ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔
ຮອງປະທານາທິບໍດີ ໂຈ ໄບເດັນ ລົງແຂ່ງຄັ້ງທີສາມ ເພື່ອເອົາຕຳແໜ່ງປະທານາທິບໍດີ ຈາກ ທ່ານດໍໂນລ ທຣຳ
ຮອງປະທານາທິບໍດີ ໂຈ ໄບເດັນ ລົງແຂ່ງຄັ້ງທີສາມ ເພື່ອເອົາຕຳແໜ່ງປະທານາທິບໍດີ ຈາກ ທ່ານດໍໂນລ ທຣຳ

ລາຍງານບລອກສົດ! ການເລືອກຕັ້ງ ໃນ ສະຫະລັດ ປີ 2020

ວີໂອເອ ລາວ ລາຍງານສົດ ຄວາມຄືບໜ້າ ການເລືອກຕັ້ງ ປະທານາທິບໍດີ ປີ 2020!

ປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ລົງແຂ່ງຂັນເພື່ອດຳລົງຕຳແໜ່ງ ສະໄໝທີສອງ ສ່ວນທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເປັນຄັ້ງທີສາມ ເພື່ອຍາດເອົາຕຳແໜ່ງຂອງທຳນຽບຂາວ.

ໃນຕອນບ່າຍວັນພະຫັດມື້ນີ້ ຕາມເວລາໃນເຂດພາກຕາເວັນອອກຂອງສະຫະລັດ ທ່ານໂຈ ໄບເດັນ ໄດ້ປາກົດຕົວເປັນເວລາສັ້ນໆ ທີ່ນະຄອນວິລມິງຕັນ ໃນລັດເດລາແວ ໂດຍກ່າວວ່າ "ບັດທຸກໆບັດຈະຕ້ອງໄດ້ຖືກນັບ." ທ່ານກ່າວຕື່ມວ່າ "ມັນແມ່ນກ່ຽວກັບວ່າ ປະຊາຊົນໃນປະເທດນີ້ ໄດ້ສະແດງອອກເຖິງການຕັດສິນໃຈຂອງພວກເຂົາເຈົ້າແບບໃດ ແລະມັນເປັນຄວາມປະສົງຂອງຜູ້ມີສິດປ່ອນບັດ ບໍ່ມີໃຜ ແລະບໍ່ມີສິ່ງໃດທັງໝົດ ທີ່ໄດ້ເລືອກເອົາປະທານາທິບໍດີຂອງສະຫະລັດ."

ໃນເວລາ 12 ໂມງເຄິ່ງຂອງວັນພະຫັດ, ທີ 5 ພະຈິກ (ຕາມເວລາວໍຊິງຕັນ) ທ່ານໂຈ ໄບເດັນ ຄູ່ແຂ່ງຈາກພັກເດໂມແຄຣັດ ຍັງມີຄະແນນເທົ່າເດີມ ຕາມທີ່ພວກເຮົາໄດ້ລາຍໄປແລ້ວ ຄື 253 ແຕ່ທ່ານປະທານາທິບໍດີ ດໍໂນລ ທຣຳ ໄດ້ຮັບຕື່ມອີກນຶ່ງຄະແນນ ເພີ້ມຂຶ້ນເປັນ 214. ຂະນະນີ້ ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 56 ຄະແນນ ຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາ ແໜ່ງຂອງທ່ານໄວ້ອີກ 4 ປີຕໍ່ໜ້າ. ຍັງເຫຼືອອີກຢູ່ 6 ລັດທີ່ຍັງບໍ່ທັນສຳເລັດການນັບຄະແນນເທື່ອບັດເລືອກຕັ້ງທີ່ສົ່ງທາງໄປສະນີ ປະກອບດ້ວຍລັດເພັນຊິລເວເນຍ, ຄາໂຣໄລນາເໜືອ, ຈໍເຈຍ, ເນວາດາ, ອາຣິໂຊນາ ແລະອາລາສກາ. ທ່ານໄບເດັນຊຶ່ງຄາດໄດ້ຊະນະການເລືອກຕັ້ງແບບມີຄະແນນສູສີກັນກັບທ່ານທຣໍາ ໃນລັດວິສຄັນຊິນ ແລະຄະນະໂຄສະນາຫາສຽງຂອງທ່ານທຣໍາ ຢາກໃຫ້ມີການນັບຄະແນນຄືນໃໝ່. ສ່ວນຜົນການເລືອກຕັ້ງຂັ້ນສຸດທ້າຍນັ້ນ ກໍອາດຈະໃຊ້ເວລາອີກຫລາຍວັນຈຶ່ງຮູ້ໄດ້. ລາຍງານຂ່າວແຈ້ງວ່າ ມາຮອດວັນພະຫັດມື້ນີ້ ທ່ານໄບເດັນແມ່ນນຳໜ້າ ໃນຄະແນນສຽງຂອງປະຊາຊົນ ຄືໄດ້ 71 ລ້ານ 6 ແສນຄົນ ປຽບທຽບໃສ່ທ່ານທຣຳ ທີ່ໄດ້ຮັບ​ແຕ່ 68​ ລ້ານ 1 ແສນຄົນ ອີງຕາມອົງການຄົ້ນຄວ້າເອດີສັນແລະອົງການຂ່າວເອພີ.

ມາຮອດ 7:00 ຕອນເຊົ້າຂອງວັນພະຫັດ, ທີ 5 ພະຈິກ (ຕາມເວລາວໍຊິງຕັນ) ທັງທ່ານໂຈ ໄບເດັນ ແລະປະທານາທິບໍດີດໍໂນລ ທຣຳ ຍັງມີຄະແນນເທົ່າເດີມ ຕາມທີ່ພວກເຮົາໄດ້ລາຍໄປແລ້ວ ຄື 253 ຕໍ່ 213 ຄະແນນ. ຂະນະນີ້ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 57 ຄະແນນ ຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາ ແໜ່ງຂອງທ່ານໄວ້ອີກ 4 ປີຕໍ່ໜ້າ. ຍັງເຫຼືອອີກຢູ່ 6 ລັດທີ່ຍັງບໍ່ທັນສຳເລັດການນັບຄະແນນເທື່ອບັດເລືອກຕັ້ງທີ່ສົ່ງທາງໄປສະນີ ປະກອບດ້ວຍລັດເພັນຊິລເວເນຍ, ຄາໂຣໄລນາເໜືອ, ຈໍເຈຍ, ເນວາດາ, ອາຣິໂຊນາ ແລະອາລາສກາ. ທ່ານໄບເດັນໄດ້ຊະນະການເລືອກຕັ້ງແບບມີຄະແນນສູສີກັນກັບທ່ານທຣໍາ ໃນລັດວິສຄັນຊິນ ແລະຄະນະໂຄສະນາຫາສຽງຂອງທ່ານທຣໍາ ຢາກໃຫ້ມີການນັບຄະແນນຄືນໃໝ່. ສ່ວນຜົນການເລືອກຕັ້ງຂັ້ນສຸດທ້າຍນັ້ນ ກໍອາດຈະໃຊ້ເວລາອີກຫລາຍວັນຈຶ່ງຮູ້ໄດ້ ແຕ່ພວກທ່ານກໍສາມາດຕິດຕາມເບິ່ງໜ້າເວັບໄຊຂອງພວກເຮົາ ກ່ຽວກັບຄະແນນຫລ້າສຸດ.

ມາຮອດ 9:00 ຕອນຄໍ່າຂອງວັນພຸດ, ທີ 4 ພະຈິກ ທ່ານໂຈ ໄບເດັນໄດ້ຄະແນນຈາກຜູ້ແທນລັດຕື່ມອີກສອງລັດ ຄືມິຊິແກນ ແລະວິສຄັນຊິນ ຈຶ່ງເຮັດໃຫ້ທ່ານນໍາໜ້າ ທ່ານທຣໍາ ໂດຍມີ 253 ຕໍ່ 213 ຄະແນນ. ຂະນະນີ້ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 57 ຄະແນນຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາ ແໜ່ງຂອງທ່ານໄວ້ອີກ 4 ປີຕໍ່ໜ້າ. ຍັງເຫຼືອອີກຢູ່ 6 ລັດທີ່ຍັງບໍ່ທັນສຳເລັດການນັບຄະແນນເທື່ອບັດເລືອກຕັ້ງທີ່ສົ່ງທາງໄປສະນີ ປະກອບດ້ວຍລັດເພັນຊິລເວເນຍ, ຄາໂຣໄລນາເໜືອ, ຈໍເຈຍ, ເນວາດາ, ອາຣິໂຊນາ ແລະອາລາສກາ. ທ່ານໄບເດັນໄດ້ຊະນະການເລືອກຕັ້ງແບບມີຄະແນນສູສີກັນກັບທ່ານທຣໍາ ໃນລັດວິສຄັນຊິນ ແລະຄະນະໂຄສະນາຫາສຽງຂອງທ່ານທຣໍາ ຢາກໃຫ້ມີການນັບຄະແນນຄືນໃໝ່. ສ່ວນຜົນການເລືອກຕັ້ງຂັ້ນສຸດທ້າຍນັ້ນ ກໍອາດຈະໃຊ້ເວລາອີກຫລາຍວັນຈຶ່ງຮູ້ໄດ້!

ທ. ໂຈ ໄບເດັນ ໄດ້ຮັບຄະແນນຈາກຜູ້ແທນລັດ 253 ຄະແນນ ແລະ ປ. ດໍໂນລ ທຣຳ ໄດ້ຮັບ 213 ຄະແນນ
ທ. ໂຈ ໄບເດັນ ໄດ້ຮັບຄະແນນຈາກຜູ້ແທນລັດ 253 ຄະແນນ ແລະ ປ. ດໍໂນລ ທຣຳ ໄດ້ຮັບ 213 ຄະແນນ

ໂຫລດຕື່ມອີກ

XS
SM
MD
LG