ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔
ຮອງປະທານາທິບໍດີ ໂຈ ໄບເດັນ ລົງແຂ່ງຄັ້ງທີສາມ ເພື່ອເອົາຕຳແໜ່ງປະທານາທິບໍດີ ຈາກ ທ່ານດໍໂນລ ທຣຳ
ຮອງປະທານາທິບໍດີ ໂຈ ໄບເດັນ ລົງແຂ່ງຄັ້ງທີສາມ ເພື່ອເອົາຕຳແໜ່ງປະທານາທິບໍດີ ຈາກ ທ່ານດໍໂນລ ທຣຳ

ລາຍງານບລອກສົດ! ການເລືອກຕັ້ງ ໃນ ສະຫະລັດ ປີ 2020

ວີໂອເອ ລາວ ລາຍງານສົດ ຄວາມຄືບໜ້າ ການເລືອກຕັ້ງ ປະທານາທິບໍດີ ປີ 2020!

ປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ລົງແຂ່ງຂັນເພື່ອດຳລົງຕຳແໜ່ງ ສະໄໝທີສອງ ສ່ວນທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເປັນຄັ້ງທີສາມ ເພື່ອຍາດເອົາຕຳແໜ່ງຂອງທຳນຽບຂາວ.

ອະດີດຮອງປະທານາທິບໍດີິສະຫະລັດ ທ່ານໂຈ ໄບເດັນ ຊຶ່ງເປັນບຸກຄົນທີ່ຮູ້ຈັກກັນດີໃນວົງການເມືອງຂອງນະຄອນ ຫຼວງວໍຊິງຕັນ ເກືອບເຄິ່ງສັດຕະວັດແລ້ວນັ້ນ ຄາດຄະເນກັນວ່າ ຈະເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີຂອງສະຫະລັດ ແລະຈະໄດ້ສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນຈະມາ ເປັນປະທານາທິບໍດີທີ່ມີອາຍຸແກ່ທີ່ສຸດ ໃນປະຫວັດສາດ. ທ່ານໄບເດັນ ສັງກັດພັກເດໂມແຄຣັດ ທີ່ໄດ້ເປັນສະມາຊິກສະພາສູງມາ 36 ປີ ແລະ 8 ປີ ເປັນຮອງປະທານາທິບໍດີ ໃນສະໄໝປະທານາທິບໍດີບາຣັກໂອບາມາ ແມ່ນຄາດກັນໂດຍອົງການຂ່າວຕ່າງໆ ໄດ້ເອົາຊະນະປະທານາທິບໍດີດໍໂນລ ທຣຳ ທີ່ລົງສະໝັກແຂ່ງຂັນເອົາຕຳແໜ່ງຕື່ມອີກ ໃນການໂຄສະນາຫາສຽງທີ່ຂົມຂື່ນ ແລະຫຼັງຈາກໄດ້ມີການນັບບັດຄະແນນສຽງຫຼັງຈາກການເລືອກຕັ້ງມາໄດ້ຫຼາຍມື້ແລ້ວ. ຄະແນນສຽງແມ່ນຍັງຈະໄດ້ຮັບການຢືນຢັນຢ່າງເປັນທາງການ ແລະພວມໄດ້ຮັບການທ້າທາຍຢູ່ໃນສານ ແຕ່ກໍຄາດກັນວ່າ ຈະຜ່ານຜ່າໄປໄດ້. ທ່ານໄບເດັນ ໄດ້ຊະນະຕຳແໜ່ງປະທານາທິບໍດີ ໂດຍໄດ້ຮັບຄະແນນຈາກຜູ້ແທນລັດ ຢ່າງໜ້ອຍ 270 ຄະແນນ ຂອງຈຳນວນທັງໝົດ 538 ຄະແນນ. ການໄດ້ຮັບໄຊຊະຂອງທ່ານໄບເດັນ ເຮັດໃຫ້ທ່ານທຣຳເປັນປະທານາທິບໍດີຄົນທີ 3 ໃນຮອບສີ່ທົດສະວັດ ທີ່ບໍ່ສາມາດໄດ້ຮັບເລືອກ ໃຫ້ເຂົ້າຮັບຕຳແໜ່ງຕື່ມອີກ ຫຼັງຈາກໄດ້ຂຶ້ນເປັນປະທານາທິບໍດີ 4 ປີແລ້ວ.

ລາຍງານຂ່າວຫຼ້າສຸດ ໃນເຊົ້າວັນເສົາມື້ນີ້ແຈ້ງວ່າ ທ່ານໂຈ ໄບເດັນ ແລະທ່ານນາງຄາມາມາ ແຮຣິສ ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ໄດ້ຮັບຄະແນນ 273 ຄະແນນສຽງຂອງຜູ້ຕາງໜ້າລັດແລ້ວ ເຊີນເບິ່ງແຜນທີ່ການເລືອກຕັ້ງໃນສະຫະລັດຂອງເຮົາຕື່ມ!

ມາຮອດເຊົ້າວັນເສົາມື້ນີ້ ຕາມເວລາໃນພາກຕາເວັນອອກຂອງສະຫະລັດ ຄະແນນສຽງກໍຍັງບໍ່ມີການປ່ຽນແປງ ຈາກທີ່ພວກເຮົາໄດ້ລາຍງານໄປແລ້ວ ຄື ທ່ານໄບເດັນໄດ້ຮັບ 253 ຄະແນນ ແລະປະທານາທິບໍດີທຣຳ ໄດ້ຮັບ 214 ຄະແນນ. ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນ ຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາ ແມ່ນຕ້ອງການອີກ 56 ຄະແນນຈຶ່ງຈະຮອດ 270 ຄະແນນເພື່ອຈະເຂົ້າກຳຕຳແໜ່ງຕື່ມອີກ 4 ປີ. ເວລານີ້ຫຼາຍລັດຍັງສືບຕໍ່ນັບຄະແນນກັນຢູ່ ແລະລັດຈໍເຈຍ ໄດ້ປະກາດໃນວັນສຸກມື້ວານນີ້ວ່າ ຕົນຈະນັບຄະແນນ ຄືນໃໝ່ທັງໝົດ ຍ້ອນວ່າ ປະທານາທິບໍດີດໍໂນລ ທຣຳ ຜູ້ສະໝັກຂອງພັກຣີພັບບລີກັນ ແລະຜູ້ທ້າຊິງ ຫຼືຄູ່ແຂ່ງຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ມີຄະແນນໃກ້ຄຽງກັນຫຼາຍ.

ໃນຕອນຄ່ຳຂອງວັນພະຫັດວານນີ້ ປະທານາທິບໍດີດໍໂນລ ທຣຳ ໄດ້ກ່າວອ້າງ ໂດຍບໍ່ມີຫຼັກຖານວ່າ ທ່ານໄດ້ຖືກສໍ້ໂກງ ໃຫ້ອອກຈາກຕໍາແໜ່ງ ໃນສະໄໝທີສອງ. ທ່ານກ່າວວ່າ “ຖ້າທ່ານນັບບັດຄະແນນສຽງທີ່ປ່ອນແບບຖືກຕ້ອງຕາມກົດໝາຍ, ຂ້າພະເຈົ້າຈະໄດ້ຊະນະຢ່າງງ່າຍໆ.” ທ່ານກ່າວຕໍ່ໄປອີກວ່າ "ຖ້າທ່ານນັບບັດຄະແນນສຽງທີ່ຜິດກົດໝາຍ, ພວກເຂົາສາມາດພະຍາຍາມລັກເອົາການເລືອກຕັ້ງໄປ ຈາກພວກເຮົາໄດ້." ທ່ານທຣໍາ ໄດ້ໃຊ້ເວລາ 16 ນາທີ ຢືນກ່າວຄໍາປາໄສ ຢູ່ຫ້ອງປະຊຸມຖະແຫລງຂ່າວ ໃນທຳນຽບຂາວ ໂດຍກ່າວວ່າ ຄະແນນນຳໜ້າຂອງທ່ານທີ່ມີຢູ່ໃນລັດຕ່າງໆກຳລັງຖືກ "ລັກເອົາອອກໄປຢ່າງລັບໆ ເທື່ອລະເລັກລະນ້ອຍ" ໃນຂະນະທີ່ມີການນັບຄະແນນສຽງຍັງສືບຕໍ່ດໍາເນີນໄປຢູ່ນັ້ນ. ມາຮອດວັນສຸກ ຄະແນນສຽງກໍຍັງບໍ່ມີການປ່ຽນແປງ ຈາກທີ່ພວກເຮົາໄດ້ລາຍໄປແລ້ວ ຄື ທ່ານໄບເດັນໄດ້ຮັບ 253 ຄະແນນ ແລະປະທານາທິບໍດີທຣຳ ໄດ້ຮັບ 214. ຂະນະນີ້ ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 56 ຄະແນນ ຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາແໜ່ງໄວ້ ໃນອີກ 4 ປີຕໍ່ໜ້າ.

ໂຫລດຕື່ມອີກ

XS
SM
MD
LG