ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔
ຮອງປະທານາທິບໍດີ ໂຈ ໄບເດັນ ລົງແຂ່ງຄັ້ງທີສາມ ເພື່ອເອົາຕຳແໜ່ງປະທານາທິບໍດີ ຈາກ ທ່ານດໍໂນລ ທຣຳ
ຮອງປະທານາທິບໍດີ ໂຈ ໄບເດັນ ລົງແຂ່ງຄັ້ງທີສາມ ເພື່ອເອົາຕຳແໜ່ງປະທານາທິບໍດີ ຈາກ ທ່ານດໍໂນລ ທຣຳ

ລາຍງານບລອກສົດ! ການເລືອກຕັ້ງ ໃນ ສະຫະລັດ ປີ 2020

ວີໂອເອ ລາວ ລາຍງານສົດ ຄວາມຄືບໜ້າ ການເລືອກຕັ້ງ ປະທານາທິບໍດີ ປີ 2020!

ປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ລົງແຂ່ງຂັນເພື່ອດຳລົງຕຳແໜ່ງ ສະໄໝທີສອງ ສ່ວນທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເປັນຄັ້ງທີສາມ ເພື່ອຍາດເອົາຕຳແໜ່ງຂອງທຳນຽບຂາວ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຊະນະໃນ 3 ລັດ ເທັກຊັສ ມອນຕານາ ແລະ ໄອໂອວາ
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຊະນະໃນ 3 ລັດ ເທັກຊັສ ມອນຕານາ ແລະ ໄອໂອວາ
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຊະນະ ລັດ ຟລໍຣິດາ
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຊະນະ ລັດ ຟລໍຣິດາ
ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໄດ້ຊະນະ ລັດ ມິນເນໂຊຕາ
ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໄດ້ຊະນະ ລັດ ມິນເນໂຊຕາ

ມາເຖິງປັດຈຸບັນນີ້ ຄະແນນຈາກຜູ້ແທນ ຂອງທ່ານດໍໂນລ ທຣຳ ແລະທ່ານໂຈ ໄບເດັນ ສູສີກັນ 213 ຕໍ່ 220 ໃນຂະນະນີ້ ຍັງເຫຼືອອີກຢູ່ 9 ລັດທີ່ຍັງບໍ່ທັນສຳເລັດການນັບຄະແນນສຽງເທື່ອ ປະກອບດ້ວຍລັດ ເມນ ເພັນຊີລເວເນຍ ຄາໂຣໄລນາເໜືອ ຈໍເຈຍ ມິຊິແກນ ວິສຄັນຊິນ ເນວາດາ ອາຣິໂຊນາ ແລະອາລາສກາ ຄາດກັນວ່າ ຜົນການນັບບັດເລືອກຕັ້ງ ທີ່ສົ່ງເຂົ້າໄປທາງໄປສະນີ ຈະເລີ້ມຂຶ້ນໃນຕອນເຊົ້າ ວັນທີ 4 ພະຈິກນີ້ ຢູ່ໃນສະຫະລັດ ແລະຈະໃຊ້ເວລາຫຼາຍສົມຄວນ ບໍ່ຮູ້ວ່າ ຈະແລ້ວເສັດໃນມື້ນີ້ຫຼືບໍ່!

ລາຍງານກ່ຽວກັບການນັບຄະແນນສຽງໃນເບື້ອງຕົ້ນຈາກລັດຕ່າງໆທາງພາກຕາເວັນອອກ ທີ່ໄດ້ປິດໜ່ວຍເລືອກຕັ້ງ

ມື້ນີ້ ປະທານາທິບໍດີ ດໍໂນລ ທຣໍາທີ່ສັງກັດພັກຣີພັບບລິກັນ ແລະຄູ່ແຂ່ງຂອງ ທ່ານກໍຄື ອະດີດຮອງປະທານາທິບໍດີ ໂຈ ໄບເດັນໄດ້ຮັບໄຊຊະນະໃນຫລາຍລັດ ແລ້ວ ຂະນະທີ່ຜົນຂອງການເລືອກຕັ້ງກໍາລັງອອກມາເລື້ອຍໆຢູ່ ແລະຊາວອາເມຣິ ກັນຕັດສິນໃຈວ່າໃຜຈະບໍລິຫານປະເທດຈາກທໍານຽບຂາວໃນນຶ່ງສະໄໝກໍຄື 4 ປີຕໍ່ໜ້າ ຊຶ່ງເລີ້ມຈາກເດືອນມັງກອນຈະມາເຖິງນີ້.

ໜ່ວຍເລືອກຕັ້ງຂອງບັນດາລັດຢູ່ໃນເຂດແຄມຝັ່ງທະເລທາງຕາເວັນອອກ ແລະ ຫລາຍໆລັດໃນເຂດພາກໃຕ້ ແລະພາກຕາເວັນຕົກຕອນກາງ ຂອງປະເທດ ໄດ້ປິດລົງ ແລະກໍໄດ້ເລີ້ມນັບຄະແນນສຽງແລ້ວ. ສ່ວນບັນດາລັດໃນພາກຕາເວັນ ຕົກຂອງປະເທດກໍກໍາລັງປິດໜ່ວຍປ່ອນບັດລົງ ແລະກໍຈະເລີ້ມນັບບັດເລືອກຕັ້ງ ໃນໄວໆນີ້.

ໃນຊົ່ວໂມງທີ່ຈະມາເຖິງນີ້ ຄວນເອົາໃຈໃສ່ຕິດຕາມການນັບຄະແນນສຽງໃນລັດທີ່ຕັ້ງແຄມມະຫາສະໝຸດແອດແລນຕິກ ຄືລັດຟລໍຣິດາ ແລະ ຄາໂລໄຣນາເໜືອ- ເຊິ່ງທັງສອງລັດນີ້ໄດ້ຊ່ວຍໃຫ້ທ່ານທຣໍາ ໄດ້ຮັບໄຊຊະນະໃນປີ 2016 ແລະບ່ອນທີ່ການຢັ່ງຫາງສຽງທ້າຍປີນີ້ສະແດງໃຫ້ເຫັນວ່າທ່ານທຣໍາ ແລະທ່ານໄບເດັນມີ ຄະແນນສູສີກັນ. ລັດເພັນໂຊວາເນຍ ທີ່ເປັນລັດຍາດແຍ່ງກັນ ກໍ່ແມ່ນຈຸດສຸມຂອງຄວາມສົນໃຈອີກແຫ່ງນຶ່ງ ແຕ່ອາດຈະບໍ່ລາຍງານຜົນເລືອກຕັ້ງທີ່ສົມບູນເປັນເວລາຫຼາຍມື້. ນັກວິເຄາະກ່າວວ່າທັງສາມລັດແມ່ນມີຄວາມຈຳເປັນ ສຳລັບທ່ານທຣໍາ ຖ້າເພິ່ນຕ້ອງການດຳລົງຕຳແໜ່ງ ເປັນສະໄໝທີສອງແລະຫລີກລ້ຽງການເປັນປະທານາທິບໍດີສະຫະລັດ ຄົນທີສາມໃນສີ່ທົດສະວັດທີ່ຜ່ານມາທີ່ຈະເສຍໄຊຢູ່ໃນການເລືອກຕັ້ງຄືນ.

ສຳລັບທ່ານໄບເດັນແລ້ວ ການໄດ້ໄຊຊະນະໃນລັດໃດກໍ່ຕາມໃນ 3 ລັດນັ້ນແມ່ນຈະເພີ່ມໂອກາດໃຫ້ທ່ານໄດ້ຮັບຕຳແໜ່ງປະທານາທິບໍດີໃນການພະຍາຍາມຄັ້ງທີສາມຂອງທ່ານ. ທ່ານໄດ້ສູນເສຍການແຂ່ງຂັນເປັນຜູ້ຕາງໜ້າພັກເດໂມແຄຣັດ ເພື່ອເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ໃນປີ 1988 ແລະ 2008 ມາແລ້ວ.

ໃນການເລືອກເອົາຜູ້ນໍາປະເທດນັ້ນສະຫະລັດແມ່ນໃຊ້ລະບົບປະຊາທິປະໄຕແບບທາງອ້ອມ ຊຶ່ງບໍ່ໄດ້ເອົາຕາມຄະແນນນິຍົມຂອງປະຊາຊົນທັງຊາດ. ຜົນຂອງການເລືອກຕັ້ງແມ່ນຖືກຕັດສິນໂດຍການເລືອກຕັ້ງຢູ່ໃນແຕ່ລະລັດໃນທົ່ວປະເທດ ທີ່ມີ 50 ລັດ ແລະນະຄອນຫລວງວໍຊິງຕັນ. ເພື່ອຈະໃຫ້ໄດ້ໄຊຊະນະ ໃນການເລືອກຕັ້ງ, ຜູ້ສະໝັກປະທານາທິບໍດີຕ້ອງໄດ້ຮັບ 270 ຄະແນນສຽງ ຈາກຜູ້ແທນໃນລັດ ທີ່ມີສະມາຊິກທັງໝົດ 538 ຄົນ ກໍຄື 538 ສຽງນັ້ນ.

ການເລືອກຕັ້ງປະທານາທິບໍດີສະຫະລັດຈັດຂຶ້ນໃນທຸກໆ 4 ປີໃນວັນອັງຄານທໍາອິດຂອງເດືອນພະຈິກ ຊຶ່ງປີນີ້ກໍກົງກັບວັນທີ 3 ກໍຄືມື້ນີ້ເອງ. ຕາມປົກກະຕິແລ້ວປະຊາຊົນອາເມຣິກັນພາກັນໄປປ່ອນບັດດ້ວຍຕົວເອງຢູ່ສະຖານທີ່ບ່ອນບັດຕ່າງໆ. ແຕ່ວ່າໃນປີນີ້ຍ້ອນການລະບາດຂອງໄວຣຣັສໂຄໂຣນາຫລາຍໆ ລັດແມ່ນຈັດໃຫ້ມີການປ່ອນບັດກ່ອນການເລືອກຕັ້ງ ຊຶ່ງຜູ້ມີສິດປ່ອນບັດ ເລືອກຕັ້ງ ສາມາດສົ່ງບັດລົງຄະແນນສຽງຂອງຕົນໄປທາງໄປສະນີ ຫລືໄປປ່ອນບັດດ້ວຍ ຕົວເອງກ່ອນວັນເລືອກຕັ້ງຕາມສະຖານທີ່ທີ່ຈັດໄວ້ໃຫ້ໃນເມືອງ ແລະເຂດເລືອກ ຕັ້ງຕ່າງໆ ອີງຕາມກົດລະບຽບຂອງແຕ່ລະລັດ.

ທ່ານທຣຳ ໄດ້ສອງລັດທາງພາກໃຕ້ ຕາມຄວາມຄາດໝາຍ ຄື ລັດອາລາບາມາ ທີ່ມີ 9 ຄະແນນ ແລະອາແກນຊໍ ທີ່ມີ 6 ຄະແນນ ລວມເຂົ້າກັບຄະແນນທີ່ທ່ານມີຢູ່ແລ້ວນັ້ນ ເປັນ 41 ຄະແນນຈາກຜູ້ແທນ. ທ່ານທຣຳ ໄດ້ຕື່ມອີກສອງລັດ ດາໂກຕາໃຕ້ ທີ່ມີຄະແນນຜູ້ແທນ 11 ຄະແນນ ແລະເທັນເນສຊີ ມີ 3 ຄະແນນຜູ້ແທນ ລວມທັງໝົດທ່ານທຣຳ ໄດ້ຮັບຄະແນນຈາກຜູ້ແທນ 55 ຄະແນນ ສ່ວນທ່ານໄບເດັນ ໄດ້ລັດໂຄໂລຣາໂດ ທີ່ມີຄະແນນຜູ້ແທນ 9 ຄະແນນ ລວມແລ້ວ ທ່ານໄບເດັນ ມີທັງໝົດ 82 ຄະແນນຈາກຜູ້ແທນ.

ມາເຖິງເວລານີ້ ວີໂອເອ ຂໍຢຸດການບລອກ ແລະຈະກັບຄືນມາລາຍງານຕື່ມອີກ ໃນເວລາຕອນບ່າຍ ປະມານ 4 ໂມງ ກະລຸນາຕິດຕາມ

ທ່ານໄບເດັນ ໄດ້ລັດນິວຢອກ ນິວເຈີຊີ ແລະເຂດນະຄອນຫຼວງ ໂດຍໄດ້ຮັບຄະແນນຜູ້ແທນ ຈາກທັງສາມລັດລວມທັງໝົດ 36 ຄະແນນ ບວກເຂົ້າກັບຄະແນນທີ່ທ່ານມີຢູ່ແລ້ວນັ້ນ ເປັນ 73 ຄະແນນ ຊຶ່ງກາຍທ່ານທຣຳ 47 ຄະແນນແລ້ວ ເຖິງຢ່າງໃດກໍຕາມ ຍັງອີກຫຼາຍລັດທີ່ຍັງບໍ່ທັນສຳເລັດການນັບຄະແນນສຽງເທື່ອ ສະນັ້ນແລ້ວການຕັດສິນຜູ້ຊະນະ ອາດຈະຕ້ອງໃຊ້ເວລາຫຼາຍມື້.

ໂຫລດຕື່ມອີກ

XS
SM
MD
LG