂຶ້ນ​ມາ. ພວກ​ເຮົາ​ກຳ​ລັງ​ຈະ​ໄດ້​ເຫັນ​ການ​ປ່ຽນ​ແປງ​ຢ່າງຫຼວງຫຼາຍ. ແລະ ຈິນ​ຕະ​ນາ​ການ​ເບິ່ງ​ເວ​ລາ​ທີ່​ອິນ​ເຕີ​ແນັດ​ຖືກ​ສ້າງ​ຂຶ້ນ, ພວກ​ເຮົາ​ໄດ້​ຮູ້​ວ່າ​ພວກ​ເຮົາ​ຮູ້​ຫຍັງ​ແດ່​ໃນ​ປັດ​ຈຸ​ບັນ​ນີ້​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ມັນ ແລະ ພວກ​ເຮົາ​ແມ່​ນ​ສາ​ມາດ​ທີ່​ຈະ​ສ້າງ​ຮາວ​ກີດ​ຂວາງ​ທີ່​ເໝາະ​ສົມ​ເພື່ອ​ປົກ​ປ້ອງປະ​ຊາ​ຊົນ​ເດ? ນັ້ນ​ແມ່ນ​ຊ່ວງ​ເວ​ລາ​ທີ່​ພວກ​ເຮົາ​ຢູ່.”

ໃນ​ປັດ​ຈຸ​ບັນ​ນີ້​ມັນ​ຮ່າງ​ກົດ​ໝາຍ​ໃນ​ລັດ​ຖ​ະ​ສະ​ພາ​ທີ່​ຈະ​ຮຽກ​ຮ້ອງ​ໃຫ້​ການ​ໂຄ​ສະ​ນາ​ທາງ​ການ​ເມືອງ​ປະ​ກາດ​ວ່າ ​ເຂົາ​ເຈົ້າ​ໃຊ້​ເທັກ​ໂນ​ໂລ​ຈີ AI ເພື່ອ​ສ້າງ​ຮູບ​ພາບ ຫຼື ວິ​ດີ​ໂອ​ຂອງ​ເຂົາ​ເຈົ້າຫຼືບໍ່.

This is a political video from the "DeSantis WarRoom" campaign that experts say includes deepfake images showing former President Donald Trump hugging his former chief medical advisor Dr. Anthony Fauci.

Florida Governor Ron DeSantis is running against Trump in the race for the U.S. Republican presidential nomination.

The images were examined by the misinformation debunking show “Verify,” which used a reverse image search to determine that three of the images are fake.

"If you look more closely at the pictures, you can see more evidence they are AI-generated. Instead of saying White House, it says Mephap. AI often has trouble generating accurate text. In this one, Trump's hand is missing a thumb."

With the power of generative AI growing, so too will these types of fake images meant to sway voters, says Lisa Gilbert of the nonprofit consumer advocacy organization Public Citizen.

“One of the things that artificial intelligence is able to do, particularly generative AI, is create easily deep fakes so you know–video or audio–that looks incredibly real, impossible to discern with the naked eye from a real video.”

So, the Public Citizen group asked the U.S. Federal Election Commission to establish rules for campaign ads that use computer-generated fake images--as they could misrepresent a candidate’s political views, which is already illegal.

On June 22, the commission that enforces U.S. election rules voted to take no action.

Commissioner Allen Dickerson, who was appointed by former President Donald Trump, told the meeting that they have no jurisdiction over the matter.

“Congress has given us very sharply limited authority. Our jurisdiction on this point is limited to instances where a campaign fraudulently misrepresents itself as acting, quote, on behalf of any other candidate. They should take this up with Congress.”

Public Citizen called the inaction quote a “shocking failure even for a notoriously feckless agency.” Gilbert says political electioneering is at a turning point with generative AI.

XS
SM
MD
LG